1ວັນ ຕົ້ນ ສັບປະດາ ນັ້ນ ເວລາ ເຊົ້າ ຍັງ ມືດ ຢູ່ ມາຣິອາ ໄທ ມັກດາລາ ໄດ້ ມາ ເຖິງ ອຸບໂມງ ແລະ ນາງ ໄດ້ ເຫັນ ກ້ອນຫີນ ຖືກ ຍ້າຍ ອອກຈາກ ປາກ ອຸບໂມງ ແລ້ວ.2ນາງ ຈຶ່ງ ແລ່ນ ໄປ ຫາ ຊີໂມນ ເປໂຕ ແລະ ສາວົກ ຜູ້ ອື່ນ ທີ່ ພຣະເຢຊູ ຊົງ ຮັກແພງ ນັ້ນ ແລ້ວ ເວົ້າ ກັບ ເຂົາ ວ່າ, “ເຂົາ ໄດ້ ເອົາ ສົບ ຂອງ ພຣະອາຈານ ອອກຈາກ ອຸບໂມງ ແລ້ວ ແລະ ພວກເຮົາ ບໍ່ ຮູ້ຈັກ ວ່າ ເຂົາ ເອົາ ໄປ ໄວ້ ທີ່ ໃດ.”3ເປໂຕ ກັບ ສາວົກ ຄົນ ອື່ນ ນັ້ນ ຈຶ່ງ ພາກັນ ອອກ ມາ ເຖິງ ອຸບໂມງ.4ເຂົາ ທັງ ສອງ ພ້ອມ ກັນ ແລ່ນ ມາ ແຕ່ ສາວົກ ອື່ນ ນັ້ນ ໄດ້ ແລ່ນ ໄວ ກວ່າ ເປໂຕ ຈຶ່ງ ມາ ເຖິງ ອຸບໂມງ ກ່ອນ.5ເມື່ອ ກົ້ມ ລົງ ເພິ່ນ ໄດ້ ເຫັນ ຜ້າ ປ່ານ ກອງ ຢູ່ ແຕ່ ບໍ່ໄດ້ເຂົ້າ ໄປ ທັງ ໃນ.6ສ່ວນ ຊີໂມນ ເປໂຕ ທີ່ ຕາມ ຫລັງ ມາ ນັ້ນ ກໍ ຮອດ ເໝືອນ ກັນ ແລ້ວ ໄດ້ ເຂົ້າໄປ ໃນ ອຸ ໂມງ ແລະ ໄດ້ ເຫັນ ຜ້າ ປ່ານ ກອງ ຢູ່.7ແລະ ຜ້າ ປົກ ພຣະສຽນ ຂອງ ພຣະອົງ ບໍ່ໄດ້ ກອງ ຢູ່ ກັບ ຜ້າ ອື່ນ ແຕ່ ພັບ ໄວ້ ຕ່າງຫາກ.8ແລ້ວ ສາວົກ ຜູ້ ອື່ນ ທີ່ ມາ ເຖິງ ກ່ອນນັ້ນ ກໍໄດ້ ເຂົາ ໄປ ເໝືອນ ກັນ ກໍໄດ້ ເຫັນ ແລະ ເຊື່ອ.9ເພາະວ່າ ຂະນະ ນັ້ນ ເຂົາ ຍັງ ບໍ່ໄດ້ເຂົ້າ ໃຈ ຂໍ້ ພຣະຄຳພີ ທີ່ ຂຽນໄວ້ ວ່າ ພຣະອົງ ຈະ ຕ້ອງ ຄືນ ມາ ຈາກ ຄວາມ ຕາຍ.
10ແລ້ວ ສາວົກ ທັງ ສອງ ນັ້ນ ກໍ ກັບ ໄປ ຍັງ ບ້ານ ຂອງຕົນ.
ພຣະເຢຊູ ຊົງ ປະກົດ ແກ່ ມາຣິອາ ມັກດາລາ
11ຝ່າຍ ມາຣິອາ ຢືນ ຮ້ອງໄຫ້ ຢູ່ ນອກ ອຸບໂມງ ຂະນະ ທີ່ ຍັງ ຮ້ອງໄຫ້ ຢູ່ ນາງ ໄດ້ ກົ້ມ ຫລຽວ ໄປ ທາງ ອຸບໂມງ.12ແລະ ນາງ ໄດ້ ເຫັນ ເທວະດາ ສອງ ຕົນ ນັ່ງ ຢູ່ ບ່ອນ ທີ່ ເຂົາ ວາງ ພຣະສົບ ຂອງ ພຣະເຢຊູ ຕົນ ໜຶ່ງ ຢູ່ ເບື້ອງ ພຣະສຽນ ຕົນ ໜຶ່ງ ຢູ່ ເບື້ອງ ພຣະບາດ.13ເທວະດາ ທັງ ສອງ ນັ້ນ ໄດ້ ຖາມ ນາງ ວ່າ, “ນາງ ເອີຍ, ເຈົ້າ ຮ້ອງໄຫ້ ເຮັດຫຍັງ” ນາງ ຈຶ່ງ ຕອບ ວ່າ, “ເພາະ ເຂົາ ໄດ້ ເອົາ ພຣະສົບ ຂອງ ພຣະອາຈານ ຂອງ ຂ້ານ້ອຍ ໄປ ແລ້ວ ແລະ ຂ້ານ້ອຍ ບໍ່ ຮູ້ວ່າ ເຂົາ ເອົາ ໄປ ວາງ ໄວ້ ບ່ອນ ໃດ.”14ເມື່ອ ເວົ້າ ດັ່ງນັ້ນ ແລ້ວ ນາງ ໄດ້ ຫລຽວ ຫລັງ ມາ ເຫັນ ພຣະເຢຊູ ຢືນຢູ່ ແຕ່ ບໍ່ ຮູ້ວ່າ ແມ່ນ ພຣະເຢຊູ.
