Lao

ລູກ​ຊາຍ​ທີ່​ເສຍ​ໄປ—ລູກາ 15:11-32

11ພຣະ­ອົງ ຊົງ ກ່າວ ວ່າ, “ຜູ້ ໜຶ່ງ ມີ ລູກ­ຊາຍ ສອງ ຄົນ.12ຜູ້ ນ້ອງ ເວົ້າ ກັບ ພໍ່ ວ່າ ‘ພໍ່­ເອີຍ, ສ່ວນ ຊັບ ທີ່ ຕົກ ເປັນ ຂອງ ຂ້ອຍ ນັ້ນ ຂໍ ພໍ່ ແບ່ງ ໃຫ້ ຂ້າ­ນ້ອຍ ເສຍ ເທາະ’ ແລ້ວ ພໍ່ ຈິ່ງ ໄດ້ ແບ່ງ ຊັບ ໃຫ້ ລູກ ທັງ ສອງ ຄົນ.13ຕໍ່­ມາ ບໍ່ ຫລາຍ ວັນ ຜູ້ ນ້ອງ ກໍ­ໄດ້ ຮວບ­ຮວມ ເອົາ ຊັບ ທັງ ໝົດ ແລ້ວ ອອກ ໜີ ໄປ ທຽວ ເມືອງ ໄກ ແລະ ໄດ້ ຜານ ຊັບ ຂອງ­ຕົນ ໃນ ທີ່ ນັ້ນ ດ້ວຍ ການ ໂອ້ ໂຖງ.14ເມື່ອ ໄດ້ ໃຊ້ ຈ່າຍ ຊັບ ເຫລົ່າ­ນັ້ນ ໝົດ ແລ້ວ ກໍ ເລີຍ ເກີດ ການ ອຶດ­ຢາກ ອັນ ໃຫຍ່ ໃນ ເມືອງ ນັ້ນ ແລ້ວ ລາວ ກໍ ຕົກ ຢູ່­ໃນ ຄວາມ ຂັດ ສົນ.15ລາວ ຈິ່ງ ໄປ ຂໍ ອາ ໃສ ຢູ່ ກັບ ຄົນ ຜູ້ ໜຶ່ງ ໃນ ເມືອງ ນັ້ນ ແລ້ວ ຜູ້­ນັ້ນ ໄດ້ ໃຊ້ ລາວ ໄປ ລ້ຽງ ໝູ ທີ່ ທົ່ງ­ນາ.16ລາວ ຄຶດ­ຢາກ ກິນ ໃຫ້ ອີ່ມ ທ້ອງ ດ້ວຍ ຝັກ ຖົ່ວ ທີ່ ໝູ ກິນ ແຕ່ ບໍ່ ມີ ໃຜ ເອົາ ໃຫ້ ລາວ ກິນ.17ເມື່ອ ລາວ ຮູ້­ເມື່ອ ຄີງ ແລ້ວ ຈິ່ງ ເວົ້າ ວ່າ ‘ລູກ­ຈ້າງ ຂອງ ພໍ່ ເຮົາ ມີ ຫລາຍ ຄົນ ເຂົາ ຍັງ ມີ ອາ­ຫານ ກິນ ອີ່ມ ຈົນ ເຫລືອ ສ່ວນ ເຮົາ ຈະ ມາ ຕາຍ ອຶດ­ຢາກ ຢູ່ ທີ່ ນີ້.18ຈຳ­ເປັນ ເຮົາ ຈະ ຕ້ອງ ລຸກ ກັບ ຄືນ ໄປ ຫາ ພໍ່ ຂອງ ເຮົາ ແລ້ວ ຈະ ເວົ້າ ນຳ ເພິ່ນ ວ່າ, “ພໍ່­ເອີຍ, ລູກ ໄດ້ ເຮັດ ຜິດ ຕໍ່ ສະ­ຫວັນ ແລະ ຕໍ່ ພໍ່ ແລ້ວ.19ແລະ ບໍ່ ສົມ­ຄວນ ຈະ ໄດ້ ເອີ້ນ ຊື່­ວ່າ ເປັນ ລູກ ຂອງ ພໍ່ ອີກ ຕໍ່­ໄປ ແຕ່ ຂໍ ໃຫ້ ລູກ ເປັນ ເໝືອນ ລູກ­ຈ້າງ ຂອງ ພໍ່ ຄົນ ໜຶ່ງ ທ້ອນ!”.’20ແລ້ວ ລາວ ກໍ ລຸກ­ຂຶ້ນ ຄືນ ເມືອ ຫາ ພໍ່ ຂອງ­ຕົນ ແຕ່ ເມື່ອ ລາວ ຍັງ ຢູ່ ໄກ ພໍ່ ໄດ້ ແລ ເຫັນ ລາວ ກໍ ມີ ຄວາມ ເມດ­ຕາ ຈິ່ງ ແລ່ນ ອອກ ໄປ ກອດ ຄໍ ຈູບ ລາວ ດ້ວຍ ຄວາມ ຮັກ­ແພງ.21ຝ່າຍ ລູກ ນັ້ນ ໄດ້ ເອີ່ຍ ຂຶ້ນ ຕໍ່ ພໍ່ ວ່າ ‘ພໍ່­ເອີຍ, ລູກ ໄດ້ ເຮັດ ຜິດ ຕໍ່ ສະ­ຫວັນ ແລະ ຕໍ່ ພໍ່ ແລ້ວ ບໍ່ ສົມ­ຄວນ ຈະ ໄດ້ ເອີ້ນ ຊື່­ວ່າ ເປັນ ລູກ ຂອງ ພໍ່ ຕໍ່­ໄປ’.22ແຕ່ ພໍ່ ໄດ້ ເອີ້ນ ບອກ ພວກ­ຂ້ອຍ ໃຊ້ ຂອງ­ຕົນ ວ່າ ‘ຈົ່ງ ຮີບ ເອົາ ເຄື່ອງ­ນຸ່ງ ຢ່າງ ດີ ທີ່­ສຸດ ມາ ນຸ່ງ ໃຫ້ ລູກ ຂອງ ເຮົາ ແລະ ເອົາ ແຫວນ ມາ ສວມ ໃສ່ ມື ກັບ ເອົາ ເກີບ ມາ ສຸບ­ໃສ່ ຕີນ.23ແລ້ວ ຈົ່ງ ເອົາ ງົວ ໜຸ່ມ ໂຕ ອ້ວນ ພີ ມາ ຂ້າ ລ້ຽງ ກັນ ເພື່ອ ຊົມ­ຊື່ນ­ຍິນ­ດີ.24ເພາະ ລູກ ຂອງ ເຮົາ ຄົນ ນີ້ ຕາຍ ແລ້ວ ກໍ­ໄດ້ ຄືນ ມາ ເສຍ ໄປ ແລ້ວ ກໍ­ໄດ້ ພົບ ກັນ ອີກ’, ແລະ ເຂົາ ທັງ­ຫລາຍ ກໍ ຕັ້ງ­ຕົ້ນ ມີ ຄວາມ ຊົມ­ຊື່ນ­ຍິນ­ດີ.

