Lao

ປື້ມບັນທຶກຂອງ ນາງຣຸດປື້ມບັນທຶກຂອງ

ເອ­ລີ­ເມ­ເລັກ ກັບ ຄອບ­ຄົວ ໄປ ອາ­ໄສ ຢູ່­ໃນ ປະ­ເທດ ໂມ­ອາບ

1ໃນ ຄາວ ທີ່ ພວກ­ຜູ້­ປົກ­ຄອງ ຄອບ­ຄອງ ອິ­ສຣາ­ເອນ ຢູ່ ນັ້ນ ໄດ້ ມີ ການ ອຶດ­ຢາກ ເກີດ ຂຶ້ນ ໃນ ປະ­ເທດ.2ຈົນ ເປັນ ເຫດ ໃຫ້ ຊາຍ ຄົນ ໜຶ່ງ ຊື່­ວ່າ ເອ­ລີ­ເມ­ເລັກ ພ້ອມ­ກັບ ນາງ ນາ­ໂອ­ມີ ຜູ້ ເປັນ ເມຍ ແລະ ລູກ­ຊາຍ ສອງ ຄົນ ຄື ມາ­ໂລນ ແລະ ກີ­ລີ­ໂອນ ໜີ ຈາກ ເມືອງ ເບັດ­ເລ­ເຮັມ ໃນ ຢູ­ດາ ໄປ ອາ­ໄສ ຢູ່­ໃນ ປະ­ເທດ ໂມ­ອາບ ພວກ ເຂົາ ເປັນ ຄົນ ເອ­ຟຣາ­ທາ.3ຢູ່ ຕໍ່­ມາ ເອ­ລີ­ເມ­ເລັກ ກໍ ຕາຍ ໄປ ນາງ ນາ­ໂອ­ມີ ຜູ້ ເປັນ ເມຍ ຈຶ່ງ ໃຊ້ ຊີ­ວິດ ຢູ່ ກັບ ລູກ­ຊາຍ ທັງ ສອງ.4ຕໍ່­ມາ ອີກ ບໍ່­ດົນ ລູກ­ຊາຍ ທັງ ສອງ ກໍ­ໄດ້ ແຕ່ງ­ງານ ກັບ ຍິງ­ສາວ ຊາວ ໂມ­ອາບ ຄື ນາງ ໂອ­ປາ ແລະ ນາງ­ຣຸດ ພວກ ເຂົາ ໄດ້ ພາ­ກັນ ຕັ້ງ ຖິ່ນ­ຖານ ຢູ່ ທີ່ ນັ້ນ ປະ­ມານ ສິບ ປີ.5ແລ້ວ ມາ­ໂລນ ກັບ ກີ­ລີ­ໂອນ ກໍ­ໄດ້ ຕາຍ ໄປ ອີກ ນາງ ນາ­ໂອ­ມີ ຈຶ່ງ ໃຊ້ ຊີ­ວິດ ຢູ່ ກັບ ລູກ­ໃພ້ ທັງ ສອງ.

ນາ­ໂອ­ມີ ແລະ ນາງ­ຣຸດ ກັບ ຄືນ ເມືອ ເມືອງ ເບັດ­ເລ­ເຮັມ

6–7ຄັນ ຕໍ່­ມາ ນາງ ນາ­ໂອ­ມີ ກໍ ໄດ້­ຍິນ ຂ່າວ ວ່າ ພຣະ­ຜູ້­ເປັນ­ເຈົ້າ ໄດ້ ຊົງ ໂຜດ­ປະ­ທານ ເຂົ້າ ປາ ອາ­ຫານ ແກ່ ຊາວ­ເມືອງ ເບັດ­ເລ­ເຮັມ ນາງ ພ້ອມ ດ້ວຍ ລູກ­ໃພ້ ທັງ ສອງ ຈຶ່ງ ຕຽມ ຕົວ ອອກ ເດີນ­ທາງ ມຸ່ງ ໜ້າ ຄືນ ສູ່ ເມືອງ ເບັດ­ເລ­ເຮັມ ລາ­ຊະ­ອາ­ນາ­ຈັກ ຢູ­ດາ.8ໃນ ລະ­ຫວ່າງ ເດີນ­ທາງ ໄປ­ນັ້ນ ນາງ ນາ­ໂອ­ມີ ໄດ້ ເວົ້າ ກັບ ລູກ­ໃພ້ ທັງ ສອງ ວ່າ, “ຈົ່ງ ພາ ກັນ­ກັບ ຄືນ ເມືອ ຢູ່­ບ້ານ ພໍ່ ແມ່ ຂອງ ພວກ ເຈົ້າ ສາ ແລະ ຂໍ ໃຫ້ ພຣະ­ເຈົ້າ ໂຜດ­ປະ­ທານ ຄວາມ ຜາ ສຸກ ໃຫ້ ແກ່ ພວກ ເຈົ້າ ເໝືອນ ດັ່ງ ທີ່ ພວກ ເຈົ້າ ເຄີຍ ເຮັດ ແກ່ ແມ່ ແລະ ແກ່ ຜູ້ ທີ່ ຕາຍ ໄປ ແລ້ວ ນັ້ນ.9ນອກ ນີ້ ຂໍ ໃຫ້ ພຣະ­ຜູ້­ເປັນ­ເຈົ້າ ຊົງ ໂຜດ­ປະ­ທານ ຄວາມ­ສະ­ຫງົບ­ສຸກ ເມື່ອ ເວ­ລາ ພວກ ເຈົ້າ ມີ ຄອບ­ຄົວ ໃໝ່.” ຫລັງ­ຈາກ­ນັ້ນ ນາງ ນາ­ໂອ­ມີ ກໍ ກອດ ຈູບ ສັ່ງ ລາ ລູກ­ໃພ້ ທັງ ສອງ ດ້ວຍ ຄວາມ ສົງ­ສານ ພວກ ເຂົາ ທັງ ສອງ ຈຶ່ງ ຮ້ອງ­ໄຫ້ ດ້ວຍ ຄວາມ ອາ­ໄລ ອາ­ວອນ.10ພ້ອມ ທັງ ໄດ້ ເວົ້າ ກັບ ແມ່­ຍ່າ ວາ, “ພວກ ລູກ ຈະ ບໍ່ ເມືອ ຈະ ໄປ ຢູ່ ນຳ ແມ່ ແລະ ພີ່­ນ້ອງ ຂອງ ແມ່.”

