1ພຣະຜູ້ເປັນເຈົ້າ ຊົງ ບອກ ໂມເຊ ກັບ ອາໂຣນ ໃນ ປະເທດ ເອຢິບ ວ່າ, “ເດືອນ ນີ້ ກໍ ເປັນ ເດືອນ ທີ ໜຶ່ງ ຂອງ ປີ ໃໝ່ ສຳລັບ ເຈົ້າ ທັງຫລາຍ ແລ້ວ.2–3“ໃຫ້ ເດືອນ ນີ້ ເປັນ ເດືອນ ທີ ໜຶ່ງ ຂອງ ປີ ໃໝ່ ສຳລັບ ເຈົ້າ ທັງ ຫລາຍ ແລ້ວ. ພວກ ເຈົ້າ ຈົ່ງ ປະກາດ ຕໍ່ ຊຸມນຸມຊົນ ອິສຣາເອນ ວ່າ ໃນ ວັນທີ ສິບ ເດືອນ ນີ້ ໃຫ້ ຜູ້ຊາຍ ທຸກ ຄົນ ຈັດ ຕຽມ ລູກ ແກະ ຫລື ລູກ ແບ້ ຄອບຄົວ ລະ ໜຶ່ງ ໂຕ.4ຖ້າ ຄອບຄົວ ໃດ ມີ ໜອຍ ຄົນ ຊຶ່ງ ຈະ ກິນ ສັດ ບໍ່ ໝົດ ກໍ ໃຫ້ ຮ່ວມ ກັບ ເພື່ອນບ້ານ ທີ່ຢູ່ ໃກ້ຄຽງ ກັນ ຈັດ ຕຽມ ລູກ ແກະ ຫລື ລູກ ແບ້ ຄອບຄົວ ລະ ໜຶ່ງ ໂຕ ຕາມ ທີ່ ຄິດວ່າ ຈະ ກິນ ໄດ້ ໝົດ ແລະ ໃຫ້ ເຈົ້າ ນັບ ຈຳນວນ ຄົນທີ່ ຈະ ກິນ ສັດ ນັ້ນ ດ້ວຍ.5ລູກ ແກະ ຂອງ ເຈົ້າ ຈະ ຕ້ອງ ປາດສະຈາກ ຕຳໜິ ເປັນ ສັດ ໂຕ ເຖິກ ອາຍຸ ໜຶ່ງ ປີ ຈົ່ງ ເລືອກ ເອົາ ໃນ ຝູງ ແກະ ຫລື ຝູງ ແບ້.6ເຈົ້າ ຈົ່ງ ຮັກສາ ໄວ້ ໃຫ້ ດີ ຈົນ ເຖິງ ວັນທີ ສິບ ສີ່ ແລ້ວ ໃນ ຄ່ຳ ວັນ ນັ້ນ ໃຫ້ ທີ່ ຊຸມນຸມຊົນ ອິສຣາເອນ ຂ້າ ສັດ ຂອງ ເຂົາ.7ໃຫ້ ເຂົາ ເອົາ ເລືອດ ທາໃສ່ ໄມ້ ຂອບ ວົງ ປະຕູ ບ່ອນ ກິນ ລ້ຽງ ກັນ ນັ້ນ ທັງ ຂ້າງ ຊ້າຍ ຂ້າງ ຂວາ ແລະ ຂ້າງ ເທິງ.8ໃນ ຄືນ ນັ້ນ ໃຫ້ ເຂົາ ກິນ ປີ້ງ ຊີ້ນ ກັບ ເຂົ້າຈີ່ ບໍ່ ໃສ່ ເຊື້ອແປ້ງ ແລະ ຜັກ ຂົມ.9ຢ່າ ກິນ ຊີ້ນ ທີ່ ຍັງ ດິບ ຫລື ຊີ້ນ ຕົ້ມ ແຕ່ ໃຫ້ ປີ້ງ ເສຍກ່ອນ ທັງ ຫົວ ທັງ ຂາ ແລະ ເຄື່ອງ ໃນ ທັງ ໝົດ.10ຢ່າ ໃຫ້ ມີ ອັນໃດ ເຫລືອ ໄວ້ ຮອດ ມື້ ເຊົ້າ ຖ້າ ມີ ອັນໃດ ຍັງ ເຫລືອ ຢູ່ ກໍ ໃຫ້ ຖິ້ມ ໃສ່ ໄຟ ເສຍ.11ກ່ອນ ພວກ ເຈົ້າ ຈະ ກິນ ໃຫ້ ເຮັດ ດັ່ງນີ້ ໃຫ້ ຮັດ ສາຍແອວ ສຸບ ເກີບ ແລະ ຖື ໄມ້ເທົ້າ ໄວ້ ແລ້ວ ໃຫ້ ພ້ອມ ກັນ ກິນ ໄວໆ ການ ກິນ ລ້ຽງ ຢ່າງ ນີ້ ເປັນ ວັນ ສະຫລອງ ປັດສະຄາ ຖວາຍ ແດ່ ພຣະຜູ້ເປັນເຈົ້າ.
