Lao

ບັນຊີຂອງຄໍາພີໄບເບິນກ່ຽວກັບນໍ້າຖ້ວມໃຫຍ່

1ຢູ່ ມາ ເມື່ອ ມະ­ນຸດ ໄດ້ ເພີ້ມ­ທະ­ວີ ຫລາຍ ຂຶ້ນ ໃນ ຜືນ ແຜ່ນ­ດິນ­ໂລກ ແລະ ພວກ ເຂົາ ໄດ້ ໃຫ້ ກຳ­ເນີດ ບຸດ ສາວ ຫລາຍ ຄົນ.2ດັ່ງ­ນັ້ນ ເທ­ວະ ບຸດ ທັງ­ຫລາຍ ທີ່ ເຫັນ ຄວາມ­ງາມ ຂອງ ຍິງ ເຫລົ່າ­ນັ້ນ ກໍ ຫາ ຊອກ ເລືອກ ແຕ່ງ­ງານ ຕາມ­ໃຈ ມັກ.3ເມື່ອ ພຣະ­ຜູ້­ເປັນ­ເຈົ້າ ຊົງ ເຫັນ ເປັນ ເຊັ່ນ ນີ້ ກໍ ຊົງ ກ່າວ ວ່າ, “ເຮົາ ຈະ ບໍ່ ອະ­ນຸ­ຍາດ ໃຫ້ ມະ­ນຸດ ມີ­ຊີ­ວິດ ຕະ­ຫລອດ­ໄປ­ເປັນ­ນິດ ດ້ວຍ ເຫດ ວ່າ ເຂົາ ເປັນ ມະ­ນຸດ ເຂົາ ຈຳ­ເປັນ ຕ້ອງ ຕາຍ ແຕ່ ບັດ­ນີ້ ໄປ ພວກ ເຂົາ ຈະ ມີ ອາ­ຍຸ ບໍ່ ກາຍ ຮ້ອຍ ຊາວ ປີ.

4ໃນ ເວ­ລາ ນັ້ນ ມີ ຄົນ ຮູບ ຮ່າງ ໃຫຍ່ ແລະ ມີ ຄວາມ ສາ­ມາດ ຫລາຍ ຄົນ ພວກ ນີ້ ເກີດ ມາ ຈາກ ຜູ້­ຍິງ ແລະ ເທ­ວະ ບຸດ ພວກ ເຂົາ ເປັນ ວິ­ລະ­ບູ­ລຸດ ຜູ້ ມີ ຊື່­ສຽງ ໃນ ອະ­ດີດ­ຕະ­ການ.

5ເມື່ອ ພຣະ­ຜູ້­ເປັນ­ເຈົ້າ ເຫັນ ວ່າ ມະ­ນຸດ ໂຫດ­ຮ້າຍ ມີ ຢູ່ ທຸກ ຫົນ ທຸກ ແຫ່ງ ແລະ ຄວາມ ຄິດ ຊົ່ວ ກໍ ບັງ­ຄັບ ຈິດ­ໃຈ ເຂົາ ຢູ່ ທຸກ ເວ­ລາ.6ພຣະ­ອົງ ຈຶ່ງ ເສຍ ພຣະ­ໄທ ຫລາຍ ແລະ ມີ ຄວາມ ກິນ­ແໜງ ຢ່າງ ຍິ່ງ ທີ່ ໄດ້ ສ້າງ ພວກ ເຂົາ ຂຶ້ນ ມາ ຢູ່­ໃນ ໂລກ ນີ້.7ດ້ວຍ ເຫດ ນີ້ ພຣະ­ອົງ ຈຶ່ງ ກ່າວ ວ່າ, “ເຮົາ ຈະ ທຳ­ລາຍ ມະ­ນຸດ ທຸກໆ ຄົນ­ທີ່ ເຮົາ ໄດ້ ສ້າງ ຂຶ້ນ ແລ້ວ ໃນ ທຸກ ຫົນ ທຸກ ແຫ່ງ ເຮົາ ຈະ ທຳ­ລາຍ ຝູງ ສັດ ແລະ ຝູງ ນົກ ຕ່າງໆ ເພາະ­ວ່າ ເຮົາ ເສຍ­ໃຈ ທີ່ ໄດ້ ສ້າງ ມັນ ມາ.”

8ແຕ່ ພຣະ­ຜູ້­ເປັນ­ເຈົ້າ ຊົງ ພໍ­ພຣະ­ໄທ ນຳ ໂນ­ອາ ເທົ່າ ນັ້ນ.

9–10ປະ­ຫວັດ ຂອງ ໂນ­ອາ ເປັນ ມາ ດັ່ງ­ນີ້ ເພິ່ນ ມີ ລູກ­ຊາຍ ສາມ ຄົນ ຄື ເຊມ ຮາມ ແລະ ຢາ­ເຟດ ພຣະ­ເຈົ້າ ຊົງ ພໍ­ພຣະ­ໄທ ນຳ ໂນ­ອາ ເພາະ ເພິ່ນ ຜູ້ ດຽວ ທີ່ ເປັນ ຄົນ ດີ ແລະ ຕິດ ສະ­ໜິດ ກັບ ພຣະ­ອົງ.

