1ເມື່ອ ທອດ ພຣະເນດ ເຫັນ ຄົນ ຫລວງຫລາຍ ດັ່ງນັ້ນ ພຣະອົງ ກໍ ສະເດັດ ຂຶ້ນ ພູ ເມື່ອ ປະທັບ ລົງ ແລ້ວ ພວກ ສາວົກ ກໍ ເຂົ້າ ມາ ເຝົ້າ.2ພຣະອົງ ຈິ່ງ ຊົງ ໄຂ ພຣະໂອດ ຕັ້ງຕົ້ນ ສັ່ງສອນ ເຂົາ ວ່າ,
3“ຜູ້ໃດ ທີ່ ຍາກຈົນ ຝ່າຍ ຈິດວິນຍານ ກໍ ເປັນ ສຸກ
ເພາະວ່າ ແຜ່ນດິນ ສະຫວັນ ເປັນ ຂອງ ຜູ້ນັ້ນ.
4ຜູ້ໃດ ໂສກເສົ້າ ກໍ ເປັນ ສຸກ
ເພາະວ່າ ຜູ້ນັ້ນ ຈະ ໄດ້ ຮັບ ການ ຊົງ ເລົ້າໂລມ.
5ຜູ້ໃດ ມີໃຈ ອ່ອນຫວານ ກໍ ເປັນ ສຸກ
ເພາະວ່າ ຜູ້ນັ້ນ ຈະ ໄດ້ ຮັບ ແຜ່ນດິນໂລກ ເປັນ ມໍລະດົກ.
6ຜູ້ໃດ ອຶດຫິວ ຄວາມ ຊອບທຳ ກໍ ເປັນ ສຸກ
ເພາະວ່າ ພຣະເຈົ້າ ຈະ ຊົງ ໃຫ້ ອີ່ມ ບໍລິບູນ.
7ຜູ້ໃດ ມີໃຈ ກະລຸນາ ກໍ ເປັນ ສຸກ
ເພາະວ່າ ຜູ້ນັ້ນ ຈະ ໄດ້ ຮັບ ພຣະກະລຸນາ ຕອບ.
8ຜູ້ໃດ ມີໃຈ ບໍລິສຸດ ກໍ ເປັນ ສຸກ
ເພາະວ່າ ຜູ້ນັ້ນ ຈະ ໄດ້ ເຫັນ ພຣະເຈົ້າ.
9ຜູ້ໃດ ສ້າງ ຄວາມສະຫງົບສຸກ ກໍ ເປັນ ສຸກ
ເພາະ ພຣະເຈົ້າ ຈະ ຊົງ ເອີ້ນ ຜູ້ນັ້ນ ວ່າ ເປັນ ບຸດ.
10ຜູ້ໃດ ຖືກ ຂົ່ມເຫງ ເພາະ ເຫັນແກ່ ຄວາມ ຊອບທຳ ກໍ ເປັນ ສຸກ
ເພາະວ່າ ແຜ່ນດິນ ສະຫວັນ ເປັນ ຂອງ ຜູ້ນັ້ນ.
11“ເມື່ອ ເຂົາ ຈະ ຕິຕຽນ ຂົ່ມເຫງ ນິນທາ ວ່າ ຮ້າຍ ທ່ານ ທັງຫລາຍ
ເປັນ ຄວາມບໍ່ຈິງ ທຸກ ຢ່າງ ເພາະ ເຫັນແກ່ ເຮົາ ພວກ ທ່ານ ກໍ ເປັນ ສຸກ.
12ຈົ່ງ ຊົມຊື່ນຍິນດີ ເພາະວ່າ ບຳເໜັດ ຂອງ ທ່ານ ທັງຫລາຍ ມີ ບໍລິບູນ ໃນ ສະຫວັນ
ເໝືອນ ດັ່ງນັ້ນ ແຫລະ, ເຂົາ ໄດ້ ຂົ່ມເຫງ ຜູ້ປະກາດພຣະທຳ ທີ່ຢູ່ ກ່ອນ ທ່ານ ທັງຫລາຍ.
ເລື່ອງ ເກືອ ແລະ ຄວາມ ສະຫວ່າງ
13“ທ່ານ ທັງຫລາຍ ຄື ເກືອ ສຳລັບ ໂລກ ແຕ່ ຖ້າ ເກືອ ນັ້ນ ຈືດຈາງ ໄປ ແລ້ວ ຈະ ເຮັດໃຫ້ ກັບ ເຄັມ ອີກ ໄດ້ ຢ່າງໃດ ແຕ່ ນັ້ນ ໄປ ກໍ ບໍ່ ມີ ປະໂຫຍດ ອັນໃດ ມີ ແຕ່ ຈະ ຖິ້ມ ເສຍ ໃຫ້ ຄົນ ຢຽບ ເທົ່າ ນັ້ນ.14“ພວກ ທ່ານ ຄື ແສງສະຫວ່າງ ສຳລັບ ໂລກ ເມືອງ ທີ່ ຕັ້ງ ຢູ່ ເທິງ ພູ ຈະ ບັງ ລັບ ໄວ້ ບໍ່ໄດ້.15ບໍ່ຫ່ອນ ມີ ຜູ້ໃດ ເມື່ອ ໄຕ້ ໂຄມ ແລ້ວ ເອົາ ບຸງ ມາ ກວມ ແຕ່ ເຄີຍ ຕັ້ງ ໄວ້ ເທິງ ຮອງ ຕີນ ໂຄມ ແລະ ມັນ ສ່ອງ ແຈ້ງ ໄປ ທົ່ວ ທຸກ ຄົນທີ່ ຢູ່ໃນ ເຮືອນ ນັ້ນ.16ເໝືອນ ຢ່າງ ນັ້ນ ແຫລະ, ພວກ ທ່ານ ຈົ່ງ ສ່ອງ ແຈ້ງ ແກ່ ຄົນ ທັງປວງ ເພື່ອ ວ່າ, ເມື່ອ ເຂົາ ເຫັນ ການ ດີ ທີ່ ພວກ ທ່ານ ເຮັດ ເຂົາ ຈະ ໄດ້ ສັນລະເສີນ ພຣະບິດາ ຂອງ ພວກ ທ່ານ ຜູ້ ຊົງ ສະຖິດ ຢູ່ໃນ ສະຫວັນ.