11ນາງ ນາ­ໂອ­ມີ ຂໍ­ຮ້ອງ ຕື່ມ ອີກ ວ່າ, “ຈົ່ງ ກັບ ຄືນ ເມືອ­ບ້ານ ຂອງ ພວກ ລູກ ສາ ຢາກ ໄປ ນຳ ແມ່ ເຮັດ­ຫຍັງ ຫລື ພວກ ລູກ ຄິດ­ວ່າ ແມ່ ຍັງ ມີ ລູກ­ຊາຍ ທີ່ ພໍ ຈະ­ໃຫ້ ພວກ ເຈົ້າ ໄດ້ ແຕ່ງ­ງານ ນຳ ອີກ ບໍ?12ຈົ່ງ ກັບ ເມືອ ເສຍ ແມ່ ນີ້ ເຖົ້າ ແກ່ ກາຍ ຍາມ ຈະ ແຕ່ງ­ງານ ໃໝ່ ແລ້ວ ສົມ­ມຸດ ວ່າ,13ແມ່ ຈະ ແຕ່ງ­ງານ ໃນ ຄືນ ນີ້ ແລ້ວ ມີ ລູກ­ຊາຍ ໃໝ່ ອີກ ພວກ ລູກ ກໍ ຈະ ພາ­ກັນ ຢູ່ ຖ້າ ຈົນ ລາວ ໃຫຍ່ ແລ້ວ ແຕ່ງ­ງານ ກັບ ລາວ ຫລື? ພວກ ລູກ ຈະ ບໍ່ ແຕ່ງ­ງານ ກັບ ຄົນ ອື່ນ ອີກ ບໍ? ເປັນ ໄປ ບໍ່­ໄດ້ ດອກ ລູກ ເອີຍ ແມ່ ມີ ຄວາມ ສົງ­ສານ ພວກ ເຈົ້າ ຫລາຍ ຍ້ອນ ວ່າ­ການ ກະ­ທຳ ຂອງ ແມ່ ອາດ ເປັນ ທີ່ ບໍ່ ພໍ­ພຣະ­ໄທ ພຣະ­ເຈົ້າ.”

14ເມື່ອ ໄດ້­ຍິນ ແມ່­ຍ່າ ເວົ້າ ດັ່ງ­ນັ້ນ ພວກ ເຂົາ ກໍ­ພາ­ກັນ ຮ້ອງ­ໄຫ້ ອີກ ແລ້ວ ນາງ ໂອ­ປາ ໄດ້ ກອດ ຈູບ ຍ່າ ແລະ ອຳ ລາ ກັບ ຄືນ ໄປ ຫາ ພີ່­ນ້ອງ ຂອງ­ຕົນ ສ່ວນ ນາງ­ຣຸດ ບໍ່­ຍອມ ໜີ ຈາກ ຍ່າ ເດັດ­ຂາດ.15ນາງ ນາ­ໂອ­ມີ ຈຶ່ງ ເວົ້າ ຕໍ່ ນາງ­ຣຸດ ວ່າ, “ເບິ່ງ ແມ ນາງ ໂອ­ປາ ກໍ­ໄດ້ ກັບ ຄືນ ໄປ ຫາ ພີ່­ນ້ອງ ແລະ ພຣະ­ເຈົ້າ ຂອງ ນາງ ຢູ່­ບ້ານ ເກົ່າ ແລ້ວ.”16ແຕ່ ນາງ­ຣຸດ ໄດ້ ຕອບ ຍ່າ ວ່າ, “ຢ່າ ຮ້ອງ ຂໍ ໃຫ້ ລູກ ເຊົາ ຕິດ­ຕາມ ແລະ ຈາກ ແມ່­ຍ່າ ໄປ ທ້ອນ ແມ່ ໄປ ທີ່ ໃດ ລູກ ກໍ ຈະ ໄປ ທີ່ ນັ້ນ ແມ່ ຢູ່ ບ່ອນ ໃດ ລູກ ກໍ ຂໍ ຢູ່ ບ່ອນ­ນັ້ນ ດ້ວຍ ຍາດ­ພີ່­ນ້ອງ ຂອງ ແມ່ ກໍ ຄື ຍາດ­ພີ່­ນ້ອງ ຂອງ ລູກ.17ພຣະ­ເຈົ້າ ຂອງ ແມ່ ກໍ ແມ່ນ ພຣະ­ເຈົ້າ ຂອງ ລູກ ແມ່ ຕາຍ ຢູ່ ບ່ອນ ໃດ ລູກ ກໍ ຈະ ຕາຍ ຢູ່ ບ່ອນ­ນັ້ນ ແລະ ສົບ ຂອງ ລູກ ຈະ ຝັງ ຢູ່ ທີ່ ນັ້ນ ດ້ວຍ ຖ້າ ລູກ ປະ ແມ່ ໄປ ກ່ອນ ຕາຍ ຂໍ ໃຫ້ ພຣະ­ຜູ້­ເປັນ­ເຈົ້າ ຊົງ ລົງ­ໂທດ ຢ່າງ ໜັກ.”

18ເມື່ອ ນາງ ນາ­ໂອ­ມີ ເຫັນ ນາງ­ຣຸດ ມີ ຄວາມ ຕັ້ງ­ໃຈ ໄປ ກັບ ຕົນ ແທ້ ນາງ ກໍ ບໍ່ ເວົ້າ ຫຍັງ ອີກ.

19ທັງ ສອງ ໄດ້ ພາ­ກັນ ເດີນ­ທາງ ໄປ ຈົນ ຮອດ ເມືອງ ເບັດ­ເລ­ເຮັມ ເມື່ອ ພວກ ນາງ ເຂົ້າ­ໄປ ເມືອງ ນັ້ນ ຊາວ­ເມືອງ ກໍ­ພາ­ກັນ ຕື່ນ­ເຕັ້ນ ທີ່ ເຫັນ ນາງ ກັບ ມາ ພວກ ເຂົາ ຈຶ່ງ ຖາມ ກັນ ວ່າ, “ນີ້­ແມ່ນ ນາງ ນາ­ໂອ­ມີ ບໍ?”

20ນາງ ນາ­ໂອ­ມີ ຈຶ່ງ ຕອບ ພວກ ເຂົາ ວ່າ, “ຢ່າ ເອີ້ນ ຂ້ອຍ ວ່າ ນາງ ນາ­ໂອ­ມີ ອີກ ຈົ່ງ ເອີ້ນ­ວ່າ ມາ­ຣາ ເພາະ­ວ່າ ພຣະ­ເຈົ້າ ຜູ້ ມີ ອຳ­ນາດ ຍິ່ງ­ໃຫຍ່ ຊົງ ໃຫ້ ຂ້ອຍ ເຕັມ ໄປ ດ້ວຍ ຄວາມ­ຂົມ­ຂື່ນ.21ຂ້ອຍ ຈາກ ທີ່ ນີ້ ໄປ ດ້ວຍ ຄວາມ ພ້ອມ­ພຽງ ແຕ່ ພຣະ­ເຈົ້າ ໄດ້ ໃຫ້ ຂ້ອຍ ກັບ ມາ ມື ເປົາ ຍ້ອນ ວ່າ ພຣະ­ເຈົ້າ ຊົງ ລົງ­ໂທດ ຂ້ອຍ ແລະ ປະ­ທານ ຄວາມ ທຸກ­ຍາກ­ລຳ­ບາກ ໃຫ້ ແກ່ ຂ້ອຍ ສະ­ນັ້ນ ເປັນ ຫຍັງ ຈຶ່ງ ເອີ້ນ ຂ້ອຍ ວ່າ ນາ­ໂອ­ມີ ຜູ້ ຊົມ­ຊື່ນ­ຍິນ­ດີ?”

22ນາງ ນາ­ໂອ­ມີ ກັບ ນາງ­ຣຸດ ຊາວ­ເມືອງ ໂມ­ອາບ ລູກ­ໃພ້ ຂອງ ນາງ ໄດ້ ກັບ ມາ ຮອດ ເມືອງ ເບັດ­ເລ­ເຮັມ ພໍ­ດີ ກັບ ເວ­ລາ ຕົ້ນ ລະ­ດູ ກ່ຽວ ເຂົ້າ.