15ພຣະເຢຊູ ຊົງ ຖາມ ນາງ ວ່າ, “ນາງ ເອີຍ, ເຈົ້າ ຮ້ອງໄຫ້ ເຮັດຫຍັງ ເຈົ້າ ຊອກຫາ ຜູ້ໃດ” ນາງ ຄຶດ ວ່າ ແມ່ນ ຄົນ ເຝົ້າ ສວນ ຈຶ່ງ ຕອບ ວ່າ, “ນາຍ ເອີຍ, ຖ້າ ແມ່ນ ທ່ານ ໄດ້ ເອົາ ສົບ ເພິ່ນ ໄປ ຂໍ ບອກ ຂ້ານ້ອຍ ວ່າ ທ່ານ ໄດ້ ເອົາ ໄປ ວາງ ໄວ້ ທີ່ ໃດ ແລະ ຂ້ານ້ອຍ ຈະ ໄປ ຍົກ ເອົາ ເສຍ”16ພຣະເຢຊູ ຊົງ ກ່າວ ກັບ ນາງ ວ່າ, “ມາຣິອາ ເອີຍ” ມາຣິອາ ກໍ ຕ່າວ ໜ້າ ມາ ທູນ ພຣະອົງ ເປັນ ພາສາ ເຮັບເຣີ ວ່າ, “ຣັບໂບນີ” (ທີ່ ແປ ວ່າ “ພຣະ ອາຈານເອີຍ).17ພຣະເຢຊູ ຊົງ ກ່າວ ກັບ ມາຣິອາ ວ່າ, “ຢ່າຊູ່ ໜ່ວງ ດຶງ ເຮົາ ເພາະ ເຮົາ ຍັງ ບໍ່ໄດ້ ຂຶ້ນ ໄປ ຫາ ພຣະບິດາ ຂອງ ເຮົາ ແຕ່ ເຈົ້າ ຈົ່ງ ໄປ ຫາ ພີ່ນ້ອງ ຂອງ ເຮົາ ແລະ ບອກ ເຂົາ ວ່າ ‘ເຮົາ ຈະ ຂຶ້ນ ເມືອ ຫາ ພຣະບິດາ ຂອງ ເຮົາ ແລະ ພຣະບິດາ ຂອງ ພວກ ທ່ານ ຈະ ເມືອ ຫາ ພຣະເຈົ້າ ຂອງ ເຮົາ ແລະ ພຣະເຈົ້າ ຂອງ ພວກ ທ່ານ.”18ນາງ ມາຣິອາ ມັກດາລາ ຈຶ່ງ ໄປ ບອກ ຂ່າວ ນີ້ ແກ່ ພວກ ສາວົກ ວ່າ, “ຂ້ານ້ອຍ ໄດ້ ເຫັນ ອົງ ພຣະຜູ້ເປັນເຈົ້າ ແລ້ວ” ແລະ ໄດ້ ບອກ ເຂົາ ວ່າ ພຣະອົງ ໄດ້ ກ່າວ ຄຳ ເຫລົ່ານີ້ ແກ່ ຕົນ.