12ເພາະ ໃນ ຄືນ ນັ້ນ ເຮົາ ຈະ ຜ່ານ ເຂົ້າໄປ ໃນ ປະເທດ ເອຢິບ ເຮົາ ຈະ ຂ້າ ລູກກົກ ຂອງ ມະນຸດ ແລະ ຂອງ ສັດ ເດຍລະສານ ທັງ ໝົດ ໃນ ປະເທດ ເອຢິບ ເຮົາ ຈະ ລົງ ໂທດ ພະ ທຽມ ຂອງ ເອຢິບ ເຮົາ ຄື ພຣະຜູ້ເປັນເຈົ້າ.13ເລືອດ ທີ່ ພວກ ເຈົ້າ ທາໃສ່ ເຮືອນ ນັ້ນ ຈະ ເປັນ ເຄື່ອງໝາຍສຳຄັນ ບອກ ໃຫ້ ຮູ້ວ່າ ພວກ ເຈົ້າ ຢູ່ ທີ່ ນັ້ນ ເມື່ອ ເຮົາ ທຳລາຍ ປະເທດ ເອຢິບ ເຮົາ ຈະ ບໍ່ ທຳລາຍ ພວກ ເຈົ້າ ແລະ ເມື່ອ ເຮົາ ເຫັນ ເລືອດ ນັ້ນ ເຮົາ ຈະ ຜ່ານ ເວັ້ນ ພວກ ເຈົ້າ ໄປ.
14ໃຫ້ ພວກ ເຈົ້າ ຖືເອົາ ມື້ນີ້ ເປັນ ມື້ ລະນຶກ ເຖິງ ຈົ່ງ ຈັດ ສະ ຫລອງ ມື້ນີ້ ເປັນ ພິທີ ລ້ຽງ ທາງ ສາດສະໜາ ຖວາຍ ພຣະຜູ້ເປັນເຈົ້າ ໃຫ້ ພວກ ເຈົ້າ ຖືເອົາ ມື້ນີ້ ເປັນ ມື້ ລ້ຽງ ສະຫລອງ ຕະຫລອດ ໄປ ທົ່ວ ທຸກ ຊົ່ວອາຍຸ ຄົນ.15ພວກ ເຈົ້າ ຈົ່ງ ກິນ ເຂົ້າຈີ່ ບໍ່ ໃສ່ ເຊື້ອແປ້ງ ໃຫ້ ຄົບ ເຈັດ ມື້ ໃນ ມື້ ທຳອິດ ຕ້ອງ ຍ້າຍ ເຊື້ອແປ້ງ ອອກຈາກ ເຮືອນ ຂອງ ພວກ ເຈົ້າ ເພາະວ່າ ຖ້າ ຜູ້ໃດ ກິນ ເຂົ້າຈີ່ ທີ່ ໃສ່ ເຊື້ອແປ້ງ ຕັ້ງແຕ່ ວັນທີ ໜຶ່ງ ຈົນ ເຖິງ ວັນທີ ເຈັດ ຈະ ຕ້ອງ ຕັດ ຜູ້ນັ້ນ ອອກຈາກ ເຊື້ອຊາດ ອິສຣາເອນ.
