Lao

ພຣະບັນຍັດສອງ 28-30: ພອນ ແລະ ຄຳສາບແຊ່ງຂອງໂມເຊ

1“ຕໍ່­ມາ ຖ້າ ທ່ານ ທັງ­ຫລາຍ ເຊື່ອ ຟັງ ພຣະ­ສຸ­ລະ­ສຽງ ຂອງ ພຣະ­ຜູ້­ເປັນ­ເຈົ້າ ພຣະ­ເຈົ້າ ຂອງ ທ່ານ ແລະ ເອົາ­ໃຈ­ໃສ່ ປະ­ຕິ­ບັດ ຕາມ ບັນ­ດາ ພຣະ­ບັນ­ຍັດ ຂອງ ພຣະ­ອົງ ຊຶ່ງ ຂ້າ­ພະ­ເຈົ້າ ສັ່ງ ທ່ານ ໃນ ມື້­ນີ້ ພຣະ­ຜູ້­ເປັນ­ເຈົ້າ ພຣະ­ເຈົ້າ ຂອງ ທ່ານ ຈະ ຊົງ ຕັ້ງ ທ່ານ ໄວ້ ໃຫ້ ສູງ ກວ່າ ບັນ­ດາ ປະ­ຊາ­ຊາດ ທັງ­ຫລາຍ ທົ່ວ­ໂລກ2ພຣະ­ພອນ ເຫລົ່າ­ນີ້ ຈະ ຕາມ ມາ ທັນ­ທີ ຖ້າ ທ່ານ ທັງ­ຫລາຍ ຟັງ ພຣະ­ສຸ­ລະ­ສຽງ ຂອງ ພຣະ­ຜູ້­ເປັນ­ເຈົ້າ ພຣະ­ເຈົ້າ ຂອງ ທ່ານ3ທ່ານ ທັງ­ຫລາຍ ຈະ ຮັບ ພຣະ­ພອນ ໃນ ເມືອງ ທ່ານ ທັງ­ຫລາຍ ຈະ ຮັບ ພຣະ­ພອນ ໃນ ທົ່ງ­ນາ4ພົງ­ພັນ ຂອງ ທ່ານ ຜົນ­ລະ­ປູກ ແຫ່ງ ພື້ນ­ດິນ ຂອງ ທ່ານ ແລະ ພົງ­ພັນ ແຫ່ງ ສັດ ຂອງ ທ່ານ ຈະ ຮັບ ພຣະ­ພອນ ຄື ຝູງ ງົວ ຂອງ ທ່ານ ທີ່ ເພີ່ມ ຂຶ້ນ ຝູງ ແກະ ຂອງ ທ່ານ ທີ່ ເພີ່ມ­ທະ­ວີ ຂຶ້ນ5ກະ­ຕ່າ ຂອງ ທ່ານ ແລະ ຮາງ ນວດ ແປ້ງ ຂອງ ທ່ານ ຈະ ຮັບ ພຣະ­ພອນ6ທ່ານ ຈະ ຮັບ ພຣະ­ພອນ ເມື່ອ ທ່ານ ເຂົ້າ ມາ ແລະ ທ່ານ ຈະ ຮັບ ພຣະ­ພອນ ເມື່ອ ທ່ານ ອອກ ໄປ7ພຣະ­ຜູ້­ເປັນ­ເຈົ້າ ຈະ ຊົງ ເຮັດ­ໃຫ້ ສັດ­ຕູ ຜູ້ ລຸກ­ຂຶ້ນ ຕໍ່­ສູ້ ທ່ານ ພ່າຍ­ແພ້ ຕໍ່­ໜ້າ ທ່ານ ພວກ ເຂົາ ຈະ ອອກ ມາ ຕໍ່­ສູ້ ທ່ານ ທາງ ໜຶ່ງ ແລະ ໜີ ໃຫ້ ພົ້ນ ໜ້າ ທ່ານ ເຈັດ ທາງ8ພຣະ­ຜູ້­ເປັນ­ເຈົ້າ ຈະ ຊົງ ບັນ­ຊາ ພຣະ­ພອນ ໃຫ້ ແກ່ ເລົ້າ ເຂົ້າ­ຂອງ ທ່ານ ແລະ ບັນ­ດາ ກິດ­ຈະ­ການ ທີ່ ມື ທ່ານ ເຮັດ ແລະ ພຣະ­ອົງ ຈະ ຊົງ ອຳ­ນວຍ ພຣະ­ພອນ ແກ່ ທ່ານ ໃນ ແຜ່ນ­ດິນ ຊຶ່ງ ພຣະ­ຜູ້­ເປັນ­ເຈົ້າ ພຣະ­ເຈົ້າ ຂອງ ທ່ານ ປະ­ທານ ແກ່ ທ່ານ9ພຣະ­ຜູ້­ເປັນ­ເຈົ້າ ຈະ ຊົງ ຕັ້ງ ທ່ານ ໃຫ້­ເປັນ ຊົນ­ຊາດ ບໍ­ລິ­ສຸດ ແດ່ ພຣະ­ອົງ ດັ່ງ ທີ່ ພຣະ­ອົງ ຊົງ ປະ­ຕິ­ຍານ ແກ່ ທ່ານ ແລ້ວ ຖ້າ ທ່ານ ຖື­ຮັກ­ສາ ພຣະ­ບັນ­ຍັດ ຂອງ ພຣະ­ຜູ້­ເປັນ­ເຈົ້າ ພຣະ­ເຈົ້າ ຂອງ ທ່ານ ແລະ ດຳ­ເນີນ ໃນ ພຣະ­ບັນ­ຍັດ ຂອງ ພຣະ­ອົງ10ແລະ ຊົນ­ຊາດ ທັງ­ຫລາຍ ໃນ ໂລກ ຈະ ເຫັນ ວ່າ ພວກ ເຂົາ ເອີ້ນ ທ່ານ ຕາມ ພຣະ­ນາມ ພຣະ­ຜູ້­ເປັນ­ເຈົ້າ ແລະ ພວກ ເຂົາ ທັງ­ຫລາຍ ຈະ ຢ້ານ­ກົວ ທ່ານ11ພຣະ­ຜູ້­ເປັນ­ເຈົ້າ ຈະ ຊົງ ເຮັດ­ໃຫ້ ທ່ານ ທັງ­ຫລາຍ ອຸ­ດົມ­ສົມ­ບູນ ໄປ ດ້ວຍ ເຊື້ອ­ສາຍ ແຫ່ງ ຕົວ ຂອງ ທ່ານ ເຊື້ອ­ສາຍ ຂອງ ຝູງ ສັດ ຂອງ ທ່ານ ແລະ ຜົນ­ລະ­ປູກ ແຫ່ງ ພື້ນ­ດິນ ຂອງ ທ່ານ ໃນ ແຜ່ນ­ດິນ ຊຶ່ງ ພຣະ­ຜູ້­ເປັນ­ເຈົ້າ ຊົງ ປະ­ຕິ­ຍານ ແກ່ ບັນ­ພະ­ບູ­ລຸດ ວ່າ ຈະ­ໃຫ້ ທ່ານ ນັ້ນ12ພຣະ­ຜູ້­ເປັນ­ເຈົ້າ ຈະ ຊົງ ເຮັດ­ໃຫ້ ຄັງ ອັນ ອຸ­ດົມ­ສົມ­ບູນ ຂອງ ພຣະ­ອົງ ໃນ ທ້ອງ­ຟ້າ ແລະ ປະ­ທານ ຝົນ ແກ່ ແຜ່ນ­ດິນ ຂອງ ທ່ານ ຕາມ ລະ­ດູ­ການ ແລະ ຊົງ ອຳ­ນວຍ ພຣະ­ພອນ ແກ່ ກິດ­ຈະ­ການ ຈາກ ມື ຂອງ ທ່ານ ແລະ ທ່ານ ຈະ­ໃຫ້ ປະ­ຊາ­ຊາດ ຫລາຍ ປະ­ຊາ­ຊາດ ທີ່ ຂໍ­ຢືມ ແຕ່ ທ່ານ ຈະ ບໍ່ ຂໍ­ຢືມ ຈາກ ພວກ ເຂົາ13ຖ້າ ທ່ານ ເຊື່ອ ຟັງ ພຣະ­ບັນ­ຍັດ ຂອງ ພຣະ­ຜູ້­ເປັນ­ເຈົ້າ ພຣະ­ເຈົ້າ ຂອງ ທ່ານ ຊຶ່ງ ຂ້າ­ພະ­ເຈົ້າ ບັນ­ຊາ ທ່ານ ໃນ ມື້­ນີ້ ແລະ ລະ­ວັງ ທີ່ ຈະ ເຮັດ ຕາມ ພຣະ­ຜູ້­ເປັນ­ເຈົ້າ ຈະ ຊົງ ເຮັດ­ໃຫ້ ທ່ານ ເປັນ ຫົວ ບໍ່­ແມ່ນ ເປັນ ຫາງ ຈະ ຊົງ ເຮັດ­ໃຫ້ ສູງ ຂຶ້ນ ບໍ່­ແມ່ນ ໃຫ້ ຕ່ຳ ລົງ14ແລະ ທ່ານ ຈະ ບໍ່ ຫັນ­ເຫ ໄປ ຈາກ ຖ້ອຍ­ຄຳ ຊຶ່ງ ຂ້າ­ພະ­ເຈົ້າ ສັ່ງ ທ່ານ ໃນ ມື້­ນີ້ ໂດຍ ຫັນ ໄປ ທາງ ຂວາ ມື ຫລື ທາງ ຊ້າຍ ມື ໄປ ຕິດ­ຕາມ ບົວ­ລະ­ບັດ ພະ ອື່ນ