ເລື່ອງ ພຣະບັນຍັດ
17“ຢ່າ ຄຶດ ວ່າ ເຮົາ ມາ ລຶບລ້າງ ພຣະບັນຍັດ ແລະ ຖ້ອຍຄຳ ຂອງ ຜູ້ປະກາດພຣະທຳ ເສຍ ເຮົາ ບໍ່ໄດ້ ມາ ລຶບລ້າງ ແຕ່ ມາ ເຮັດໃຫ້ ສຳເລັດ ຄົບຖ້ວນ.18ເຮົາ ບອກ ທ່ານ ທັງຫລາຍ ຕາມ ຈິງ ວ່າ ຕາບໃດ ຟ້າ ແລະ ດິນ ຍັງ ຕັ້ງ ຢູ່ ແມ່ນແຕ່ ຈຸດ ຫລື ຂີດ ໃດໆ ກໍ ຈະ ບໍ່ ສູນ ໄປ ຈາກ ພຣະບັນຍັດ ຈົນ ກວ່າ ສິ່ງ ທັງປວງ ນັ້ນ ຈະ ໄດ້ ເກີດ ຂຶ້ນ ຄົບຖ້ວນ.19ເຫດສັນນັ້ນ ຜູ້ໃດ ໄດ້ ເຮັດໃຫ້ ຂໍ້ ເລັກນ້ອຍ ທີ່ສຸດ ໃນ ບັນດາ ຄຳສັ່ງ ນີ້ ເບົາບາງ ລົງ ທັງ ສອນ ຄົນ ອື່ນ ໃຫ້ ເຮັດ ຢ່າງ ນັ້ນ ດ້ວຍ ພຣະເຈົ້າ ຈະ ຊົງ ເອີ້ນ ຜູ້ນັ້ນ ວ່າ ຜູ້ ນ້ອຍ ທີ່ສຸດ ໃນ ແຜ່ນດິນ ສະຫວັນ ແຕ່ ຜູ້ໃດ ທີ່ ປະຕິບັດ ແລະ ສອນ ຕາມ ພຣະບັນຍັດ ພຣະເຈົ້າ ຈະ ຊົງ ເອີ້ນ ຜູ້ນັ້ນ ວ່າ ຜູ້ໃຫຍ່ ໃນ ແຜ່ນດິນ ສະຫວັນ.20ເພາະ ເຮົາ ບອກ ທ່ານ ທັງ ຫລາຍວ່າ ຖ້າ ການ ຖື ສິນ ທຳ ຂອງ ທ່ານ ບໍ່ ລື່ນ ກວ່າ ການ ຖື ສິນ ທຳ ຂອງ ພວກນັກທຳ ແລະ ພວກ ຟາຣີຊາຍ ພວກ ທ່ານ ຈະ ເຂົ້າໄປ ໃນ ແຜ່ນດິນ ສະຫວັນ ບໍ່ໄດ້ ຈັກເທື່ອ.
ເລື່ອງ ຄວາມ ຄຽດ ຮ້າຍ
21“ທ່ານ ທັງຫລາຍ ໄດ້ຍິນ ຄຳ ຊຶ່ງ ກ່າວ ໄວ້ ແກ່ ຄົນ ບູຮານ ວ່າ ‘ຢ່າ ຂ້າ ຄົນ ຖ້າ ຜູ້ໃດ ຂ້າ ຄົນ ຜູ້ນັ້ນ ຈະ ຕ້ອງ ຖືກ ພິພາກສາ ລົງໂທດ’.22ແຕ່ ຝ່າຍ ເຮົາ ເຮົາ ບອກ ພວກ ທ່ານ ວ່າ ຜູ້ໃດ ຮ້າຍ ອ້າຍ ນ້ອງ ຂອງຕົນ ຜູ້ນັ້ນ ຈະ ຕ້ອງ ຖືກ ໂທດ ຜູ້ໃດ ຈະ ເວົ້າ ແກ່ ອ້າຍ ນ້ອງ ຂອງຕົນ ວ່າ ‘ອ້າຍ ໂງ່’ ຜູ້ນັ້ນ ຈະ ຖືກ ພິພາກສາ ລົງໂທດ ຈາກ ສານສູງ ຜູ້ໃດ ຈະ ເວົ້າ ວ່າ ‘ອ້າຍ ບ້າ’ ຜູ້ນັ້ນ ຈະ ມີ ໂທດ ເຖິງ ໄຟ ນະຮົກ.23ດັ່ງນັ້ນ, ເມື່ອ ທ່ານ ກຳລັງ ນຳ ເຄື່ອງ ຖວາຍ ມາ ເຖິງ ແທ່ນ ບູຊາ ແລ້ວ ລະນຶກ ຂຶ້ນ ໄດ້ ວ່າ ທ່ານ ມີ ຂໍ້ ຂຸ້ນ ເຄືອງ ກັບ ອ້າຍ ນ້ອງ ຂອງຕົນ ດ້ວຍ ເລື່ອງ ໃດ ເລື່ອງ ໜຶ່ງ.24ຈົ່ງ ວາງ ເຄື່ອງບູຊາ ໄວ້ ຕໍ່ໜ້າ ແທ່ນ ນັ້ນ ກັບ ໄປ ຄືນ ດີ ກັບ ອ້າຍ ນ້ອງ ຜູ້ນັ້ນ ເສຍກ່ອນ ແລ້ວ ຈິ່ງ ມາ ຖວາຍ ເຄື່ອງບູຊາ ຂອງ ທ່ານ.25ຈົ່ງ ຮີບ ປອງດອງ ກັບ ຄູ່ ໂຈດ ຂອງຕົນ ໃນ ຂະນະ ທີ່ ຍັງ ຢູ່ ກາງ ທາງ ນຳກັນ ຢ້ານວ່າ ໂຈດ ນັ້ນ ຈະ ມອບ ທ່ານ ໄວ້ ກັບ ຕຸລາການ ແລະ ຕຸລາການ ຈະ ມອບ ທ່ານ ໄວ້ ກັບ ທຳມະ ໂຮງ ແລ້ວ ທ່ານ ຈະ ໄດ້ ຖືກ ຂັງໄວ້ ໃນ ຄຸກ.26ເຮົາ ບອກ ແກ່ ທ່ານ ຕາມ ຄວາມຈິງ ວ່າ ທ່ານ ຈະ ອອກຈາກ ທີ່ ນັ້ນ ບໍ່ໄດ້ ຈົນ ກວ່າ ຈະ ໄດ້ ໃຊ້ ໜີ້ ຈົນ ຄົບ ທຸກ ອັດ.
ເລື່ອງ ການ ຫລິ້ນຊູ້
27“ທ່ານ ທັງຫລາຍ ໄດ້ຍິນ ຄຳ ທີ່ ກ່າວ ໄວ້ ວ່າ ‘ຢ່າ ຫລິ້ນຊູ້ ສູ່ ຜົວເມຍ ທ່ານ’28ແຕ່ ຝ່າຍ ເຮົາ, ເຮົາ ບອກ ທ່ານ ທັງ ຫລາຍວ່າ ຜູ້ໃດ ເບິ່ງ ແມ່ຍິງ ດ້ວຍ ໃຈ ກຳໜັດ ໃນ ຍິງ ນັ້ນ ຜູ້ນັ້ນ ໄດ້ ຫລິ້ນຊູ້ ໃນ ໃຈ ກັບ ຍິງ ນັ້ນແລ້ວ.29ຖ້າ ຕາ ເບື້ອງ ຂວາ ຂອງ ທ່ານ ເຮັດໃຫ້ ຕົວ ຫລົງຜິດ ຈົ່ງ ຄວັດ ອອກ ຖິ້ມ ເສຍ ເພາະ ການ ທີ່ ເສຍ ອະໄວຍະວະ ສ່ວນໜຶ່ງ ກໍ ດີ ກວ່າ ໝົດ ທັງ ຕົວ ຈະ ຖືກ ຖິ້ມ ລົງ ໃນ ໝໍ້ ນະຮົກ.30ແລະ ຖ້າ ມື ເບື້ອງ ຂວາ ຂອງ ທ່ານ ເຮັດໃຫ້ ຫລົງຜິດ ຈົ່ງ ຕັດ ຖິ້ມ ເສຍ ເພາະ ການ ທີ່ ເສຍ ອະໄວຍະວະ ສ່ວນໜຶ່ງ ກໍ ດີ ກວ່າ ໝົດ ທັງ ຕົວ ຈະ ຕ້ອງ ຕົກ ໃນ ໝໍ້ ນະຮົກ.