11ແຕ່­ວ່າ ຄົນ ພວກ ອື່ນ ໄດ້ ກະ­ທຳ ຜິດ ຕໍ່ ນ້ຳ ພຣະ­ໄທ ຂອງ ພຣະ­ອົງ ແລ້ວ ຄວາມ ຊົ່ວ ຂອງ ມະ­ນຸດ ກໍ­ໄດ້ ມີ ຢູ່ ທຸກ ທີ່ ທຸກ ບ່ອນ.12ພຣະ­ເຈົ້າ ຊົງ ເຫັນ ວ່າ ໂລກ ນີ້ ເຕັມ ໄປ ດ້ວຍ ຄວາມ ຊົ່ວ ກໍ ຍ້ອນ ວ່າ ມະ­ນຸດ ທັງ­ປວງ ກະ­ທຳ ແຕ່ ຄວາມ ຊົ່ວ.

ໂນ­ອາ ສ້າງ ເຮືອ ໃຫຍ່

13ຄັນ ຕໍ່­ມາ ພຣະ­ເຈົ້າ ຊົງ ກ່າວ ກັບ ໂນ­ອາ ວ່າ, “ເຮົາ ໄດ້ ຕັດ­ສິນ­ໃຈ ຈະ ທຳ­ລາຍ ມະ­ນຸດ­ສະ­ໂລກ ແລ້ວ ເຮົາ ຈະ ທຳ­ລາຍ ພວກ ເຂົາ ຈົນ ໝົດ ສິ້ນ ເພາະ­ວ່າ ໂລກ ນີ້ ເຕັມ ໄປ ດ້ວຍ ການ ຊົ່ວ­ຮ້າຍ ຂອງ ເຂົາ.14ເຈົ້າ ຈົ່ງ ສ້າງ ເຮືອ ດ້ວຍ ໄມ້­ແກ່ນ ອັນ ແໜ້ນ­ໜາ ສຳ­ລັບ ເຈົ້າ ຈົ່ງ ສ້າງ ເປັນ ຫລາຍ ຫ້ອງ ແລ້ວ ເອົາ ຂີ້­ຊີ ຢາ ທາງ ໃນ ແລະ ທາງ ນອກ ໃຫ້ ດີ.15ຈົ່ງ ສ້າງ ເຮືອ ດັ່ງ­ກ່າວ ນີ້ ທາງ ຍາວ ໃຫ້ ໄດ້ ສາມ ຮ້ອຍ ສອກ ທາງ ກວ້າງ ຫ້າ ສິບ ສອກ ແລະ ທາງ ສູງ ສາມ ສິບ ສອກ.16ຈົ່ງ ເຮັດ ປ່ອງ­ຢ້ຽມ ຈຸ ຫລັງ­ຄາ ສູງ ໜຶ່ງ ສອກ ຍາວ ຕາມ ຝາ ແລະ ປະ­ຕູ ທາງ­ຂ້າງ ເຮືອ ແລ້ວ ເຮັດ ທາງ ໃນ ເຮືອ ໃຫ້­ເປັນ ສາມ ຊັ້ນ.17ເຮົາ ຈະ­ໃຫ້ ນ້ຳ ມາ ຖ້ວມ ໂລກ ແລະ ທຳ­ລາຍ ທຸກ ສິ່ງ ທີ່ ມີ­ຊີ­ວິດ ຢູ່ ທຸກໆ ສິ່ງ ໃນ ໂລກ ນີ້ ຈະ ຕາຍ ໄປ.18ແຕ່­ວ່າ ເຮົາ ຈະ ຕັ້ງ ຄຳ­ໝັ້ນ­ສັນ­ຍາ ໄວ້ ກັບ ເຈົ້າ ສະ­ນັ້ນ ຈົ່ງ ເອົາ ເມຍ ລູກ­ຊາຍ ແລະ ລູກ­ໃພ້ ຂອງ ເຈົ້າ ເຂົ້າ­ໄປ ໃນ ເຮືອ.19–20ພ້ອມ ທັງ ເອົາ ສັດ ທຸກໆ ຊະ­ນິດ ແນວ ລະ ຄູ່ ນົກ ທຸກໆ ຊະ­ນິດ ແນວ ລະ ຄູ່ ສັດ ໃຊ້ ງານ ສັດ ເລືອ ສັດ ໃຫຍ່ ສັດ ນ້ອຍ ທຸກໆ ຊະ­ນິດ ແນວ ລະ ຄູ່ ເພື່ອ ໃຫ້ ສັດ ເຫລົ່າ­ນັ້ນ ມີ­ຊີ­ວິດ ຢູ່.21ຢ່າ ລືມ ເອົາ ອາ­ຫານ ຫລາຍໆ ຊະ­ນິດ ສຳ­ລັບ ຄອບ­ຄົວ ຂອງ ເຈົ້າ ແລະ ສຳ­ລັບ ສັດ ເຫລົ່າ­ນັ້ນ ດ້ວຍ.”

22ໂນ­ອາ ກໍ ເຮັດ ທຸກ ຢ່າງ ຕາມ ທີ່ ພຣະ­ເຈົ້າ ໄດ້ ສັ່ງ ໄວ້.