ຊົນ­ຊາດ ທີ່ ບໍ່ ຟັງ ຄວາມ ພຣະ­ເຈົ້າ ຈະ ຖືກ ສາບ­ແຊ່ງ
ແລະ ຖືກ ໄພ­ພິ­ບັດ ຕ່າງໆ

15ແຕ່ ຕໍ່­ມາ ຖ້າ ທ່ານ ບໍ່ ຟັງ ພຣະ­ສຸ­ລະ­ສຽງ ຂອງ ພຣະ­ຜູ້­ເປັນ­ເຈົ້າ ພຣະ­ເຈົ້າ ຂອງ ທ່ານ ແລະ ບໍ່ ໃສ່­ໃຈ ປະ­ຕິ­ບັດ ຕາມ ພຣະ­ບັນ­ຍັດ ແລະ ກົດ­ເກນ ທັງ ໝົດ ຂອງ ພຣະ­ອົງ ຊຶ່ງ ຂ້າ­ພະ­ເຈົ້າ ສັ່ງ ທ່ານ ໃນ ມື້­ນີ້ ແລ້ວ ບັນ­ດາ ຄຳ ສາບ­ແຊ່ງ ເຫລົ່າ­ນີ້ ຈະ ຕາມ ມາ ທັນ­ທີ16ທ່ານ ທັງ­ຫລາຍ ຈະ ຮັບ ຄຳ ສາບ­ແຊ່ງ ໃນ ເມືອງ ທ່ານ ທັງ­ຫລາຍ ຈະ ຮັບ ຄຳ ສາບ­ແຊ່ງ ໃນ ທົ່ງ­ນາ17ກະ­ຕ່າ ຂອງ ທ່ານ ແລະ ຮາງ ນວດ ແປ້ງ ຂອງ ທ່ານ ຈະ ຮັບ ຄຳ ສາບ­ແຊ່ງ18ເຊື້ອ­ສາຍ ແຫ່ງ ຕົວ ຂອງ ທ່ານ ຜົນ­ລະ­ປູກ ແຫ່ງ ພື້ນ­ດິນ ຂອງ ທ່ານ ຝູງ ງົວ ຂອງ ທ່ານ ທີ່ ເພີ່ມ ຂຶ້ນ ຝູງ ແກະ ຂອງ ທ່ານ ທີ່ ເພີ່ມ ຂຶ້ນ ຈະ ຮັບ ຄຳ ສາບ­ແຊ່ງ19ທ່ານ ຈະ ຮັບ ຄຳ ສາບ­ແຊ່ງ ເມື່ອ ທ່ານ ເຂົ້າ ມາ ແລະ ທ່ານ ຈະ ຮັບ ຄຳ ສາບ­ແຊ່ງ ເມື່ອ ທ່ານ ອອກ ໄປ

20ພຣະ­ຜູ້­ເປັນ­ເຈົ້າ ຈະ ຊົງ ບັນ­ດານ ໃຫ້ ຄຳ ສາບ­ແຊ່ງ ຄວາມ ວຸ້ນ­ວາຍ ແລະ ການ ຕຳ­ໜິ ມີ ຂຶ້ນ ແກ່ ບັນ­ດາ ກິດ­ຈະ­ການ ທີ່ ມື ທ່ານ ເຮັດ ຈົນ ທ່ານ ຖືກ ທຳ­ລາຍ ແລະ ຈິບ­ຫາຍ ຢ່າງ ວ່ອງ­ໄວ ເປັນ ຍ້ອນ ຄວາມ ຊົ່ວ ຊຶ່ງ ທ່ານ ໄດ້ ເຮັດ ເພາະ­ວ່າ ທ່ານ ໄດ້ ປະ ຖິ້ມ ເຮົາ21ພຣະ­ຜູ້­ເປັນ­ເຈົ້າ ຈະ ຊົງ ບັນ­ດານ ໃຫ້ ພະ­ຍາດ ຮ້າຍ ຕິດ ພັນ ທ່ານ ຈົນ ພຣະ­ອົງ ຈະ ຊົງ ເຜົາ ຜານ ທ່ານ ໃຫ້ ໝົດ ໄປ ຈາກ ແຜ່ນ­ດິນ ຊຶ່ງ ທ່ານ ເຂົ້າ­ໄປ ຍຶດ ຄອງ ນັ້ນ22ພຣະ­ຜູ້­ເປັນ­ເຈົ້າ ຈະ ຊົງ ຂ້ຽນ ຕີ ທ່ານ ດ້ວຍ ຄວາມ ຈ່ອຍ ຜອມ ແລະ ດ້ວຍ ການ ເຈັບ­ໄຂ້ ການ ອັກ­ເສບ ຄວາມ ຮ້ອນ ຢ່າງ ຮຸນ­ແຮງ ດ້ວຍ ດາບ ດ້ວຍ ພາ­ຍຸ ແຮງ ກ້າ ດ້ວຍ ໂລກ­ລະ­ບາດ ແລະ ສິ່ງ ເຫລົ່າ­ນີ້ ຈະ ຕິດ­ຕາມ ທ່ານ ໄປ ຈົນ ທ່ານ ຈິບ­ຫາຍ23ແລະ ຟ້າ­ສະ­ຫວັນ ທີ່­ຢູ່ ເທິງ ຫົວ ຂອງ ທ່ານ ຈະ ເປັນ ທອງ­ເຫລືອງ ແລະ ແຜ່ນ­ດິນ ທີ່­ຢູ່ ກ້ອງ ທ່ານ ຈະ ເປັນ ເຫລັກ24ພຣະ­ຜູ້­ເປັນ­ເຈົ້າ ຈະ ຊົງ ບັນ­ດານ ໃຫ້ ຝົນ ໃນ ແຜ່ນ­ດິນ ຂອງ ທ່ານ ເປັນ ຝຸ່ນ ລົງ­ມາ ຈາກ ອາ­ກາດ ຢູ່ ເທິງ ທ່ານ ທັງ­ຫລາຍ ຈົນ ກວ່າ ທ່ານ ຈະ ຖືກ ທຳ­ລາຍ