ນາງຣຸດ1;1-22

ນາງ­ຣຸດ ເກັບ ຮວງ ເຂົ້າ ເຮ່ຍ ຢູ່ ທົ່ງ­ນາ ຂອງ ໂບ­ອາດ

1ທີ່ ເມືອງ ເບັດ­ເລ­ເຮັມ ນາງ ນາ­ໂອ­ມີ ມີ ພີ່­ນ້ອງ ທາງ ຜົວ ຜູ້ ໜຶ່ງ ຊື່ ໂບ­ອາດ ທ່ານ ຜູ້ ນີ້ ເປັນ ຄົນ­ຮັ່ງ­ມີ ແລະ ມີ ອິດ­ທິ­ພົນ.2ຢູ່ ຕໍ່­ມາ ນາງ­ຣຸດ ໄດ້ ເວົ້າ ກັບ ຍ່າ ວ່າ, “ແມ່ ລູກ ຂໍ ໄປ ເກັບ ຮວງ ເຂົ້າ ຕົກ­ເຮ່ຍ ຢູ່ ຕາມ ທົ່ງ­ນາ ລູກ ຈະ ເກັບ ຕາມ ຫລັງ ຜູ້ ທີ່ ອະ­ນຸ­ຍາດ ໃຫ້ ເກັບ” ນາງ ນາ­ໂອ­ມີ ຈຶ່ງ ຕອບ ວ່າ, “ຈົ່ງ ໄປ ສາ ລູກ ເອີຍ.”3ແລ້ວ ນາງ ກໍ­ໄດ້ ເດີນ ໄປ ທົ່ງ­ນາ ຫາ ເກັບ ເອົາ ຮວງ ເຂົ້າ ເຮ່ຍ ຕາມ ຫລັງ ພວກ ກ່ຽວ ເຂົ້າ ໂດຍ ບັງ­ເອີນ ນາ ທີ່ ນາງ ໄປ ເກັບ ຮວງ ເຂົ້າ ນັ້ນ ແມ່ນ ນາ ຂອງ ໂບ­ອາດ ພີ່­ນ້ອງ ຂອງ ເອ­ລີ­ເມ­ເລັກ.

4ໃນ ຂະ­ນະ ນັ້ນ ໂບ­ອາດ ໄດ້ ອອກ ມາ ແຕ່ ເມືອງ ເບັດ­ເລ­ເຮັມ ເພື່ອ ເບິ່ງ ຄົນ ເຮັດ­ວຽກ ໃນ ນາ ເພິ່ນ ໄດ້ ກ່າວ ອວຍ­ພອນ ໃຫ້ ພວກ ເຂົາ ວ່າ, “ຂໍ ພຣະ­ເຈົ້າ ຊົງ ສະ­ຖິດ ຢູ່ ກັບ ພວກ ເຈົ້າ ເທີ້ນ” ແລ້ວ ພວກ ລູກ­ຈ້າງ ກໍ ຕອບ ວ່າ, “ຂໍ ພຣະ­ເຈົ້າ ຊົງ ອວຍ­ພອນ ໃຫ້ ທ່ານ ເໝືອນ ກັນ ເທີ້ນ.”5ແລະ ໂບ­ອາດ ໄດ້ ຖາມ ຫົວ­ໜ້າ ລູກ­ຈ້າງ ວ່າ, “ຍິງ ຜູ້­ນັ້ນ ແມ່ນ ໃຜ?”6ຫົວ­ໜ້າ ຈຶ່ງ ຕອບ ວ່າ, “ແມ່ນ ຍິງ ທີ່ ມາ ຈາກ ປະ­ເທດ ໂມ­ອາບ ນຳ ນາງ ນາ­ໂອ­ມີ.7ນາງ ໄດ້ ມາ ຂໍ ອະ­ນຸ­ຍາດ ນຳ ຂ້າ­ນ້ອຍ ເພື່ອ ເກັບ ຮ່ວງ ເຂົ້າ ທີ່ ເຮ່ຍ ຈາກ ພວກ ເກັບ­ກ່ຽວ ດັ່ງ­ນັ້ນ ນາງ ຈຶ່ງ ໄດ້ ເກັບ ຕັ້ງ­ແຕ່ ເຊົ້າ ຈົນ ຮອດ ດຽວ­ນີ້ ແລະ ໄດ້ ພັກ­ຜ່ອນ ແຕ່ ພຽງ ເລັກ­ນ້ອຍ ເທົ່າ ນັ້ນ.”

8ເມື່ອ ໄດ້­ຍິນ ເຊັ່ນ ນັ້ນ ໂບ­ອາດ ກໍ ເວົ້າ ກັບ ນາງ­ຣຸດ ວ່າ, “ນາງ ເອີຍ ເຈົ້າ ຢ່າ ໄປ ເກັບ ຮວງ ເຂົ້າ ບ່ອນ ອື່ນ ເດີ້ ຈົ່ງ ມາ ເກັບ ແຕ່ ໃນ ທົ່ງ­ນາ ນີ້ ແລະ ເຮັດ­ວຽກ ຢູ່ ນຳ ຄົນ­ງານ ຍິງ ຂອງ ຂ້ອຍ.9ຈົ່ງ ເບິ່ງ ຖ້າ ພວກ ເຂົາ ກ່ຽວ ເຂົ້າ ຢູ່ ບ່ອນ ໃດ ເຈົ້າ ຈົ່ງ ໄປ ເກັບ ຢູ່ ບ່ອນ­ນັ້ນ ຂ້ອຍ ໄດ້ ສັ່ງ ຫ້າມ ບໍ່­ໃຫ້ ພວກ ຜູ້­ຊາຍ ລົບ­ກວນ ເຈົ້າ ຖ້າ ເຈົ້າ ຫິວ ນ້ຳ ຈົ່ງ ໄປ ກິນ ໃນ ໄຫ ທີ່ ພວກ ລູກ­ຈ້າງ ໄດ້ ຕັກ ມາ ໄວ້ ແລ້ວ ນັ້ນ.”