25“ຝ່າຍ ລູກ ຜູ້ ກົກ ຍັງ ຢູ່ ທີ່ ທົ່ງ­ນາ ເມື່ອ ກຳ­ລັງ ກັບ ມາ ໃກ້ ຈະ ເຖິງ ເຮືອນ ແລ້ວ ລາວ ກໍ ໄດ້­ຍິນ ສຽງ ເສບ ແລະ ການ ເຕັ້ນ­ລຳ.26ລາວ ຈິ່ງ ເອີ້ນ ເອົາ ຄົນ­ໃຊ້ ຜູ້ ໜຶ່ງ ອອກ ມາ ຖາມ­ວ່າ, ‘ນັ້ນ ແມ່ນ ການ ຫຍັງ?’.27ຄົນ­ໃຊ້ ຈິ່ງ ບອກ ເພິ່ນ ວ່າ ‘ນ້ອງ ຂອງ ທ່ານ ໄດ້ ກັບ ມາ ແລ້ວ ແລະ ພໍ່ ຂອງ ທ່ານ ໄດ້ ຈັດ ຂ້າ ງົວ ໜຸ່ມ ຕົວ ອ້ວນ ພີ ຕ້ອນ­ຮັບ ລູກ ທີ່ ກັບ ມາ ດ້ວຍ ຄວາມ ສະ­ຫວັດ­ດີ­ພາບ’.28“ຝ່າຍ ຜູ້ ອ້າຍ ກໍ ຄຽດ ເລີຍ ບໍ່­ຍອມ ເຂົ້າ ມາ ເຮືອນ ທາງ ພໍ່ ກໍ­ໄດ້ ອອກ ໄປ ອອຍ ໃຈ ຊວນ ເຂົ້າ ມາ.29ແຕ່ ລາວ ໄດ້ ຕອບ ພໍ່ ວ່າ ‘ເບິ່ງ ເທາະ ພໍ່, ລູກ ໄດ້ ປະ­ຕິ­ບັດ ພໍ່ ເໝືອນ ເປັນ ຂ້ອຍ ໃຊ້ ໄດ້ ຈັກ­ປີ ມາ ແລ້ວ ໂດຍ ບໍ່­ໄດ້ ລະ­ເມີດ ຕໍ່ ຄຳ ສັ່ງ­ສອນ ຂອງ ພໍ່ ຈັກ­ເທື່ອ ແຕ່ ພໍ່ ຍັງ ບໍ່­ໃຫ້ ລູກ ແກະ ແມ່ນ­ແຕ່ ໂຕດ­ຽວ ເພື່ອ­ຈະ ຈັດ­ການ ລ້ຽງ ໃຫ້ ມິດ­ສະ­ຫາຍ ຂອງ ລູກ ມາ ຮ່ວມ ຊົມ­ຊື່ນ­ຍິນ­ດີ ນຳ.30ແຕ່ ເມື່ອ ລູກ ຂອງ ພໍ່ ຜູ້ ນີ້ ທີ່ ເປັນ ຜູ້ ຜານ ສົມ­ບັດ ສິ່ງ ຂອງ ຂອງ ພໍ່ ດ້ວຍ ການ ຄົບ ກັບ ພວກ ຍິງ ແມ່­ຈ້າງ ນັ້ນ ໄດ້ ມາ ແລ້ວ ພໍ່ ກໍ ຍັງ ໄດ້ ຂ້າ ງົວ ໜຸ່ມ ໂຕ ອ້ວນ ພີ ຈັດ­ການ ລ້ຽງ ມັນ’.31ແຕ່ ພໍ່ ໄດ້ ຕອບ ລູກ ນັ້ນ ວ່າ ‘ລູກ ເອີຍ, ຝ່າຍ ເຈົ້າ ໄດ້ ຢູ່ ນຳ ພໍ່ ເລື້ອຍ ສິ່ງ ຂອງ ທັງ ໝົດ ຂອງ ພໍ່ ກໍ ເປັນ ຂອງ ເຈົ້າ.32ແຕ່ ສົມ­ຄວນ ທີ່ ພໍ່ ຕ້ອງ ມີ ຄວາມ ຊົມ­ຊື່ນ­ຍິນ­ດີ ເພາະ ນ້ອງ ຂອງ ເຈົ້າ ຄົນ ນີ້ ຕາຍ ແລ້ວ ແຕ່ ມັນ ໄດ້ ກັບ ຄືນ ມາ ອີກ ມັນ ເສຍ ແລ້ວ ແຕ່ ຍັງ ໄດ້ ພົບ ອີກ’.”

ລູກາ15:11-32