Lao

ບັນຊີຂອງການສ້າງຄໍາພີໄບເບິນ

1ໃນ ຕົ້ນ ເດີມ ນັ້ນ ພຣະ­ເຈົ້າ ຊົງ ນິ­ລະ­ມິດ ສ້າງ ແຜ່ນ­ດິນ ແລະ ສັບ­ພະ ທຸກ ສິ່ງ ໃນ ທ້ອງ­ຟ້າ.

2ໂລກ ບໍ່ ທັນ ມີ ຮູບ­ຮ່າງ ເທື່ອ ຄວາມ ມືດ ຫຸ້ມ ຫໍ່ ມະ­ຫາ­ສະ­ໝຸດ ອັນ ກວ້າງ ໃຫຍ່ ໄພ­ສານ ແລະ ພຣະ­ວິນ­ຍານ ຂອງ ພຣະ­ເຈົ້າ ຊົງ ວົນ­ວຽນ ຢູ່ ເທິງ ນ້ຳ.3ພຣະ­ເຈົ້າ ຊົງ ສັ່ງ ວ່າ, “ໃຫ້ ແສງ­ສະ­ຫວ່າງ ເກີດ ມີ ຂຶ້ນ” ແສງ­ສະ­ຫວ່າງ ກໍ ມີ ຂຶ້ນ ມາ.4ພຣະ­ອົງ ຈຶ່ງ ຊົງ ທອດ ພຣະ­ເນດ ແສງ­ສະ­ຫວ່າງ ດ້ວຍ ຄວາມ ພໍ­ພຣະ­ໄທ. ດັ່ງ­ນັ້ນ ຈຶ່ງ ຊົງ ແຍກ ແສງ­ສະ­ຫວ່າງ ອອກ­ຈາກ ຄວາມ ມືດ5ພຣະ­ອົງ ຊົງ ເອີ້ນ ແສງ­ສະ­ຫວ່າງ ນັ້ນ ວ່າ, “ກາງ­ເວັນ” ແລະ ຊົງ ເອີ້ນ ຄວາມ ມືດ ນັ້ນ ວ່າ, “ກາງ­ຄືນ” ມື້ ຄືນ ຜ່ານ­ໄປ ມື້ ເຊົ້າ ຕ່າວ ມາ ແມ່ນ ມື້ ທີ ໜຶ່ງ.

6ຕໍ່­ມາ ພຣະ­ເຈົ້າ ຊົງ ສັ່ງ ວ່າ, “ໃຫ້ ມີ ວົງ ໂຄ້ງ ແຍກ ນ້ຳ ອອກ­ຈາກ ກັນ ເປັນ ສອງ ສ່ວນ ຄື: ນ້ຳ ຢູ່ ເທິງ ວົງ ໂຄ້ງ ແລະ ນ້ຳ ຢູ່ ລຸ່ມ ວົງ ໂຄ້ງ.”7ແລ້ວ ສິ່ງ ນັ້ນ ກໍ­ເກີດ ມີ ມາ.8ດັ່ງ­ນັ້ນ ພຣະ­ເຈົ້າ ຈຶ່ງ ຊົງ ເຮັດ ວົງ ໂຄ້ງ ແລະ ຊົງ ເອີ້ນ ວົງ ໂຄ້ງ ນັ້ນ ວ່າ, “ຟ້າ” ມື້ ຄືນ ຜ່ານ­ໄປ ແລະ ມື້ ເຊົ້າ ຕ່າວ ມາ ແມ່ນ ມື້ ທີ ສອງ.