ປະຖົມມະການ6;1-22

1ພຣະ­ຜູ້­ເປັນ­ເຈົ້າ ຊົງ ກ່າວ ຕໍ່ ໂນ­ອາ ວ່າ, “ເຈົ້າ ພ້ອມ ຄອບ­ຄົວ ຂອງ ເຈົ້າ ທັງ ໝົດ ຈົ່ງ ເຂົ້າ­ໄປ ໃນ ເຮືອ ເຮົາ ເຫັນ ແລ້ວ ວ່າ ເຈົ້າ ເປັນ ຜູ້ ຊອບ­ທຳ ແລະ ແມ່ນ ເຈົ້າ ຜູ້ ດຽວ ໃນ ຈຳ­ນວນ ພວກ ປະ­ຊາ­ຊົນ ເຫລົ່າ­ນັ້ນ ທີ່ ເຮົາ ພໍ­ໃຈ.2ຈົ່ງ ເອົາ ສັດ ທີ່ ບໍ່ ມີ ມົນ­ທິນ ແນວ ລະ ເຈັດ ຄູ່ ແລະ ເອົາ ສັດ ທີ່ ມີ ມົນ­ທິນ ແນວ ລະ ຄູ່.3ນົກ ຊະ­ນິດ ລະ ເຈັດ ຄູ່ ເພາະ ເຮົາ ຢາກ ໃຫ້ ສັດ ເຫລົ່າ­ນີ້ ມີ­ຊີ­ວິດ ຢູ່ ແລະ ອອກ ແມ່ ແຜ່ ລູກ ຕໍ່­ໄປ ໃນ ໂລກ.4ໃນ ເຈັດ ມື້ ຂ້າງ ໜ້າ ນີ້ ເຮົາ ຈະ­ໃຫ້ ຝົນ­ຕົກ ລົງ­ມາ ໃນ ໂລກ ສີ່ ສິບ ມື້ ສີ່ ສິບ ຄືນ ແລ້ວ ເຮົາ ຈະ­ໃຫ້ ທຸກ ສິ່ງ ທີ່ ມີ­ຊີ­ວິດ ຊຶ່ງ ເຮົາ ໄດ້ ສ້າງ ມາ ນັ້ນ ຈິບ­ຫາຍ ໄປ.”

5ໂນ­ອາ ກໍ­ໄດ້ ເຮັດ ທຸກ ສິ່ງ ທຸກ ຢ່າງ ຕາມ ທີ່ ພຣະ­ຜູ້­ເປັນ­ເຈົ້າ ຊົງ ສັ່ງ.

6ຄາວ ນ້ຳ ຖ້ວມ ໂລກ ຢູ່ ນັ້ນ ໂນ­ອາ ມີ ອາ­ຍຸ ຫົກ ຮ້ອຍ ປີ.7–9ໂນ­ອາ ພ້ອມ ດ້ວຍ ເມຍ ລູກ­ຊາຍ ແລະ ລູກ­ໃພ້ ທັງ­ຫລາຍ ຕະ­ຫລອດ ທັງ ສັດ ທີ່ ບໍ່ ມີ ມົນ­ທິນ ແລະ ສັດ ທີ່ ມີ ມົນ­ທິນ ນົກ ແລະ ສັດ ນ້ອຍ ທຸກ ຊະ­ນິດ ແນວ ລະ ຄູ່ ໄດ້ ພາ­ກັນ ເຂົ້າ­ໄປ ໃນ ເຮືອ ເພື່ອ ຫລີກ­ເວັ້ນ ຈາກ ນ້ຳ ຖ້ວມ ຕາມ ທີ່ ພຣະ­ເຈົ້າ ໄດ້ ຊົງ ສັ່ງ ໄວ້.10ຫລັງ ຈາກ ເຈັດ ມື້ ແລ້ວ ຝົນ ກໍ­ໄດ້ ຕົກ­ລົງ ຖ້ວມ ໂລກ.

11ໃນ ວັນ­ທີ ສິບ ເຈັດ ເດືອນ ທີ ສອງ ເມື່ອ ໂນ­ອາ ມີ ອາ­ຍຸ ຫົກ ຮ້ອຍ ປີ ຟ້າ ກໍ ມືດ­ຄຶ້ມ ແລ້ວ ຖອກ ເທ ຫ່າ ຝົນ ລົງ ມາ­ສູ່ ໂລກ ນ້ຳ ໃນ ບໍ່ ໃນ ເຫວ ແລະ ຫ້ວຍ­ຮ່ອງ ກໍ ທັ່ງ ຂຶ້ນ ມາ.12ຝົນ­ຕົກ ບໍ່ ຂາດ ສາຍ ໃນ ແຜ່ນ­ດິນ­ໂລກ ສີ່ ສິບ ມື້ ສີ່ ສິບ ຄືນ.

13ໃນ ມື້ ທີ່ ຝົນ ເລີ້ມ ຕົກ ນັ້ນ ໂນ­ອາ ພ້ອມ ດ້ວຍ ເມຍ ແລະ ລູກ­ຊາຍ ສາມ ຄົນ ຄື ເຊມ ຮາມ ຢາ­ເຟດ ກັບ ເມຍ ຂອງ ພວກ ເຂົາ.14–15ພ້ອມ ທັງ ສັດ ທຸກ ຊະ­ນິດ ສັດ­ປ່າ ສັດ­ບ້ານ ສັດ ໃຫຍ່ ສັດ ນ້ອຍ ແລະ ນົກ ໜູ ທຸກ ຊະ­ນິດ ແນວ ລະ ຄູ່ ກໍ­ພາ­ກັນ ເຂົ້າ­ໄປ ຢູ່­ໃນ ເຮືອ.16ຕາມ ທີ່ ພຣະ­ເຈົ້າ ຊົງ ສັ່ງ ແລ້ວ ພຣະ­ອົງ ກໍ ຊົງ ອັດ ປະ­ຕູ ເຮືອ.

