1ພຣະຜູ້ເປັນເຈົ້າ ຊົງ ກ່າວ ຕໍ່ ໂມເຊ ວ່າ,2“ຈົ່ງ ເລືອກ ເອົາ ຜູ້ນຳ ຄົນ ໜຶ່ງ ໃນ ແຕ່ລະ ຕະກູນ ໃຫ້ ໄປ ສືບ ສອດ ແນມເບິ່ງ ປະເທດ ການາອານ ຊຶ່ງ ເປັນ ບ່ອນ ທີ່ ເຮົາ ໄດ້ ມອບ ໃຫ້ ພວກ ອິສຣາເອນ.3–15ແລ້ວ ໂມເຊ ກໍ ປະຕິບັດ ຕາມ ໂດຍ ໄດ້ ຈັດ ສົ່ງ ພວກຜູ້ນຳ ຕໍ່ໄປ ນີ້ ອອກຈາກ ຖິ່ນ ກັນດານ ປາຣານ ເພື່ອ ໄປ ຍັງ ປະເທດ ການາອານ ຄື:
ຊາມມູອາ ລູກຊາຍ ຂອງ ຊາກູເຣ | ມາ ຈາກ ຕະກູນ ຣູເບັນ | |
ຊາຟາດ ລູກຊາຍ ຂອງ ໂຮຣີ | ມາ ຈາກ ຕະກູນ ຊິເມໂອນ | |
ກາເລັບ ລູກຊາຍ ຂອງ ເຢຟຸນເນ | ມາ ຈາກ ຕະກູນ ຢູດາ | |
ອີການ ລູກຊາຍ ຂອງ ໂຢເຊັບ | ມາ ຈາກ ຕະກູນ ອິດຊາຂາ | |
ໂຮເຊອາ ລູກຊາຍ ຂອງ ນູນ | ມາ ຈາກ ຕະກູນ ເອຟຣາອິມ | |
ປັນຕີ ລູກຊາຍ ຂອງ ຣາຟູ | ມາ ຈາກ ຕະກູນ ເບັນຢາມິນ | |
ກາດດີເອນ ລູກຊາຍ ຂອງ ໂສດີ | ມາ ຈາກ ຕະກູນ ເຊບູລູນ | |
ກາດດີ ລູກຊາຍ ຂອງ ສູສີ | ມາ ຈາກ ຕະກູນ ໂຢເຊັບ (ມານາເຊ) | |
ອຳມີເອນ ລູກຊາຍ ຂອງ ເກມາລີ | ມາ ຈາກ ຕະກູນ ດານ | |
ເສທູເຣ ລູກຊາຍ ຂອງ ມີກາເອນ | ມາ ຈາກ ຕະກູນ ອາເຊ | |
ນາບີ ລູກຊາຍ ຂອງ ໂວບສີ | ມາ ຈາກ ຕະກູນ ນັບທາລີ | |
ເກອູເອນ ລູກຊາຍ ຂອງ ມາກີ | ມາ ຈາກ ຕະກູນ ຄາດ |
16ພວກ ເຫລົ່ານີ້ ຄື ພວກ ນັກ ສືບ ສອດແນມ ທີ່ ໂມເຊ ສົ່ງ ໄປ ສຳຫລວດ ກວດເບິ່ງ ຜືນ ແຜ່ນດິນ ການາອານ ເພິ່ນ ໄດ້ ປ່ຽນ ຊື່ ໃໝ່ ໃຫ້ ໂຮເຊອາ ລູກຊາຍ ຂອງ ນູນ ວ່າ ໂຢຊວຍ.
17ໂມເຊ ໄດ້ ສົ່ງ ພວກ ນີ້ ອອກ ໄປ ແລະ ສັ່ງ ພວກ ເຂົາ ວ່າ, “ໃຫ້ ໄປ ແຕ່ ທິດເໜືອ ຫາ ທິດໃຕ້ ແລະ ຕະຫລອດ ທົ່ວ ທັງ ປະເທດ ແລ້ວ ໃຫ້ ໄປ ຍັງ ເນີນ ພູ.18ເພື່ອ ສຳຫລວດ ກວດ ເບິ່ງວ່າ ປະເທດ ນີ້ ເປັນ ຢ່າງໃດ ມີ ປະຊາຊົນ ຈັກ ຄົນ ແລະ ມີ ກຳລັງ ພົນ ໜ້ອຍ ຫລາຍ ແລະ ເຂັ້ມແຂງ ປານໃດ.19ໃຫ້ ສຳຫລວດ ກວດເບິ່ງ ອີກ ວ່າ ປະເທດ ນີ້ ອຸດົມສົມບູນ ຫລື ບໍ່ ປະຊາຊົນ ຢູ່ໃນ ເມືອງ ທີ່ ບໍ່ ມີ ກຳແພງ ຫລື ຢູ່ໃນ ປ້ອມ.20ໃຫ້ ເບິ່ງວ່າ ເມືອງ ນີ້ ອຸດົມສົມບູນ ຫລື ແຫ້ງແລ້ງ ແລະ ມີ ປ່າໄມ້ ຫລາຍ ບໍ? ຈົ່ງ ມີໃຈ ອົງອາດ ກ້າຫານ ແລະ ໃຫ້ ນຳ ເອົາ ຜົນລະປູກ ບາງຢ່າງ ທີ່ ເກີດ ຂຶ້ນ ຈາກ ບ່ອນນັ້ນ ມາ (ຍາມ ນັ້ນ ເປັນ ຍາມ ທີ່ ໝາກ ອະງຸ່ນ ກຳລັງ ສຸກ).