ພຣະເຢຊູ ຊົງ ປະກົດ ແກ່ ພວກ ສາວົກ
19ຄ່ຳ ວັນ ນັ້ນ ເປັນ ວັນ ຕົ້ນ ສັບປະດາ ເມື່ອ ສາວົກ ອັດ ປະຕູ ທີ່ ເຂົາ ຢູ່ ນັ້ນ ເພາະ ຢ້ານ ພວກຢິວ ພຣະເຢຊູ ໄດ້ ສະເດັດ ເຂົ້າ ມາ ຢູ່ ຖ້າມກາງ ເຂົາ ແລ້ວ ຊົງ ກ່າວ ວ່າ, “ສັນຕິສຸກ ຈົ່ງ ມີ ແກ່ ທ່ານ ທັງຫລາຍ.”20ເມື່ອ ພຣະອົງ ຊົງ ກ່າວ ດັ່ງ ນັ້ນແລ້ວ ພຣະອົງ ກໍ ສະແດງ ພຣະຫັດ ແລະ ຂ້າງ ຂອງ ພຣະອົງ ໃຫ້ ເຂົາ ເບິ່ງ ເມື່ອ ພວກ ສາວົກ ໄດ້ ເຫັນ ອົງ ພຣະຜູ້ເປັນເຈົ້າ ແລ້ວ ກໍເກີດ ຄວາມ ຊົມຊື່ນຍິນດີ.21ພຣະເຢຊູ ຊົງ ກ່າວ ກັບ ເຂົາ ອີກ ວ່າ, “ສັນຕິສຸກ ຈົ່ງ ຢູ່ ກັບ ທ່ານ ທັງຫລາຍ ພຣະບິດາ ໄດ້ ໃຊ້ ເຮົາ ມາ ຢ່າງໃດ ຝ່າຍ ເຮົາ ກໍ ໃຊ້ ທ່ານ ທັງ ໄປ ຢ່າງ ນັ້ນ.”22ເມື່ອ ຊົງ ກ່າວ ຢ່າງ ນັ້ນແລ້ວ ພຣະອົງ ຊົງ ລະບາຍ ລົມ ອອກຈາກ ພຣະໂອດ ໃສ່ ເຂົາ ໂດຍ ບອກວ່າ, “ທ່ານ ທັງຫລາຍ ຈົ່ງ ຮັບ ເອົາ ພຣະວິນຍານບໍລິສຸດ.23ຖ້າ ທ່ານ ທັງຫລາຍ ຈະ ຍົກ ເອົາ ຜິດບາບ ຂອງ ຜູ້ໃດ ຄວາມ ບາບ ຂອງ ຜູ້ນັ້ນ ພຣະເຈົ້າ ໄດ້ ຊົງ ຍົກ ເສຍ ແລ້ວ ແລະ ຖ້າ ທ່ານ ທັງຫລາຍ ກັກ ຄວາມ ຜິດບາບ ໃຫ້ ຢູ່ ກັບ ຜູ້ໃດ ພຣະເຈົ້າ ໄດ້ ຊົງ ກັກ ຄວາມ ຜິດບາບ ໃຫ້ ຢູ່ ກັບ ຜູ້ ນັ້ນແລ້ວ.”
ໂທມາ ບໍ່ ເຊື່ອ
24ຝ່າຍ ໂທມາ ທີ່ ເອີ້ນ ກັນ ວ່າ ແຝດ ຊຶ່ງ ເປັນ ສາວົກ ຜູ້ ໜຶ່ງ ໃນ ສິບ ສອງ ຄົນ ນັ້ນ ບໍ່ໄດ້ ຢູ່ ກັບ ເຂົາ ເມື່ອ ພຣະເຢຊູ ສະເດັດ ມາ ນັ້ນ.25ສາວົກ ອື່ນ ຈຶ່ງ ບອກ ໂທມາ ວ່າ, “ເຮົາ ໄດ້ ເຫັນ ອົງ ພຣະຜູ້ເປັນເຈົ້າ ແລ້ວ” ແຕ່ ໂທມາ ຕອບ ເຂົາ ເຫລົ່ານັ້ນ ວ່າ, “ຖ້າ ຂ້ອຍ ບໍ່ ເຫັນ ຮອຍ ຕະປູ ທີ່ ຝ່າ ພຣະຫັດ, ແລະ ບໍ່ໄດ້ ເອົາ ນິ້ວ ມື ຂອງ ຂ້ອຍ ແປະໃສ່ ຮອຍ ຕະປູ ນັ້ນ, ແລະ ບໍ່ໄດ້ ເອົາ ມື ຂອງ ຂ້ອຍ ແປະໃສ່ ຂ້າງ ເພິ່ນ ແລ້ວ ຂ້ອຍ ຈະ ບໍ່ ເຊື່ອ.”