25ພຣະ­ຜູ້­ເປັນ­ເຈົ້າ ຈະ ຊົງ ເຮັດ­ໃຫ້ ທ່ານ ພ່າຍ­ແພ້ ຕໍ່­ໜ້າ ສັດ­ຕູ ຂອງ ທ່ານ ທ່ານ ຈະ ອອກ ໄປ ຕໍ່­ສູ້ ພວກ ເຂົາ ທາງ ດຽວ ແຕ່ ຈະ ໜີ ໃຫ້ ພົ້ນ ໜ້າ ພວກ ເຂົາ ເຈັດ ທາງ ແລະ ທ່ານ ທັງ­ຫລາຍ ຈະ ຖືກ ຖອນ ອອກ ໄປ ຢູ່ ຕາມ ບັນ­ດາ ລາ­ຊະ­ອາ­ນາ­ຈັກ ທົ່ວ­ໂລກ26ຊາກ­ສົບ ຂອງ ທ່ານ ທັງ­ຫລາຍ ຈະ ເປັນ ອາ­ຫານ ຂອງ ນົກ ທັງ­ຫລາຍ ໃນ ອາ­ກາດ ແລະ ສຳ­ລັບ ສັດ­ປ່າ ໃນ ໂລກ ແລະ ຈະ ບໍ່ ມີ ຜູ້­ໃດ ຂັບ­ໄລ່ ຝູງ ສັດ ເຫລົ່າ­ນັ້ນ ໄປ27ພຣະ­ຜູ້­ເປັນ­ເຈົ້າ ຈະ ຊົງ ຂ້ຽນ ຕີ ທ່ານ ດ້ວຍ ຕຸ່ມ ຝີ ດັ່ງ ທີ່ ເຮັດ ກັບ ເອ­ຢິບ ດ້ວຍ ພະ­ຍາດ ຂີ້­ຫິດ ແລະ ດ້ວຍ ພະ­ຍາດ ຂີ້­ກາກ ຊຶ່ງ ຈະ ຮັກ­ສາ ບໍ່­ໄດ້28ພຣະ­ຜູ້­ເປັນ­ເຈົ້າ ຈະ ຊົງ ຂ້ຽນ ຕີ ທ່ານ ດ້ວຍ ພະ­ຍາດ ແປກໆ ພະ­ຍາດ ຕາ­ບອດ ແລະ ໃຫ້ ຈິດ­ໃຈ ວຸ້ນ­ວາຍ29ທ່ານ ຈະ ຕ້ອງ ຄຳ ໄປ ໃນ ເວ­ລາ ກາງ­ເວັນ ຄື ຄົນ ຕາ­ບອດ ຄຳ ໄປ ໃນ ຄວາມ ມືດ ແລະ ທ່ານ ຈະ ບໍ່ ມີ ຄວາມ ຈະ­ເລີນ ໃນ ຫົນ­ທາງ ຂອງ ທ່ານ ທ່ານ ຈະ ຖືກ ບີບ­ຄັ້ນ ແລະ ຖືກ ປຸ້ນ ຈີ້ ຢູ່ ສະ­ເໝີ ແລະ ຈະ ບໍ່ ມີ ໃຜ ຊ່ວຍ ທ່ານ ໄດ້ ເລີຍ30ທ່ານ ຈະ ໝັ້ນ ຜູ້­ຍິງ ຄົນ ໜຶ່ງ ໄວ້ ເປັນ ເມຍ ແລະ ຊາຍ ອື່ນ ຈະ ເຂົ້າ­ໄປ ສົມ­ສູ່ ກັບ ນາງ ທ່ານ ຈະ ກໍ່­ສ້າງ ເຮືອນ ແຕ່ ຈະ ບໍ່­ໄດ້ ອາ­ໄສ ຢູ່­ໃນ­ນັ້ນ ທ່ານ ຈະ ປູກ ສວນ­ອະ­ງຸ່ນ ແຕ່ ທ່ານ ຈະ ບໍ່­ໄດ້ ເກັບ ໝາກ ອະ­ງຸ່ນ ນັ້ນ ເຂົ້າ ມາ31ຄົນ ຈະ ຂ້າ ງົວ ຂອງ ທ່ານ ຕໍ່­ໜ້າ­ຕໍ່­ຕາ ທ່ານ ທ່ານ ຈະ ບໍ່­ໄດ້ ກິນ ຊີ້ນ ງົວ ນັ້ນ ພວກ ເຂົາ ຈະ ມາ ຍາດ ແຍ່ງ ເອົາ ລາ ໄປ ຕໍ່­ໜ້າ­ຕໍ່­ຕາ ທ່ານ ແລະ ພວກ ເຂົາ ຈະ ບໍ່ ເອົາ ກັບ ຄືນ ມາ ໃຫ້ ທ່ານ ຝູງ ແບ້ ແກະ ຂອງ ທ່ານ ຈະ ຕ້ອງ ເອົາ ໄປ ໃຫ້ ສັດ­ຕູ ຂອງ ທ່ານ ແລະ ຈະ ບໍ່ ມີ ໃຜ ຊ່ວຍ ທ່ານ ໄດ້ ເລີຍ32ພວກ ເຂົາ ຈະ ເອົາ ລູກ­ຊາຍ ແລະ ລູກ­ສາວ ຂອງ ທ່ານ ໄປ ໃຫ້ ແກ່ ປະ­ຊາ­ຊາດ ອື່ນ ສ່ວນ ຕາ ຂອງ ທ່ານ ຈະ ເບິ່ງ ແລະ ມືດ­ມົວ ລົງ ດ້ວຍ ຄວາມ ອາ­ໄລ ອາ­ວອນ ຕະ­ຫລອດ ເວ­ລາ ອຳ­ນາດ ໃນ ມື ຂອງ ທ່ານ ກໍ ບໍ່ ສາ­ມາດ ຈະ ປ້ອງ­ກັນ ໄດ້33ຊົນ­ຊາດ ທີ່ ທ່ານ ບໍ່ ເຄີຍ ຮູ້­ຈັກ ມາ ແຕ່­ກ່ອນ ຈະ ມາ ກິນ ພືດ­ຜົນ ແຫ່ງ ແຜ່ນ­ດິນ ຂອງ ທ່ານ ແລະ ກິນ ຜົນ­ງານ ທັງ­ປວງ ຂອງ ທ່ານ ພວກ ເຂົາ ຈະ ບີບ­ຄັ້ນ ແລະ ກົດ­ຂີ່ ທ່ານ ສະ­ເໝີ ໄປ34ດັ່ງ­ນັ້ນ ພາບ ທີ່ ທ່ານ ເຫັນ ຈຶ່ງ ຈະ ເຮັດ­ໃຫ້ ທ່ານ ບ້າ ຄັ່ງ ໄປ35ພຣະ­ຜູ້­ເປັນ­ເຈົ້າ ຈະ ຊົງ ຂ້ຽນ ຕີ ທ່ານ ດ້ວຍ ຕຸ່ມ ຝີ ຮ້າຍ ທີ່ ຫົວ­ເຂົ່າ ແລະ ທີ່ ຂາ ຊຶ່ງ ທ່ານ ຈະ ຮັກ­ສາ ໃຫ້ ຫາຍ ບໍ່­ໄດ້ ເປັນ ຕັ້ງ­ແຕ່ ຝ່າ­ຕີນ ຈົນ ຮອດ ຂະ­ໝ່ອມ ຂອງ ທ່ານ36ພຣະ­ຜູ້­ເປັນ­ເຈົ້າ ຈະ ຊົງ­ນຳ ທ່ານ ແລະ ກະ­ສັດ ຜູ້ ທີ່ ທ່ານ ແຕ່ງ­ຕັ້ງ ໄວ້ ເໜືອ ທ່ານ ນັ້ນ ໄປ ຍັງ ປະ­ຊາ­ຊາດ ຊຶ່ງ ທ່ານ ແລະ ບັນ­ພະ­ບູ­ລຸດ ຂອງ ທ່ານ ບໍ່ ຮູ້­ຈັກ ມາ ກ່ອນ ໃນ ທີ່ ນັ້ນ ທ່ານ ຈະ ບົວ­ລະ­ບັດ ພະ ອື່ນ ທີ່ ເຮັດ ດ້ວຍ ໄມ້ ແລະ ດ້ວຍ ຫີນ37ທ່ານ ຈະ ເປັນ ທີ່ ໜ້າ ຕົກ­ໃຈ ເປັນ ຄຳ ສຸ­ພາ­ສິດ ເປັນ ທີ່ ນິນ­ທາ ທ່າມ­ກາງ ຊົນ­ຊາດ ທັງ­ຫລາຍ ທີ່ ພຣະ­ຜູ້­ເປັນ­ເຈົ້າ ຊົງ ພາ ທ່ານ ໄປ­ນັ້ນ