ເລື່ອງ ການ ຢ່າຮ້າງ
31“ຍັງ ມີ ຄຳ ກ່າວ ໄວ້ ວ່າ ‘ຖ້າ ຜູ້ໃດ ຈະ ປະຮ້າງ ເມຍ ຂອງຕົນ ກໍ ໃຫ້ ເຮັດ ໜັງສື ຢ່າຮ້າງ ໃຫ້ ເມຍ ນັ້ນ’.32ແຕ່ ຝ່າຍ ເຮົາ, ເຮົາ ບອກ ທ່ານ ທັງ ຫລາຍວ່າ ຖ້າ ຜູ້ໃດ ຈະ ປະ ເມຍ ຂອງຕົນ ເພາະ ເຫດ ອື່ນ ນອກຈາກ ການ ຜິດ ກັບ ຊາຍ ອື່ນ ກໍ ທໍ່ກັບ ວ່າ ຜູ້ນັ້ນ ເຮັດໃຫ້ ຍິງ ນັ້ນ ຖືກ ຜິດ ໃນ ຖານ ຫລິ້ນຊູ້ ແລະ ຖ້າ ຜູ້ໃດ ຈະ ຮັບ ຍິງ ຊຶ່ງ ປະຮ້າງ ຢ່າງ ນັ້ນ ມາ ເປັນ ເມຍ ຜູ້ນັ້ນ ກໍ ຖືກ ຜິດ ໃນ ຖານ ຫລິ້ນຊູ້ ເໝືອນ ກັນ.
ເລື່ອງ ການ ສາບານ
33“ອີກ ປະການ ໜຶ່ງ ທ່ານ ທັງຫລາຍ ໄດ້ຍິນ ຄຳ ທີ່ ກ່າວ ໄວ້ ແກ່ ຄົນ ບູຮານ ວ່າ ‘ຢ່າ ເສຍ ຄຳ ສັດ ສາບານ ຄຳສາບານ ທີ່ ທ່ານ ຖວາຍ ຕໍ່ ອົງ ພຣະຜູ້ເປັນເຈົ້າ ແລ້ວ ຕ້ອງ ຮັກສາ ໄວ້ ໃຫ້ ໝັ້ນ’.34ແຕ່ ຝ່າຍ ເຮົາ, ເຮົາ ບອກ ທ່ານ ທັງ ຫລາຍວ່າ ຢ່າ ສາບານ ເລີຍ ໂດຍ ອ້າງເຖິງ ສະຫວັນ ກໍດີ, ເພາະ ສະຫວັນ ເປັນ ລາຊະບັນລັງ ຂອງ ພຣະເຈົ້າ.35ຫລື ໂດຍ ອ້າງເຖິງ ແຜ່ນດິນໂລກ ກໍດີ ເພາະ ແຜ່ນດິນໂລກ ເປັນ ທີ່ ຮອງ ພຣະບາດ ຂອງ ພຣະອົງ ຫລື ໂດຍ ອ້າງເຖິງ ກຸງ ເຢຣູຊາເລັມ ກໍດີ ເພາະ ກຸງ ເຢຣູຊາເລັມ ເປັນ ທີ່ ປະທັບ ຂອງ ພຣະມະຫາກະສັດ.36ຢ່າ ສາບານ ໂດຍ ອ້າງເຖິງ ຫົວ ຂອງຕົນ ເພາະ ທ່ານ ຈະ ເຮັດໃຫ້ ຜົມ ຂາວ ຫລື ດຳ ຈັກ ເສັ້ນ ດຽວ ກໍ ບໍ່ໄດ້.37ແຕ່ ຈົ່ງ ໃຫ້ ຖ້ອຍຄຳ ຂອງ ພວກ ທ່ານ ເປັນ ດັ່ງນີ້ ‘ແມ່ນ’ ກໍ ວ່າ ‘ແມ່ນ’ ‘ບໍ່ແມ່ນ’ ກໍ ວ່າ ‘ບໍ່ແມ່ນ’ ເພາະ ຄຳ ເວົ້າ ເກີນ ນີ້ ໄປ ມາ ຈາກ ຄວາມ ຊົ່ວ .
ເລື່ອງ ການ ຕອບແທນ ແກ້ແຄ້ນ
38“ພວກ ທ່ານ ໄດ້ຍິນ ຄຳ ທີ່ ກ່າວ ໄວ້ ວ່າ, ‘ຕາ ແທນ ຕາ ແລະ ແຂ້ວ ແທນ ແຂ້ວ’.39ຝ່າຍ ເຮົາ, ເຮົາ ບອກ ທ່ານ ທັງ ຫລາຍວ່າ ຢ່າ ຕໍ່ສູ້ ກັບ ຄົນຊົ່ວ ແຕ່ ຖ້າ ຜູ້ໃດ ຕົບ ແກ້ມ ເບື້ອງ ຂວາ ຂອງ ທ່ານ ຈົ່ງ ປິ່ນ ແກ້ມ ເບື້ອງ ຊ້າຍ ໃຫ້ ຜູ້ນັ້ນ ເໝືອນ ກັນ.40ຖ້າ ຜູ້ໃດ ຢາກ ຟ້ອງ ເອົາ ເສື້ອ ຊັ້ນ ໃນ ຂອງ ທ່ານ ໄປ ກໍ ຈົ່ງ ໃຫ້ ເສື້ອ ຊັ້ນ ນອກ ແກ່ ເພິ່ນ ເໝືອນ ກັນ.41ຖ້າ ຜູ້ໃດ ຈະ ເກນ ທ່ານ ໃຫ້ ຍ່າງ ໄປ ໜຶ່ງ ຫລັກ ກໍ ໃຫ້ ທ່ານ ໄປ ກັບ ເພິ່ນ ເຖິງ ສອງ ຫລັກ.42ຖ້າ ຜູ້ໃດ ຈະ ຂໍ ນຳ ທ່ານ ກໍ ຈົ່ງ ໃຫ້ ຢ່າ ປິ່ນຫລັງ ໃສ່ ຜູ້ ທີ່ ຢາກ ຢືມ ຈາກ ທ່ານ.