26ຄັນ ລ່ວງໄປ ໄດ້ ແປດ ວັນ ແລ້ວ ພວກ ສາວົກ ຂອງ ພຣະອົງ ກໍ ຢູ່ ກັນ ທີ່ ເຮືອນ ນັ້ນ ອີກ ແລະ ໂທມາ ກໍ ຢູ່ ກັບ ເຂົາ ສ່ວນ ປະຕູ ກໍ ອັດ ໄວ້ ແຕ່ ພຣະເຢຊູ ກໍໄດ້ ສະເດັດ ເຂົ້າ ມາ ຢືນຢູ່ ຖ້າມກາງ ເຂົາ ແລ້ວ ຊົງ ກ່າວ ວ່າ, “ສັນຕິສຸກ ຈົ່ງ ມີ ຢູ່ ກັບ ທ່ານ ທັງຫລາຍ.”27ແລະ ພຣະອົງ ຊົງ ກ່າວ ກັບ ໂທມາ ວ່າ, “ຈົ່ງ ເດ່ ນິ້ວ ມື ຂອງ ທ່ານ ມາ ລູບ ເບິ່ງ ຝາ ມື ຂອງ ເຮົາ ຈົ່ງ ເດ່ມື ຂອງ ທ່ານ ມາ ໃສ່ ຂ້າງ ຂອງ ເຮົາ ຢ່າ ຂາດ ຄວາມເຊື່ອ ແຕ່ ຈົ່ງ ເຊື່ອ.”28ໂທມາ ທູນ ຕອບ ວ່າ, “ອົງ ພຣະຜູ້ເປັນເຈົ້າ ຂອງ ຂ້າ ພຣະອົງ ແລະ ພຣະເຈົ້າ ຂອງ ຂ້າພະອົງ.”29ພຣະເຢຊູ ຊົງ ກ່າວ ກັບ ໂທມາ ວ່າ, “ເພາະ ໄດ້ ເຫັນ ເຮົາ ທ່ານ ຈຶ່ງ ເຊື່ອ ຫລື ຜູ້ ທີ່ ບໍ່ ເຫັນ ເຮົາ ແຕ່ ໄດ້ ເຊື່ອ ກໍ ເປັນ ສຸກ.”
ຈຸດປະສົງ ຂອງ ໜັງສື ນີ້
30ອັນ ໜຶ່ງ ພຣະເຢຊູ ໄດ້ ຊົງ ເຮັດ ໝາຍ ສຳຄັນ ອື່ນໆ ອີກ ຫລາຍ ປະການ ຕໍ່ໜ້າ ພວກ ສາວົກ ເຫລົ່ານັ້ນ ຊຶ່ງ ບໍ່ໄດ້ ຈົດ ໄວ້ ໃນ ໜັງສື ເຫລັ້ມນີ້.31ແຕ່ ທີ່ ໄດ້ ຈົດ ເຫດການ ເຫລົ່ານີ້ ໄວ້ ກໍ ເພື່ອ ທ່ານ ທັງຫລາຍ ຈະ ໄດ້ ເຊື່ອ ວ່າ ພຣະເຢຊູ ຊົງ ເປັນ ພຣະຄຣິດ ພຣະບຸດ ຂອງ ພຣະເຈົ້າ ແລະ ເມື່ອ ມີ ຄວາມເຊື່ອ ແລ້ວ ທ່ານ ກໍ ມີຊີວິດ ໂດຍ ພຣະນາມ ຂອງ ພຣະອົງ.
ໂຢຮັນ20;1-31
1ຕໍ່ມາ, ພຣະເຢຊູ ໄດ້ ຊົງ ສະແດງ ພຣະອົງ ແກ່ ພວກ ສາວົກ ອີກ ທີ່ ທະເລ ຕີເບເຣຍ ພຣະອົງ ຊົງ ສະແດງ ພຣະອົງ ຢ່າງ ນີ້ ຄື.2ພວກ ທີ່ຢູ່ ພ້ອມ ກັນ ມີ ຊີໂມນ ເປໂຕ, ໂທມາ ທີ່ ເອີ້ນວ່າ ແຝດ, ນະທານາເອັນ ໄທບ້ານ ການາ ແຂວງ ຄາລີເລ, ລູກຊາຍ ທັງ ສອງ ຂອງ ເຊເບດາຍ ແລະ ສາວົກ ຂອງ ພຣະອົງ ອີກ ສອງ ຄົນ.3ຊີໂມນ ເປໂຕ ບອກ ເຂົາ ວ່າ, “ຂ້ອຍ ຈະ ໄປ ຫາປາ” ຝ່າຍ ເຂົາ ຈຶ່ງ ຕອບ ວ່າ, “ພວກເຮົາ ຈະ ໄປ ນຳ ເຈົ້າ ດ້ວຍ” ແລ້ວ ເຂົາ ກໍ ອອກ ໄປ ລົງ ເຮືອ ແຕ່ ໃນ ຄືນ ນັ້ນ ເຂົາ ບໍ່ໄດ້ ປາ ຈັກ ໂຕ.
4ເມື່ອ ກຳລັງ ຮຸ່ງ ເຊົ້າ ພຣະເຢຊູ ປະທັບ ຢືນຢູ່ ທີ່ ຝັ່ງ ແຕ່ ພວກ ສາວົກ ບໍ່ ຮູ້ວ່າ ແມ່ນ ພຣະເຢຊູ.5ພຣະອົງ ຊົງ ຖາມ ເຂົາ ວ່າ, “ລູກ ເອີຍ, ພວກ ເຈົ້າ ມີ ຂອງ ກິນ ບໍ່” ເຂົາ ທູນ ຕອບ ວ່າ, “ບໍ່ ມີ”6ພຣະອົງ ຊົງ ກ່າວ ກັບ ເຂົາ ວ່າ “ຈົ່ງ ຖິ້ມ ມອງ ລົງ ເບື້ອງ ຂວາ ເຮືອ ແລ້ວ ຈະ ໄດ້ ປາ” ເຂົາ ຈຶ່ງ ຖິ້ມ ມອງ ລົງ ແລະ ຖືກ ປາ ຫລາຍ ຈົນ ດຶງ ຂຶ້ນ ບໍ່ໄດ້ ເພາະ ເຫລືອ ແຮງ.