10ເມື່ອ ນາງ ໄດ້­ຍິນ ເຊັ່ນ ນັ້ນ ນາງ ກໍ ກົ້ມ ຂາບ­ລົງ ແລະ ເວົ້າ ກັບ ໂບ­ອາດ ວ່າ, “ຂ້າ­ນ້ອຍ ເປັນ­ພຽງ ຄົນ ຕ່າງ­ດ້າວ ເປັນ ຫຍັງ ທ່ານ ຈຶ່ງ ມີ ຄວາມ ເມດ­ຕາ ກະ­ລຸ­ນາ ຕໍ່ ຂ້າ­ນ້ອຍ ເຊັ່ນ ນີ້?”11–12ໂບ­ອາດ ຈຶ່ງ ຕອບ ວ່າ, “ຂ້ອຍ ໄດ້­ຍິນ ເລື່ອງ ທີ່ ເຈົ້າ ໄດ້ ປະ­ຕິ­ບັດ ຕໍ່ ຍ່າ ຕັ້ງ­ແຕ່ ຜົວ ຂອງ ເຈົ້າ ໄດ້ ຕາຍ ໄປ ຂ້ອຍ ໄດ້ ຮູ້­ວ່າ ເຈົ້າ ຈາກ ພໍ່ ແມ່ ແລະ ບ້ານ­ເກີດ ເມືອງ ນອນ ມາ ຢູ່­ໃນ ປະ­ເທດ ທີ່ ເຈົ້າ ບໍ່ ຮູ້­ຈັກ ມາ ກ່ອນ ຂໍ ໃຫ້ ພຣະ­ເຈົ້າ ຊົງ ຕອບ­ແທນ ຄຸນ ຄວາມ ດີ ທີ່ ເຈົ້າ ໄດ້ ປະ­ຕິ­ບັດ ມາ ຂໍ ໃຫ້ ພຣະ­ເຈົ້າ ຂອງ ພວກ ອິ­ສຣາ­ເອນ ຜູ້ ຊຶ່ງ ເຈົ້າ ໄດ້ ເພິ່ງ ພາ ອາ­ໄສ ຈົ່ງ ປະ­ທານ ບຳ­ເໜັດ ອັນ ປະ­ເສີດ ໃຫ້ ແກ່ ເຈົ້າ ດ້ວຍ.”13ນາງ­ຣຸດ ກໍ ຕອບ ວ່າ, “ທ່ານ ດີ ຕໍ່ ຂ້າ­ນ້ອຍ ຫລາຍ ນອກ ນີ້ ທ່ານ ຍັງ ໄດ້ ເລົ້າ­ໂລມ ໃຫ້ ກຳ­ລັງ ໃຈ ແກ່ ຂ້າ­ນ້ອຍ ທັງໆ ທີ່ ຂ້າ­ນ້ອຍ ບໍ່ ມີ ຄຸນ­ຄ່າ ເທົ່າ­ທຽມ ກັບ ຄົນ­ໃຊ້ ຄົນ ໜຶ່ງ ຂອງ ທ່ານ ເລີຍ.”

14ເມື່ອ ເວ­ລາ ຮັບ ປະ­ທານ ອາ­ຫານ ໂບ­ອາດ ບອກ ນາງ­ຣຸດ ວ່າ, “ຈົ່ງ ຫຍັບ ເຂົ້າ ມາ ເອົາ ເຂົ້າ­ຈີ່ ແລ້ວ ເອົາ ອາ­ຫານ ຈ້ຳ ແຈ່ວ ສົ້ມ” ນາງ­ຣຸດ ຈຶ່ງ ຫຍັບ ເຂົ້າ ມາ ນັ່ງ ນຳ ພວກ ລູກ­ຈ້າງ ໂບ­ອາດ ໄດ້ ເອົາ ອາ­ຫານ ໃຫ້ ນາງ ຈົນ ນາງ ກິນ ອີ່ມ ແລ້ວ ຍັງ ເອົາ ອາ­ຫານ ທີ່ ເຫລືອ­ນັ້ນ ໃຫ້ ອີກ ດ້ວຍ.15ຫລັງ ຈາກ ກິນ ອີ່ມ ແລ້ວ ກ່ອນ ນາງ ຈະ ໄປ ເກັບ ຮວງ ເຂົ້າ ຕໍ່ ໂບ­ອາດ ໄດ້ ສັ່ງ ລູກ­ຈ້າງ ອີກ ວ່າ, “ຈົ່ງ ອະ­ນຸ­ຍາດ ໃຫ້ ນາງ ເກັບ ຮວງ ເຂົ້າ ໃນ ບ່ອນ ທີ່ ຍັງ ມີ ຟ່ອນ ເຂົ້າ ຢ່າ ລົບ­ກວນ ນາງ.16ໃຫ້ ພວກ ເຈົ້າ ດຶງ ເອົາ ເຂົ້າ ບາງ ຮວງ ອອກ­ຈາກ ມັດ ປະ ໄວ້ ໃຫ້ ນາງ ເກັບ ຕາມ ສະ­ບາຍ ແລະ ຢ່າ ເວົ້າ ຫຍໍ້ ຫຍັນ ຫຍັງ ໃຫ້ ນາງ ເດີ້.17ນາງ­ຣຸດ ໄດ້ ເກັບ ຮວງ ເຂົ້າ ໃນ ນາ ຈົນ ຮອດ ຄ່ຳ ແລ້ວ ຟາດ ເອົາ ເຂົ້າ ທີ່ ເກັບ ມາ ນັ້ນ ໄດ້ ປະ­ມານ ສາມ ໝື່ນ.

18ຫລັງ­ຈາກ­ນັ້ນ ນາງ ກໍ ຖື­ເອົາ ເຂົ້າ ກັບ ຄືນ ເມືອ­ບ້ານ ຫາ ຍ່າ ໃນ ເມືອງ ພ້ອມ ທັງ ອາ­ຫານ ທີ່ ໂບ­ອາດ ໃຫ້ ມາ ນັ້ນ ໃຫ້ ຍ່າ ເບິ່ງ.19ນາງ ນາ­ໂອ­ມີ ຈຶ່ງ ຖາມ­ວ່າ “ມື້­ນີ້ ລູກ ໄດ້ ໄປ ເກັບ­ເຂົ້າ ຢູ່ ບ່ອນ ໃດ? ແມ່ນ ນາ ຂອງ ໃຜ ທີ່ ລູກ ໄປ ເຮັດ­ວຽກ ນຳ? ຂໍ ໃຫ້ ພຣະ­ເຈົ້າ ຊົງ ອວຍ­ພອນ ທ່ານ ຜູ້ ມີ ເມດ­ຕາ ຈິດ ເທີ້ນ” ແລ້ວ ນາງ­ຣຸດ ໄດ້ ເວົ້າ­ໃຫ້ ຍ່າ ຟັງ ວ່າ ນາງ ໄດ້ ໄປ ເຮັດ­ວຽກ ໃນ ນາ ຂອງ ຜູ້ ໜຶ່ງ ຊື່­ວ່າ ໂບ­ອາດ.20ນາງ ນາ­ໂອ­ມີ ຈຶ່ງ ເວົ້າ ວ່າ, “ຂໍ ທ່ານ ຜູ້­ນັ້ນ ຈົ່ງ ໄດ້ ຮັບ ພຣະ­ພອນ ຈາກ ພຣະ­ເຈົ້າ ຜູ້ ຊົງ ປະ­ຕິ­ບັດ ຕາມ ສັນ­ຍາ ທີ່ ຊົງ ໃຫ້ ໄວ້ ກັບ ຜູ້ ຍັງ ມີ­ຊີ­ວິດ ແລະ ຜູ້ ຕາຍ ໄປ ແລ້ວ” ນາງ ເວົ້າ ຕໍ່­ໄປ ອີກ ວ່າ, “ທ່ານ ຜູ້­ນັ້ນ ແມ່ນ ຍາດ­ພີ່­ນ້ອງ ໃກ້­ຊິດ ຂອງ ເຮົາ ຊຶ່ງ ເປັນ ຜູ້ ໜຶ່ງ ທີ່ ມີ ສິດ ໄຖ່ ແລະ ອຸ­ປະ­ຖຳ ຄ້ຳ ຊູ ພວກ­ເຮົາ.”21ນາງ­ຣຸດ ຍັງ ໄດ້ ເວົ້າ ກັບ ຍ່າ ອີກ ວ່າ, “ເພິ່ນ ຍັງ ບອກ ໃຫ້ ລູກ ຢູ່ ກັບ ລູກ­ຈ້າງ ຂອງ ເພິ່ນ ຈົນ ກ່ຽວ ເຂົ້າ ແລ້ວ.”22ນາງ ນາ­ໂອ­ມີ ຈຶ່ງ ຕອບ ວ່າ, “ແມ່ນ ແລ້ວ ລູກ ເອີຍ ເປັນ ການ ດີ ຖ້າ ລູກ ຢູ່ ນຳ ລູກ­ຈ້າງ ຂອງ ເພິ່ນ ແຕ່ ຖ້າ ລູກ ໄປ ນາ ຂອງ ຜູ້ ອື່ນ ອາດ­ຈະ ຖືກ ລົບ­ກວນ.”23ດັ່ງ­ນັ້ນ ນາງ­ຣຸດ ຈຶ່ງ ທຽວ ໄປ ເຮັດ­ວຽກ ນຳ ລູກ­ຈ້າງ ຂອງ ໂບ­ອາດ ຈົນ ກ່ຽວ ເຂົ້າ ແລ້ວ ແຕ່ ນາງ ຍັງ ຢູ່ ກັບ ແມ່­ຍ່າ ຂອງ ນາງ.