ເລື່ອງ ຄວາມ ຮັກ ຕໍ່ ສັດຕູ
43ທ່ານ ທັງຫລາຍ ໄດ້ຍິນ ຄຳ ທີ່ ກ່າວ ໄວ້ ວ່າ ‘ຈົ່ງ ຮັກ ເພື່ອນບ້ານ ແລະ ຊັງ ສັດຕູ’44ແຕ່ ຝ່າຍ ເຮົາ, ເຮົາ ບອກ ທ່ານ ທັງ ຫລາຍວ່າ ຈົ່ງ ຮັກ ສັດຕູ ຂອງ ທ່ານ ຈົ່ງ ອ້ອນວອນ ສຳລັບ ຜູ້ ທີ່ ຂົ່ມເຫງ ທ່ານ.45ເພື່ອ ທ່ານ ທັງຫລາຍ ຈະ ເກີດ ເປັນ ບຸດ ຂອງ ພຣະບິດາ ຂອງ ທ່ານ ຜູ້ ຊົງ ສະຖິດ ຢູ່ໃນ ສະຫວັນ ເພາະ ພຣະອົງ ຊົງ ບັນດານ ໃຫ້ ດວງ ຕາເວັນ ຂອງ ພຣະອົງ ຂຶ້ນ ສ່ອງ ສະຫວ່າງ ໃສ່ ຄົນຊົ່ວ ແລະ ຄົນ ດີ ແລະ ຊົງ ໃຫ້ ຝົນຕົກ ໃສ່ ຄົນ ສິນ ທຳ ກັບ ຄົນ ບໍ່ ມີ ສິນ ທຳ ສະເໝີ ກັນ.46ຖ້າ ແມ່ນ ວ່າ ທ່ານ ຮັກ ຄົນ ທັງຫລາຍ ທີ່ ຮັກ ທ່ານ ທ່ານ ຈະ ໄດ້ ຮັບ ບຳເໜັດ ອັນໃດ ເຖິງ ພວກເກັບພາສີ ກໍ ຍັງ ເຮັດ ຢ່າງ ນັ້ນ ບໍ່ແມ່ນ ຫລື.47ຖ້າ ທ່ານ ຄຳນັບ ພີ່ນ້ອງ ຂອງຕົນ ແຕ່ ຝ່າຍ ດຽວ ທ່ານ ໄດ້ ເຮັດ ສິ່ງໃດ ລື່ນ ຄົນ ອື່ນ ທັງປວງ ເຖິງ ຄົນ ຕ່າງຊາດ ກໍ ຍັງ ເຮັດ ຢ່າງ ນັ້ນ ບໍ່ແມ່ນ ຫລື.48ເຫດສັນນັ້ນ ທ່ານ ທັງຫລາຍ ຕ້ອງ ເປັນ ຄົນ ດີ ທີ່ສຸດ ເໝືອນ ຢ່າງ ພຣະບິດາ ຂອງ ທ່ານ ຜູ້ ຊົງ ສະຖິດ ຢູ່ໃນ ສະຫວັນ ຊົງ ເປັນ ຜູ້ດີ ທີ່ສຸດ.
ມັດທາຍ5;1-48
1“ຈົ່ງ ລະວັງ ໃຫ້ ດີ ຢ່າ ຖື ສິນ ກິນ ທານ ເພື່ອ ອວດ ຄົນ ອື່ນ ເພາະ ຖ້າ ເຮັດ ຢ່າງ ນັ້ນ ທ່ານ ຈະ ບໍ່ໄດ້ ຮັບ ບຳເໜັດ ຈາກ ພຣະບິດາ ຂອງ ທ່ານ ຜູ້ ຊົງ ສະຖິດ ຢູ່ໃນ ສະຫວັນ.2“ເຫດສັນນັ້ນ ເມື່ອ ທ່ານ ໃຫ້ ທານ ຢ່າ ເປົ່າ ແກ ໄປ ກ່ອນ ໜ້າ ທ່ານ ເໝືອນ ດັ່ງ ຄົນ ໜ້າຊື່ໃຈຄົດ ເຄີຍ ເຮັດ ໃນ ໂຮງທຳ ມະ ເທດ ສະໜາ ແລະ ຕາມ ຖະໜົນ ເພື່ອ ໃຫ້ ມະນຸດ ສັນລະເສີນ ເຮົາ ບອກ ພວກ ທ່ານ ຕາມ ຄວາມຈິງ ວ່າ, ເຂົາ ໄດ້ ຮັບ ບຳເໜັດ ແລ້ວ.3ຝ່າຍ ພວກ ທ່ານ, ເມື່ອ ໃຫ້ ທານ ຢ່າ ໃຫ້ ມື ຊ້າຍ ຮູ້ ການ ທີ່ ມື ຂວາ ກຳລັງ ເຮັດ ນັ້ນ.4ເພື່ອ ທານ ຂອງ ທ່ານ ຈະ ໄດ້ ເປັນການລັບ ແລະ ພຣະບິດາ ຂອງ ພວກ ທ່ານ ຜູ້ ຊົງ ເຫັນ ໃນ ທີ່ ລັບລີ້ ຈະ ຊົງ ໂຜດປະທານ ບຳເໜັດ ແກ່ ທ່ານ.
ເລື່ອງ ການ ອ້ອນວອນ
5“ເມື່ອ ທ່ານ ທັງຫລາຍ ອ້ອນວອນ ຢ່າ ເປັນ ເໝືອນ ຄົນ ໜ້າຊື່ໃຈຄົດ ເພາະ ເຂົາ ຊອບ ຢືນ ອ້ອນວອນ ໃນ ໂຮງທຳ ມະ ເທດ ສະໜາ ແລະ ຕາມ ແຈ ຖະໜົນ ເພື່ອຈະ ໃຫ້ ມະນຸດ ເຫັນ ເຮົາ ບອກ ທ່ານ ທັງຫລາຍ ຕາມ ຄວາມຈິງ ວ່າ ເຂົາ ໄດ້ ຮັບ ບຳເໜັດ ແລ້ວ.6ແຕ່ ຝ່າຍ ທ່ານ, ເມື່ອ ຈະ ອ້ອນວອນ ຈົ່ງ ເຂົ້າໄປ ໃນ ຫ້ອງ ຄັນ ອັດ ປະຕູ ແລ້ວ ຈົ່ງ ອ້ອນວອນ ພຣະບິດາ ຂອງ ທ່ານ ຜູ້ ຊົງ ສະຖິດ ໃນ ທີ່ ລັບລີ້ ແລ້ວ ພຣະບິດາ ຂອງ ທ່ານ ຜູ້ ຊົງ ເຫັນ ໃນ ທີ່ ລັບລີ້ ຈະ ຊົງ ໂຜດປະທານ ບຳເໜັດ ແກ່ ທ່ານ.7“ແຕ່ ເມື່ອ ທ່ານ ອ້ອນວອນ ຢູ່ ຢ່າ ເວົ້າ ຊ້ຳ ຄຳ ເກົ່າ ເໝືອນ ຄົນ ຕ່າງຊາດ ເຄີຍ ເຮັດ ເພາະ ເຂົາ ຄຶດ ວ່າ ຖ້າ ເວົ້າ ຫລາຍ ຄຳ ພຣະເຈົ້າ ຈະ ຊົງ ໂຜດ ຮັບ ຟັງ.8ສັນນັ້ນ ຢ່າ ເຮັດ ຄື ເຂົາ ເພາະວ່າ ສິ່ງໃດ ທີ່ ທ່ານ ຕ້ອງການ ພຣະບິດາ ຂອງ ທ່ານ ກໍ ຊົງ ຊາບ ກ່ອນ ພວກ ທ່ານ ທູນ ຂໍ.9ເຫດ ສັນ ນີ້ ພວກ ທ່ານ ຈົ່ງ ອ້ອນວອນ ຕາມ ຢ່າງ ນີ້ ວ່າ,
‘ຂ້າ ແດ່ ພຣະບິດາ ຂອງ ຂ້າ ພຣະອົງ ທັງຫລາຍ
ຜູ້ ຊົງ ສະຖິດ ໃນ ສະຫວັນ
ຂໍ ໃຫ້ ພຣະນາມ ຂອງ ພຣະອົງ ເປັນ ທີ່ ໂຄລົບ ບູຊາ.