17ຄັນ ແລ້ວ ຝົນ ກໍ ເລີ້ມ ຕົກ ບໍ່ ຂາດ ສາຍ ຕະ­ຫລອດ ສີ່ ສິບ ມື້ ສີ່ ສິບ ຄືນ ນ້ຳ ກໍ ສູງ ຂຶ້ນ ເລື້ອຍໆ18–20ເຮືອ ຂອງ ໂນ­ອາ ຟູ ຢູ່ ເທິງ ໜ້າ­ນ້ຳ ນ້ຳ ກໍ ສູງ ຂຶ້ນ ເລື້ອຍໆ ຈົນ ພູ­ຜາ ໜ່ວຍ ສູງໆ ກໍ ຖືກ ນ້ຳ ຖ້ວມ ແລະ ນ້ຳ ຍັງ ໄດ້ ຖ້ວມ ພູ­ຜາ ເຫລົ່າ­ນັ້ນ ຂຶ້ນ ໄປ ອີກ ສິບ ຫ້າ ສອກ.21ທຸກໆ ສິ່ງ ທີ່ ມີ­ຊີ­ວິດ ຢູ່­ໃນ ໂລກ ຄື ນົກ ສັດ ທຸກ ຊະ­ນິດ ຕະ­ຫລອດ ທັງ ຄົນ ກໍ ຈົມ ນ້ຳ ຕາຍ ໝົດ.22ທຸກໆ ສິ່ງ ທີ່ ຫັນ ໃຈ ໄດ້ ເທິງ ແຜ່ນ­ດິນ ໂລກ ໄດ້ ຕາຍ ໄປ.23ພຣະ­ຜູ້­ເປັນ­ເຈົ້າ ໄດ້ ທຳ­ລາຍ ທຸກ ສິ່ງ ທີ່ ມີ­ຊີ­ວິດ ຢູ່ ເທິງ ແຜ່ນ­ດິນ ໂລກ ເຊັ່ນ: ມະ­ນຸດ, ສັດ, ແລະ ນົກ. ເວັ້ນ ໄວ້ ແຕ່ ຄອບ­ຄົວ ຂອງ ໂນ­ອາ ແລະ ສັດ ທີ່ ມີ ຢູ່­ໃນ ເຮືອ ເທົ່າ ນັ້ນ24ນ້ຳ ໄດ້ ຖ້ວມ ໂລກ ຢູ່ ເປັນ ເວ­ລາ ຮ້ອຍ ຫ້າ ສິບ ມື້.

ປະຖົມມະການ7;1-24

1ຫລັງ ຈາກ ນ້ຳ ຖ້ວມ ໂລກ ໄດ້ ຮ້ອຍ ຫ້າ ສິບ ມື້ ແລ້ວ ພຣະ­ເຈົ້າ ຍັງ ບໍ່ ລືມ ໂນ­ອາ ພ້ອມ ທັງ ສັດ ຕ່າງໆ ທີ່­ຢູ່ ໃນ ເຮືອ ພຣະ­ອົງ ຊົງ ເຮັດ­ໃຫ້ ມີ ລົມ­ພັດ ມາ ເທິງ ໜ້າ ໂລກ ແລ້ວ ນ້ຳ ກໍ ຄ່ອຍ ບົກ ລົງ.2ທ້ອງ­ຟ້າ ກໍ ເລີ້ມ ແຈ່ມ­ໃສ ຂຶ້ນ ຝົນ ກໍ ເຊົາ ຕົກ.3–4ນ້ຳ ໃນ ບໍ່ ໃນ ເຫວ ແລະ ຫ້ວຍ­ຮ່ອງ ກໍ ຫລຸດ ນ້ອຍ ຖອຍ ລົງ ເປັນ ລຳ­ດັບ ໃນ ມື້ ວັນ­ທີ ສິບ ເຈັດ ຂອງ ເດືອນ ເຈັດ. ເຮືອ ຂອງ ໂນ­ອາ ໄດ້ ຄ້າງ ຢູ່ ເທິງ ພູ ອາ­ຣາ­ຣັດ5ນ້ຳ ໄດ້ ບົກ ລົງ ເລື້ອຍໆ ຈົນ ມື້ ວັນ­ທີ ໜຶ່ງ ຂອງ ເດືອນ ສິບ ຍອດ­ພູ ທັງ­ຫລາຍ ຈຶ່ງ ໄດ້ ປະ­ກົດ ຂຶ້ນ.