ນາງຣຸດ2;1-23

ໂບ­ອາດ ເມດ­ຕາ ນາງ­ຣຸດ

1ຄັນ ຕໍ່­ມາ ນາງ ນາ­ໂອ­ມີ ໄດ້ ກ່າວ ຕໍ່ ນາງ­ຣຸດ ລູກ­ໃພ້ ຂອງ­ຕົນ ວ່າ, “ລູກ ເອີຍ ແມ່ ຄວນ ຈະ ຊອກ­ຫາ ຜົວ ໃຫ້ ເຈົ້າ ເພື່ອ­ຈະ ມີ ຄອບ­ຄົວ ໃໝ່ ອີກ.2ເຈົ້າ ຈົ່ງ ຮູ້ ໄວ້ ວ່າ ໂບ­ອາດ ນາຍ ຂອງ ພວກ ສາວ ໃຊ້ ທີ່ ເຈົ້າ ໄດ້ ໄປ ເຮັດ­ວຽກ ນຳ ນັ້ນ ເປັນ ພີ່­ນ້ອງ ຜູ້ ໜຶ່ງ ຂອງ ພວກ­ເຮົາ ລູກ ຈົ່ງ ຟັງ ໃຫ້ ດີ ໃນ ມື້ ແລງ ນີ້ ເພິ່ນ ຈະ ໄປ ຟາດ ເຂົ້າ ໃນ ລານ.3ດັ່ງ­ນັ້ນ ເຈົ້າ ຈົ່ງ ອາບ­ນ້ຳ ທາ ນ້ຳ­ມັນ ແຕ່ງ ເນື້ອ ແຕ່ງ ຕົວ ແລະ ນຸ່ງ ເຄື່ອງ ອັນ ງາມ ທີ່­ສຸດ ແລ້ວ ລົງ ໄປ ໃນ ນາ ບ່ອນ ທີ່ ເພິ່ນ ຟາດ ເຂົ້າ ນັ້ນ ແຕ່ ຢ່າ ໃຫ້ ເພິ່ນ ຮູ້­ຈັກ ວ່າ ເຈົ້າ ຢູ່­ຫັ້ນ ຈົນ ກວ່າ ເພິ່ນ ຮັບ ປະ­ທານ ອາ­ຫານ ແລະ ດື່ມ ອີ່ມ ແລ້ວ.4ເມື່ອ ເພິ່ນ ໄປ ນອນ ໃຫ້ ເຈົ້າ ຈື່ ບ່ອນ ເພິ່ນ ນອນ ໄວ້ ແລ້ວ ໃຫ້ ເຈົ້າ ຄ່ອຍໆ ເຂົ້າ­ໄປ ເປີດ ຜ້າ­ຫົ່ມ ທີ່ ຕີນ ເພິ່ນ ອອກ ແລ້ວ ນອນ ລົງ ໃນ ເວ­ລາ ນັ້ນ ເພິ່ນ ຈະ ເວົ້າ ກັບ ເຈົ້າ ໃນ ສິ່ງ ທີ່ ເຈົ້າ ຄວນ ຈະ ເຮັດ.”5ນາງ­ຣຸດ ໄດ້ ຕອບ ຍ່າ ວ່າ, “ລູກ ຈະ ເຮັດ ຕາມ ທີ່ ຍ່າ ບອກ.”

6ແລ້ວ ນາງ­ຣຸດ ກໍ ລົງ ໄປ ໃນ ລານ­ເຂົ້າ ແລະ ເຮັດ ຕາມ ທີ່ ຍ່າ ໄດ້ ບອກ ໄວ້ ທຸກ ປະ­ການ.7ຫລັງ ຈາກ ໂບ­ອາດ ໄດ້ ກິນ ແລະ ດື່ມ ອີ່ມ ໜຳ ສຳ­ລານ ໃຈ ແລ້ວ ເພິ່ນ ກໍ­ໄດ້ ໄປ ນອນ ພັກ­ຜ່ອນ ຢູ່ ໃກ້ໆ ກອງ ຟ່ອນ ເຂົ້າ ນາງ­ຣຸດ ຈຶ່ງ ຄ່ອຍໆ ຫຍັບ ເຂົ້າ­ໄປ ເປີດ ຜ້າ­ຫົ່ມ ຢູ່ ຕີນ ເພິ່ນ ອອກ ແລ້ວ ຄ່ອຍໆ ນອນ ລົງ.8ເມື່ອ ໂບ­ອາດ ຮູ້­ເມື່ອ ຂຶ້ນ ໃນ ເວ­ລາ ກາງ­ຄືນ ກໍ ຮູ້­ສຶກ ປະ­ຫລາດ ໃຈ ທີ່ ເຫັນ ຜູ້­ຍິງ ມາ ນອນ ຢູ່ ກ້ອງ ຕີນ ຂອງ­ຕົນ ເພິ່ນ ຈຶ່ງ ຖາມ ຂຶ້ນ ວ່າ, “ເຈົ້າ ແມ່ນ ໃຜ?”9ນາງ­ຣຸດ ກໍ ຕອບ ວ່າ, “ຂ້າ­ນ້ອຍ ແມ່ນ ຣຸດ ສາວ ໃຊ້ ຂອງ ທ່ານ ຂໍ ໃຫ້ ທ່ານ ປົກ­ປັກ­ຮັກ­ສາ ເບິ່ງ­ແຍງ ຂ້າ­ນ້ອຍ ແດ່­ທ້ອນ ເພາະ ທ່ານ ເປັນ ພີ່­ນ້ອງ ໃກ້­ຊິດ ມີ ສິດ­ທິ ໄຖ່ ແລະ ອຸ­ປະ­ຖຳ ຄ້ຳ ຊູ ຂ້າ­ນ້ອຍ.”10ໂບ­ອາດ ໄດ້ ເວົ້າ ວ່າ, “ຂໍ ໃຫ້ ພຣະ­ເຈົ້າ ອວຍ­ພອນ ເຈົ້າ ການ ກະ­ທຳ ຂອງ ເຈົ້າ ຄັ້ງ ນີ້ ເປັນ ທີ່ ໜ້າ ສົງ­ສານ ກວ່າ ຄາວ ກ່ອນ ຊຶ່ງ ຊີ້ ໃຫ້ ເຫັນ ຄວາມ ສັດ­ຊື່ ທີ່ ເຈົ້າ ມີ ຕໍ່ ຄອບ­ຄົວ ແລະ ຕໍ່ ຍ່າ ຂອງ ເຈົ້າ ໂດຍ ບໍ່­ໄດ້ ໄປ ຫຍຸ້ງ ກ່ຽວ­ກັບ ຜູ້ ບ່າວ ຄົນ ອື່ນ ທີ່ ຮັ່ງ­ມີ ຫລື ຍາກ­ຈົນ.11ບັດ­ນີ້ ເຈົ້າ ບໍ່ ຕ້ອງ ຢ້ານ ຂ້ອຍ ຈະ ເຮັດ ຕາມ ທີ່ ເຈົ້າ ເວົ້າ ນັ້ນ ທຸກ ຢ່າງ ເພາະ ທຸກໆ ຄົນ ໃນ ເມືອງ ນີ້ ກໍ ຮູ້ ແລ້ວ ວ່າ ເຈົ້າ ເປັນ ຍິງ ດີ.12ແມ່ນ ຄວາມ­ຈິງ ແທ້ ທີ່ ວ່າ ຂ້ອຍ ເປັນ ຜູ້ ໜຶ່ງ ທີ່ ມີ ສິດ ໄຖ່ ເຈົ້າ ແຕ່ ຍັງ ມີ ພີ່­ນ້ອງ ທີ່ ໃກ້­ຊິດ ກວ່າ ຂ້ອຍ ອີກ ຜູ້ ໜຶ່ງ ທີ່ ມິ ສິດ ໄຖ່ ເຈົ້າ ກ່ອນ.13ເຈົ້າ ຈົ່ງ ນອນ ຢູ່ ທີ່ ນີ້ ກ່ອນ ແລ້ວ ມື້­ອື່ນ ເຊົ້າ ຖ້າ ຜູ້­ນັ້ນ ຫາກ ຮັບ ໄຖ່ ເຈົ້າ ກໍ ຈົ່ງ ໃຫ້ ເພິ່ນ ເຮັດ ໄດ້ ແຕ່ ຖ້າ ເພິ່ນ ປະ­ຕິ­ເສດ ຂ້ອຍ ຂໍ ສາ­ບານ ຕໍ່ ພຣະ­ເຈົ້າ ຜູ້ ຊົງ ມີ­ຊີ­ວິດ ຢູ່ ວ່າ ຂ້ອຍ ຈະ ຮັບ­ຜິດ­ຊອບ ໃນ ເລື່ອງ ນີ້ ເອງ ເຈົ້າ ຈົ່ງ ຫລັບ ໃຫ້ ສະ­ບາຍ ໃຈ ເທີ້ນ” ຄືນ ນັ້ນ ນາງ ໄດ້ ນອນ ກ້ອງ ຕີນ ຂອງ ໂບ­ອາດ ຈົນ ຂ້ອນ ແຈ້ງ.14ແຕ່ ນາງ ໄດ້ ລຸກ ກ່ອນ ຄົນ ຈະ ເຫັນ ໜ້າ ໂບ­ອາດ ຈຶ່ງ ເວົ້າ ວ່າ, “ບໍ່ ມີ ຜູ້­ໃດ ຮູ້­ວ່າ ນາງ ມາ ທີ່ ນີ້ ດອກ.”