10ຂໍ ໃຫ້ ພຣະລາຊະອານາຈັກ ຂອງ ພຣະອົງ ມາ ຕັ້ງ ຢູ່
ຂໍ ໃຫ້ເປັນ ໄປ ຕາມ ນ້ຳ ພຣະໄທ ຂອງ ພຣະອົງ
ໃນ ສະຫວັນ ເປັນ ຢ່າງໃດ ກໍ ໃຫ້ເປັນ ໄປ ຢ່າງ ນັ້ນ ທີ່ ແຜ່ນດິນໂລກ.
11ຂໍ ຊົງ ໂຜດປະທານ ອາຫານ ປະຈຳວັນ
ໃຫ້ ແກ່ ຂ້າ ພຣະອົງ ທັງຫລາຍ ໃນ ກາລະ ວັນ ນີ້.
12ຂໍ ຊົງ ໂຜດ ຍົກໂທດ ໃຫ້ ຂ້າ ພຣະອົງ
ເໝືອນ ຂ້າ ພຣະອົງ ຍົກໂທດ
ໃຫ້ ແກ່ ຜູ້ ທີ່ ເຮັດ ຜິດ ຕໍ່ ຂ້າ ພຣະອົງ ນັ້ນ.
13ແລະ ຂໍ ຢ່າ ພາ ຂ້າ ພຣະອົງ ເຂົ້າໄປ ໃນ ການ ທົດລອງ
ແຕ່ ຂໍ ຊົງ ໂຜດໃຫ້ ພົ້ນ ຈາກ ການ ຊົ່ວຮ້າຍ
[ເຫດ ວ່າ ລາຊະອານາຈັກ, ລິດ ອຳນາດ, ແລະ ພຣະລັດສະໝີ
ກໍ ເປັນ ຂອງ ພຣະອົງ ສືບໆ ໄປ ເປັນນິດ. ອາ ແມນ’.]
14ເພາະວ່າ ຖ້າ ທ່ານ ຍົກ ຄວາມ ຜິດ ຂອງ ເພື່ອນ ມະນຸດ ພຣະບິດາ ຂອງ ທ່ານ ຜູ້ ຊົງ ສະຖິດ ໃນ ສະຫວັນ ຈະ ຊົງ ໂຜດ ຍົກ ຄວາມ ຜິດ ຂອງ ທ່ານ ດ້ວຍ.15ແຕ່ ຖ້າ ທ່ານ ບໍ່ ຍົກ ຄວາມ ຜິດ ຂອງ ເພື່ອນ ມະນຸດ ພຣະບິດາ ຂອງ ທ່ານ ກໍ ຈະ ບໍ່ ຊົງ ໂຜດ ຍົກ ຄວາມ ຜິດ ຂອງ ທ່ານ ເໝືອນ ກັນ.
ເລື່ອງ ສິນ ອົດອາຫານ
16“ເມື່ອ ທ່ານ ຖື ສິນ ອົດອາຫານ ຢ່າ ເຮັດ ໜ້າ ເສົ້າໝອງ ເໝືອນ ຄົນ ໜ້າຊື່ໃຈຄົດ ດ້ວຍ ວ່າ ເຂົາ ເຮັດ ໜ້າ ໝອງ ເພື່ອຈະ ໃຫ້ ມະນຸດ ເຫັນ ວ່າ ເຂົາ ຖື ສິນ ອົດອາຫານ ເຮົາ ບອກ ທ່ານ ທັງຫລາຍ ຕາມ ຄວາມຈິງ ວ່າ ເຂົາ ໄດ້ ຮັບ ບຳເໜັດ ແລ້ວ.17ແຕ່ ຝ່າຍ ທ່ານ, ເມື່ອ ຖື ສິນ ອົດອາຫານ ຈົ່ງ ລ້າງ ໜ້າ ແລະ ເອົາ ນ້ຳມັນ ທາ ຫົວ.18ເພື່ອຈະ ບໍ່ໃຫ້ ມະນຸດ ເຫັນ ວ່າ ທ່ານ ຖື ສິນ ອົດອາຫານ ແຕ່ ໃຫ້ ປະກົດ ແກ່ ພຣະບິດາ ຂອງ ທ່ານ ຜູ້ ຊົງ ສະຖິດ ໃນ ທີ່ ລັບລີ້ ແລະ ພຣະບິດາ ຂອງ ທ່ານ ຜູ້ ຊົງ ເຫັນ ໃນ ທີ່ ລັບລີ້ ກໍ ຈະ ຊົງ ໂຜດປະທານ ບຳເໜັດ ແກ່ ທ່ານ.
ເລື່ອງ ຊັບສົມບັດ ໃນ ສະຫວັນ
19“ຢ່າ ຮິບ ໂຮມ ຊັບສົມບັດ ໄວ້ ສຳລັບ ຕົນ ໃນ ໂລກ ຊຶ່ງ ເປັນ ບ່ອນ ມອດ ແລະ ຂີ້ໝ້ຽງ ກັດ ກິນ ແລະ ເປັນ ບ່ອນ ທີ່ ໂຈນ ເຈາະ ເຂົ້າ ລັກເອົາ ໄດ້.20ແຕ່ ຈົ່ງ ຮິບ ໂຮມ ຊັບສົມບັດ ສຳລັບ ຕົນ ໄວ້ ໃນ ສະຫວັນ ບ່ອນ ມອດ ແລະ ຂີ້ໝ້ຽງ ກັດ ກິນ ບໍ່ໄດ້ ແລະ ທັງ ໂຈນ ເຈາະ ແລະ ລັກເອົາ ບໍ່ໄດ້.21ເພາະວ່າ ຊັບສົມບັດ ຂອງ ທ່ານ ຢູ່ ທີ່ ໃດ ໃຈ ຂອງ ທ່ານ ກໍ ຢູ່ ທີ່ ນັ້ນ ດ້ວຍ.
