Lao

ອົບພະຍົບ 17:1-7

ນ້ຳ ອອກ ມາ ຈາກ ຫີນ

1ຊຸມ­ນຸມ­ຊົນ ອິ­ສຣາ­ເອນ ທັງ ໝົດ ໄດ້ ຍ້າຍ ອອກ­ຈາກ ຖິ່ນ ກັນ­ດານ ຊີນ ໄປ ຕັ້ງ ຄ້າຍ ຢູ່ ເປັນ ໄລ­ຍະໆ ຕາມ ພຣະ­ບັນ­ຊາ ຂອງ ພຣະ­ຜູ້­ເປັນ­ເຈົ້າ ພວກ ເຂົາ ໄດ້ ຕັ້ງ ຄ້າຍ ພັກ ເຊົາ ຢູ່ ທີ່ ເຣ­ຟີ­ດີມ ແຕ່ ໃນ ທີ່ ນີ້ ບໍ່ ມີ ນ້ຳ ໃຫ້ ປະ­ຊາ­ຊົນ ດື່ມ.2ພວກ ເຂົາ ຈຶ່ງ ຜິດ ຖຽງ ກັບ ໂມ­ເຊ ແລະ ເວົ້າ ວ່າ, “ໃຫ້ ພວກ ຂ້າ­ນ້ອຍ ດື່ມ­ນ້ຳ ແດ່” ໂມ­ເຊ ໄດ້ ຕອບ ວ່າ, “ພວກ ເຈົ້າ ຫາ ເລື່ອງ ຜິດ ຖຽງ ກັບ ຂ້ອຍ ເຮັດ­ຫຍັງ? ເປັນ ຫຍັງ ຈຶ່ງ ບັງ­ອາດ ລອງ ດີ ກັບ ພຣະ­ຜູ້­ເປັນ­ເຈົ້າ?”3ປະ­ຊາ­ຊົນ ໄດ້ ຫິວ ນ້ຳ ຫລາຍ ຂຶ້ນ ຈຶ່ງ ຈົ່ມ ຮ້າຍ ໃສ່ ໂມ­ເຊ ວ່າ, “ເປັນ ຫຍັງ ທ່ານ ຈຶ່ງ ພາ ພວກ ຂ້າ­ນ້ອຍ ອອກ ມາ ຈາກ ເອ­ຢິບ? ຮູ້ ບໍ ວ່າ ພວກ ຂ້າ­ນ້ອຍ ທັງ ເດັກ­ນ້ອຍ ແລະ ຝູງ ສັດ ຫິວ ນ້ຳ ຈະ ຕາຍ ແລ້ວ?”

4ໂມ­ເຊ ຈຶ່ງ ອ້ອນ­ວອນ ຕໍ່ ພຣະ­ຜູ້­ເປັນ­ເຈົ້າ ດ້ວຍ ຄວາມ ຮ້ອນ­ຮົນ ວ່າ, “ຂ້າ­ນ້ອຍ ຈະ ເຮັດ ແນວ­ໃດ ກັບ ປະ­ຊາ­ຊົນ ເຫລົ່າ­ນີ້ ພວກ ເຂົາ ເກືອບ ຈະ ເອົາ ຫີນ ຄວ່າງ ໃສ່ ຂ້າ­ນ້ອຍ ແລ້ວ.”5ພຣະ­ຜູ້­ເປັນ­ເຈົ້າ ຊົງ ຕອບ ໂມ­ເຊ ວ່າ, “ເຈົ້າ ຈົ່ງ ຍ່າງ ໄປ ກ່ອນ ປະ­ຊາ­ຊົນ ເຫລົ່າ­ນັ້ນ ໃຫ້ ເອົາ ຫົວ­ໜ້າ ບາງ ຄົນ ຂອງ ຊາວ ອິ­ສຣາ­ເອນ ໄປ ດ້ວຍ ໄມ້­ເທົ້າ ທີ່ ເຈົ້າ ໃຊ້ ຕີ ແມ່­ນ້ຳ ກໍ ໃຫ້ ຖື ໄປ ໃຫ້ ຮີບ ອອກ ເດີນ­ທາງ ໄປ.6ເຮົາ ຈະ ຢືນ­ຢູ່ ຕໍ່­ໜ້າ ເຈົ້າ ເທິງ ໂງ່ນ ຫີນ ທີ່ ໂຮ­ເຣັບ ເຈົ້າ ຈົ່ງ ຕີ ຫີນ ນັ້ນ ແລ້ວ ນ້ຳ ຈະ ໄຫລ ອອກ ມາ ໃຫ້ ປະ­ຊາ­ຊົນ ດື່ມ ໄດ້” ໂມ­ເຊ ຈຶ່ງ ເຮັດ ດັ່ງ­ນັ້ນ ຕໍ່­ໜ້າ ພວກ ຫົວ­ໜ້າ ຂອງ ຊາວ ອິ­ສຣາ­ເອນ.

7ສະ­ຖານ­ທີ່ ນັ້ນ ຈຶ່ງ ມີ ຊື່­ວ່າ ມາ­ສາ ຫລື ບາງ ຄົນ ເອີ້ນ­ວ່າ ເມ­ຣິ­ບາ ເພາະ ຊາວ ອິ­ສຣາ­ເອນ ໄດ້ ຜິດ ຖຽງ­ກັນ ແລະ ລອງ ດີ ກັບ ພຣະ­ຜູ້­ເປັນ­ເຈົ້າ ຢູ່ ທີ່ ນັ້ນ ໂດຍ ເວົ້າ ວ່າ, “ພຣະ­ຜູ້­ເປັນ­ເຈົ້າ ຊົງ ສະ­ຖິດ ຢູ່ ກັບ ພວກ­ເຮົາ ຫລື ບໍ່?”

ອົບພະຍົບ17;17