6–7ຢູ່ ຕໍ່­ມາ ອີກ ສີ່ ສິບ ວັນ ໂນ­ອາ ໄດ້ ໄຂ ປ່ອງ­ຢ້ຽມ ເຮືອ ອອກ ແລ້ວ ໄດ້ ປ່ອຍ ກາ ໂຕ ໜຶ່ງ ອອກ ໄປ ກາ ໂຕ ນັ້ນ ໄດ້ ບິນ ໄປ ມາ­ຈົນ ນ້ຳ ແຫ້ງ

8ໂນ­ອາ ກໍ­ໄດ້ ປ່ອຍ ນົກ­ກາງ­ແກ ໂຕ ໜຶ່ງ ອອກ ໄປ ອີກ ເພື່ອ­ຈະ ໄດ້ ຮູ້­ວ່າ ນ້ຳ ບົກ ແລ້ວ ຫລື ຍັງ.9ແຕ່­ວ່າ ນົກ­ກາງ­ແກ ໂຕ ນັ້ນ ບໍ່ ມີ ບ່ອນ ຈະ ຈັບ ຈຶ່ງ ໄດ້ ກັບ ຄືນ ມາ ຫາ ເພິ່ນ ເພາະ­ວ່າ ນ້ຳ ຍັງ ຖ້ວມ ໂລກ ຢູ່ ພໍ­ເຫັນ ນົກ ບິນ ກັບ ມາ ໂນ­ອາ ໄດ້ ເດ່­ມື ອອກ ໄປ ຈັບ ເອົາ ນົກ­ກາງ­ແກ ໂຕ ນັ້ນ ມາ ໄວ້ ໃນ ເຮືອ ນຳ ໝູ່.10ເຈັດ ມື້­ຕໍ່­ມາ ເພິ່ນ ໄດ້ ປ່ອຍ ນົກ­ກາງ­ແກ ອອກ ໄປ ອີກ.11ນົກ­ກາງ­ແກ ໂຕ ນັ້ນ ໄດ້ ບິນ ກັບ ມາ ໃນ ຕອນ ແລງ ພ້ອມ ທັງ ຄາບ ເອົາ ໃບ ໝາກ­ກອກ ມາ ນຳ ເມື່ອ ເຫັນ ເຊັ່ນ ນີ້ ເພິ່ນ ຈຶ່ງ ຮູ້­ຄັກ­ແນ່ ວ່າ ນ້ຳ ໄດ້ ບົກ ລົງ ແລ້ວ.12ເຈັດ ມື້­ຕໍ່­ມາ ເພິ່ນ ໄດ້ ປ່ອຍ ນົກ­ກາງ­ແກ ອອກ ໄປ ອີກ ແຕ່ ເທື່ອ ນີ້ ນົກ ໂຕ ນັ້ນ ບໍ່ ເຫັນ ກັບ ມາ ເລີຍ.

13ເມື່ອ ໂນ­ອາ ມີ ອາ­ຍຸ ໄດ້ ຫົກ ຮ້ອຍ ໜຶ່ງ ປີ ໃນ ວັນ­ທີ ໜຶ່ງ ຂອງ ເດືອນ ທີ ໜຶ່ງ ຂອງ ປີ ນັ້ນ ນ້ຳ ກໍ­ໄດ້ ແຫ້ງ ລົງ ໝົດ ຫລັງ ຈາກ ເພິ່ນ ໄດ້ ເປີດ ຫລັງ­ຄາ ເຮືອ ອອກ ແລ້ວ ກໍ ເຫັນ ວ່າ ໜ້າ­ດິນ ໄດ້ ແຫ້ງ ແລ້ວ.14ສະ­ນັ້ນ ໃນ ວັນ­ທີ ຊາວ ເຈັດ ຂອງ ເດືອນ ທີ ສອງ ແຜ່ນ­ດິນ­ໂລກ ກໍ ແຫ້ງ ໝົດ ແລ້ວ.

15–16ແລ້ວ ພຣະ­ເຈົ້າ ຊົງ ກ່າວ ແກ່ ໂນ­ອາ ວ່າ, “ເຈົ້າ ພ້ອມ ທັງ ເມຍ ລູກ­ຊາຍ ແລະ ລູກ­ໃພ້ ຈົ່ງ ພາ­ກັນ ອອກ­ຈາກ ເຮືອ ນັ້ນ ສາ.17ຈົ່ງ ປ່ອຍ ສັດ ທັງ­ຫລາຍ ທີ່­ຢູ່ ໃນ ເຮືອ ຄື ສັດ­ບ້ານ ສັດ­ປ່າ ສັດ­ເລືອ­ຄານ ນົກ ໜູ ອອກ ມາ ເພື່ອ ໃຫ້ ມັນ ອອກ ແມ່ ແຜ່ ລູກ ຫລາຍ ຂຶ້ນ ຢູ່­ໃນ ໂລກ ນີ້.”

18ດັ່ງ­ນັ້ນ ໂນ­ອາ ພ້ອມ ທັງ ເມຍ ລູກ­ຊາຍ ແລະ ລູກ­ໃພ້ ກໍ­ພາ­ກັນ ອອກ­ຈາກ ເຮືອ.19ສ່ວນ ສັດ­ບ້ານ ສັດ­ປ່າ ສັດ­ເລືອ­ຄານ ແລະ ນົກ ໜູ ກໍ­ພາ­ກັນ ອອກ ມາ ຈາກ ເຮືອ ຕາມ ຊະ­ນິດ ຂອງ ມັນ ເໝືອນ ກັນ.