38ທ່ານ ຈະ ຕ້ອງ ເອົາ ພືດ ໄປ ຫວ່ານ ໄວ້ ໃນ ນາ ຫລາຍ ແລະ ເກັບ ຜົນ­ລະ­ປູກ ເຂົ້າ ມາ ແຕ່ ໜ້ອຍ ດຽວ ເພາະ­ວ່າ ຕັກ ກະ ແຕນ ໃຫຍ່ ຈະ ກັດ ກິນ ເສຍ39ທ່ານ ຈະ ປູກ ສວນ ຕົ້ນ ອະ­ງຸ່ນ ແລະ ບົວ­ລະ­ບັດ ນັ້ນ ແຕ່ ທ່ານ ຈະ ບໍ່­ໄດ້ ດື່ມ ນ້ຳ­ອະ­ງຸ່ນ ຫລື ເກັບ ຜົນ­ລະ­ປູກ ເຂົ້າ ມາ ເພາະ­ວ່າ ຕົວ ໜອນ ຈະ ກິນ ມັນ ເສຍ40ທ່ານ ຈະ ມີ ຕົ້ນ ໝາກ­ກອກ­ເທດ ຢູ່ ທົ່ວ ອາ­ນາ­ເຂດ ຂອງ ທ່ານ ແຕ່ ທ່ານ ຈະ ບໍ່­ໄດ້ ນ້ຳ­ມັນ ມາ ຊຳ­ລະ ຕົວ ທ່ານ ເພາະ­ວ່າ ໝາກ­ກອກ­ເທດ ຂອງ ທ່ານ ຈະ ຫລົ່ນ ລົງ41ທ່ານ ຈະ­ໃຫ້ ກຳ­ເນີດ ລູກ­ຊາຍ ແລະ ລູກ­ສາວ ແຕ່ ຈະ ບໍ່ ເປັນ ຂອງ ທ່ານ ເພາະ­ວ່າ ເຂົາ ຈະ ຕົກ ໄປ ເປັນ ຊະ­ເລີຍ42ຕົ້ນ­ໄມ້ ທັງ­ຫລາຍ ຂອງ ທ່ານ ແລະ ຜົນ­ລະ­ປູກ ຈາກ ພື້ນ­ດິນ ຂອງ ທ່ານ ນັ້ນ ຕັກ­ແຕນ ຈະ ຖື ກຳ­ມະ­ສິດ ໝົດ43ຄົນ ຕ່າງ­ດ້າວ ຊຶ່ງ ຢູ່ ທ່າມ­ກາງ ທ່ານ ຈະ ສູງ ຂຶ້ນ ໄປ ເໜືອ ທ່ານ ທຸກໆ ເທື່ອ  ແລະ ທ່ານ ຈະ ຕ່ຳ ລົງ ທຸກໆ ເທື່ອ44ພວກ ເຂົາ ຈະ­ໃຫ້ ທ່ານ ທັງ­ຫລາຍ ຢືມ ເຄື່ອງ ຂອງ ຈາກ ພວກ ເຂົາ ໄດ້ ແລະ ທ່ານ ຈະ ບໍ່ ມີ ຫຍັງ ໃຫ້ ພວກ ເຂົາ ຢືມ ພວກ ເຂົາ ຈະ ເປັນ ຫົວ ແລະ ທ່ານ ຈະ ເປັນ ຫາງ

45ຫລາຍ­ກວ່າ ນັ້ນ ຄຳ ສາບ­ແຊ່ງ ທັງ ໝົດ ນີ້ ຈະ ຕາມ ມາ ຫາ ທ່ານ ແລະ ຕາມ ທັນ ທ່ານ ຈົນ ກວ່າ ທ່ານ ຈະ ຖືກ ທຳ­ລາຍ ເພາະ­ວ່າ ທ່ານ ບໍ່ ຟັງ ພຣະ­ສຸ­ລະ­ສຽງ ຂອງ ພຣະ­ຜູ້­ເປັນ­ເຈົ້າ ພຣະ­ເຈົ້າ ຂອງ ທ່ານ ໂດຍ ບໍ່­ໄດ້ ຖື­ຮັກ­ສາ ພຣະ­ບັນ­ຍັດ ແລະ ກົດ­ເກນ ຂອງ ພຣະ­ອົງ ຊຶ່ງ ພຣະ­ອົງ ຊົງ ສັ່ງ ທ່ານ ໄວ້ ນັ້ນ46ສິ່ງ ເຫລົ່າ­ນີ້ ຈະ ເປັນ ໝາຍ ສຳ­ຄັນ ແລະ ການ­ອັດ­ສະ­ຈັນ ຢູ່ ເໜືອ ທ່ານ ແລະ ເໜືອ ເຊື້ອ­ສາຍ ຂອງ ທ່ານ ເປັນ­ນິດ

