Lao

ໂຢຮັນ 17

1ເມື່ອ ພຣະ­ເຢ­ຊູ ຊົງ ກ່າວ ຖ້ອຍ­ຄຳ ເຫລົ່າ­ນີ້ ແລ້ວ ພຣະ­ອົງ ກໍ ຊົງ ເງີຍ ພຣະ­ພັກ ຂຶ້ນ ເບິ່ງ ຟ້າ ໂດຍ ຊົງ ກ່າວ ວ່າ, “ພຣະ­ບິ­ດາ ເອີຍ, ເຖິງ ເວ­ລາ ແລ້ວ ຂໍ ຊົງ ໂຜດ­ໃຫ້ ພຣະ­ບຸດ ຂອງ ພຣະ­ອົງ ໄດ້ ຮັບ ກຽດ­ຕິ­ຍົດ ເພື່ອ ພຣະ­ບຸດ ຈະ ໄດ້ ຖວາຍ ກຽດ­ຕິ­ຍົດ ແດ່ ພຣະ­ອົງ.2ເໝືອນ ດັ່ງ ພຣະ­ອົງ ໄດ້ ຊົງ ປະ­ທານ ໃຫ້ ພຣະ­ບຸດ ມີ ສິດ ອຳ­ນາດ ເໜືອ ມະ­ນຸດ ທັງ­ປວງ ເພື່ອ ໃຫ້ ພຣະ­ບຸດ ປະ­ທານ ຊີ­ວິດ ອັນ­ຕະ­ຫລອດ­ໄປ­ເປັນ­ນິດ ແກ່ ທຸກ ຄົນ­ທີ່ ພຣະ­ອົງ ໄດ້ ຊົງ ມອບ ໃຫ້ ແກ່ ພຣະ­ບຸດ ນັ້ນ.3ນີ້­ແຫລະ, ແມ່ນ ຊີ­ວິດ ອັນ­ຕະ­ຫລອດ­ໄປ­ເປັນ­ນິດ ຄື ທີ່ ເຂົາ ຮູ້­ຈັກ ພຣະ­ອົງ ຜູ້ ຊົງ ເປັນ ພຣະ­ເຈົ້າ ທ່ຽງ ແທ້ ອົງ ດຽວ ແລະ ຮູ້­ຈັກ ພຣະ­ເຢ­ຊູຄ­ຣິດ ທີ່ ພຣະ­ອົງ ຊົງ ໃຊ້ ມາ.4ຂ້າ­ນ້ອຍ ໄດ້ ຖວາຍ ກຽດ­ຕິ­ຍົດ ແດ່ ພຣະ­ອົງ ໃນ ໂລກ ຂ້າ­ນ້ອຍ ໄດ້ ເຮັດ ກິດ­ຈະ­ການ ທີ່ ພຣະ­ອົງ ຊົງ ໃຫ້ ຂ້າ­ນ້ອຍ ເຮັດ ນັ້ນ ສຳ­ເລັດ ແລ້ວ.5ບັດ­ນີ້ ພຣະ­ບິ­ດາ ເອີຍ, ຂໍ ຊົງ ໂຜດ­ໃຫ້ ຂ້າ­ນ້ອຍ ມີ ກຽດ­ຕິ­ຍົດ ຕໍ່ ພຣະ­ພັກ ຂອງ ພຣະ­ອົງ ເອງ ຄື ກຽດ­ຕິ­ຍົດ ທີ່ ຂ້າ­ນ້ອຍ ມີ ກັບ ພຣະ­ອົງ ກ່ອນ ໂລກ ບໍ່ ທັນ ມີ ນັ້ນ.