15ຄັນ ແລ້ວ ໂບ­ອາດ ໄດ້ ເວົ້າ ຕໍ່ ນາງ ວ່າ, “ຈົ່ງ ເອົາ ເສື້ອ ຊັ້ນ ນອກ ທີ່ ເຈົ້າ ນຸ່ງ ນັ້ນ ພື ອອກ” ນາງ­ຣຸດ ກໍ ເຮັດ ຕາມ ໂບ­ອາດ ຈຶ່ງ ຜອງ ເຂົ້າ ໃຫ້ ນາງ ສາມ ກະ­ລຸມ ນາງ ໄດ້ ແບກ ເອົາ ເຂົ້າ ແລ້ວ ກັບ ຄືນ ເມືອ ເຮືອນ.16ເມື່ອ ນາງ ກັບ ມາ ຮອດ ເຮືອນ ຍ່າ ກໍ ຖາມ­ວ່າ, “ເປັນ ແນວ­ໃດ ລູກ?” ນາງ­ຣຸດ ກໍ ເລົ່າ­ເລື່ອງ ທຸກ ຢ່າງ ທີ່ ໂບ­ອາດ ໄດ້ ເວົ້າ ແລະ ໄດ້ ເຮັດ ຕໍ່ ນາງ ສູ່ ຍ່າ ຟັງ.17ນາງ ໄດ້ ເວົ້າ ວ່າ, “ເພິ່ນ ຍັງ ໄດ້ ເອົາ ເຂົ້າ ສາມ ກະ­ລຸມ ນີ້ ໃຫ້ ເພາະ ເພິ່ນ ບໍ່­ຢາກ ໃຫ້ ລູກ ກັບ ມາ ມື ເປົ່າ.”18ນາງ ນາ­ໂອ­ມີ ຈຶ່ງ ເວົ້າ ວ່າ, “ລູກ ຈົ່ງ ສະ­ບາຍ ໃຈ ເທີ້ນ ຕົກ ມາ ຮອດ ນີ້ ລູກ ກໍ ຄົງ ຈະ ຮູ້ ແລ້ວ ວ່າ ເລື່ອງ ມັນ ຈະ ຈົບ­ລົງ ແນວ­ໃດ ເພາະ ໂບ­ອາດ ຄົງ ຈະ ບໍ່ ສະ­ບາຍ ໃຈ ຖ້າ ບໍ່­ໄດ້ ຈັດ­ການ ກັບ ເລື່ອງ ນີ້ ໃຫ້ ຮຽບ­ຮ້ອຍ ໃນ ມື້­ນີ້.”