ເລື່ອງ ຄວາມ ສະຫວ່າງ ຂອງ ຮ່າງກາຍ
22“ຕາ ເປັນ ດວງ ສະຫວ່າງ ຂອງ ຮ່າງກາຍ ຖ້າ ຕາ ຂອງ ທ່ານ ປົກກະຕິ ດີ ຮ່າງກາຍ ທຸກ ສ່ວນ ກໍ ສະຫວ່າງ ດີ.23ແຕ່ ຖ້າ ຕາ ຂອງ ທ່ານ ບໍ່ ປົກກະຕິ ດີ ຮ່າງກາຍ ທຸກ ສ່ວນ ຂອງ ທ່ານ ກໍ ມືດ ໄປ ເຫດສັນນັ້ນ, ຖ້າ ຄວາມ ສະຫວ່າງ ທີ່ຢູ່ ໃນ ຕົວ ຂອງ ທ່ານ ມືດ ໄປ ຄວາມ ມືດ ນັ້ນ ຈະ ໜາທຶບ ພຽງ ໃດ ໜໍ.
ເລື່ອງ ພຣະເຈົ້າ ແລະ ເງິນ ຄຳ
24“ບໍ່ ມີ ຜູ້ໃດ ສາມາດ ເປັນ ຂ້າ ສອງ ເຈົ້າບ່າວ ສອງ ນາຍ ໄດ້ ເພາະ ຈະ ຊັງ ນາຍ ຜູ້ ນີ້ ແລະ ໄປ ຮັກ ນາຍ ຜູ້ນັ້ນ ຫລື ຈະ ຕິດ ພັນ ກັບ ນາຍ ຜູ້ ນີ້ ແລະ ປະໝາດ ຜູ້ນັ້ນ ທ່ານ ຈະ ເປັນ ຂ້ອຍ ໃຊ້ ຂອງ ພຣະເຈົ້າ ແລະ ເປັນ ຂ້ອຍ ໃຊ້ ຂອງ ເງິນ ຄຳ ພ້ອມ ກັນ ບໍ່ໄດ້.
ເລື່ອງ ຄວາມ ກະວົນກະວາຍ
25“ດ້ວຍ ເຫດ ນັ້ນ ເຮົາ ຈິ່ງ ບອກ ທ່ານ ທັງ ຫລາຍວ່າ ຢ່າ ກະວົນກະວາຍ ເຖິງ ຊີວິດ ຂອງຕົນ ວ່າ ຈະ ກິນ ຫຍັງ ຈະ ດື່ມ ຫຍັງ ແລະ ຢ່າ ກະວົນກະວາຍ ເຖິງ ຮ່າງກາຍ ຂອງຕົນ ວ່າ ຈະ ນຸ່ງ ຫຍັງ ຊີວິດ ກໍ ລື່ນ ກວ່າ ອາຫານ ບໍ່ແມ່ນ ຫລື ແລະ ຮ່າງກາຍ ກໍ ລື່ນ ກວ່າ ເຄື່ອງນຸ່ງ ຫົ່ມ ບໍ່ແມ່ນ ຫລື.26ຈົ່ງ ເບິ່ງ ນົກ ປ່າ ມັນ ບໍ່ໄດ້ ຫວ່ານ, ບໍ່ໄດ້ ກ່ຽວ ບໍ່ໄດ້ ເກັບ ໂຮມ ໃສ່ ເລົ້າ ໄວ້ ແຕ່ ພຣະບິດາ ຂອງ ທ່ານ ຜູ້ ຊົງ ສະຖິດ ຢູ່ໃນ ສະຫວັນ ກໍ ຍັງ ຊົງ ລ້ຽງ ນົກ ນັ້ນ ພວກ ທ່ານ ປະເສີດ ຫລາຍກວ່າ ນົກ ບໍ່ແມ່ນ ຫລື.27ມີ ໃຜ ໃນ ພວກ ທ່ານ ໂດຍ ຄວາມ ກະວົນກະວາຍ ອາດ ຕໍ່ ຊີວິດ ຂອງຕົນ ໃຫ້ ຍາວ ອອກ ໄປ ອີກ ຈັກ ສອກ ໜຶ່ງ ໄດ້ ຫລື.28ເປັນ ສັນໃດ ທ່ານ ທັງຫລາຍ ຈິ່ງ ກະວົນກະວາຍ ເຖິງ ເຄື່ອງນຸ່ງ ຫົ່ມ ຈົ່ງ ສັງເກດ ເບິ່ງ ດອກໄມ້ ໃນ ທົ່ງ ວ່າ ມັນ ຈະເລີນ ໃຫຍ່ ຂຶ້ນ ຢ່າງໃດ ມັນ ບໍ່ໄດ້ ເຮັດການ, ບໍ່ໄດ້ ເຂັນຝ້າຍ.29ແຕ່ ເຮົາ ບອກ ທ່ານ ທັງ ຫລາຍວ່າ ເຖິງແມ່ນ ກະສັດ ໂຊໂລໂມນ, ເມື່ອ ບໍລິບູນ ດ້ວຍ ສະຫງ່າລາສີ ກໍ ບໍ່ໄດ້ ຊົງ ເຄື່ອງ ງາມ ທໍ່ ດອກໄມ້ ເຫລົ່ານີ້ ດອກ ໜຶ່ງ.30ຖ້າ ພຣະເຈົ້າ ຊົງ ຕົກແຕ່ງ ຫຍ້າ ທີ່ ທົ່ງ ຢ່າງ ນັ້ນ ຊຶ່ງ ເປັນ ຢູ່ ມື້ນີ້ ແລະ ມື້ ໜ້າ ຕ້ອງ ຖືກ ຖິ້ມ ໃສ່ ເຕົາໄຟ ໂອ ຜູ້ ມີ ຄວາມເຊື່ອ ນ້ອຍ ເອີຍ, ພຣະອົງ ຈະ ບໍ່ ຊົງ ຕົກແຕ່ງ ທ່ານ ຫລາຍກວ່າ ນັ້ນ ອີກ ຫລື.31ເຫດສັນນັ້ນ ຢ່າ ກະວົນກະວາຍ ວ່າ ‘ພວກເຮົາ ຈະ ກິນ ຫຍັງ, ຈະ ດື່ມ ຫຍັງ ຫລື ຈະ ນຸ່ງຫົ່ມ ຫຍັງ’.32ເພາະວ່າ ພວກ ຕ່າງຊາດ ສະແຫວງຫາ ສິ່ງ ຂອງ ທັງປວງ ນີ້ ແຕ່ວ່າ ພຣະບິດາ ຂອງ ທ່ານ ທັງຫລາຍ ຜູ້ ຊົງ ສະຖິດ ຢູ່ໃນ ສະຫວັນ ຊົງ ຊາບ ແລ້ວ ວ່າ ພວກ ທ່ານ ຕ້ອງການ ສິ່ງ ທັງປວງ ເຫລົ່ານີ້.33ແຕ່ກ່ອນ ອື່ນ, ທ່ານ ທັງຫລາຍ ຈົ່ງ ສະແຫວງຫາ ລາຊະອານາຈັກ ຂອງ ພຣະເຈົ້າ ແລະ ຄວາມ ຊອບທຳ ຂອງ ພຣະອົງ ແລະ ພຣະອົງ ຈະ ຊົງ ເພີ່ມ ເຕີມ ສິ່ງ ທັງປວງ ເຫລົ່ານີ້ ໃຫ້ ແກ່ ທ່ານ.34ເຫດສັນນັ້ນ ຢ່າ ກະວົນກະວາຍ ເຖິງ ມື້ອື່ນ ເພາະວ່າ ມື້ອື່ນ ຄົງ ມີ ການ ກະວົນກະວາຍ ສຳລັບ ມັນ ເອງ ຄວາມທຸກ ໃນ ວັນ ໃດ ກໍ ພໍແລ້ວ ໃນ ວັນ ນັ້ນ.