9ຕໍ່­ມາ ອີກ ພຣະ­ເຈົ້າ ຊົງ ສັ່ງ ວ່າ, “ໃຫ້ ນ້ຳ ທີ່­ຢູ່ ລຸ່ມ ທ້ອງ­ຟ້າ ໂຮມ ເຂົ້າ­ກັນ ຢູ່ ບ່ອນ ດຽວ ເພື່ອ ໃຫ້ ມີ ວັດ­ຖຸ ແຫ້ງ ປະ­ກົດ ຂຶ້ນ” ແລ້ວ ສິ່ງ ນັ້ນ ກໍ­ເກີດ ມີ ມາ.10ພຣະ­ອົງ ຊົງ ເອີ້ນ ວັດ­ຖຸ ແຫ້ງ ນັ້ນ ວ່າ, “ແຜ່ນ­ດິນ” ແລະ ຊົງ ເອີ້ນ ນ້ຳ ທີ່ ໂຮມ ເຂົ້າ­ກັນ ນັ້ນ ວ່າ, “ມະ­ຫາ­ສະ­ໝຸດ” ພຣະ­ອົງ ຊົງ ຊົມ ສິ່ງ ທີ່ ນິ­ລະ­ມິດ ສ້າງ ຂຶ້ນ ມາ ແລ້ວ ນັ້ນ ກໍ ຊົງ ພໍ­ພຣະ­ໄທ.

11ຈຶ່ງ ຊົງ ສັ່ງ ວ່າ, “ໃຫ້ ແຜ່ນ­ດິນ ເກີດ ພືດ ທຸກ ຊະ­ນິດ ທັງ ແນວ ເປັນ ເມັດ ແລະ ແນວ ເປັນ ໝາກ” ແລ້ວ ທຸກ ສິ່ງ ກໍ­ເກີດ ມີ ມາ.12ດັ່ງ­ນັ້ນ ພືດ ທຸກ ຊະ­ນິດ ຈຶ່ງ ເກີດ ມີ ຂຶ້ນ ຕາມ ທີ່ ພຣະ­ອົງ ຊົງ ສັ່ງ ພຣະ­ອົງ ຊົງ ທອດ ພຣະ­ເນດ ສິ່ງ ທີ່ ຊົງ ນິ­ລະ­ມິດ ສ້າງ ກໍ ຊົງ ພໍ­ພຣະ­ໄທ.13ມື້ ຄືນ ຜ່ານ­ໄປ ແລະ ມື້ ເຊົ້າ ຕ່າວ ມາ ແມ່ນ ມື້ ທີ ສາມ.

14ຕໍ່­ມາ ພຣະ­ເຈົ້າ ຊົງ ສັ່ງ ວ່າ, “ໃຫ້ ມີ ດວງ ແຈ້ງ ໃນ ທ້ອງ­ຟ້າ ແຍກ ກາງ­ເວັນ ແລະ ກາງ­ຄືນ ແລະ ໃຫ້ ກຳ­ນົດ ເວ­ລາ ຂອງ ມື້ ຂອງ ປີ ແລະ ຂອງ ລະ­ດູ­ການ.15ພ້ອມ ທັງ ສົ່ງ ແສງ ລົງ­ມາ ເທິງ ແຜ່ນ­ດິນ ໂລກ ແລ້ວ ສິ່ງ ນັ້ນ ກໍ­ເກີດ ມີ ມາ.16ດັ່ງ­ນັ້ນ ພຣະ­ເຈົ້າ ຈຶ່ງ ຊົງ ສ້າງ ດວງ ແຈ້ງ ໃຫຍ່ ສອງ ດວງ ຄື ດວງ ຕາ­ເວັນ ສຳ­ລັບ ຄອບ­ຄອງ ກາງ­ເວັນ ແລະ ດວງ­ຈັນ ສຳ­ລັບ ຄອບ­ຄອງ ກາງ­ຄືນ ພຣະ­ອົງ ຍັງ ໄດ້ ຊົງ ສ້າງ ໝູ່ ດວງ ດາວ ຕ່າງໆ ອີກ.17ພຣະ­ອົງ ໄດ້ ຕັ້ງ ດວງ ຕາ­ເວັນ ດວງ­ຈັນ ແລະ ດວງ ດາວ ຕ່າງໆ ທີ່­ຢູ່ ເທິງ ຟ້າ ໃຫ້ ສົ່ງ ແສງ­ສະ­ຫວ່າງ ລົງ ມາ­ສູ່ ແຜ່ນ­ດິນ­ໂລກ.18ເພື່ອ ກຳ­ນົດ ກາງ­ເວັນ ກາງ­ຄືນ ແລະ ແຍກ ແສງ­ສະ­ຫວ່າງ ອອກ­ຈາກ ຄວາມ ມືດ ພຣະ­ອົງ ຊົງ ທອດ ພຣະ­ເນດ ສິ່ງ ທີ່ ນິ­ລະ­ມິດ ສ້າງ ກໍ ຊົງ ພໍ­ພຣະ­ໄທ.19ມື້ ຄືນ ຜ່ານ­ໄປ ແລະ ມື້ ເຊົ້າ ຕ່າວ ມາ ແມ່ນ ມື້ ທີ ສີ່.