16ໃນ ມື້ ທຳອິດ ກັບ ມື້ ທີ ເຈັດ ໃຫ້ ມີ ການ ຊຸມນຸມ ທາງ ສາດສະໜາ ໃນ ສອງ ມື້ນີ້ ບໍ່ໃຫ້ ເຮັດວຽກ ຫຍັງ ເວັ້ນ ໄວ້ ແຕ່ ການ ຕຽມ ອາຫານ ສຳລັບ ຮັບ ປະທານ.17ພວກ ເຈົ້າ ຈົ່ງ ຖືຮັກສາ ພິທີ ກິນ ເຂົ້າຈີ່ ບໍ່ ໃສ່ ເຊື້ອແປ້ງ ນີ້ ໄວ້ ເພາະ ໃນ ມື້ນີ້ ເຮົາ ໄດ້ ນຳ ໄພ່ ພົນ ຂອງ ເຈົ້າ ອອກ ມາ ຈາກ ປະເທດ ເອຢິບ ສະນັ້ນ ຈົ່ງ ຖື ມື້ນີ້ ເປັນ ມື້ ສະຫລອງ ປະຈຳ ປີ ຕະຫລອດ ໄປ ທຸກ ຊົ່ວອາຍຸ ຄົນ ໃນ ຕອນ ຄ່ຳ ວັນທີ ສິບ ສີ່ ຂອງ ເດືອນ ທີ ໜຶ່ງ.18ໃນ ຕອນ ຄ່ຳ ວັນທີ ສິບ ສີ່ ຂອງ ເດືອນ ທີ ໜຶ່ງ. ໃຫ້ ພວກ ເຈົ້າ ກິນ ເຂົ້າຈີ່ ບໍ່ ໃສ່ ເຊື້ອແປ້ງ ໄປ ຈົນ ເຖິງ ຕອນ ຄ່ຳ ວັນທີ ຊາວ ເອັດ ຂອງ ເດືອນ ນັ້ນ.19ໃນ ເຈັດ ມື້ ນັ້ນ ບໍ່ໃຫ້ ມີ ເຊື້ອແປ້ງ ໃນ ເຮືອນ ຂອງ ພວກ ເຈົ້າ ເພາະ ຖ້າ ຄົນ ອິສຣາເອນ ຫລື ຄົນ ຕ່າງຊາດ ຄົນ ໃດ ກິນ ເຂົ້າຈີ່ ໃສ່ ເຊື້ອແປ້ງ ຜູ້ນັ້ນ ຈະ ຕ້ອງ ຖືກ ຕັດ ອອກຈາກ ຊຸມນຸມຊົນ ອິສຣາເອນ.20ຢູ່ໃນ ບ້ານເຮືອນ ຂອງ ພວກ ເຈົ້າ ຈະ ຕ້ອງ ບໍ່ ກິນ ເຂົ້າຈີ່ ໃດໆ ທີ່ ໃສ່ ເຊື້ອ ຈະ ຕ້ອງ ກິນ ແຕ່ ເຂົ້າຈີ່ ບໍ່ ໃສ່ ເຊື້ອ ເທົ່າ ນັ້ນ.”