ນາງຣຸດ3;1-18

ໂບ­ອາດ ເອົາ ຣຸດ ເປັນ ເມຍ

1ໂບ­ອາດ ໄດ້ ໄປ ນັ່ງ ຢູ່­ໃນ ບ່ອນ ປະ­ຊຸມ ທີ່ ປະ­ຕູ ເຂົ້າ ເມືອງ ໃນ ຂະ­ນະ ນັ້ນ ພໍ­ດີ ກັບ ພີ່­ນ້ອງ ຜູ້ ໃກ້­ຊິດ ກັບ ເອ­ລີ­ເມ­ເລັກ ຜູ້ ມີ ສິດ ໄຖ່ ແລະ ອຸ­ປະ­ຖຳ ຄ້ຳ ຊູ ທີ່ ເພິ່ນ ກ່າວ­ເຖິງ ນັ້ນ ຍ່າງ ຜ່ານ­ມາ ໂບ­ອາດ ຈຶ່ງ ຖື ໂອ­ກາດ ເຊື້ອ ເຊີນ ເພິ່ນ ນັ່ງ ລົງ.2ນອກ ນີ້ ເພິ່ນ ຍັງ ໄດ້ ເຊື້ອ ເຊີນ ພວກ ເຖົ້າ ແກ່ ໃນ ເມືອງ ສິບ ຄົນ ມາ ຮ່ວມ ດ້ວຍ ເມື່ອ ມາ ພ້ອມ­ພຽງ­ກັນ ແລ້ວ.3ໂບ­ອາດ ຈຶ່ງ ເວົ້າ ກັບ ພີ່­ນ້ອງ ຂອງ ເອ­ລີ­ເມ­ເລັກ ວ່າ, “ບັດ­ນີ້ ນາງ ນາ­ໂອ­ມີ ໄດ້ ມາ ແຕ່ ປະ­ເທດ ໂມ­ອາບ ມາ ຮອດ ບ້ານ­ເກີດ ເມືອງ ນອນ ແລ້ວ ນາງ ຕ້ອງ­ການ ຂາຍ ດິນ ຂອງ ເອ­ລີ­ເມ­ເລັກ ຜູ້ ເປັນ ຍາດ­ພີ່­ນ້ອງ ຂອງ ພວກ­ເຮົາ.4ຂ້ອຍ ໄດ້ ຕັດ­ສິນ­ໃຈ ຄັກ­ແນ່ ແລ້ວ ທີ່ ຈະ ເວົ້າ ເລື່ອງ ນີ້ ກັບ ເຈົ້າ ຄື ວ່າ ຖ້າ ເຈົ້າ ຕ້ອງ­ການ ຢາກ ຊົດ ຊ່ອຍ ຍົກ ຊື່­ສຽງ ຂອງ ຜູ້ ຕາຍ ໄປ ແລ້ວ ຈົ່ງ ຕັດ­ສິນ­ໃຈ ຊື້ ດິນ ນີ້ ເສຍ ຕໍ່­ໜ້າ ພວກ ເຖົ້າ ແກ່ ທີ່ ນັ່ງ ຢູ່ ທີ່ ນີ້ ເພື່ອ ເປັນ ພະ­ຍານ ຫລັກ ຖານ ໃຫ້ ແຕ່ ຖ້າ ເຈົ້າ ບໍ່ ຕ້ອງ­ການ ຈົ່ງ ບອກ ໃຫ້ ຂ້ອຍ ຮູ້ ເພາະ­ວ່າ ສິດ­ທິ ໃນ ການ ຊື້ ນັ້ນ ເປັນ ຂອງ ເຈົ້າ ກ່ອນ ແລ້ວ ຈຶ່ງ ເປັນ ຂອງ ຂ້ອຍ ຕາມ ຫລັງ” ຊາຍ ຜູ້­ນັ້ນ ໄດ້ ເວົ້າ ຂຶ້ນ ວ່າ, “ຂ້ອຍ ຍິນ­ດີ ຈະ ຊື້ ດິນ ນັ້ນ.”5ໂບ­ອາດ ຈຶ່ງ ເວົ້າ ຂຶ້ນ ວ່າ, “ຖ້າ ເຈົ້າ ຊື້ ດິນ ຈາກ ນາງ ນາ­ໂອ­ມີ ນາງ­ຣຸດ ຊຶ່ງ ເປັນ ແມ່­ໝ້າຍ ຕ້ອງ ເປັນ ເມຍ ຂອງ ເຈົ້າ ແລະ ດິນ ທີ່ ເຈົ້າ ຈະ ຊື້ ຕ້ອງ ຕົກ ເປັນ ຂອງ ຄອບ­ຄົວ ຂອງ ຜູ້ ທີ່ ຕາຍ ແລ້ວ ນັ້ນ.”6ຊາຍ ຜູ້­ນັ້ນ ກໍ ຕອບ ວ່າ, “ຖ້າ ເປັນ ຢ່າງ ນີ້ ຂ້ອຍ ກໍ ບໍ່ ສາ­ມາດ ຈະ ຊື້ ໄດ້ ເພາະ ການ ຊື້ ນັ້ນ ອາດ­ຈະ ເຮັດ­ໃຫ້ ມໍ­ລະ­ດົກ ຂອງ ຂ້ອຍ­ເອງ ສູນ­ເສຍ ໄປ ເຈົ້າ ຈົ່ງ ໃຊ້ ສິດ­ທິ ຂອງ ຂ້ອຍ ຊື້ ດິນ ນັ້ນ ເສຍ ເທີ້ນ ຂ້ອຍ ບໍ່ ຕ້ອງ­ການ ອີກ ແລ້ວ.”7ໃນ ສະ­ໄໝ ກ່ອນ ລາ­ຊະ­ອາ­ນາ­ຈັກ ອິ­ສຣາ­ເອນ ມີ ທຳ­ນຽມ ຢູ່ ວ່າ ເມື່ອ ຜູ້ ໜຶ່ງ ມອບ ສິດ­ທິ ໃຫ້ ຜູ້ ໜຶ່ງ ອີກ ຫລື ແລກ­ປ່ຽນ ຊື້ ຂາຍ ກັນ ຜູ້ ຂາຍ ຕ້ອງ ປົດ ເກີບ ສົ່ງ ໃຫ້ ຜູ້ ຊື້ ການ ກະ­ທຳ ເຊັ່ນ ນີ້ ໃຊ້ ເປັນ ພະ­ຍານ ຫລັກ ຖານ ທີ່ ນິ­ຍົມ ກັນ ໃນ ລາ­ຊະ­ອາ­ນາ­ຈັກ ອິ­ສຣາ­ເອນ.8ດັ່ງ­ນັ້ນ ຍາດ­ພີ່­ນ້ອງ ຂອງ ເອ­ລີ­ເມ­ເລັກ ຜູ້ ມີ ສິດ­ທິ ໃນ ການ ໄຖ່ ຈຶ່ງ ເວົ້າ ວ່າ, “ເຈົ້າ ຈົ່ງ ຊື້ ສິ່ງ ເຫລົ່າ­ນີ້ ເສຍ ເທີ້ນ” ແລ້ວ ເພິ່ນ ກໍ ປົດ ເກີບ ໃຫ້ ແກ່ ໂບ­ອາດ.9ໂບ­ອາດ ຈຶ່ງ ກ່າວ ກັບ ພວກ ເຖົ້າ ແກ່ ແລະ ພວກ ທີ່ ມາ ຮ່ວມ ໃນ ພິ­ທີ ນັ້ນ ວ່າ, “ມື້­ນີ້ ທ່ານ ທັງ­ຫລາຍ ຈົ່ງ ເປັນ ພະ­ຍານ ໃຫ້ ແກ່ ຂ້າ­ພະ­ເຈົ້າ ດ້ວຍ ວ່າ ຂ້າ­ພະ­ເຈົ້າ ໄດ້ ຊື້ ທຸກ ສິ່ງ ທຸກ ຢ່າງ ຂອງ ເອ­ລີ­ເມ­ເລັກ ຂອງ ກີ­ລີ­ໂອນ ແລະ ຂອງ ມາ­ໂລນ ຈາກ ນາງ ນາ­ໂອ­ມີ ແລ້ວ.10ນອກ ນີ້ ນາງ­ຣຸດ ຊາວ ໂມ­ອາບ ເມຍ ຂອງ ມາ­ໂລນ ຜູ້ ທີ່ ຕາຍ ໄປ ແລ້ວ ກໍ ຕົກ ເປັນ ເມຍ ຂອງ ຂ້າ­ພະ­ເຈົ້າ ດ້ວຍ ຂ້າ­ພະ­ເຈົ້າ ຢາກ ໃຫ້ ມໍ­ລະ­ດົກ ຍັງ ມີ ຢູ່­ໃນ ຄອບ­ຄົວ ຂອງ ຜູ້ ທີ່ ຕາຍ ເພື່ອ ໃຫ້ ຊື່ ຂອງ ລາວ ຍັງ ມີ ຢູ່­ໃນ ຖ້າມ­ກາງ ພວກ ພີ່­ນ້ອງ ແລະ ບ້ານ­ເມືອງ ຂໍ ໃຫ້ ພວກ ທ່ານ ຈົ່ງ ເປັນ ພະ­ຍານ ຕໍ່ ເຫດ­ການ ໃນ ມື້­ນີ້ ດ້ວຍ.”11ພວກ ປະ­ຊາ­ຊົນ ທີ່­ຢູ່ ໃນ ທີ່ ນັ້ນ ກໍ ພ້ອມ ກັນ ຕອບ ວ່າ, “ພວກ­ເຮົາ ຍິນ­ດີ ເປັນ ພະ­ຍານ ໃຫ້.” ຝ່າຍ ພວກ ເຖົ້າ ແກ່ ກໍ ເວົ້າ ວ່າ, “ຂໍ ໃຫ້ ພຣະ­ຜູ້­ເປັນ­ເຈົ້າ ຊົງ ໂຜດ­ຊ່ອຍ ໃຫ້ ຍິງ ທີ່ ຈະ ໄປ ຢູ່­ບ້ານ ຂອງ ເຈົ້າ ນັ້ນ ເປັນ ເໝືອນ ນາງ ຣາ­ເຂນ ແລະ ນາງ ເລ­ອາ ຜູ້ ຊຶ່ງ ມີ ລູກ­ຫລານ ຫລາຍ ສືບ ເຊື້ອ­ສາຍ ໃຫ້ ແກ່ ລາ­ຊະ­ອາ­ນາ­ຈັກ ອິ­ສຣາ­ເອນ ຂໍ ໃຫ້ ເຈົ້າ ເປັນ ຜູ້ ຮັ່ງ­ມີ ໃນ ເອ­ຟຣາ­ທາ ແລະ ມີ ຊື່­ສຽງ­ໂດງ­ດັງ ໃນ ເມືອງ ເບັດ­ເລ­ເຮັມ ເທີ້ນ.12ຂໍ ໃຫ້ ເດັກ­ນ້ອຍ ຜູ້ ທີ່ ພຣະ­ຜູ້­ເປັນ­ເຈົ້າ ໂຜດ­ປະ­ທານ ໃຫ້ ເຈົ້າ ຈາກ ຍິງ­ສາວ ຄົນ ນີ້ ຈົ່ງ ເປັນ ເໝືອນ ຄອບ­ຄົວ ຂອງ ເປ­ເຣັດ ລູກ­ຊາຍ ຂອງ ຢູ­ດາ ແລະ ນາງ ຕາ­ມາ ເທີ້ນ.”