ໂນ­ອາ ຖວາຍ ເຄື່ອງ­ບູ­ຊາ

20ຄັນ ຕໍ່­ມາ ໂນ­ອາ ໄດ້ ສ້າງ ແທ່ນ ບູ­ຊາ ຖວາຍ ແດ່ ພຣະ­ຜູ້­ເປັນ­ເຈົ້າ ເພິ່ນ ໄດ້ ເອົາ ສັດ ແລະ ນົກ ທີ່ ບໍ່ ມີ ມົນ­ທິນ ມາ ຂ້າ ເຜົາ ຖວາຍ ເທິງ ແທ່ນ ບູ­ຊາ ນັ້ນ.21ເມື່ອ ພຣະ­ຜູ້­ເປັນ­ເຈົ້າ ຊົງ ໄດ້ ຮັບ ກິ່ນ­ຫອມ ຫວນ ເຊັ່ນ ນັ້ນ­ແລ້ວ ພຣະ­ອົງ ຊົງ ຄິດ­ວ່າ, “ເຮົາ ຈະ ບໍ່ ດ່າ ສາບ­ແຊ່ງ ໂລກ ນີ້ ຍ້ອນ ມະ­ນຸດ ອີກ ເພາະ ເຮົາ ຮູ້ ແລ້ວ ວ່າ ຄວາມ ຄິດ ຊົ່ວ­ຊ້າ ຂອງ ມະ­ນຸດ ມີ ມາ ແຕ່ ເວ­ລາ ຍັງ ນ້ອຍ ເຮົາ ຈະ ບໍ່ ທຳ­ລາຍ ສິ່ງ ທີ່ ມີ­ຊີ­ວິດ ເໝືອນ ດັ່ງ ທີ່ ເຮົາ ໄດ້ ທຳ­ລາຍ ອີກ ແລ້ວ.

22ຕາບ­ໃດ ທີ່ ໂລກ ຍັງ ຄົງ ຢູ່

ຍາມ ຫວ່ານ­ກ້າ ແລະ ຍາມ ເກັບ­ກ່ຽວ

ລະ­ດູ­ໜາວ ແລະ ລະ­ດູ­ຮ້ອນ ກາງ­ເວັນ ແລະ ກາງ­ຄືນ

ຈະ ມີ ຢູ່ ສືບໆ ໄປ.”

ປະຖົມມະການ8;1-22

1ພຣະ­ເຈົ້າ ຊົງ ອວຍ ໄຊ ໃຫ້­ພອນ ແກ່ ໂນ­ອາ ພ້ອມ ທັງ ລູກ­ຊາຍ ທັງ ສາມ ຄົນ ຂອງ ເພິ່ນ ວ່າ, “ໃຫ້ ພວກ ເຈົ້າ ມີ ລູກ­ເຕົ້າ ມາກ ທະ­ວີ ຂຶ້ນ ທົ່ວ ແຜ່ນ­ດິນ­ໂລກ.2ສັດ ທຸກໆ ຊະ­ນິດ ໃນ ໂລກ ຄື ສັດ ໃຊ້ ງານ ສັດ­ເລືອ­ຄານ ສັດ ໃຫຍ່ ສັດ ນ້ອຍ ນົກ ໜູ ແລະ ປູ ປາ ນາໆ ຊະ­ນິດ ຈະ ຢ້ານ­ກົວ ແລະ ຢູ່ ໃຕ້ ອຳ­ນາດ ຂອງ ເຈົ້າ.3ແຕ່ ບັດ­ນີ້ ໄປ ສັດ ທຸກໆ ຊະ­ນິດ ແລະ ພືດ ທຸກໆ ຢ່າງ ພວກ ເຈົ້າ ກິນ ໄດ້ ເພາະ ເຮົາ ໄດ້ ປະ­ທານ ສິ່ງ ນັ້ນ ໃຫ້­ເປັນ ອາ­ຫານ ແກ່ ພວກ ເຈົ້າ.

4ແຕ່ ມີ ສິ່ງ ທີ່ ເຈົ້າ ບໍ່ ຄວນ ກິນ ຄື ເລືອດ ຊຶ່ງ ເປັນ ຊີ­ວິດ.5ຖ້າ ຜູ້­ໃດ ຂ້າ ເຈົ້າ ເຮົາ ຈະ ລົງ­ໂທດ ຜູ້­ນັ້ນ ເຖິງ ຕາຍ ເຮົາ ຈະ ທຳ­ລາຍ ສັດ ທຸກ ໂຕ ທີ່ ຂ້າ ເຈົ້າ ແລະ ເຮົາ ຈະ ລົງ­ໂທດ ທຸກໆ ຄົນ­ທີ່ ຂ້າ ເພື່ອນ ມະ­ນຸດ ດ້ວຍ ກັນ.

6ຜູ້­ໃດ ຂ້າ ເພື່ອນ ສັນ­ໃດ

ຜູ້­ນັ້ນ ຈະ ຖືກ ເພື່ອນ ຂ້າ ສັນ­ນັ້ນ

ເພາະ­ວ່າ ພຣະ­ເຈົ້າ ໄດ້ ຊົງ ສ້າງ ມະ­ນຸດ

ຕາມ ຮູບ­ຮ່າງ ຂອງ ພຣະ­ອົງ.

7ສະ­ນັ້ນ ພວກ ເຈົ້າ ຈົ່ງ ສືບ ໜໍ່ ແທນ ແນວ ໃຫ້ ມາກ ຫລາຍ ເພື່ອ ໃຫ້ ເຊື້ອ­ສາຍ ຂອງ ພວກ ເຈົ້າ ແຜ່­ຜາຍ ໄປ ທົ່ວ ທຸກ ແຫ່ງ ໃນ ໂລກ.”