21ຕໍ່ມາ ໂມເຊ ໄດ້ ເຊີນ ພວກ ເຖົ້າ ແກ່ ອິສຣາເອນ ມາ ພ້ອມ ກັນ ແລ້ວ ເວົ້າ ວ່າ, “ທ່ານ ທັງຫລາຍ ຈົ່ງ ໄປ ເລືອກ ເອົາ ລູກ ແກະ ຫລື ລູກ ແບ້ ຕາມ ບ້ານເຮືອນ ຂອງຕົນ ມາ ຂ້າ ເປັນ ສັດ ສຳລັບ ງານ ສະຫລອງ ປັດສະຄາ.22ແລ້ວ ໃຫ້ ເອົາ ໃບ ໄມ້ ມັດ ໜຶ່ງ ຈຸ່ມ ເລືອດ ໃນ ຂັນ ທາໃສ່ ໄມ້ ຂອບ ວົງ ປະຕູ ຂ້າງ ຊ້າຍ ຂ້າງ ຂວາ ແລະ ຂ້າງ ເທິງ ຢ່າ ໃຫ້ ຜູ້ໃດ ອອກ ໄປ ພົ້ນ ປະຕູເຮືອນ ຂອງຕົນ ຈົນ ຮອດ ມື້ ເຊົ້າ.23ເມື່ອ ພຣະຜູ້ເປັນເຈົ້າ ສະເດັດ ມາ ທຳລາຍ ຊາວ ເອຢິບ ພຣະອົງ ຈະ ທອດ ພຣະເນດ ເຫັນ ເລືອດ ທີ່ ທາ ໄວ້ ນັ້ນ ແລ້ວ ພຣະອົງ ຈະ ບໍ່ໃຫ້ ທູດ ມໍລະນາ ເຂົ້າໄປ ໃນ ເຮືອນ ແລະ ທຳ ລາຍ ທ່ານ.24ທ່ານ ທັງຫລາຍ ຈົ່ງ ຖື ກົດ ອັນ ນີ້ ເປັນ ຄຳສັ່ງ ຕະຫລອດ ໄປ ສຳລັບ ທ່ານ ແລະ ລູກຫລານ.25ເມື່ອ ທ່ານ ທັງຫລາຍ ໄປ ເຖິງ ແຜ່ນດິນ ທີ່ ພຣະຜູ້ເປັນເຈົ້າ ຈະ ຊົງ ປະທານ ໃຫ້ ຕາມ ທີ່ ພຣະອົງ ໄດ້ ຊົງ ໃຫ້ ຄຳໝັ້ນສັນຍາ ໄວ້ ນັ້ນ. ພວກ ທ່ານ ຈົ່ງ ຖືຮັກສາ ພິທີ ນີ້ ໄວ26ພວກ ທ່ານ ຈົ່ງ ຖືຮັກສາ ພິທີ ນີ້ ໄວ້ ຄັນ ລູກຫລານ ຂອງ ທ່ານ ຖາມວ່າ ພິທີ ອັນ ນີ້ ໝາຍຄວາມວ່າ ແນວໃດ?27ທ່ານ ທັງຫລາຍ ຈົ່ງ ຕອບ ວ່າ ແມ່ນ ງານ ສະຫລອງ ປັດສະຄາ ຖວາຍ ແດ່ ພຣະຜູ້ເປັນເຈົ້າ ເພາະ ເວລາ ທີ່ ພຣະອົງ ຊົງ ທຳລາຍ ຊາວ ເອຢິບ ນັ້ນ ພຣະອົງ ໄດ້ ຊົງ ຜ່ານ ເວັ້ນ ບ້ານເຮືອນ ຊາວ ອິສຣາເອນ ໃນ ປະເທດ ເອຢິບ” ແລ້ວ ປະຊາຊົນ ໄດ້ ຂາບລົງ ນະມັດສະການ ພຣະຜູ້ເປັນເຈົ້າ.28ແລ້ວ ຊາວ ອິສຣາເອນ ກໍ ເຮັດ ຕາມ ຄຳສັ່ງ ທີ່ ພຣະຜູ້ເປັນເຈົ້າ ໄດ້ ຊົງ ສັ່ງ ໂມເຊ ແລະ ອາໂຣນ ນັ້ນ.