ມັດທາຍ6;134
1“ຢ່າ ກ່າວໂທດ ໃສ່ ເຂົາ ເພື່ອ ພຣະເຈົ້າ ຈະ ບໍ່ ຊົງ ກ່າວໂທດ ໃສ່ ທ່ານ.2ເພາະວ່າ ທ່ານ ຈະ ກ່າວໂທດ ໃສ່ ເຂົາ ຢ່າງໃດ ພຣະເຈົ້າ ຈະ ຊົງ ກ່າວໂທດ ໃສ່ ທ່ານ ຢ່າງ ນັ້ນ ພວກ ທ່ານ ຈະ ຕວງ ໃຫ້ ເຂົາ ດ້ວຍ ເຄື່ອງ ຜອງ ອັນໃດ ພຣະເຈົ້າ ຈະ ຊົງ ຕວງ ໃຫ້ ພວກ ທ່ານ ດ້ວຍ ເຄື່ອງ ຜອງ ອັນ ນັ້ນ.3ເປັນ ຫຍັງ ທ່ານ ຈິ່ງ ຫລຽວ ເຫັນ ຂີ້ເຫຍື້ອ ທີ່ຢູ່ ໃນຕາ ພີ່ນ້ອງ ຂອງ ທ່ານ ແຕ່ ໄມ້ ທັງ ທ່ອນ ທີ່ຢູ່ ໃນຕາ ຂອງຕົນ ທ່ານ ບໍ່ ຮູ້ສຶກ.4ຫລື ເປັນ ສັນໃດ ທ່ານ ຈິ່ງ ກ່າວ ແກ່ ພີ່ນ້ອງ ຂອງ ທ່ານ ວ່າ ‘ໃຫ້ ຂ້ອຍ ເຂ່ຍ ຂີ້ເຫຍື້ອ ອອກຈາກ ຕາ ຂອງ ເຈົ້າ’ ແຕ່ ເບິ່ງ ແມ, ໄມ້ ທັງ ທ່ອນ ມີ ຢູ່ໃນ ຕາ ຂອງ ທ່ານ ເອງ.5ໂອ ຄົນ ໜ້າຊື່ໃຈຄົດ ເຮີຍ ຈົ່ງ ເອົາ ໄມ້ ທັງ ທ່ອນ ອອກຈາກ ຕາ ຂອງ ທ່ານ ກ່ອນ ແລ້ວ ທ່ານ ຈະ ເຫັນ ໄດ້ ຄັກ ຈິ່ງ ຈະ ເຂ່ຍ ຂີ້ເຫຍື້ອ ອອກຈາກ ຕາ ຂອງ ພີ່ນ້ອງ ຂອງຕົນ ໄດ້.6“ຢ່າ ເອົາ ຂອງ ປະເສີດ ໃຫ້ ແກ່ ໝາ ຢ່າ ໂຍນ ໄຂ່ມຸກ ໃສ່ ຕໍ່ໜ້າ ໝູ ຢ້ານວ່າ ມັນ ຈະ ຢຽບຢ່ຳ ເສຍ ແລະ ຈະ ຕ່າວ ມາ ຂົບ ຈີກ ທ່ານ ດ້ວຍ.
ເລື່ອງ ການ ຂໍ, ການ ຊອກ, ແລະ ການ ເຄາະ
7“ຈົ່ງ ໝັ່ນ ຂໍ ແລ້ວ ຈະ ຊົງ ປະທານ ໃຫ້ ຈົ່ງ ໝັ່ນ ຊອກ ແລ້ວ ຈະ ພົບ ຈົ່ງ ໝັ້ນ ເຄາະ ແລ້ວ ຈະ ຊົງ ໄຂ ໃຫ້.8ເພາະວ່າ ທຸກ ຄົນທີ່ ໝັ່ນ ຂໍ ກໍ ໄດ້ ຮັບ ທຸກ ຄົນທີ່ ໝັ່ນ ຊອກ ກໍ ພົບ ທຸກ ຄົນທີ່ ໝັ່ນ ເຄາະ ກໍ ຊົງ ໄຂ ໃຫ້.9ໃນ ພວກ ທ່ານ ມີ ຜູ້ໃດ ແດ່ ຖ້າ ລູກ ຂໍ ເຂົ້າ ປັ້ນ ໜຶ່ງ ຈະ ບໍ່ໄດ້ ເອົາ ກ້ອນຫີນ ໃຫ້ ຕີ້.10ຫລື ຖ້າ ລູກ ຂໍ ປາ ຈະ ບໍ່ໄດ້ ເອົາ ງູໃຫ້ ຕີ້.11ເຫດສັນນັ້ນ ຖ້າ ພວກ ທ່ານ ຜູ້ ເປັນ ຄົນຊົ່ວ ຍັງ ຮູ້ຈັກ ເອົາ ຂອງ ດີ ໃຫ້ ແກ່ ລູກ ຂອງຕົນ ຫລາຍກວ່າ ນັ້ນ ອີກ ຈັກ ເທົ່າໃດ ພຣະບິດາ ຂອງ ທ່ານ ຜູ້ ຊົງ ສະຖິດ ຢູ່ໃນ ສະຫວັນ ຈະ ຊົງ ປະທານ ຂອງ ດີ ແກ່ ຜູ້ ທີ່ ຂໍ ຈາກ ພຣະອົງ.12ດັ່ງນັ້ນ ສິ່ງໃດໆ ທີ່ ທ່ານ ປາດຖະໜາ ໃຫ້ ເຂົາ ເຮັດ ແກ່ ທ່ານ ທ່ານ ຈົ່ງ ເຮັດ ກັບ ເຂົາ ທຸກ ປະການ ເໝືອນ ກັນ ເພາະ ອັນ ນັ້ນ ຄື ພຣະບັນຍັດ ແລະ ຄຳ ສັ່ງສອນ ຂອງ ບັນດາ ຜູ້ປະກາດພຣະທຳ.
ເລື່ອງ ປະຕູ ຄັບແຄບ
13“ຈົ່ງ ເຂົ້າໄປ ທາງ ປະຕູ ຄັບແຄບ ເພາະວ່າ ປະຕູ ກໍ ກວ້າງ ແລະ ທາງ ກໍ ກວ້າງຂວາງ ທີ່ ນຳໄປ ເຖິງ ຄວາມ ຈິບຫາຍ ນັ້ນ ມີ ຫລາຍ ຄົນ ເຂົ້າໄປ ຕາມ ທາງ ນັ້ນ.14ເພາະວ່າ ປະຕູ ທີ່ ນຳໄປ ສູ່ ຊີວິດ ກໍ ຄັບ ແລະ ທາງ ກໍ ແຄບ ບໍ່ ມີ ຫລາຍ ຄົນ ພົບ ທາງ ນັ້ນ.