7ສາວົກ ທີ່ ພຣະເຢຊູ ຊົງ ຮັກ ໄດ້ ບອກ ເປໂຕ ວ່າ, “ແມ່ນ ອົງ ພຣະຜູ້ເປັນເຈົ້າ ແຫລະ” ເມື່ອ ຊີໂມນ ເປໂຕ ໄດ້ຍິນ ວ່າ ເປັນ ອົງ ພຣະຜູ້ເປັນເຈົ້າ ທ່ານ ໄດ້ ຈັບ ເອົາ ເສື້ອ ມາ ນຸ່ງ ເພາະ ເປືອຍ ໂຕ ຢູ່ ແລ້ວ ກໍ ໂຕນ ລົງ ນ້ຳ.8ແຕ່ ພວກ ສາວົກ ອື່ນໆ ນັ້ນ ໄດ້ ເອົາ ເຮືອ ນ້ອຍ ລາກ ມອງ ທີ່ ຖືກ ປາ ມາ ເພາະ ເຂົາ ບໍ່ຢູ່ ໄກ ຈາກ ຝັ່ງ ໄກ ປະມານ ສອງ ຮ້ອຍ ສອກ ເທົ່າ ນັ້ນ.
9ເມື່ອ ເຂົາ ຂຶ້ນ ຝັ່ງ ແລ້ວ ກໍ ເຫັນ ຖ່ານ ຕິດ ໄຟ ຢູ່ ພ້ອມ ທັງ ມີ ປາ ແລະ ເຂົ້າຈີ່ ຂາງ ຢູ່.10ພຣະເຢຊູ ຊົງ ບອກ ເຂົາ ວ່າ, “ປາ ທີ່ ພວກ ເຈົ້າ ຫາ ໄດ້ ມື້ ກີ້ ນີ້ ຈົ່ງ ເອົາ ມາ ບາງ ໂຕ.”11ຊີໂມນ ເປໂຕ ຈຶ່ງ ເຂົ້າ ໃນ ເຮືອ ດຶງ ມອງ ຂຶ້ນ ຝັ່ງ ແລະ ມີ ປາ ໃຫຍ່ ເຕັມ ຢູ່ ຈຳນວນ 153 ໂຕ ເຖິງວ່າ ມີ ປາ ຫລາຍ ປານ ນັ້ນ ມອງ ກໍ ບໍ່ ຂາດ.12ພຣະເຢຊູ ຊົງ ບອກ ເຂົາ ວ່າ, “ພາກັນ ມາ ປັ້ນ ເຂົ້າ ເທາະ” ໃນ ພວກ ສາວົກ ບໍ່ ມີ ໃຜ ກ້າ ຖາມ ພຣະອົງ ວ່າ, “ທ່ານ ຄື ໃຜ” ເພາະ ເຂົາ ຮູ້ ຢູ່ ວ່າ ຜູ້ ນີ້ແຫລະ, ເປັນ ອົງ ພຣະຜູ້ເປັນເຈົ້າ.13ພຣະເຢຊູ ຊົງ ເຂົ້າ ມາ ຈັບ ເອົາ ເຂົ້າຈີ່ ແຈກ ໃຫ້ ເຂົາ ແລະ ເອົາ ປາ ແຈກ ໃຫ້ ເໝືອນ ກັນ.14ນີ້ ເປັນ ເທື່ອ ທີ ສາມ ທີ່ ພຣະເຢຊູ ຊົງ ສະແດງ ພຣະອົງ ແກ່ ພວກ ສາວົກ ຫລັງ ຈາກ ທີ່ ພຣະອົງ ຖືກ ຊົງ ບັນດານ ໃຫ້ເປັນ ຄືນ ມາ ຈາກ ຕາຍ ແລ້ວ.