ການຕາຍ ຂອງ ລູກກົກ
29ຕໍ່ມາ ໃນ ເວລາ ທ່ຽງ ຄືນ ພຣະຜູ້ເປັນເຈົ້າ ໄດ້ ຊົງ ຂ້າ ລູກຊາຍ ກົກ ທັງ ໝົດ ໃນ ປະເທດ ເອຢິບ ຕັ້ງແຕ່ ອົງ ມຸງກຸດ ລາຊະ ກຸມມານ ຜູ້ ຈະ ປະທັບ ເທິງ ບັນລັງ ຈົນ ເຖິງ ລູກຊາຍ ກົກ ຂອງ ນັກໂທດ ຜູ້ ຢູ່ໃນ ຄຸກ ມືດ ແລະ ລູກກົກ ຂອງ ສັດ ເດຍລະສານ ທັງປວງ ກໍ ຊົງ ຂ້າ ດ້ວຍ.30ເມື່ອ ກະສັດ ຟາຣາໂອ ກັບ ຂ້າລາຊະການ ແລະ ຊາວ ເອຢິບ ທັງປວງ ຕື່ນ ຂຶ້ນ ໃນ ເວລາ ກາງຄືນ ກໍ ໄດ້ຍິນ ສຽງ ຮ້ອງໄຫ້ ທົ່ວ ປະເທດ ເອຢິບ ເນື່ອງຈາກ ວ່າ ບໍ່ ມີ ບ້ານເຮືອນ ໃດ ທີ່ ລູກຊາຍ ບໍ່ ຕາຍ.31ກະສັດ ຟາຣາໂອ ຈຶ່ງ ຊົງ ຮັບ ສັ່ງ ໃຫ້ ໂມເຊ ກັບ ອາໂຣນ ເຂົ້າ ເຝົ້າ ໃນ ຄືນ ນັ້ນ ຊົງ ບອກວ່າ, “ເຈົ້າ ທັງ ສອງ ກັບ ຊາວ ອິສຣາເອນ ຈົ່ງ ອອກ ໄປ ເສຍ ຈາກ ປະ ເທດ ຂອງ ເຮົາ ຈົ່ງ ໄປ ບົວລະບັດ ພຣະຜູ້ເປັນເຈົ້າ ຕາມ ທີ່ ພວກ ເຈົ້າ ໄດ້ ຂໍຮ້ອງ ນັ້ນ.32ໃຫ້ ເອົາ ຝູງ ແກະ ແບ້ ແລະ ຝູງ ງົວ ຄວາຍ ຂອງ ພວກ ເຈົ້າ ໄປ ນຳ ຈົ່ງ ໄປ ເສຍ ໃຫ້ ອ້ອນວອນ ຂໍ ພອນ ສຳລັບ ເຮົາ ດ້ວຍ.”
33ປະຊາຊົນ ເອຢິບ ໄດ້ ບັງຄັບ ໃຫ້ ຊາວ ອິສຣາເອນ ໄປ ຈາກ ປະເທດ ໂດຍ ໄວ ພວກ ເຂົາ ເວົ້າ ວ່າ, “ພວກເຮົາ ຈະ ຕ້ອງ ຕາຍ ກັນ ໝົດ, ຖ້າ ພວກ ນີ້ ບໍ່ ໜີ.”34ດັ່ງນັ້ນ ຊາວ ອິສຣາເອນ ຈຶ່ງ ໄດ້ ເອົາ ແປ້ງ ດິບ ທີ່ ຍັງ ບໍ່ໄດ້ ໃສ່ ເຊື້ອແປ້ງ ກັບ ຮາງ ນວດ ແປ້ງ ຫໍ່ ໃສ່ ຜ້າ ແບກ ໄປ.35ພວກ ເຂົາ ໄດ້ ເຮັດ ຕາມ ໂມເຊ ສັ່ງ ຄື ໄດ້ ຂໍ ເອົາ ເຄື່ອງ ເງິນ ເຄື່ອງ ຄຳ ແລະ ເສື້ອຜ້າ ຈາກ ຊາວ ເອຢິບ.36ພຣະຜູ້ເປັນເຈົ້າ ກໍ ຊົງ ເຮັດໃຫ້ ຊາວ ເອຢິບ ຢຳ ເກງ ຊາວ ອິສຣາເອນ ພວກ ເຂົາ ຈຶ່ງ ມອບ ສິ່ງ ຂອງ ໃຫ້ ຕາມ ທີ່ ຊາວ ອິສຣາເອນ ຂໍ ຊາວ ອິສຣາເອນ ຈຶ່ງ ສາມາດ ຮີບ ໂຮມ ເອົາ ສິ່ງ ຂອງ ຕ່າງໆ ຈາກ ຊາວ ເອຢິບ ໄປ.
ຊາວ ອິສຣາເອນ ອອກຈາກ ເອຢິບ
37ປະຊາຊົນ ອິສຣາເອນ ໄດ້ ອອກຈາກ ເມືອງ ຣາເມເສດ ເຖິງ ເມືອງ ສຸກໂກດ ມີ ຜູ້ຊາຍ ທັງ ໝົດ ທີ່ ຍ່າງ ໄປ ດ້ວຍ ກັນ ປະມານ ຫົກ ແສນ ຄົນ ທັງ ນີ້ ບໍ່ ນັບ ຜູ້ຍິງ ແລະ ເດັກນ້ອຍ.38ນອກ ນັ້ນ ກໍ ຍັງ ມີ ຊາວ ຕ່າງຊາດ ກັບ ຝູງ ແກະ ແບ້ ແລະ ງົວ ຄວາຍ ໄປ ນຳ ອີກ ຈຳນວນຫລາຍ.39ພວກ ເຂົາ ໄດ້ ເອົາ ກ້ອນ ແປ້ງ ທີ່ ຍັງ ບໍ່ ທັນ ໄດ້ ໃສ່ ເຊື້ອແປ້ງ ຊຶ່ງ ພວກ ເຂົາ ນຳ ອອກຈາກ ປະເທດ ເອຢິບ ປີ້ງ ເປັນ ອາຫານ ເພາະວ່າ ພວກ ເຂົາ ຖືກ ບັງຄັບ ໃຫ້ ອອກຈາກ ປະເທດ ເອຢິບ ໂດຍ ໄວ ຈຶ່ງ ບໍ່ ມີ ເວລາ ຈັດ ຕຽມ ສະບຽງ ອາຫານ.
40–41ຊາວ ອິສຣາເອນ ໄດ້ ຢູ່ໃນ ປະເທດ ເອຢິບ ເປັນ ເວລາ ສີ່ ຮ້ອຍ ສາມ ສິບ ປີ. ໄພ່ ພົນ ຂອງ ພຣະຜູ້ເປັນເຈົ້າ ໄດ້ ອອກຈາກ ປະເທດ ເອຢິບ ໃນ ມື້ ທີ່ ຄົບ 430 ປີ ພໍດີ.42ມື້ ນັ້ນ ເປັນ ເວລາ ກາງຄືນ ແລະ ພຣະຜູ້ເປັນເຈົ້າ ກໍ ຊົງ ເຝົ້າ ເບິ່ງ ຢູ່ ເພື່ອ ຊົງນຳ ເຂົາ ອອກຈາກ ປະເທດ ເອຢິບ ຊາວ ອິສຣາເອນ ຈຶ່ງ ຖືເອົາ ມື້ ຄືນ ນັ້ນ ເປັນ ຄືນ ຢູ່ ເຝົ້າ ເພື່ອ ລະນຶກ ເຖິງ ພຣະຜູ້ເປັນເຈົ້າ ຕະຫລອດ ມາ ທຸກ ຊົ່ວອາຍຸ ຄົນ.