20ແລ້ວ ຕໍ່­ມາ ພຣະ­ອົງ ຊົງ ສັ່ງ ວ່າ, “ໃຫ້ ສັດ ຫລາຍ ແນວ ເກີດ ຂຶ້ນ ໃນ ນ້ຳ ແລະ ໃຫ້ ມີ ນົກ ບິນ ໄປ ມາ ໃນ ທ້ອງ­ຟ້າ ອາ­ກາດ” ແລ້ວ ກໍ ເປັນ ດັ່ງ­ນັ້ນ.21ສະ­ນັ້ນ ພຣະ­ເຈົ້າ ຈຶ່ງ ຊົງ ນິ­ລະ­ມິດ ສ້າງ ສັດ­ທະ ເລ ຂະ­ໜາດ ໃຫຍ່ ແລະ ສິ່ງ ທີ່ ມີ­ຊີ­ວິດ ທຸກ ຊະ­ນິດ ເກີດ ຂຶ້ນ ມາ ໃນ ນ້ຳ ແລະ ຊົງ ສ້າງ ນົກ ທຸກ ຊະ­ນິດ ໃນ ທ້ອງ­ຟ້າ ອາ­ກາດ ພຣະ­ອົງ ຊົງ ທອດ ພຣະ­ເນດ ສິ່ງ ທີ່ ນິ­ລະ­ມິດ ສ້າງ ກໍ ຊົງ ພໍ­ພຣະ­ໄທ.22ແລ້ວ ຊົງ ອວຍ­ພອນ ແກ່ ສັດ ເຫລົ່າ­ນັ້ນ ວ່າ, “ຈົ່ງ ອອກ ແມ່ ແຜ່ ລູກ ໃຫ້ ເຕັມ ມະ­ຫາ­ສະ­ໝຸດ ແລະ ໃຫ້ ມີ ຝູງ ນົກ ແຜ່­ຜາຍ ຂະ­ຫຍາຍ ພັນ ຫລາຍ ຂຶ້ນ ເທິງ ແຜ່ນ­ດິນ ໂລກ.”23ມື້ ຄືນ ຜ່ານ­ໄປ ແລະ ມື້ ເຊົ້າ ຕ່າວ ມາ ແມ່ນ ມື້ ທີ ຫ້າ.

24ຄັນ ຕໍ່­ມາ ພຣະ­ເຈົ້າ ຊົງ ສັ່ງ ອີກ ວ່າ, “ໃຫ້ ສັດ ຕ່າງໆ ຄື ສັດ­ບ້ານ ສັດ­ປ່າ ແລະ ສັດ­ເລືອ­ຄານ ເກີດ ມີ ຂຶ້ນ ທົ່ວ­ໂລກ” ແລ້ວ ສິ່ງ ນັ້ນ ກໍ­ເກີດ ມີ ມາ.25ດັ່ງ­ນັ້ນ ພຣະ­ເຈົ້າ ຈຶ່ງ ຊົງ ນິ­ລະ­ມິດ ສ້າງ ສັດ­ບ້ານ ສັດ­ປ່າ ແລະ ສັດ­ເລືອ­ຄານ ທຸກ ຊະ­ນິດ ພຣະ­ອົງ ຊົງ ທອດ ພຣະ­ເນດ ສັດ ເຫລົ່າ­ນັ້ນ ກໍ ຊົງ ພໍ­ພຣະ­ໄທ.