47ເພາະ­ວ່າ ທ່ານ ບໍ່­ໄດ້ ບົວ­ລະ­ບັດ ພຣະ­ຜູ້­ເປັນ­ເຈົ້າ ພຣະ­ເຈົ້າ ຂອງ ທ່ານ ດ້ວຍ ຄວາມ ມ່ວນ­ຊື່ນ ແລະ ໃຈ ຍິນ­ດີ ເພາະ­ວ່າ ເຫດ ມີ ສິ່ງ ສາ­ລະ­ພັດ ບໍ­ລິ­ບູນ48ສະ­ນັ້ນ ທ່ານ ຈຶ່ງ ຕ້ອງ ບົວ­ລະ­ບັດ ສັດ­ຕູ ຂອງ ທ່ານ ຊຶ່ງ ພຣະ­ຜູ້­ເປັນ­ເຈົ້າ ຈະ ຊົງ ໃຊ້ ມາ ຕໍ່­ສູ້ ທ່ານ ດ້ວຍ ຄວາມ ຫິວ ແລະ ກະ­ຫາຍ ເປືອຍ ກາຍ ແລະ ຂັດ ສົນ ທຸກ ຢ່າງ ແລະ ພຣະ­ອົງ ຈະ ຊົງ ວາງ ແອກ ເຫລັກ ເທິງ ຄໍ ຂອງ ທ່ານ ຈົນ ກວ່າ ພຣະ­ອົງ ຈະ ທຳ­ລາຍ ທ່ານ ໝົດ49ພຣະ­ຜູ້­ເປັນ­ເຈົ້າ ຈະ ຊົງ­ນຳ ປະ­ຊາ­ຊາດ ໜຶ່ງ ມາ ຕໍ່­ສູ້ ກັບ ທ່ານ ຈາກ ທາງ­ໄກ ຈາກ ທີ່­ສຸດ ປາຍ­ແຜ່ນ­ດິນ­ໂລກ ໄວ ຄື ນົກ ອິນ­ຊີ ບິນ ມາ ເປັນ ປະ­ຊາ­ຊາດ ທີ່ ທ່ານ ບໍ່ ຮູ້­ຈັກ ພາ­ສາ ຂອງ ພວກ ເຂົາ50ເປັນ ປະ­ຊາ­ຊາດ ທີ່ ມີ­ໜ້າ ຕາ ໜ້າ ຢ້ານ ຄື ຜູ້ ຊຶ່ງ ບໍ່ ເຄົາ­ລົບ ຄົນ ແກ່ ແລະ ບໍ່ ເມດ­ຕາ ໜຸ່ມ ສາວ51ແລະ ຈະ ກິນ ລູກ ຂອງ ຝູງ ສັດ ຂອງ ທ່ານ ແລະ ພືດ­ຜົນ ຈາກ ພື້ນ­ດິນ ຂອງ ທ່ານ ຈົນ ທ່ານ ຈະ ຖືກ ທຳ­ລາຍ ທັງ ພວກ ເຂົາ ຈະ ບໍ່ ເຫລືອ ເຂົ້າ ນ້ຳ­ອະ­ງຸ່ນ ຫລື ນ້ຳ­ມັນ ລູກ ງົວ ຫລື ລູກ ແກະ ອ່ອນ ໄວ້ ໃຫ້ ທ່ານ ຈົນ ກວ່າ ພວກ ເຂົາ ຈະ ເຮັດ­ໃຫ້ ທ່ານ ຈິບ­ຫາຍ ໄປ52ພວກ ເຂົາ ຈະ ລ້ອມ ທ່ານ ໄວ້ ທຸກ ປະ­ຕູ ເມືອງ ຈົນ ກຳ­ແພງ ສູງ ແລະ ເຂັ້ມ­ແຂງ ຊຶ່ງ ທ່ານ ໄວ້ ວາງ­ໃຈ ນັ້ນ ພັງ­ລົງ ທົ່ວ ແຜ່ນ­ດິນ ຂອງ ທ່ານ ຄື ພວກ ເຂົາ ຈະ ລ້ອມ ທ່ານ ໄວ້ ທຸກ ປະ­ຕູ ເມືອງ ທົ່ວ ແຜ່ນ­ດິນ ຂອງ ທ່ານ ຊຶ່ງ ພຣະ­ຜູ້­ເປັນ­ເຈົ້າ ພຣະ­ເຈົ້າ ຂອງ ທ່ານ ປະ­ທານ ແກ່ ທ່ານ53ທ່ານ ຈະ ຕ້ອງ ກິນ ພົງ­ພັນ ຂອງ ທ່ານ ເອງ ເປັນ ອາ­ຫານ ຄື ຊີ້ນ ລູກ­ຊາຍ ແລະ ລູກ­ສາວ ຂອງ ທ່ານ ຜູ້ ຊຶ່ງ ພຣະ­ຜູ້­ເປັນ­ເຈົ້າ ພຣະ­ເຈົ້າ ຂອງ ທ່ານ ປະ­ທານ ແກ່ ທ່ານ ຍ້ອນ ການ ປິດ ລ້ອມ ແລະ ຄວາມ­ທຸກ ລຳ­ບາກ ຊຶ່ງ ສັດ­ຕູ ຂອງ ທ່ານ ມາ ມອບ ໃຫ້ ທ່ານ ທັງ­ຫລາຍ ນັ້ນ54ຜູ້­ຊາຍ ໃນ ໝູ່ ພວກ ທ່ານ ທັງ­ຫລາຍ ຈະ ຫວງ ອາ­ຫານ ຕໍ່ ພີ່­ນ້ອງ ຂອງ­ຕົນ ຕໍ່ ເມຍ ທີ່­ຢູ່ ໃນ ອ້ອມ ເອິກ ຂອງ­ຕົນ ແລະ ຕໍ່ ລູກໆ ຄົນ ສຸດ­ທ້າຍ ທີ່ ເຫລືອ ຢູ່ ກັບ ຕົນ55ຈົນ ພວກ ເຂົາ ຈະ ບໍ່­ຍອມ ໃຫ້ ໃຜ ກິນ ຊີ້ນ ລູກ ຂອງ­ຕົນ ຊຶ່ງ ກຳ­ລັງ ກິນ ຢູ່ ເພາະ­ວ່າ ບໍ່ ມີ ອັນ­ໃດ ເຫລືອ ໃຫ້ ພວກ ເຂົາ ອີກ ແລ້ວ ຍ້ອນ ພວກ ສັດ­ຕູ ປິດ ລ້ອມ ທ່ານ ແລະ ຍ້ອນ ຄວາມ­ທຸກ ລຳ­ບາກ ຊຶ່ງ ສັດ­ຕູ ຂອງ ທ່ານ ມາ ມອບ ໃຫ້ ທ່ານ ທັງ­ຫລາຍ ທຸກ ປະ­ຕູ ເມືອງ56ຜູ້­ຍິງ ໃນ ໝູ່ ພວກ ທ່ານ ຊຶ່ງ ບໍ່ ເຄີຍ ວາງ ຕີນ ລົງ ທີ່ ພື້ນ­ດິນ ເພາະ­ວ່າ ເປັນ ຄົນ ສຳ­ອາງ ແນວ ນັ້ນ ພວກ ນາງ ຈະ ຫວງ ອາ­ຫານ ຕໍ່ ຜົວ ໃນ ອ້ອມ ເອິກ ຂອງ ນາງ ແລະ ຕໍ່ ລູກ­ຊາຍ ແລະ ລູກ­ສາວ ຂອງ ນາງ57ເພາະ ໄດ້ ເດັກ­ນ້ອຍ ທີ່ ຫາ­ກໍ ອອກ ມາ ຈາກ ຫວ່າງ ຂາ ຂອງ ນາງ ແລະ ລູກ ແດງ ທີ່ ຫາ ກໍ­ເກີດ ນາງ ຈະ ກິນ ເປັນ ອາ­ຫານ ງຽບໆ ເພາະ­ວ່າ ຂັດ ສົນ ທຸກ ຢ່າງ ຍ້ອນ ການ ຖືກ ສັດ­ຕູ ປິດ ລ້ອມ ແລະ ຍ້ອນ ຄວາມ­ທຸກ ລຳ­ບາກ ຊຶ່ງ ສັດ­ຕູ ຂອງ ທ່ານ ມາ ມອບ ໃຫ້ ທ່ານ ທັງ­ຫລາຍ ທຸກ ປະ­ຕູ ເມືອງ