6“ຂ້າ­ນ້ອຍ ໄດ້ ສະ­ແດງ ພຣະ­ນາມ ຂອງ ພຣະ­ອົງ ແກ່ ຄົນ ທັງ­ຫລາຍ ທີ່ ພຣະ­ອົງ ໄດ້ ຊົງ ປະ­ທານ ໃຫ້ ແກ່ ຂ້າ­ນ້ອຍ ຈາກ ມະ­ນຸດ­ສະ­ໂລກ ຄົນ ເຫລົ່າ­ນັ້ນ ເປັນ ຂອງ ພຣະ­ອົງ ແລ້ວ ແລະ ພຣະ­ອົງ ໄດ້ ຊົງ ປະ­ທານ ເຂົາ ໃຫ້ ແກ່ ຂ້າ­ນ້ອຍ ແລະ ເຂົາ ໄດ້ ຖື­ຮັກ­ສາ ພຣະ­ທຳ ຂອງ ພຣະ­ອົງ ແລ້ວ.7ບັດ­ນີ້ ເຂົາ ຊາບ ແລ້ວ ວ່າ ທຸກ ສິ່ງ ທີ່ ພຣະ­ອົງ ຊົງ ປະ­ທານ ໃຫ້ ແກ່ ຂ້າ­ນ້ອຍ ນັ້ນ ມາ ຈາກ ພຣະ­ອົງ.8ເພາະ­ວ່າ ຖ້ອຍ­ຄຳ ທັງ­ຫລາຍ ທີ່ ພຣະ­ອົງ ຊົງ ປະ­ທານ ໃຫ້ ແກ່ ຂ້າ­ນ້ອຍ ນັ້ນ ຂ້າ­ນ້ອຍ ໄດ້ ໃຫ້ ເຂົາ ແລ້ວ ແລະ ເຂົາ ໄດ້ ຮັບ ໄວ້ ແລະ ເຂົາ ຮູ້ ແນ່ ວ່າ ຂ້າ­ນ້ອຍ ມາ ຈາກ ພຣະ­ອົງ ທັງ ເຊື່ອ ວ່າ ພຣະ­ອົງ ໄດ້ ຊົງ ໃຊ້ ຂ້າ­ນ້ອຍ ມາ.9ຂ້າ­ນ້ອຍ ອ້ອນ­ວອນ ເພື່ອ ເຂົາ ຂ້າ­ນ້ອຍ ບໍ່­ໄດ້ ອ້ອນ­ວອນ ເພື່ອ ໂລກ ແຕ່ ເພື່ອ ຄົນ ເຫລົ່າ­ນັ້ນ ທີ່ ພຣະ­ອົງ ໄດ້ ຊົງ ປະ­ທານ ແກ່ ຂ້າ­ນ້ອຍ ເພາະ­ວ່າ ເຂົາ ເປັນ ຂອງ ພຣະ­ອົງ.10ທຸກ ສິ່ງ ຊຶ່ງ ເປັນ ຂອງ ຂ້າ­ນ້ອຍ ກໍ ເປັນ ຂອງ ພຣະ­ອົງ ແລະ ທຸກ ສິ່ງ ຊຶ່ງ ເປັນ ຂອງ ພຣະ­ອົງ ກໍ ເປັນ ຂອງ ຂ້າ­ນ້ອຍ ແລະ ຂ້າ­ນ້ອຍ ມີ ກຽດ­ຕິ­ຍົດ ໃນ ສິ່ງ ເຫລົ່າ­ນັ້ນ.11ບັດ­ນີ້ ຂ້າ­ນ້ອຍ ຈະ ບໍ່­ຢູ່ ໃນ ໂລກ ນີ້ ອີກ ແຕ່ ເຂົາ ຍັງ ຢູ່­ໃນ ໂລກ ນີ້ ຝ່າຍ ຂ້າ­ນ້ອຍ ກຳ­ລັງ ຈະ ເມືອ ຫາ ພຣະ­ອົງ ໂອ, ພຣະ­ບິ­ດາ ຜູ້ ບໍ­ລິ­ສຸດ ຂໍ ພຣະ­ອົງ ຊົງ ໂຜດ ພິ­ທັກ­ຮັກ­ສາ ເຂົາ ໄວ້ ໂດຍ ພຣະ­ນາມ ຂອງ ພຣະ­ອົງ ທີ່ ພຣະ­ອົງ ໄດ້ ຊົງ ປະ­ທານ ແກ່ ຂ້າ­ນ້ອຍ ນັ້ນ ເພື່ອ ເຂົາ ຈະ ເປັນ ອັນ ໜຶ່ງ ອັນ ດຽວ ກັນ ເໝືອນ ດັ່ງ ເຮົາ ທັງ ສອງ.12ເມື່ອ ຂ້າ­ນ້ອຍ ຍັງ ຢູ່ ກັບ ເຂົາ ຂ້າ­ນ້ອຍ ກໍ­ໄດ້ ພິ­ທັກ­ຮັກ­ສາ ເຂົາ ໄວ້ ໂດຍ ພຣະ­ນາມ ຂອງ ພຣະ­ອົງ ທີ່ ພຣະ­ອົງ ໄດ້ ຊົງ ປະ­ທານ ແກ່ ຂ້າ­ນ້ອຍ ຂ້າ­ນ້ອຍ ໄດ້ ປົກ­ປັກ­ຮັກ­ສາ ເຂົາ ໄວ້ ແລະ ບໍ່ ມີ ຜູ້­ໃດ ໄດ້ ເສຍ ໄປ ເວັ້ນ ໄວ້ ແຕ່ ຜູ້ ຖືກ ຊົງ ໝາຍ ໄວ້ ສຳ­ລັບ ຄວາມ ຈິບ­ຫາຍ ເພື່ອ ໃຫ້ ສຳ­ເລັດ ໄປ ຕາມ ຂໍ້ ພຣະ­ທຳ.13ບັດ­ນີ້ ຂ້າ­ນ້ອຍ ກຳ­ລັງ ຈະ ເມືອ ຫາ ພຣະ­ອົງ ຂ້າ­ນ້ອຍ ກ່າວ­ເຖິງ ສິ່ງ ເຫລົ່າ­ນີ້ ໃນ ໂລກ ເພື່ອ ເຂົາ ຈະ ໄດ້ ຮັບ ຄວາມ ຊົມ­ຊື່ນ­ຍິນ­ດີ ຂອງ ຂ້າ­ນ້ອຍ ຢ່າງ ບໍ­ລິ­ບູນ.14ຝ່າຍ ຂ້າ­ນ້ອຍ ໄດ້ ມອບ ພຣະ­ທຳ ຂອງ ພຣະ­ອົງ ໃຫ້ ແກ່ ເຂົາ ແລ້ວ ແລະ ໂລກ ນີ້ ໄດ້ ໄດ້ ກຽດ­ຊັງ ເຂົາ ເພາະ ເຂົາ ບໍ່­ຢູ່ ຝ່າຍ ໂລກ ເໝືອນ ຂ້າ­ນ້ອຍ ບໍ່­ຢູ່ ຝ່າຍ ໂລກ ນັ້ນ.15ຂ້າ­ນ້ອຍ ບໍ່­ໄດ້ ຂໍ ພຣະ­ອົງ ເອົາ ເຂົາ ອອກ­ຈາກ ໂລກ ນີ້ ແຕ່ ໄດ້ ຂໍ ຮັກ­ສາ ເຂົາ ໄວ້ ໃຫ້ ພົ້ນ ຈາກ ມານ ຮ້າຍ. 16ເຂົາ ບໍ່­ຢູ່ ຝ່າຍ ໂລກ ເໝືອນ ດັ່ງ ຂ້າ­ນ້ອຍ ນີ້ ບໍ່­ຢູ່ ຝ່າຍ ໂລກ.17ຂໍ ຊົງ ໂຜດ ຊຳ­ລະ ເຂົາ ໃຫ້­ບໍ­ລິ­ສຸດ ດ້ວຍ ຄວາມ­ຈິງ ພຣະ­ທຳ ຂອງ ພຣະ­ອົງ ນັ້ນ ເປັນ­ຄວາມ ຈິງ.18ພຣະ­ອົງ ຊົງ ໃຊ້ ຂ້າ­ນ້ອຍ ມາ ໃນ ໂລກ ສັນ­ໃດ ຂ້າ­ນ້ອຍ ກໍ ໃຊ້ ເຂົາ ໄປ ໃນ ໂລກ ສັນ­ນັ້ນ.19ຂ້າ­ນ້ອຍ ຊຳ­ລະ ຕົວ ຖວາຍ ເພາະ ເຫັນ­ແກ່ ເຂົາ ເພື່ອ ໃຫ້ ເຂົາ ຮັບ ການ ຊົງ ຊຳ­ລະ ແຕ່ງ­ຕັ້ງ ໄວ້ ດ້ວຍ ຄວາມ­ຈິງ ເໝືອນ ກັນ.