21ດັ່ງນັ້ນ ພວກ ນັກ ສືບ ຈຶ່ງ ໄດ້ ເດີນທາງ ໄປ ຍັງ ເຂດ ເໜືອ ເພື່ອ ສຳຫລວດ ກວດເບິ່ງ ດິນແດນ ຕັ້ງແຕ່ ປ່າ ກັນດານ ຊິນ ທາງ ເຂດ ໃຕ້ ຈົນ ຮອດ ທາງ ໄປ ສູ່ ເຣໂຮບ ໃກ້ ກັບ ຮາມັດ ຢູ່ ທາງ ທິດເໜືອ.22ພວກ ເຂົາ ພາກັນ ໄປ ທາງ ເຂດ ໃຕ້ ກ່ອນ ແລ້ວ ມາ ທາງ ເຮັບໂຣນ ຊຶ່ງ ເປັນ ບ່ອນຢູ່ ຂອງ ຊາວ ເຜົ່າ ອາຮີມານ ເຜົ່າ ເຊຊາຍ ແລະ ເຜົ່າ ຕານມາຍ ພວກ ເຜົ່າ ເຫລົ່ານີ້ ເປັນ ເຊື້ອສາຍ ຂອງ ຊົນຊາດ ຮູບຮ່າງ ໃຫຍ່ ຄື ພວກ ອານາກີມ (ເພິ່ນ ໄດ້ ສ້າງ ເມືອງ ເຮັບໂຣນ ກ່ອນ ເມືອງ ໂຊອານ ທີ່ ປະເທດ ເອຢິບ ເຈັດ ປີ).23ພວກ ເຂົາ ໄດ້ ເດີນທາງ ມາ ຮ່ອມ ເອັດຊະໂຄນ ຢູ່ ທີ່ ນີ້ ພວກ ເຂົາ ໄດ້ ຕັດ ເອົາ ງ່າ ຕົ້ນ ອະງຸ່ນ ຊຶ່ງ ມີ ພວງ ດົກໜາ ຈົນ ມີ ສອງ ຄົນໃຊ້ ໄມ້ ຫາມ ພວກ ເຂົາ ຍັງ ໄດ້ ນຳ ເອົາ ໝາກ ພິລາ ແລະ ໝາກເດື່ອ ມາ ນຳ.24(ບ່ອນນີ້ ເອີ້ນ ຊື່ວ່າ ຮ່ອມ ເອັດຊະໂຄນ ຮ່ອມ ໝາກ ອະງຸ່ນ ເພາະວ່າ ພວກ ອິສຣາເອນ ໄດ້ ຕັດ ເອົາ ພົ້ວ ໝາກ ອະງຸ່ນ ຢູ່ ບ່ອນນັ້ນ).