26ຄັນ ແລ້ວ ພຣະ­ເຈົ້າ ຈຶ່ງ ຊົງ ກ່າວ ວ່າ, “ບັດ­ນີ້ ເຮົາ ຈະ ສ້າງ ມະ­ນຸດ ໃຫ້ ມີ ຮູບ­ຮ່າງ­ຄ້າຍ­ຄື ເຮົາ ເອງ ເຂົາ ຈະ ມີ ອຳ­ນາດ ເໜືອກ ວ່າ ປາ ນົກ ສັດ­ປ່າ ແລະ ສັດ­ເລືອ­ຄານ ຕ່າງໆ.”

27ດັ່ງ­ນັ້ນ ພຣະ­ເຈົ້າ ຈຶ່ງ ຊົງ ສ້າງ ມະ­ນຸດ ໃຫ້ ມີ ຮູບ­ຮ່າງ ຄ້າຍ ຄື­ກັນ­ກັບ ພຣະ­ອົງ ພຣະ­ອົງ ໄດ້ ຊົງ ສ້າງ ຊາຍ ແລະ ຍິງ.

28ຄັນ ສ້າງ ແລ້ວ ກໍ ຊົງ ອວຍ­ພອນ ໃຫ້ ແກ່ ເຂົາ ວ່າ, “ຈົ່ງ ມີ ລູກ­ເຕົ້າ ໃຫ້ ມາກ ຫລາຍ ໃຫ້ ເຊື້ອ­ສາຍ ຂອງ ພວກ ເຈົ້າ ມີ ຢູ່ ທົ່ວ ທຸກ ແຫ່ງ ເພື່ອ ຄຸ້ມ­ຄອງ ໂລກ ເຮົາ ໃຫ້ ພວກ ເຈົ້າ ມີ ອຳ­ນາດ ເໜືອກ ວ່າ ປາ ນົກ ສັດ­ປ່າ ແລະ ສັດ­ເລືອ­ຄານ ທຸກ ຊະ­ນິດ.”29ພຣະ­ເຈົ້າ ຊົງ ກ່າວ ຕໍ່­ໄປ ວ່າ, “ສຳ­ລັບ ພວກ ເຈົ້າ ເຮົາ ໄດ້ ໃຫ້ ພືດ ແລະ ໝາກ ໄມ້ ທຸກ ຊະ­ນິດ ເປັນ ອາ­ຫານ.30ແຕ່ ສຳ­ລັບ ສັດ­ປ່າ ສັດ­ເລືອ­ຄານ ແລະ ຝູງ ນົກ ນັ້ນ ເຮົາ ໄດ້ ໃຫ້ ຫຍ້າ ເປັນ ອາ­ຫານ” ແລ້ວ ສິ່ງ ນັ້ນ ກໍ­ເກີດ ມີ ມາ.

31ພຣະ­ເຈົ້າ ຊົງ ທອດ ພຣະ­ເນດ ສັບ­ພະ ທຸກ ສິ່ງ ທີ່ ຊົງ ນິ­ລະ­ມິດ ສ້າງ ກໍ ຊົງ ພໍ­ພຣະ­ໄທ ຫລາຍ ມື້ ຄືນ ຜ່ານ­ໄປ ມື້ ເຊົ້າ ຕ່າວ ມາ ແມ່ນ ມື້ ທີ ຫົກ.

ປະຖົມມະການ1;131

1ດັ່ງ­ນັ້ນ ແຜ່ນ­ດິນ­ໂລກ ທ້ອງ­ຟ້າ ສັບ­ພະ ທຸກ ສິ່ງ ໃນ ໂລກ ແລະ ໃນ ທ້ອງ­ຟ້າ ກໍ ສຳ­ເລັດ­ເສັດ­ສິ້ນ.2ໃນ ມື້ ທີ ເຈັດ ສັບ­ພະ ທຸກ ສິ່ງ ກໍ ສຳ­ເລັດ ໝົດ ແລ້ວ ໃນ ວັນ ນີ້ ພຣະ­ເຈົ້າ ຊົງ ພັກ­ຜ່ອນ ແລະ ຢຸດ ກິດ­ຈະ­ການ ທັງ­ປວງ.3ພຣະ­ອົງ ຊົງ ອວຍ­ພອນ ແກ່ ມື້ ທີ ເຈັດ ແລ້ວ ຕັ້ງ ເປັນ ວັນ ຂອງ ພຣະ­ເຈົ້າ ເພາະ ໃນ ວັນ ນັ້ນ ການ ນິ­ລະ­ມິດ ສ້າງ ກໍ ສຳ­ເລັດ ໝົດ ແລ້ວ ແລະ ພຣະ­ອົງ ຊົງ ຢຸດ ກິດ­ຈະ­ການ ທັງ­ປວງ.