ເລື່ອງ ຮູ້ ເຫດ ໄດ້ ດ້ວຍ ຜົນ
15“ພວກ ທ່ານ ຈົ່ງ ລະວັງ ຜູ້ປະກາດພຣະທຳ ບໍ່ຈິງ ທີ່ ປອມ ຕົວ ຄື ແກະ ມາ ຫາ ທ່ານ ແຕ່ ພາຍໃນ ເຂົາ ເປັນ ໝາໄນ ຕົວ ຮ້າຍ.16ທ່ານ ຈະ ຮູ້ຈັກ ເຂົາ ໄດ້ ດ້ວຍ ຜົນ ຂອງ ເຂົາ ເຂົາ ເຄີຍ ເກັບ ໝາກ ອະງຸ່ນ ຈາກ ເຄືອ ມີ ໜາມ ຫລື ແລະ ເຂົາ ເຄີຍ ເກັບ ໝາກເດື່ອ ເທດ ຈາກ ຕົ້ນ ມີ ໜາມ ຫລື.17ດັ່ງນັ້ນ ໄມ້ ດີ ທຸກ ຕົ້ນ ຍ່ອມ ເກີດ ຜົນດີ ແຕ່ ຕົ້ນໄມ້ ບໍ່ ດີ ກໍເກີດ ຜົນ ບໍ່ ດີ.18ຕົ້ນໄມ້ ດີ ຈະ ເກີດ ຜົນ ບໍ່ ດີ ບໍ່ໄດ້ ຫລື ຕົ້ນໄມ້ ບໍ່ ດີ ຈະ ເກີດ ຜົນດີ ກໍ ບໍ່ໄດ້.19ໄມ້ ທຸກ ຕົ້ນ ທີ່ ບໍ່ເກີດ ຜົນດີ ຕ້ອງ ຖືກ ປ້ຳ ຖິ້ມ ໃສ່ ໄຟ ເສຍ.20ເຫດສັນນັ້ນ ພວກ ທ່ານ ຈະ ຮູ້ຈັກ ເຂົາ ໄດ້ ດ້ວຍ ຜົນ ຂອງ ເຂົາ.
ເລື່ອງ ການ ຊົງ ປະຕິເສດ
21“ບໍ່ແມ່ນ ໝົດ ທຸກ ຄົນທີ່ ກ່າວ ແກ່ ເຮົາ ວ່າ, ‘ພຣະອົງເຈົ້າ, ພຣະອົງເຈົ້າ’ ຈະ ເຂົ້າ ໃນ ແຜ່ນດິນ ສະຫວັນ ເຂົ້າ ໄດ້ ແຕ່ ຜູ້ ທີ່ ເຮັດ ຕາມ ນ້ຳ ພຣະໄທ ພຣະບິດາ ຂອງ ເຮົາ ຜູ້ ຊົງ ສະຖິດ ຢູ່ໃນ ສະຫວັນ.22ເມື່ອ ເຖິງ ວັນ ນັ້ນ ຈະ ມີ ຫລາຍ ຄົນ ຮ້ອງ ໃສ່ ເຮົາ ວ່າ ‘ພຣະອົງເຈົ້າ, ພຣະອົງເຈົ້າ ພວກ ຂ້າ ພຣະອົງ ໄດ້ ປະກາດ ພຣະທຳ ໃນ ພຣະນາມ ຂອງ ພຣະອົງ ໄດ້ ຂັບໄລ່ ຜີ ອອກ ໃນ ພຣະນາມ ຂອງ ພຣະອົງ ແລະ ໄດ້ ເຮັດການ ອິດທິລິດ ຫລາຍ ປະການ ໃນ ພຣະນາມ ຂອງ ພຣະອົງ ບໍ່ແມ່ນ ຫລື’.23ເມື່ອນັ້ນ ເຮົາ ຈະ ໄດ້ ປະກາດ ແກ່ ເຂົາ ວ່າ ‘ເຮົາ ບໍ່ ຮູ້ຈັກ ພວກ ເຈົ້າ ຈັກເທື່ອ ເຈົ້າ ຜູ້ ເຮັດການ ຊົ່ວ ເຮີຍ, ຈົ່ງ ພ່າຍ ໜີ ໃຫ້ ພົ້ນ ຈາກ ເຮົາ ເສຍ’.
ເລື່ອງ ຮາກ ຕຶກ ສອງ ຢ່າງ
24“ເຫດສັນນັ້ນ ທຸກ ຄົນທີ່ ຟັງ ຄຳ ເຫລົ່ານີ້ ຂອງ ເຮົາ ແລະ ປະຕິບັດ ຕາມ ຄົນ ນັ້ນ ກໍ ປຽບ ເໝືອນ ຄົນ ສະຫລາດ ທີ່ ກໍ່ສ້າງ ຕຶກ ຂອງຕົນ ເທິງ ດານ ຫີນ.25ຝົນ ກໍ ຕົກ, ນ້ຳ ກໍ ນອງ, ລົມ ກໍ ພັດ ປະ ທະ ຕຶກ ນັ້ນ ແຕ່ ຕຶກ ນັ້ນ ກໍ ບໍ່ ພັງ ເພ ລົງ ເພາະ ຮາກ ມັນ ຕັ້ງ ຢູ່ ເທິງ ຫີນ.26ແຕ່ ທຸກ ຄົນທີ່ ໄດ້ຍິນ ຖ້ອຍຄຳ ເຫລົ່ານີ້ ຂອງ ເຮົາ ແລະ ບໍ່ ປະຕິບັດ ຕາມ ຄົນ ນັ້ນ ກໍ ປຽບ ເໝືອນ ຄົນ ໂງ່ ທີ່ ກໍ່ສ້າງ ຕຶກ ຂອງຕົນ ເທິງ ຫາດຊາຍ.27ຝົນ ກໍ ຕົກ, ນ້ຳ ກໍ ນອງ, ລົມ ກໍ ພັດ ປະ ທະ ຕຶກ ນັ້ນ ຕຶກ ນັ້ນ ກໍ ເພ ພັງລົງ ແລະ ການ ເພພັງ ຂອງ ມັນ ກໍ ເປັນ ການ ໃຫຍ່ຫລວງ.”
ຊົງ ສັ່ງສອນ ດ້ວຍ ອຳນາດ
28ຢູ່ ມາ ເມື່ອ ພຣະເຢຊູ ຊົງ ກ່າວ ຄຳ ເຫລົ່ານີ້ ຈົບລົງ ແລ້ວ ປະຊາຊົນ ທັງປວງ ກໍ ປະຫລາດ ໃຈ ໃນ ການ ສັ່ງສອນ ຂອງ ພຣະອົງ.29ເພາະວ່າ ພຣະອົງ ຊົງ ສັ່ງສອນ ເຂົາ ເໝືອນ ຜູ້ ມີ ລິດ ອຳນາດ ແລະ ບໍ່ ເໝືອນ ພວກນັກທຳ ຂອງ ເຂົາ.
ມັດທາຍ7;129