25–26ຫລັງ ຈາກ ສຳຫລວດ ກວດເບິ່ງ ດິນແດນ ໄດ້ ສີ່ ສິບ ມື້ ແລ້ວ ພວກ ເຂົາ ກໍພາກັນ ກັບ ຄືນ ມາ ຫາ ໂມເຊ ກັບ ອາໂຣນ ແລະ ພວກ ຊຸມນຸມຊົນ ອິສຣາເອນ ທີ່ ກາເດັດ ໃນ ຖິ່ນ ກັນດານ ປາຣານ ພວກ ເຂົາ ໄດ້ ລາຍ ງານ ທຸກ ສິ່ງ ທີ່ ໄດ້ ເຫັນ ແລະ ໄດ້ ເອົາ ໝາກ ໄມ້ ທີ່ ນຳ ມາ ນັ້ນ ໃຫ້ ທຸກ ຄົນ ເບິ່ງ.27ພວກ ເຂົາ ບອກ ກັບ ໂມເຊ ວ່າ, “ພວກ ຂ້ານ້ອຍ ໄດ້ ສຳຫລວດ ເບິ່ງ ຜືນ ແຜ່ນດິນ ຕາມ ທີ່ ໄດ້ ສົ່ງ ໄປ ນັ້ນແລ້ວ ດິນແດນ ແຫ່ງ ນີ້ ຮັ່ງມີ ແລະ ອຸດົມສົມບູນ ຫລາຍ ແລະ ນີ້ ເດ ໝາກ ໄມ້ ບາງ ຊະນິດ ຈາກ ປະເທດ ນັ້ນ.28ແຕ່ວ່າ ປະຊາຊົນ ຢູ່ ບ່ອນນີ້ ມີ ອຳນາດ ຫລາຍ ແລະ ຫົວ ເມືອງ ຕ່າງໆ ຂອງ ພວກ ເຂົາ ກໍ ກວ້າງ ໃຫຍ່ ໄພສານ ທັງ ມີ ກຳແພງ ປ້ອງກັນ ໄວ້ ຢ່າງ ດີ ຍິ່ງ ໄປ ກວ່າ ນີ້ ພວກ ຂ້ານ້ອຍ ຍັງ ໄດ້ ເຫັນ ເຊື້ອສາຍ ຂອງ ອານາກ ຊຶ່ງ ເປັນ ຄົນ ມີ ຮູບຮ່າງ ໃຫຍ່ ສູງ.29ສ່ວນ ອາມາເລັກ ກໍ ຢູ່ ທາງ ເຂດ ເບື້ອງ ໃຕ້ ແລະ ພວກ ຮິດຕີ ພວກ ເຢບຸດ ພວກ ອະໂມຣີດ ກໍ ຢູ່ ເທິງ ພູ ນ້ອຍ ພວກ ການາອານ ຢູ່ ໃກ້ ທະເລ ເມດິແຕຣາເນ ແລະ ຢູ່ ຕາມ ຝັ່ງ ແມ່ນ້ຳ ຢໍແດນ.”
30ແລ້ວ ກາເລັບ ຈຶ່ງ ບອກ ໃຫ້ ປະຊາຊົນ ທີ່ ຮ້ອງທຸກ ຕໍ່ ໂມເຊ ມິດ ງຽບ ແລະ ເວົ້າ ຕໍ່ໄປ ວ່າ, “ພວກເຮົາ ມີ ກຳລັງ ພຽງພໍ ທີ່ ຈະ ຊະນະ ໄດ້ ດັ່ງນັ້ນ ພວກເຮົາ ຕ້ອງ ເຂົ້າ ໂຈມຕີ ແລະ ຍຶດ ເອົາ ດິນແດນ ແຫ່ງ ນີ້ ດຽວນີ້.”31ແຕ່ວ່າ ພວກ ທີ່ ໄປ ນຳ ກາເລັບ ໄດ້ ເວົ້າ ວ່າ, “ບໍ່ໄດ້ ພວກເຮົາ ຍັງ ບໍ່ ທັນ ມີ ກຳລັງ ພຽງພໍ ທີ່ ຈະ ໄປ ຕີ ເພາະວ່າ ປະຊາຊົນ ຢູ່ ບ່ອນນັ້ນ ມີ ກຳລັງ ຫລາຍກວ່າ ພວກເຮົາ.”32ພວກ ເຂົາ ໄດ້ ລາຍ ງານ ຄວາມບໍ່ຈິງ ກ່ຽວກັບ ແຜ່ນດິນ ທີ່ ໄດ້ ໄປ ສຳຫລວດ ມາ ຕໍ່ ພວກ ອິສຣາເອນ ໂດຍ ພວກ ເຂົາ ເວົ້າ ວ່າ, “ດິນແດນ ແຫ່ງ ນັ້ນ ບໍ່ ມີ ພືດຜົນ ຢ່າງໃດ ພໍ ທີ່ ຈະ ລ້ຽງ ຝູງ ຄົນທີ່ ນັ້ນ ໄດ້ ທຸກ ຄົນທີ່ ພວກເຮົາ ໄດ້ ພົບ ເຫັນ ເປັນ ຄົນ ສູງ ໃຫຍ່ ທີ່ ເປັນ ເຊື້ອສາຍ ຂອງ ອານາກ.33ພວກ ເຂົາ ຫລຽວ ເບິ່ງ ພວກເຮົາ ຄື ກັບ ຝູງ ຕັກແຕນ ໂຕ ນ້ອຍໆ ເທົ່າ ນັ້ນ ແລະ ກໍ ເປັນ ດັ່ງນັ້ນ ໃນ ສາຍຕາ ຂອງ ພວກເຮົາ ດ້ວຍ.”
ຈົດເຊັນບັນຊີ13;133