20“ຂ້າ­ນ້ອຍ ບໍ່­ໄດ້ ອ້ອນ­ວອນ ເພື່ອ ຄົນ ເຫລົ່າ­ນີ້ ພວກ ດຽວ ແຕ່ ເພື່ອ ຄົນ ທັງ­ປວງ ທີ່ ວາງ­ໃຈ ໃນ ຂ້າ­ນ້ອຍ ເພາະ ຖ້ອຍ­ຄຳ ຂອງ ເຂົາ,21ເພື່ອ ເຂົາ ທັງ ໝົດ ຈະ ເປັນ ອັນ ໜຶ່ງ ອັນ ດຽວ ກັນ ດັ່ງ ທີ່ ພຣະ­ອົງ ຄື ພຣະ­ບິ­ດາ ຊົງ ສະ­ຖິດ ໃນ ຂ້າ­ນ້ອຍ ແລະ ຂ້າ­ນ້ອຍ ໃນ ພຣະ­ອົງ ເພື່ອ ໃຫ້ ເຂົາ ຢູ່­ໃນ ເຮົາ ທັງ ສອງ ເໝືອນ ກັນ ເພື່ອ ໂລກ ຈະ ໄດ້ ເຊື່ອ ວ່າ ແມ່ນ ພຣະ­ອົງ ແຫລະ, ຊົງ ໃຊ້ ຂ້າ­ນ້ອຍ ມາ.22ແລະ ກຽດ­ຕິ­ຍົດ ທີ່ ພຣະ­ອົງ ຊົງ ປະ­ທານ ໃຫ້ ແກ່ ຂ້າ­ນ້ອຍ ນັ້ນ ຂ້າ­ນ້ອຍ ກໍ­ໄດ້ ໃຫ້ ແກ່ ເຂົາ ເພື່ອ ເຂົາ ຈະ ເປັນ ອັນ ໜຶ່ງ ອັນ ດຽວ ກັນ ເໝືອນ ດັ່ງ ເຮົາ ທັງ ສອງ ເປັນ ອັນ ໜຶ່ງ ອັນ ດຽວ ກັນ ນັ້ນ.23ຂ້າ­ນ້ອຍ ຢູ່­ໃນ ເຂົາ ແລະ ພຣະ­ອົງ ຊົງ ຢູ່­ໃນ ຂ້າ­ນ້ອຍ ເພື່ອ ເຂົາ ຈະ ເປັນ ອັນ ໜຶ່ງ ອັນ ດຽວ ກັນ ຢ່າງ ສົມ­ບູນ ເພື່ອ ໂລກ ຈະ ໄດ້ ຮູ້­ວ່າ ແມ່ນ ພຣະ­ອົງ ນັ້ນ ແຫລະ, ຊົງ ໃຊ້ ຂ້າ­ນ້ອຍ ມາ ແລະ ພຣະ­ອົງ ຊົງ ຮັກ ເຂົາ ເໝືອນ ດັ່ງ ທີ່ ພຣະ­ອົງ ຊົງ ຮັກ ຂ້າ­ນ້ອຍ.

24“ໂອ ພຣະ­ບິ­ດາ ເອີຍ, ຊຶ່ງ ພຣະ­ອົງ ຊົງ ປະ­ທານ ໃຫ້ ແກ່ ຂ້າ­ນ້ອຍ ນັ້ນ ຂ້າ­ນ້ອຍ ກໍ ປາດ­ຖະ­ໜາ ຢາກ ໃຫ້ ເຂົາ ຢູ່ ກັບ ຂ້າ­ນ້ອຍ ໃນ ບ່ອນ ຊຶ່ງ ຂ້າ­ນ້ອຍ ຢູ່ ນັ້ນ ເໝືອນ ກັນ ເພື່ອ ເຂົາ ຈະ ໄດ້ ເຫັນ ສະ­ຫງ່າ­ລາ­ສີ ຂອງ ຂ້າ­ນ້ອຍ ຊຶ່ງ ພຣະ­ອົງ ຊົງ ປະ­ທານ ໃຫ້ ແກ່ ຂ້າ­ນ້ອຍ ເພາະ ພຣະ­ອົງ ຊົງ ຮັກ ຂ້າ­ນ້ອຍ ກ່ອນ ຊົງ ສ້າງ ໂລກ.25ໂອ ພຣະ­ບິ­ດາ ຜູ້ ຍຸດ­ຕິ­ທຳ, ໂລກ ນີ້ ບໍ່­ໄດ້ ຮູ້­ຈັກ ພຣະ­ອົງ ແຕ່ ຝ່າຍ ຂ້າ­ນ້ອຍ ໄດ້ ຮູ້­ຈັກ ພຣະ­ອົງ ແລະ ຄົນ ເຫລົ່າ­ນີ້ ໄດ້ ຮູ້­ວ່າ ແມ່ນ ພຣະ­ອົງ ແຫລະ, ຊົງ ໃຊ້ ຂ້າ­ນ້ອຍ ມາ.26ຂ້າ­ນ້ອຍ ໄດ້ ເຮັດ­ໃຫ້ ເຂົາ ຮູ້­ຈັກ ພຣະ­ນາມ ຂອງ ພຣະ­ອົງ ແລະ ຈະ ເຮັດ­ໃຫ້ ເຂົາ ຮູ້ ອີກ ເພື່ອ ຄວາມ ຮັກ ທີ່ ພຣະ­ອົງ ໄດ້ ຊົງ ຮັກ ຂ້າ­ນ້ອຍ ຈະ ຢູ່­ໃນ ເຂົາ ແລະ ຝ່າຍ ຂ້າ­ນ້ອຍ ກໍ ຢູ່­ໃນ ເຂົາ.”

ໂຢຮັນ17;126