8ພຣະ­ເຈົ້າ ຊົງ ສັນ­ຍາ ກັບ ໂນ­ອາ ແລະ ລູກ­ຊາຍ ຂອງ ເພິ່ນ ວ່າ,9“ແຕ່ ບັດ­ນີ້ ເປັນ­ຕົ້ນ ໄປ ເຮົາ ສັນ­ຍາ ຕໍ່ ເຈົ້າ ເຊື້ອ­ສາຍ ຂອງ ເຈົ້າ.10ແລະ ສັດ ທຸກ ຊະ­ນິດ ທີ່ ອອກ ມາ ຈາກ ເຮືອ ເຊັ່ນ ນົກ ໜູ ສັດ­ບ້ານ ສັດ­ປ່າ ວ່າ,11ດ້ວຍ ຄຳ­ໝັ້ນ­ສັນ­ຍາ ທີ່ ເຮົາ ຕັ້ງ ໄວ້ ເຮົາ ຈະ ບໍ່ ທຳ­ລາຍ ທຸກໆ ສິ່ງ ທີ່ ມີ­ຊີ­ວິດ ດ້ວຍ ນ້ຳ ນ້ຳ ຖ້ວມ ໂລກ ເຊັ່ນ ນີ້ ຈະ ບໍ່ ມີ ອີກ ຈັກ­ເທື່ອ.

12–13ພຣະ­ເຈົ້າ ຊົງ ກ່າວ ຕື່ມ ອີກ ວ່າ, “ເຮົາ ຕັ້ງ ຮຸ້ງ­ກິນ­ນ້ຳ ໄວ້ ເພື່ອ ເປັນ ເຄື່ອງ­ໝາຍ­ສຳ­ຄັນ ຂອງ ຄຳ­ໝັ້ນ­ສັນ­ຍາ ຕະ­ຫລອດ­ໄປ­ເປັນ­ນິດ ຊຶ່ງ ເຮົາ ໄດ້ ກະ­ທຳ ຕໍ່ ເຈົ້າ ແລະ ສັດ ຕ່າງໆ ຮຸ້ງ­ກິນ­ນ້ຳ ຈະ ເປັນ ເຄື່ອງ­ໝາຍ­ສຳ­ຄັນ ຂອງ ຄຳ­ໝັ້ນ­ສັນ­ຍາ ທີ່ ເຮົາ ໄດ້ ຕັ້ງ ໄວ້ ກັບ ໂລກ.14ຫາກ ເມື່ອ­ໃດ ເຮົາ ໄດ້ ເຮັດ­ໃຫ້ ມີ ເມກ ປົກ ຫຸ້ມ ທົ່ວ ແຜ່ນ­ດິນ­ໂລກ ແລະ ເຮັດ­ໃຫ້ ມີ ຮຸ້ງ ປະ­ກົດ ຂຶ້ນ ໃນ ເມກ.15ແລ້ວ ເຮົາ ກໍ ຈະ ຄິດ ເຖິງ ຄຳ­ໝັ້ນ­ສັນ­ຍາ ຂອງ ເຮົາ ທີ່ ໄດ້ ໃຫ້ ແກ່ ເຈົ້າ ແລະ ສັດ ທັງ­ປວງ ວ່າ ຈະ ບໍ່ ທຳ­ລາຍ ທຸກໆ ສິ່ງ ທີ່ ມີ­ຊີ­ວິດ ດ້ວຍ ນ້ຳ ອີກ.16ເມື່ອ ຮຸ້ງ ປະ­ກົດ ຂຶ້ນ ໃນ ເມກ ເຮົາ ກໍ ຈະ ໄດ້ ເຫັນ ແລະ ຈະ ໄດ້ ລະ­ນຶກ ເຖິງ ຄຳ­ໝັ້ນ­ສັນ­ຍາ ຕະ­ຫລອດ­ໄປ­ເປັນ­ນິດ ລະ­ຫວ່າງ ເຮົາ ກັບ ທຸກໆ ສິ່ງ ທີ່ ມີ­ຊີ­ວິດ ຢູ່­ໃນ ໂລກ.”

17ພຣະ­ເຈົ້າ ໄດ້ ກ່າວ ຕໍ່ ໂນ­ອາ ວ່າ, “ນີ້­ແຫລະ ຄື ເຄື່ອງ­ໝາຍ­ສຳ­ຄັນ ຂອງ ຄຳ­ໝັ້ນ­ສັນ­ຍາ ຊຶ່ງ ເຮົາ ໄດ້ ກະ­ທຳ ຕໍ່ ທຸກໆ ສິ່ງ ທີ່ ມີ­ຊີ­ວິດ ຢູ່­ໃນ ໂລກ.”

ໂນ­ອາ ແລະ ລູກ­ຊາຍ

18ລູກ­ຊາຍ ຂອງ ໂນ­ອາ ທີ່ ໄດ້ ອອກ ມາ ຈາກ ເຮືອ ຄື ເຊມ ຮາມ ແລະ ຢາ­ເຟດ. ຮາມ ເປັນ ພໍ່ ຂອງ ກາ­ນາ­ອານ.19ລູກ­ຊາຍ ທັງ ສາມ ຂອງ ເພິ່ນ ໄດ້ ເປັນ ບັນ­ພະ­ບູ­ລຸດ ຂອງ ປະ­ເທດ ຊາດ ທັງ­ປວງ ໃນ ໂລກ.