ກົດລະບຽບ ງານ ລະ ຫລອງ ປັດສະຄາ
43ຕໍ່ມາ ພຣະຜູ້ເປັນເຈົ້າ ຊົງ ບອກ ໂມເຊ ແລະ ອາໂຣນ ວ່າ, “ຕໍ່ໄປ ນີ້ແມ່ນ ກົດລະບຽບ ກ່ຽວກັບ ງານ ສະຫລອງ ປັດສະຄາ ຄື ຄົນ ຕ່າງຊາດ ບໍ່ໃຫ້ ຮ່ວມ ກິນ ນຳ.44ແຕ່ ຂ້າທາດ ທີ່ ນາຍ ຊື້ ມາ ແລະ ຮັບ ພິທີຕັດ ແລ້ວ ໃຫ້ ຮ່ວມ ກິນ ນຳ ໄດ້ ສ່ວນ ຄົນ ຜູ້ ອາໄສ ຊົ່ວຄາວ ຫລື ລູກຈ້າງ ບໍ່ໃຫ້ ກິນ ນຳ.45–46ສ່ວນ ຄົນ ຜູ້ ອາໄສ ຊົ່ວຄາວ ຫລື ລູກຈ້າງ ບໍ່ໃຫ້ ກິນ ນຳ. ປັດສະຄາ ນັ້ນ ໃຫ້ ກິນ ຢູ່ ເຮືອນ ໃຜລາວ ຢ່າ ເອົາ ຊີ້ນ ອອກ ໄປ ນອກ ເຮືອນ ຢ່າ ຫັກ ກະດູກ ໃດໆ ຂອງ ສັດ ນັ້ນ ໃຫ້ ຊຸມນຸມຊົນ ອິສຣາເອນ ທັງ ໝົດ ໃຫ້ ເຂົ້າ ຮ່ວມ ໃນ ພິທີ ກິນ ລ້ຽງ ນີ້.47–48ໃຫ້ ຊຸມນຸມຊົນ ອິສຣາເອນ ທັງ ໝົດ ໃຫ້ ເຂົ້າ ຮ່ວມ ໃນ ພິທີ ກິນ ລ້ຽງ ນີ້
ຖ້າ ຄົນ ຕ່າງຊາດ ທີ່ ອາໄສ ຢູ່ ນຳ ພວກ ເຈົ້າ ຢາກ ຈະ ຈັດ ງານ ສະຫລອງ ປັດສະຄາ ຖວາຍ ພຣະຜູ້ເປັນເຈົ້າ ກໍ ໃຫ້ ຊາຍ ພວກ ນັ້ນ ທຸກ ຄົນ ຮັບ ພິທີຕັດ ເສຍກ່ອນ ແລ້ວ ຈຶ່ງ ໃຫ້ ເຂົາ ເຂົ້າ ຮ່ວມ ໃນ ພິທີ ລ້ຽງ ນີ້ ໄດ້ ເຂົາ ຈະ ຖືກ ຖື ວ່າ ເປັນ ຄົນ ເຊື້ອຊາດ ອິສຣາເອນ ແຕ່ ຜູ້ໃດ ບໍ່ ໄດ້ ຮັບ ພິທີຕັດ ຢ່າ ໃຫ້ ກິນ.49ທັງ ຄົນ ອິສຣາເອນ ແລະ ຄົນ ຕ່າງດ້າວ ທີ່ ອາໄສ ຢູ່ ນຳ ພວກ ເຈົ້າ ກໍ ໃຫ້ ໃຊ້ ກົດລະບຽບ ອັນ ດຽວ ກັນ ນີ້.”
50ຊາວ ອິສຣາເອນ ທັງປວງ ໄດ້ ເຊື່ອ ຟັງ ແລະ ເຮັດ ຕາມ ນີ້ ທຸກ ຢ່າງ ຄື ພຣະຜູ້ເປັນເຈົ້າ ໄດ້ ຊົງ ສັ່ງ ໂມເຊ ແລະ ອາໂຣນ ຢ່າງໃດ ເຂົາ ກໍ ເຮັດ ຕາມ ຢ່າງ ນັ້ນ.51ໃນ ມື້ ນີ້ແຫລະ ພຣະຜູ້ເປັນເຈົ້າ ຊົງນຳ ຊາວ ອິສຣາເອນ ອອກຈາກ ເອຢິບ ເປັນ ຂະບວນ ກອງທັບ.
ອົບພະຍົບ12;151