58ຖ້າ ທ່ານ ທັງ­ຫລາຍ ບໍ່ ໃສ່­ໃຈ ເຮັດ ຕາມ ຖ້ອຍ­ຄຳ ທັງ ໝົດ ໃນ ພຣະ­ບັນ­ຍັດ ຊຶ່ງ ຂຽນ­ໄວ້ ໃນ ໜັງ­ສື ມ້ວນ ນີ້ ໂດຍ ບໍ່ ຢຳ ເກງ ພຣະ­ນາມ ທີ່ ຊົງ ສະ­ຫງ່າ­ລາ­ສີ ແລະ ທີ່ ໜ້າ ຢ້ານ ເກງ ນີ້ ຄື ພຣະ­ນາມ ພຣະ­ຜູ້­ເປັນ­ເຈົ້າ ພຣະ­ເຈົ້າ ຂອງ ທ່ານ59ແລ້ວ ພຣະ­ຜູ້­ເປັນ­ເຈົ້າ ຈະ ຊົງ­ນຳ ມາ­ສູ່ ທ່ານ ແລະ ເຊື້ອ­ສາຍ ຂອງ ທ່ານ ຄື ໄພ­ພິ­ບັດ ແບບ ຜິດ ທຳ­ມະ­ດາ ໄພ­ພິ­ບັດ ຮ້າຍ­ແຮງ ແລະ ດົນ­ນານ ແລະ ຄວາມ­ເຈັບ ໄຂ້ ຕ່າງໆ ທີ່ ຮ້າຍ­ແຮງ ແລະ ດົນ­ນານ60ຫລາຍ­ກວ່າ ນັ້ນ ພຣະ­ອົງ ຈະ ຊົງ­ນຳ ພະ­ຍາດ ທັງ­ຫລາຍ ແຫ່ງ ເອ­ຢິບ ຊຶ່ງ ທ່ານ ຢ້ານ ນັ້ນ ມາ­ສູ່ ທ່ານ ແລະ ມັນ ຈະ ຕິດ ພັນ ຢູ່ ກັບ ທ່ານ61ຄື­ກັນ­ກັບ ພະ­ຍາດ ແລະ ໄພ­ພິ­ບັດ ທຸກ ຢ່າງ ຊຶ່ງ ບໍ່­ໄດ້ ລະ­ບຸ ໄວ້ ໃນ ໜັງ­ສື ພຣະ­ບັນ­ຍັດ ນີ້ ພຣະ­ຜູ້­ເປັນ­ເຈົ້າ ຈະ ຊົງ­ນຳ ມາ­ຍັງ ທ່ານ ຈົນ ກວ່າ ທ່ານ ທັງ­ຫລາຍ ຈະ ຖືກ ທຳ­ລາຍ62ສິ່ງ ທີ່ ພວກ ທ່ານ ທັງ­ຫລາຍ ມີ ຫລາຍ ຢ່າງ ດວງ ດາວ ໃນ ທ້ອງ­ຟ້າ ນັ້ນ ທ່ານ ກໍ ຈະ ເຫລືອ ແຕ່ ຈຳ­ນວນ ໜ້ອຍ ດຽວ ເພາະ­ວ່າ ທ່ານ ບໍ່ ຟັງ ພຣະ­ສຸ­ລະ­ສຽງ ຂອງ ພຣະ­ຜູ້­ເປັນ­ເຈົ້າ ພຣະ­ເຈົ້າ ຂອງ ທ່ານ

ຄຳ ທຳ­ນວາຍ ເຖິງ ການ ກະ­ຈັດ­ກະ­ຈາຍ ໄປ ທົ່ວ­ໂລກ

63ແລະ ຕໍ່­ມາ ຖ້າ ພຣະ­ຜູ້­ເປັນ­ເຈົ້າ ພໍ­ພຣະ­ໄທ ທີ່ ຈະ ຊົງ ເຮັດ ດີ ຕໍ່ ທ່ານ ແລະ ອຳ­ນວຍ ພຣະ­ພອນ ໃຫ້ ທ່ານ ເພີ່ມ­ທະ­ວີ ຫລາຍ ຂຶ້ນ ນັ້ນ ພຣະ­ຜູ້­ເປັນ­ເຈົ້າ ກໍ ຈະ ຊົງ ພໍ­ພຣະ­ໄທ ທີ່ ຈະ ເຮັດ­ໃຫ້ ທ່ານ ຈິບ­ຫາຍ ແລະ ທຳ­ລາຍ ທ່ານ ເສຍ ຄື­ກັນ ທ່ານ ຈະ ຕ້ອງ ຖືກ ປະ ຖິ້ມ ໄປ ຈາກ ແຜ່ນ­ດິນ ຊຶ່ງ ທ່ານ ກຳ­ລັງ ຈະ ເຂົ້າ­ໄປ ຍຶດ ຄອງ ນັ້ນ64ແລະ ພຣະ­ຜູ້­ເປັນ­ເຈົ້າ ຈະ ຊົງ ເຮັດ­ໃຫ້ ທ່ານ ທັງ­ຫລາຍ ກະ­ຈັດ­ກະ­ຈາຍ ໄປ ທ່າມ­ກາງ ຊົນ­ຊາດ ທັງ­ຫລາຍ ຕັ້ງ­ແຕ່ ທີ່­ສຸດ ປາຍ­ແຜ່ນ­ດິນ­ໂລກ ຟາກ ນີ້ ໄປ ເຖິງ ຟາກ ນັ້ນ ໃນ ທີ່ ນັ້ນ ທ່ານ ຈະ ບົວ­ລະ­ບັດ ພະ ອື່ນໆ ຊຶ່ງ ທ່ານ ແລະ ບັນ­ພະ­ບູ­ລຸດ ຂອງ ທ່ານ ບໍ່ ຮູ້­ຈັກ ຄື ພະ ຊຶ່ງ ເຮັດ ດ້ວຍ ໄມ້ ແລະ ຫີນ65ເມື່ອ ທ່ານ ຢູ່ ທ່າມ­ກາງ ປະ­ຊາ­ຊາດ ຕ່າງໆ ນັ້ນ ທ່ານ ຈະ ບໍ່ ພົບ ຄວາມ ສະ­ບາຍ ເລີຍ ຝ່າ­ຕີນ ຂອງ ທ່ານ ຈະ ບໍ່ ມີ ຢຸດ ພັກ ເພາະ­ວ່າ ພຣະ­ຜູ້­ເປັນ­ເຈົ້າ ຈະ­ປະ­ທານ ໃຫ້ ທ່ານ ມີ ຈິດ­ໃຈ ທີ່ ຢ້ານ­ກົວ ມີ ຕາ ທີ່ ມືດ­ມົວ ລົງ ແລະ ມີ­ຊີ­ວິດ ທີ່ ຄ່ອຍໆ ມອດ ລົງ66ແລະ ຊີ­ວິດ ຂອງ ທ່ານ ກໍ ຈະ ແຂວນ ຢູ່ ເທິງ ຄວາມ ສົງ­ໄສ ທ່ານ ຈະ ຕົກ­ໃຈ ຢູ່ ທັງ ກາງ­ຄືນ ແລະ ກາງ­ເວັນ ບໍ່ ມີ ຄວາມ ແນ່ ໃຈ ໃນ ຊີ­ວິດ ຂອງ ທ່ານ ເລີຍ67ໃນ ຕອນ ເຊົ້າ ທ່ານ ຈະ ກ່າວ ວ່າ ‘ຖ້າ ເປັນ ຕອນ ແລງ ກໍ ຈະ ດີ’ ແລະ ໃນ ຕອນ ແລງ ທ່ານ ຈະ ກ່າວ ວ່າ ‘ຖ້າ ເປັນ ຕອນ ເຊົ້າ ກໍ ຈະ ດີ’ ຍ້ອນ ຄວາມ ຕົກ­ໃຈ ຊຶ່ງ ມີ ຢູ່­ໃນ ຈິດ­ໃຈ ທ່ານ ນັ້ນ ແລະ ຍ້ອນ ສິ່ງ ທີ່ ຕາ ທ່ານ ຈະ ເຫັນ68ແລະ ພຣະ­ຜູ້­ເປັນ­ເຈົ້າ ຈະ ນຳ ທ່ານ ກັບ ມາ ທາງ ເຮືອ ເຖິງ ເອ­ຢິບ ເປັນ ການ ເດີນ­ທາງ ຊຶ່ງ ຂ້າ­ພະ­ເຈົ້າ ໄດ້ ກ່າວ ວ່າ ທ່ານ ຈະ ບໍ່ ພົບ ເຫັນ ອີກ ເລີຍ ໃນ ບ່ອນ­ນັ້ນ ທ່ານ ຈະ ຕ້ອງ ມອບ ຕົວ ຂາຍ ໃຫ້ ສັດ­ຕູ ເປັນ ຂ້າ­ທາດ ຊາຍ ແລະ ຂ້າ­ທາດ ຍິງ ແຕ່ ຈະ ບໍ່ ມີ ຜູ້­ໃດ ຊື້ ທ່ານ”