“ຈົ່ງ ລ້ຽງ ແກະ ຂອງ ເຮົາ”
15ເມື່ອ ເຂົາ ປັ້ນ ເຂົ້າ ແລ້ວ ພຣະເຢຊູ ຊົງ ກ່າວ ກັບ ຊີໂມນ ເປໂຕ ວ່າ, “ຊີໂມນ ລູກ ໂຢຮັນ ເອີຍ, ເຈົ້າ ຮັກ ເຮົາ ຫລາຍກວ່າ ເຫລົ່ານີ້ ຫລື” ເປໂຕ ທູນ ວ່າ “ໂດຍ ພຣະອົງເຈົ້າ ເອີຍ, ພຣະອົງ ຊົງ ຊາບ ວ່າ ຂ້າ ພຣະອົງ ຮັກແພງ ພຣະອົງ” ພຣະອົງ ຊົງ ສັ່ງ ເປໂຕ ວ່າ, “ຈົ່ງ ລ້ຽງ ແກະ ໜຸ່ມ ຂອງ ເຮົາ ເນີ.”16ພຣະອົງ ຊົງ ກ່າວ ກັບ ເປໂຕ ເປັນ ເທື່ອ ທີ ສອງ ວ່າ, “ຊີໂມນ ລູກ ໂຢຮັນ ເອີຍ, ເຈົ້າ ຮັກ ເຮົາ ຫລື” ເປໂຕ ທູນ ຕອບ ວ່າ, “ໂດຍ ພຣະອົງເຈົ້າ ເອີຍ, ພຣະອົງ ຊົງ ຊາບ ວ່າ ຂ້າ ພຣະອົງ ຮັກແພງ ພຣະອົງ” ພຣະອົງ ຊົງ ສັ່ງ ທ່ານ ວ່າ, “ຈົ່ງ ລ້ຽງ ຮັກສາ ແກະ ຂອງ ເຮົາ ເນີ.”17ພຣະອົງ ຊົງ ກ່າວ ກັບ ເປໂຕ ເປັນ ເທື່ອ ທີ ສາມ ວ່າ, “ຊີໂມນ ລູກ ໂຢຮັນ ເອີຍ, ເຈົ້າ ຮັກແພງ ເຮົາ ຫລື” ເປໂຕ ກໍ ເປັນ ທຸກ ໃຈ ທີ່ ພຣະອົງ ຊົງ ຖາມ ທ່ານ ເທື່ອ ທີ ສາມ ວ່າ, “ເຈົ້າ ຮັກແພງ ເຮົາ ຫລື” ເປໂຕ ຈິ່ງ ທູນ ຕອບ ວ່າ, “ພຣະອົງເຈົ້າ ເອີຍ, ພຣະອົງ ຊົງ ຊາບ ທຸກ ສິ່ງ ພຣະອົງ ຊົງ ຊາບ ວ່າ ຂ້າ ພຣະອົງ ຮັກແພງ ພຣະອົງ” ພຣະເຢຊູ ຊົງ ສັ່ງ ທ່ານ ວ່າ, “ຈົ່ງ ລ້ຽງ ແກະ ຂອງ ເຮົາ ເນີ.18ເຮົາ ບອກ ແກ່ ເຈົ້າ ຕາມ ຄວາມຈິງ ວ່າ ເມື່ອ ເຈົ້າ ຍັງ ໜຸ່ມ ເຈົ້າ ເຄີຍ ຄາດແອວ ຂອງ ເຈົ້າ ເອງ ແລະ ທຽວ ໄປ ມາ ໃສ ໄດ້ ຕາມໃຈ ເຈົ້າ ມັກ ແຕ່ ເມື່ອ ເຈົ້າ ເຖົ້າ ແລ້ວ, ເຈົ້າ ຈະ ຢຽດ ມື ຂອງ ເຈົ້າ ອອກ ແລະ ຄົນ ອື່ນ ຈະ ຄາດແອວ ໃຫ້ ແລະ ພາ ໄປ ບ່ອນ ເຈົ້າ ບໍ່ຢາກ ໄປ.”19(ທີ່ ພຣະອົງ ຊົງ ກ່າວ ດັ່ງນີ້ ກໍ ໝາຍຄວາມວ່າ ເປໂຕ ຈະ ຖວາຍ ກຽດຕິຍົດ ແດ່ ພຣະເຈົ້າ ດ້ວຍ ການຕາຍ ຢ່າງໃດ) ຄັນ ພຣະອົງ ຊົງ ກ່າວ ດັ່ງນີ້ ແລ້ວ ຈຶ່ງ ຊົງ ສັ່ງ ເປໂຕ ວ່າ, “ເຈົ້າ ຈົ່ງ ຕາມ ເຮົາ ມາ.”