20–21ໂນ­ອາ ຊຶ່ງ ມີ ອາ­ຊີບ ເປັນ ພໍ່ ນາ ເປັນ ຜູ້ ທຳ­ອິດ ທີ່ ປູກ ຕົ້ນ ອະ­ງຸ່ນ ມື້­ໜຶ່ງ ເພິ່ນ ດື່ມ ນ້ຳ­ອະ­ງຸ່ນ ຫລາຍ ຈົນ ມືນ ເມົາ ຈົນ ຫລົງ ແກ້ ເຄື່ອງ­ນຸ່ງ ຫົ່ມ ຂອງ­ຕົນ ອອກ ແລ້ວ ນອນ ເປືອຍ ກາຍ ຢູ່­ໃນ ຜ້າ ເຕັນ.22ເມື່ອ ຮາມ ພໍ່ ຂອງ ກາ­ນາ­ອານ ເຫັນ ພໍ່ ຂອງ­ຕົນ ນອນ ເປືອຍ ກາຍ ຢ່າງ ມືນ ເມົາ ຢູ່ ເຊັ່ນ ນັ້ນ ກໍ ຟ້າວ ໄປ ບອກ ອ້າຍ ທັງ ສອງ ມາ.23ເມື່ອ ເຊມ ແລະ ຢາ­ເຟດ ໄດ້­ຍິນ ຄຳ ບອກ­ເລົ່າ ຂອງ ຮາມ ຜູ້ ເປັນ ນ້ອງ ຈຶ່ງ ຟ້າວ ພາ­ກັນ ມາ ທີ່ ຜ້າ ເຕັນ ນັ້ນ ພ້ອມ­ກັບ ຖື­ເອົາ ເສື້ອ ຜືນ ໜຶ່ງ ພາດ ໃສ່ ບ່າ ຄັນ ມາ ຮອດ ຜ້າ ເຕັນ ຂອງ ພໍ່ ແລ້ວ ພວກ ເຂົາ ກໍ ຍ່າງ ຖອຍ­ຫລັງ ເຂົ້າ ມາ ຫາ ພໍ່ ແລ້ວ ເອົາ ເສື້ອ ທີ່ ພາດ ຢູ່ ເທິງ ບ່າ ນັ້ນ ປົກ ຕົວ ພໍ່ ໄວ້ ເພາະ ບໍ່­ຢາກ ເຫັນ ພໍ່ ຢູ່­ໃນ ສະ­ພາບ ເປືອຍ ກາຍ ເຊັ່ນ ນັ້ນ.

24ເມື່ອ ໂນ­ອາ ຕື່ນ ແຕ່ ນອນ ແລະ ຊວ່າງ ເຫລົ້າ ແລ້ວ ກໍ ຮູ້­ຈັກ ສິ່ງ ທີ່ ລູກ­ຊາຍ ຫລ້າ ໄດ້ ກະ­ທຳ ຕໍ່ ຕົນ.25ເພິ່ນ ຈຶ່ງ ຮ້ອງ ຂຶ້ນ ວ່າ:

“ກູ ຂໍ ສາບ­ແຊ່ງ ກາ­ນາ­ອານ

ມັນ ຈະ ເປັນ ຂ້ອຍ ຂ້າ ຂອງ ອ້າຍ ມັນ.”

26ເພິ່ນ ກ່າວ ອີກ ວ່າ,

“ຂໍ ສັນ­ລະ­ເສີນ ພຣະ­ຜູ້­ເປັນ­ເຈົ້າ ຜູ້ ເປັນ ພຣະ­ເຈົ້າ ຂອງ ເຊມ

ກາ­ນາ­ອານ ຈະ ເປັນ ຂ້ອຍ ຂ້າ ຂອງ ເຊມ.”

27ຂໍ ພຣະ­ເຈົ້າ ຊົງ ໂຜດ­ໃຫ້ ຢາ­ເຟດ ຈະ­ເລີນ ຮັ່ງ­ມີ ສົມ­ບູນ ຂຶ້ນ

ແລະ ຂໍ ໃຫ້ ເຊື້ອ­ສາຍ ຂອງ ລາວ ຈົ່ງ ຢູ່ ຮ່ວມ­ກັນ

ກັບ ປະ­ຊາ­ຊົນ ຂອງ ເຊມ ກາ­ນາ­ອານ ຈົ່ງ ຕົກ ເປັນ

ຂ້ອຍ ຂ້າ ຂອງ ຢາ­ເຟດ.”

28ຫລັງ ຈາກ ນ້ຳ ຖ້ວມ ໂລກ ແລ້ວ ໂນ­ອາ ມີ ອາ­ຍຸ ຕໍ່­ມາ ອີກ ສາມ ຮ້ອຍ ຫ້າ ສິບ ປີ.29ເພິ່ນ ຈຶ່ງ ເຖິງ ແກ່­ກຳ ໄປ ເມື່ອ ອາ­ຍຸ ໄດ້ 950 ປີ.

ປະຖົມມະການ9;1-29