ພຣະບັນຍັດສອງ28;1-68

1ຕໍ່­ໄປ ນີ້ ເປັນ ຖ້ອຍ­ຄຳ ໃນ ພັນ­ທະ­ສັນ­ຍາ ຊຶ່ງ ພຣະ­ຜູ້­ເປັນ­ເຈົ້າ ຊົງ ສັ່ງ ໂມ­ເຊ ໃຫ້ ປະ­ຕິ­ບັດ ກັບ ພວກ­ລູກ­ຫລານ ອິ­ສຣາ­ເອນ ໃນ ແຜ່ນ­ດິນ ໂມ­ອາບ ນອກ­ຈາກ ພັນ­ທະ­ສັນ­ຍາ ຊຶ່ງ ພຣະ­ອົງ ຊົງ ເຮັດ ກັບ ພວກ ເຂົາ ທີ່ ໂຮ­ເຣັບ

2ໂມ­ເຊ ເອີ້ນ ບັນ­ດາ ພວກ­ລູກ­ຫລານ ອິ­ສຣາ­ເອນ ມາ ແລະ ກ່າວ ແກ່ ພວກ ເຂົາ ວ່າ “ທ່ານ ທັງ­ຫລາຍ ໄດ້ ເຫັນ ທຸກ ສິ່ງ ຊຶ່ງ ພຣະ­ຜູ້­ເປັນ­ເຈົ້າ ຊົງ ເຮັດ ຕໍ່­ໜ້າ­ຕໍ່­ຕາ ຂອງ ທ່ານ ໃນ ແຜ່ນ­ດິນ ເອ­ຢິບ ຕໍ່ ຟາ­ຣາ­ໂອ ແລະ ຕໍ່ ບັນ­ດາ ຂ້າ­ລາ­ຊະ­ການ ຂອງ ເພິ່ນ ແລະ ຕໍ່ ປະ­ເທດ ຂອງ ເພິ່ນ ທັງ ໝົດ3ທັງ ການ ທົດ­ລອງ ໃຫຍ່ ຊຶ່ງ ໃນ­ຕາ ຂອງ ທ່ານ ໄດ້ ເຫັນ ທັງ ໝາຍ ສຳ­ຄັນ ແລະ ການ­ອັດ­ສະ­ຈັນ ຍິ່ງ­ໃຫຍ່ ເຫລົ່າ­ນັ້ນ4ແຕ່ ຈົນ ເຖິງ ທຸກ ມື້­ນີ້ ພຣະ­ຜູ້­ເປັນ­ເຈົ້າ ຍັງ ບໍ່­ໄດ້ ປະ­ທານ ຈິດ­ໃຈ ທີ່ ເຂົ້າ­ໃຈ ຕາ ທີ່ ເບິ່ງ­ເຫັນ ໄດ້ ແລະ ຫູ ທີ່ ຍິນ ໄດ້ ໃຫ້ ແກ່ ທ່ານ5‘ເຮົາ ໄດ້ ນຳ ເຈົ້າ ຢູ່­ໃນ ຖິ່ນ­ແຫ້ງ­ແລ້ງ ກັນ­ດານ ສີ່­ສິບ­ປີ ເສື້ອ­ຜ້າ ຂອງ ເຈົ້າ ບໍ່­ໄດ້ ຂາດ ໄປ ຈາກ ເຈົ້າ ແລະ ເກີບ ບໍ່­ໄດ້ ຂາດ ຫລຸດ ໄປ ຈາກ ຕີນ ຂອງ ເຈົ້າ6ເຈົ້າ ທັງ­ຫລາຍ ບໍ່­ໄດ້ ກິນ ເຂົ້າ­ຈີ່ ເຈົ້າ ບໍ່­ໄດ້ ດື່ມ ນ້ຳ­ອະ­ງຸ່ນ ຫລື ເຫລົ້າ ເພື່ອ ເຈົ້າ ຈະ ໄດ້ ຮູ້­ວ່າ ເຮົາ ເປັນ ພຣະ­ຜູ້­ເປັນ­ເຈົ້າ ພຣະ­ເຈົ້າ ຂອງ ເຈົ້າ’7ແລະ ເມື່ອ ທ່ານ ມາ ເຖິງ ທີ່ ນີ້ ສີ­ໂຮນ ກະ­ສັດ ເມືອງ ເຮັດ­ຊະ­ໂບນ ແລະ ໂອກ ກະ­ສັດ ເມືອງ ບາ­ຊານ ອອກ ມາ ເຮັດ ສົງ­ຄາມ ກັບ ພວກ­ເຮົາ ແຕ່ ເຮົາ ທັງ­ຫລາຍ ກໍ­ໄດ້ ເຮັດ­ໃຫ້ ພວກ ເຂົາ ພ່າຍ­ແພ້ ໄປ8ເຮົາ ຍຶດ ແຜ່ນ­ດິນ ຂອງ ພວກ ເຂົາ ແລະ ມອບ ໃຫ້­ເປັນ ມໍ­ລະ­ດົກ ແກ່ ຄົນ ຣູ­ເບັນ ຄົນ ຄາດ ແລະ ຄົນ ມາ­ນາ­ເຊ ເຄິ່ງ ເຜົ່າ