13ແລ້ວ ໂບ­ອາດ ກໍ ເອົາ ນາງ­ຣຸດ ມາ ເປັນ ເມຍ ແລະ ສົມ­ສູ່ ຢູ່ ກິນ ດ້ວຍ ກັນ.14–15ຕໍ່­ມາ ພຣະ­ເຈົ້າ ໄດ້ ຊົງ ໂຜດ­ໃຫ້ ນາງ ຖື­ພາ ແລະ ໄດ້ ລູກ­ຊາຍ ຜູ້ ໜຶ່ງ ຜູ້­ຍິງ ທັງ­ຫລາຍ ໃນ ເມືອງ ເບັດ­ເລ­ເຮັມ ຈຶ່ງ ເວົ້າ ກັບ ນາງ ນາ­ໂອ­ມີ ວ່າ, “ຈົ່ງ ຂອບ ພຣະ­ຄຸນ ພຣະ­ຜູ້­ເປັນ­ເຈົ້າ ສາ ເພາະ ພຣະ­ອົງ ຊົງ ໂຜດ­ໃຫ້ ເຈົ້າ ມີ ຫລານ ຊາຍ ຜູ້ ຈະ ບົວ­ລະ­ບັດ ເຈົ້າ ຂໍ ໃຫ້ ເດັກ­ນ້ອຍ ຜູ້ ນີ້ ມີ ຊື່­ສຽງ­ໂດງ­ດັງ ໃນ ລາ­ຊະ­ອາ­ນາ­ຈັກ ອິ­ສຣາ­ເອນ ເປັນ ກຳ­ລັງ ໃຈ ແລະ ເປັນ ຜູ້ ຄຸ້ມ­ຄອງ ຮັກ­ສາ ເຈົ້າ ໃນ ເວ­ລາ ເຖົ້າ ແກ່ ລູກ­ໃພ້ ຜູ້ ເປັນ ແມ່ ຂອງ ເດັກ­ນ້ອຍ ນີ້ ຮັກ ເຈົ້າ ຫລາຍ ນາງ ສາ­ມາດ ບົວ­ລະ­ບັດ ເຈົ້າ ໄດ້ ດີ ກວ່າ ລູກ­ຊາຍ ເຈັດ ຄົນ ຂອງ ເຈົ້າ.”16ນາງ ນາ­ໂອ­ມີ ໄດ້ ເອົາ­ໃຈ ໃສ່ ເບິ່ງ­ແຍງ ແລະ ລ້ຽງ ຫລານ ຊາຍ ຜູ້ ນີ້ ເປັນ ຢ່າງ ດີ.17ພວກ ຜູ້­ຍິງ ບ້ານ ໃກ້ ເຮືອນ ຄຽງ ໄດ້ ຕັ້ງ­ຊື່ ໃຫ້ ເດັກ­ນ້ອຍ ຜູ້­ນັ້ນ ວ່າ, “ໂອ­ເບັດ ພວກ ເຂົາ ພາ­ກັນ ເວົ້າ ວ່າ, “ເດັກ­ນ້ອຍ ນີ້­ແມ່ນ ລູກ ນາງ ນາ­ໂອ­ມີ” ຕໍ່­ມາ ໂອ­ເບັດ ໄດ້ ເປັນ ພໍ່ ຂອງ ເຢ­ຊາຍ ແລະ ເຢ­ຊາຍ ໄດ້ ເປັນ ພໍ່ ຂອງ ດາ­ວິດ.

ບັນ­ພະ­ບູ­ລຸດ ຂອງ ດາ­ວິດ

18ເຊື້ອ­ສາຍ ຂອງ ເປ­ເຣັດ ນັບ ຕັ້ງ­ແຕ່ ເປ­ເຣັດ ມາ ມີ ດັ່ງ­ນີ້: ເປ­ເຣັດ ເປັນ ພໍ່ ເຮັດ­ຊະ­ໂຣນ,19–21ເຮັດ­ຊະ­ໂຣນ ເປັນ ພໍ່ ຂອງ ຣາມ ຣາມ ເປັນ ພໍ່ ຂອງ ອຳ­ມີ­ນາ­ດາບ ອຳ­ມີ­ນາ­ດາບ ເປັນ ພໍ່ ນາ­ໂຊນ ນາ­ໂຊນ ເປັນ ພໍ່ ຊັນ­ໂມນ ຊັນ­ໂມນ ເປັນ ພໍ່ ໂບ­ອາດ.22ໂບ­ອາດ ເປັນ ພໍ່ ໂອ­ເບັດ ໂອ­ເບັດ ເປັນ ພໍ່ ເຢ­ຊາຍ ແລະ ເຢ­ຊາຍ ເປັນ ພໍ່ ຂອງ ດາ­ວິດ.

ນາງຣຸດ4;1-22