ສາວົກ ທີ່ ພຣະອົງ ຊົງ ຮັກ
20ເປໂຕ ຫລຽວ ຫລັງ ເຫັນ ສາວົກ ຜູ້ ທີ່ ພຣະເຢຊູ ຊົງ ຮັກ ກຳລັງ ຕາມ ມາ ຄື ຜູ້ ທີ່ ເນີ້ງ ກາຍ ລົງ ອີງ ພຣະຊວງ ຂອງ ພຣະອົງ ເມື່ອ ຮັບ ປະທານ ອາຫານ ແລງ ນັ້ນ ແລະ ທູນ ຖາມວ່າ, “ນາຍ ເຈົ້າ ເອີຍ, ຜູ້ ທີ່ ຈະ ມອບ ທ່ານ ໄວ້ ຄື ຜູ້ໃດ.”21ເມື່ອ ເປໂຕ ເຫັນ ສາວົກ ຜູ້ ນັ້ນແລ້ວ ຈຶ່ງ ທູນ ຖາມ ພຣະເຢຊູ ວ່າ, “ພຣະອົງເຈົ້າ ເອີຍ, ຜູ້ ນີ້ ເດ, ຈະ ເປັນ ຢ່າງໃດ.”22ພຣະເຢຊູ ຊົງ ຕອບ ວ່າ, “ຖ້າ ເຮົາ ມີໃຈ ຢາກ ໃຫ້ ຜູ້ ນີ້ ຍືນ ຢູ່ ຈົນ ເຖິງ ເຮົາ ມາ ນັ້ນ ຈະ ເປັນ ທຸລະ ອັນໃດ ກັບ ເຈົ້າ ໜໍ ສ່ວນ ເຈົ້າ ຈົ່ງ ຕາມ ເຮົາ ມາ.”23ເຫດສັນນັ້ນ ຄຳ ທີ່ ວ່າ ສາວົກ ຜູ້ນັ້ນ ຈະ ບໍ່ ຕາຍ ຈຶ່ງ ຊ່າລື ໄປ ໃນ ຖ້າມກາງ ຂອງ ພວກ ພີ່ນ້ອງ ແຕ່ ພຣະເຢຊູ ບໍ່ໄດ້ ຊົງ ກ່າວ ວ່າ ສາວົກ ຜູ້ນັ້ນ ຈະ ບໍ່ ຕາຍ ແຕ່ ຊົງ ກ່າວ ວ່າ, “ຖ້າ ເຮົາ ມີໃຈ ຢາກ ໃຫ້ ຜູ້ ນີ້ ຍືນ ຢູ່ ຈົນ ເຖິງ ເຮົາ ມາ ນັ້ນ ຈະ ເປັນ ທຸລະ ອັນໃດ ກັບ ເຈົ້າ ໜໍ.”
24ແມ່ນ ສາວົກ ຜູ້ ນີ້ແຫລະ, ທີ່ ເປັນ ພະຍານ ເຖິງ ເຫດການ ເຫລົ່ານີ້ ແລະ ເປັນ ຜູ້ ທີ່ ບັນທຶກ ສິ່ງ ເຫລົ່ານີ້ ໄວ້ ແລະ ພວກເຮົາ ຮູ້ວ່າ ຄຳ ພະຍານ ຂອງ ຜູ້ ນີ້ ເປັນຄວາມ ຈິງ.25ຍັງ ມີ ອີກ ຫລາຍ ສິ່ງ ທີ່ ພຣະເຢຊູ ຊົງກະທຳ ຖ້າ ຈະ ຂຽນໄວ້ ຕາມ ລຳດັບ ທຸກ ປະການ ຂ້າພະເຈົ້າ ຄາດ ວ່າ ໝົດ ທັງ ໂລກ ກໍ ບໍ່ ມີ ບ່ອນ ພໍ ໄວ້ ໜັງສື ທີ່ ຈະ ຂຽນ ນັ້ນ.
ໂຢຮັນ21;1-25
1ທ່ານ ເທໂອຟີໂລ ເອີຍ, ໃນ ໜັງສື ເຫລັ້ມ ຕົ້ນ ຂ້າພະເຈົ້າ ໄດ້ ກ່າວ ກ່ຽວກັບ ສິ່ງ ທັງປວງ ທີ່ ພຣະເຢຊູ ໄດ້ ຊົງ ຕັ້ງຕົ້ນ ກະທຳ ແລະ ສັ່ງສອນ.2ຈົນ ເຖິງ ວັນທີ່ ພຣະເຈົ້າ ຊົງ ຮັບ ພຣະອົງ ຂຶ້ນ ເມື່ອ ຄື ພາຍຫລັງ ທີ່ ພຣະອົງ ຊົງ ສັ່ງ ໂດຍ ເດດ ພຣະວິນຍານບໍລິສຸດ ແກ່ ພວກ ອັກຄະສາວົກ ທີ່ ຊົງເລືອກ ໄວ້ ນັ້ນ.3ຄັນ ພຣະອົງ ຊົງ ທົນ ທຸກທໍລະມານ ແລ້ວ ໄດ້ ຊົງ ສະແດງ ພຣະອົງ ແກ່ ຄົນ ພວກ ນັ້ນ ດ້ວຍ ຫລັກ ຖານ ຫລາຍ ຢ່າງ ພິສູດ ວ່າ ພຣະອົງ ຊົງ ພຣະຊົນ ຢູ່ ແລະ ໄດ້ ຊົງ ປະກົດ ແກ່ ເຂົາ ລະຫວ່າງ ສີ່ ສິບ ວັນ ແລະ ໄດ້ ຊົງ ສົນທະນາ ກັບ ເຂົາ ເຖິງ ເລື່ອງ ລາຊະອານາຈັກ ຂອງ ພຣະເຈົ້າ.4ໃນ ເວລາ ທີ່ ພຣະອົງ ຊົງ ຮ່ວມ ປະຊຸມ ຢູ່ ກັບ ເຂົາ ຈິ່ງ ຊົງ ສັ່ງ ເຂົາ ບໍ່ໃຫ້ ອອກ ໄປ ຈາກ ກຸງ ເຢຣູຊາເລັມ ແຕ່ ໃຫ້ ຄອຍ ຮັບ ຕາມ ພຣະສັນຍາ ຂອງ ພຣະບິດາ ຄື ພຣະອົງ ໄດ້ ຊົງ ບອກວ່າ, “ຕາມ ທີ່ ທ່ານ ທັງຫລາຍ ໄດ້ຍິນ ຈາກ ເຮົາ ນັ້ນ ແຫລະ.5ເພາະວ່າ ໂຢຮັນ ໃຫ້ ບັບຕິສະມາ ດ້ວຍ ນ້ຳ ກໍ ແມ່ນ ແຕ່ ຕໍ່ໄປ ອີກ ບໍ່ ເຫິງ ທ່ານ ທັງຫລາຍ ຈະ ໄດ້ ຮັບ ບັບຕິສະມາ ດ້ວຍ ພຣະວິນຍານບໍລິສຸດ.