4ແລະ ທຸກ ສິ່ງ ໃນ ທ້ອງ­ຟ້າ ກໍ ເປັນ ມາ ດັ່ງ ໄດ້ ກ່າວ ມາ ນີ້.

ມະ­ນຸດ ໃນ ສວນ ເອ­ເດັນ

ເມື່ອ ພຣະ­ຜູ້­ເປັນ­ເຈົ້າ ໄດ້ ຊົງ ສ້າງ ແຜ່ນ­ດິນ­ໂລກ ແລະ ທ້ອງ­ຟ້າ ສຳ­ເລັດ ແລ້ວ.

5ຕົ້ນ­ໄມ້ ກໍ ຫຍ້າ ກໍ ຍັງ ບໍ່ ທັນ ມີ ເລີຍ ເພາະ­ວ່າ ພຣະ­ເຈົ້າ ຍັງ ບໍ່ ທັນ ເຮັດ­ໃຫ້ ຝົນ­ຕົກ ແລະ ບໍ່ ມີ ຄົນ ທຳ ມາ ຫາ ກິນ ເທິງ ແຜ່ນ­ດິນ ໂລກ ເທື່ອ.6ເຖິງ­ແມ່ນ­ວ່າ ຈະ ບໍ່ ມີ ຝົນ­ຕົກ ກໍ­ດີ ກໍ ຍັງ ມີ ອາຍ ນ້ຳ ຂຶ້ນ ມາ ຈາກ ດິນ ເພື່ອ ເຮັດ­ໃຫ້ ພື້ນ­ດິນ ເກີດ ຄວາມ ຊຸ່ມ ຊື່ນ.7ເມື່ອ­ນັ້ນ ພຣະ­ຜູ້­ເປັນ­ເຈົ້າ ໄດ້ ເອົາ ດິນ ມາ ປັ້ນ­ເປັນ­ຮູບ ຄົນ ແລ້ວ ເປົ່າ ລົມ ຫາຍ­ໃຈ ໃສ່ ຮູ­ດັງ ໃຫ້ ມີ­ຊີ­ວິດ ຮູບ ປັ້ນ ນັ້ນ ກໍ ກັບ­ກາຍ ເປັນ ຄົນ­ທີ່ ມີ­ຊີ­ວິດ ຈິດ­ວິນ­ຍານ.

8ຕໍ່­ມາ ພຣະ­ຜູ້­ເປັນ­ເຈົ້າ ຊົງ ສ້າງ ສວນ ແຫ່ງ ໜຶ່ງ ຂຶ້ນ ໃນ ເອ­ເດັນ ທາງ ທິດ­ຕາ­ເວັນ­ອອກ ເມື່ອ ສ້າງ ແລ້ວ ກໍ ຊົງ ເອົາ ຄົນ­ທີ່ ພຣະ­ອົງ ໄດ້ ປັ້ນ ນັ້ນ ມາ ອາ­ໄສ ຢູ່.9ໃນ ສວນ ນັ້ນ ພຣະ­ອົງ ໄດ້ ຊົງ ນິ­ລະ­ມິດ ໃຫ້ ຕົ້ນ­ໄມ້ ເກີດ ຂຶ້ນ ຊຶ່ງ ມີ ໃບ ຂຽວ­ງາມ ດີ ແລະ ໝາກ ໄມ້ ກໍ ເປັນ ໜ້າ ຢາກ ກິນ ໃນ ກາງ ສວນ ມີ ຕົ້ນ­ໄມ້ ພິ­ເສດ ຢູ່ ສອງ ຕົ້ນ ຄື ຕົ້ນ­ໄມ້ ທີ່ ໃຫ້ ມີ­ຊີ­ວິດ ແລະ ຕົ້ນ­ໄມ້ ທີ່ ໃຫ້ ຮູ້­ຈັກ ຄວາມ ດີ ແລະ ຄວາມ ຊົ່ວ.

10ນອກ ນີ້ ຍັງ ມີ ແມ່­ນ້ຳ ສາຍ ໜຶ່ງ ໄຫລ ອອກ­ຈາກ ເອ­ເດັນ ມາ ຊຸບ ລ້ຽງ ສວນ ນີ້ ແມ່­ນ້ຳ ນີ້ ແບ່ງ ອອກ ເປັນ ສີ່ ສາຍ.11ສາຍ ທີ ໜຶ່ງ ຊື່­ວ່າ ປີ­ໂຊນ ຊຶ່ງ ໄຫລ ອ້ອມ ປະ­ເທດ ຮາ­ວິ­ລາ.12ໃນ ປະ­ເທດ ນີ້ ມີ ບໍ່ ຄຳ ຊັ້ນ ດີ, ມີ ແກ້ວ ປະ­ເສີດ ໂມ­ລາ ແລະ ຕົ້ນ ຢາງ ຫອມ ທີ່ ມີ­ຄ່າ.13ສາຍ ທີ ສອງ ຊື່­ວ່າ ກີ­ໂຮນ ຊຶ່ງ ໄຫລ ອ້ອມ ປະ­ເທດ ກູ­ເຊ.14ສາຍ ທີ ສາມ ຊື່­ວ່າ ຕິກ­ຣິດ ຊຶ່ງ ໄຫລ ຜ່ານ ປະ­ເທດ ອັດ­ຊີ­ເຣຍ ທາງ ທິດ­ຕາ­ເວັນ­ອອກ ແລະ ສາຍ ທີ ສີ່ ຊື່­ວ່າ ເອ­ຟຣາດ.

15ພຣະ­ຜູ້­ເປັນ­ເຈົ້າ ໄດ້ ເອົາ ຄົນ­ທີ່ ພຣະ­ອົງ ສ້າງ ນັ້ນ ມາ ເຝົ້າ ຮັກ­ສາ ແລະ ເບິ່ງ­ແຍງ ສວນ.16ພຣະ­ອົງ ຊົງ ສັ່ງ ແກ່ ຊາຍ ຜູ້­ນັ້ນ ວ່າ, “ໝາກ ໄມ້ ທຸກໆ ຕົ້ນ ໃນ ສວນ ນີ້ ເຈົ້າ ກິນ ໄດ້ ໝົດ.17ເວັ້ນ ໄວ້ ແຕ່ ຕົ້ນ ທີ່ ໃຫ້ ຮູ້­ຈັກ ຄວາມ ດີ ແລະ ຄວາມ ຊົ່ວ ເຈົ້າ ຢ່າ ກິນ ຖ້າ ເຈົ້າ ຂືນ ກິນ ໝາກ ໄມ້ ໃນ ຕົ້ນ ນີ້ ເຈົ້າ ຈະ ຕ້ອງ ເຖິງ ແກ່ ຄວາມ ຕາຍ.”