ການ ສະເດັດ ສູ່ ສະຫວັນ
6ເມື່ອ ເຂົາ ໄດ້ ປະຊຸມ ພ້ອມ ກັນ ເຂົາ ຈິ່ງ ທູນ ຖາມ ພຣະອົງ ວ່າ, “ຂ້າ ແຕ່ ອົງ ພຣະຜູ້ເປັນເຈົ້າ, ພຣະອົງ ຈະ ຊົງ ຕັ້ງ ລາຊະອານາຈັກ ຄືນໃໝ່ ໃຫ້ ແກ່ ພວກ ອິສຣາເອນ ໃນ ບັດນີ້ ຫລື.”7ພຣະອົງ ຊົງ ຕອບ ເຂົາ ວ່າ, “ບໍ່ແມ່ນ ໜ້າທີ່ ຂອງ ພວກ ທ່ານ ທີ່ ຈະ ຮູ້ ເວລາ ຫລື ຍາມ ກຳນົດ ຊຶ່ງ ພຣະບິດາ ໄດ້ ຊົງ ຕັ້ງ ໄວ້ ດ້ວຍ ສິດ ຂອງ ພຣະອົງ ເອງ.8ແຕ່ ທ່ານ ທັງຫລາຍ ຈະ ໄດ້ ຮັບ ພຣະລາຊະທານ ລິດເດດ ເມື່ອ ພຣະວິນຍານບໍລິສຸດ ຈະ ສະເດັດ ມາ ເຖິງ ພວກ ທ່ານ ແລະ ພວກ ທ່ານ ຈະ ເປັນ ພະຍານ ຝ່າຍ ເຮົາ ໃນ ກຸງ ເຢຣູຊາເລັມ, ຕະຫລອດ ທົ່ວ ແຂວງ ຢູດາຍ, ກັບ ແຂວງ ຊາມາເຣຍ, ແລະ ຈົນ ເຖິງ ທີ່ສຸດ ປາຍແຜ່ນດິນໂລກ.”9ເມື່ອ ພຣະອົງ ຊົງ ກ່າວ ດັ່ງ ນັ້ນແລ້ວ ພຣະເຈົ້າ ຊົງ ຮັບ ພຣະອົງ ຂຶ້ນ ເມື່ອ ຂະນະ ທີ່ ເຂົາ ກຳລັງ ເບິ່ງ ຢູ່ ແລະ ມີ ເມກ ມາ ຮັບ ພຣະອົງ ໃຫ້ ພົ້ນ ຈາກ ສາຍຕາ ຂອງ ເຂົາ.10ເມື່ອ ເຂົາ ກຳລັງ ແນມເບິ່ງ ຟ້າ ຂະນະ ທີ່ ພຣະອົງ ສະເດັດ ຂຶ້ນ ເມື່ອນັ້ນ ເບິ່ງ ແມ, ມີ ສອງ ຄົນ ນຸ່ງ ເຄື່ອງ ຂາວ ມາ ປະກົດ ຢືນຢູ່ ໃກ້ ເຂົາ.11ສອງ ຄົນ ນັ້ນ ຈຶ່ງ ກ່າວ ວ່າ, “ຊາວ ຄາລີເລ ເອີຍ, ເປັນ ຫຍັງ ພວກ ທ່ານ ຈຶ່ງ ຢືນ ເບິ່ງ ທ້ອງຟ້າ ພຣະເຢຊູ ອົງ ນີ້ ຊຶ່ງ ຊົງ ຮັບ ໄປ ຈາກ ພວກ ທ່ານ ຂຶ້ນ ເມືອ ສະຫວັນ ແລ້ວ ຈະ ສະເດັດ ມາ ອີກ ເໝືອນ ຢ່າງ ທີ່ ພວກ ທ່ານ ໄດ້ ເຫັນ ພຣະອົງ ຂຶ້ນ ເມືອ ຍັງ ສະຫວັນ ນັ້ນ.”
ກິດຈະການ1;1-11