18ພຣະ­ຜູ້­ເປັນ­ເຈົ້າ ຊົງ ກ່າວ ອີກ ວ່າ, “ບໍ່ ເປັນ ການ ສົມ­ຄວນ ທີ່ ໃຫ້ ຜູ້­ຊາຍ ຢູ່ ໂດດ­ດ່ຽວ ເຊັ່ນ ນີ້ ເຮົາ ຄວນ ຫາ ຜູ້ ຊົດ ຊ່ອຍ ທີ່ ເໝາະ ສົມ ໃຫ້ ລາວ.”19ຄັນ ແລ້ວ ພຣະ­ອົງ ຈຶ່ງ ເອົາ ຂີ້­ດິນ ປັ້ນ ເປັນ ສັດ ແລະ ນົກ ຕ່າງໆ ແລ້ວ ເອົາ ສັດ ແລະ ນົກ ທີ່ ປັ້ນ ນັ້ນ ໃຫ້ ຊາຍ ຜູ້ ຮັກ­ສາ ສວນ ເບິ່ງ ເພື່ອ ຢາກ ຮູ້­ວ່າ ລາວ ຈະ ໃສ່ ຊື່ ຫຍັງ ໃຫ້ ຄັນ ແລ້ວ ຊື່ ທີ່ ລາວ ຕັ້ງ ນັ້ນ ກໍ ເປັນ ຊື່ ຂອງ ສັດ ຕ່າງໆ ຕໍ່ໆ ມາ.20ຫລັງ ຈາກ ຊາຍ ຜູ້­ນັ້ນ ໄດ້ ຕັ້ງ­ຊື່ ໃຫ້ ສັດ ຕ່າງໆ ແຕ່ ສັດ ເຫລົ່າ ນັ້ນ ກໍ ບໍ່­ໄດ້ ເປັນ ຜູ້ ຊ່ອຍ ລາວ ຫຍັງ ໝົດ.21ເມື່ອ ເປັນ ດັ່ງ­ນັ້ນ ພຣະ­ຜູ້­ເປັນ­ເຈົ້າ ຈຶ່ງ ຊົງ ເຮັດ­ໃຫ້ ຊາຍ ຜູ້­ນັ້ນ ນອນ­ຫລັບ ສະ­ໜິດ ໃນ ຂະ­ນະ ນອນ­ຫລັບ ຢູ່ ນັ້ນ ພຣະ­ອົງ ຊົງ ເອົາ ກະ­ດູກ ຂ້າງ ຊີກ ໜຶ່ງ ຂອງ ລາວ ອອກ ມາ ແລ້ວ ຊົງ ເຮັດ­ໃຫ້ ເນື້ອ­ໜັງ ຈອດ ຕິດ ກັນ ດັ່ງ ເດີມ.22ພຣະ­ອົງ ຊົງ ເອົາ ກະ­ດູກ ຂ້າງ ນັ້ນ ມາ ສ້າງ ເປັນ ຜູ້­ຍິງ ເມື່ອ ສ້າງ ແລ້ວ ພຣະ­ອົງ ກໍ ຊົງ ມອບ ຍິງ ນັ້ນ ໃຫ້ ແກ່ ລາວ.23ຊາຍ ຜູ້­ນັ້ນ ຈຶ່ງ ເວົ້າ ວ່າ:

“ໃນ ທີ່­ສຸດ ນີ້ ເດ ຜູ້ ຊຶ່ງ ມີ ຮູບ­ຮ່າງ ຄື ເຮົາ

ກະ­ດູກ ຂອງ ນາງ ມາ ຈາກ ກະ­ດູກ ຂອງ ເຮົາ

ເນື້ອ­ໜັງ ຂອງ ນາງ ມາ ຈາກ ເນື້ອ­ໜັງ ຂອງ ເຮົາ

ນາງ ຊື່­ວ່າ ຜູ້­ຍິງ ເພາະ ນາງ ມາ ຈາກ ຜູ້­ຊາຍ.”

24ດ້ວຍ ເຫດ ນີ້ ຜູ້­ຊາຍ ຈຶ່ງ ຕ້ອງ ລາ ຈາກ ພໍ່ ແມ່ ຂອງ­ຕົນ ໄປ ຕິດ ພັນ ຢູ່ ກັບ ເມຍ ແລ້ວ ເຂົາ ທັງ ສອງ ກໍ ກາຍ ເປັນ ຄົນ ຄົນ ດຽວ ກັນ.25ຜູ້­ຊາຍ ແລະ ຜູ້­ຍິງ ນັ້ນ ເປືອຍ ກາຍ ຢູ່ ໂດຍ ບໍ່ ຮູ້­ສຶກ ອາຍ ກັນ ເລີຍ.

ປະຖົມມະການ2;1-24