9ສະ­ນັ້ນ ຈົ່ງ ໃສ່­ໃຈ ເຮັດ ຕາມ ຖ້ອຍ­ຄຳ ແຫ່ງ ພັນ­ທະ­ສັນ­ຍາ ນີ້ ເພື່ອ ທ່ານ ທັງ­ຫລາຍ ຈະ ຈະ­ເລີນ ໃນ ບັນ­ດາ ກິດ­ຈະ­ການ ຊຶ່ງ ທ່ານ ເຮັດ10ໃນ ມື້­ນີ້ ທ່ານ ທັງ­ຫລາຍ ທຸກ ຄົນ ຢືນ­ຢູ່ ຕໍ່ ພຣະ­ພັກ ພຣະ­ຜູ້­ເປັນ­ເຈົ້າ ພຣະ­ເຈົ້າ ຂອງ ທ່ານ ຄື ບັນ­ດາ ຫົວ­ໜ້າ ຕະ­ກູນ ທັງ­ຫລາຍ ພວກ ຜູ້­ໃຫຍ່ ຂອງ ທ່ານ ແລະ ເຈົ້າ­ໜ້າ­ທີ່ ຂອງ ທ່ານ ບັນ­ດາ ຜູ້­ຊາຍ ຂອງ ອິ­ສຣາ­ເອນ11ລູກ ຂອງ ທ່ານ ເມຍ ຂອງ ທ່ານ ແລະ ຄົນ ຕ່າງ­ດ້າວ ທີ່­ຢູ່ ໃນ ຄ້າຍ ຂອງ ທ່ານ ທັງ ຄົນ­ທີ່ ຕັດ ຟືນ ໃຫ້ ທ່ານ ແລະ ຄົນ­ທີ່ ຕັກ ນ້ຳ ໃຫ້ ທ່ານ12ເພື່ອ ທ່ານ ຈະ ໄດ້ ເຂົ້າ ມາ ໃນ ພັນ­ທະ­ສັນ­ຍາ ແຫ່ງ ພຣະ­ຜູ້­ເປັນ­ເຈົ້າ ພຣະ­ເຈົ້າ ຂອງ ທ່ານ ຄື ໃນ ພັນ­ທະ­ສັນ­ຍາ ທີ່ ປະ­ຕິ­ຍານ ໄວ້ ຊຶ່ງ ພຣະ­ຜູ້­ເປັນ­ເຈົ້າ ພຣະ­ເຈົ້າ ຂອງ ທ່ານ ຊົງ ເຮັດ ກັບ ທ່ານ ໃນ ມື້­ນີ້13ເພື່ອ ພຣະ­ອົງ ຈະ ຊົງ ແຕ່ງ­ຕັ້ງ ທ່ານ ທັງ­ຫລາຍ ໃນ ມື້­ນີ້ ໃຫ້­ເປັນ ປະ­ຊາ­ຊົນ ຂອງ ພຣະ­ອົງ ແລະ ເພື່ອ ພຣະ­ອົງ ຈະ ເປັນ ພຣະ­ເຈົ້າ ຂອງ ທ່ານ ດັ່ງ ທີ່ ພຣະ­ອົງ ຊົງ ກ່າວ ກັບ ທ່ານ ນັ້ນ ແລະ ດັ່ງ ທີ່ ພຣະ­ອົງ ຊົງ ປະ­ຕິ­ຍານ ກັບ ບັນ­ພະ­ບູ­ລຸດ ຂອງ ທ່ານ ຄື ກັບ ອັບ­ຣາ­ຮາມ ອີ­ຊາກ ແລະ ຢາ­ໂຄບ14ຂ້າ­ພະ­ເຈົ້າ ບໍ່­ໄດ້ ເຮັດ ພັນ­ທະ­ສັນ­ຍາ ກັບ ຄຳ ປະ­ຕິ­ຍານ ນີ້ ກັບ ທ່ານ ເທົ່າ ນັ້ນ15ແຕ່ ກັບ ຜູ້ ທີ່ ຢືນ­ຢູ່ ກັບ ເຮົາ ທັງ­ຫລາຍ ໃນ ມື້­ນີ້ ຕໍ່ ພຣະ­ພັກ ພຣະ­ຜູ້­ເປັນ­ເຈົ້າ ພຣະ­ເຈົ້າ ຂອງ ເຮົາ ແລະ ກັບ ຜູ້ ທີ່ ບໍ່­ໄດ້ ຢູ່ ບ່ອນ­ນີ້ ກັບ ເຮົາ ໃນ ມື້­ນີ້

16(ທ່ານ ຮູ້ ຢູ່ ແລ້ວ ວ່າ ເຮົາ ອາ­ໄສ ຢູ່­ໃນ ແຜ່ນ­ດິນ ເອ­ຢິບ ຢ່າງ­ໃດ ແລະ ເຮົາ ທັງ­ຫລາຍ ໄດ້ ຜ່ານ ທ່າມ­ກາງ ປະ­ຊາ­ຊາດ ຊຶ່ງ ທ່ານ ທັງ­ຫລາຍ ຜ່ານ ພົ້ນ ຢ່າງ­ໃດ17ທ່ານ ທັງ­ຫລາຍ ໄດ້ ເຫັນ ສິ່ງ ທີ່ ໜ້າ ຂີ້­ດຽດ ຂອງ ພວກ ເຂົາ ແລ້ວ ຄື ເຫັນ ຮູບ ເຄົາ­ລົບ ທີ່ ເຮັດ ດ້ວຍ ໄມ້ ດ້ວຍ ຫີນ ແລະ ດ້ວຍ ເງິນ ແລະ ຄຳ ຊຶ່ງ ຢູ່ ທ່າມ­ກາງ ພວກ ເຂົາ ທັງ­ຫລາຍ)18ຈົ່ງ ລະ­ວັງ ໃຫ້ ດີ ຢ້ານ­ວ່າ ຈະ ມີ ຊາຍ ຫລື ຍິງ ຄົນ ໃດ ຫລື ຄອບ­ຄົວ ໃດ ຫລື ຕະ­ກູນ ໃດ ຊຶ່ງ ໃນ ມື້­ນີ້ ຈິດ­ໃຈ ຂອງ ພວກ ເຂົາ ຫັນ ໄປ ຈາກ ພຣະ­ຜູ້­ເປັນ­ເຈົ້າ ພຣະ­ເຈົ້າ ຂອງ ພວກ­ເຮົາ ໄປ ບົວ­ລະ­ບັດ ພະ ຂອງ ປະ­ຊາ­ຊາດ ເຫລົ່າ­ນັ້ນ ຢ້ານ­ວ່າ ທ່າມ­ກາງ ທ່ານ ຈະ ມີ ຮາກ ຊຶ່ງ ເກີດ ເປັນ ບີ ໝີ ແລະ ເຄືອ ຄໍ ຮໍ19ແລະ ຕໍ່­ມາ ເມື່ອ ຄົນ ນັ້ນ ໄດ້­ຍິນ ຖ້ອຍ­ຄຳ ແຫ່ງ ຄຳ ສາບ­ແຊ່ງ ນີ້ ຈະ ນຶກ ອວຍ­ພອນ ຕົວ ເອງ ໃນ ໃຈ ວ່າ ‘ແມ່ນ ຂ້ອຍ ຈະ ຍ່າງ ດ້ວຍ ຄວາມ ດື້­ດ້ານ ຕາມ­ໃຈ ຂອງ ຂ້ອຍ ກໍ ຕາມ ຂ້ອຍ ກໍ ຈະ ເປັນ ສຸກ’ ຄວາມ ຄິດ ເຊັ່ນ ນີ້ ກໍ ຈະ ນຳ ການ ທຳ­ລາຍ ມາ ເຖິງ ພືດ­ຜົນ ບໍ່ ວ່າ ໃນ ບ່ອນ ຊຸ່ມ ນ້ຳ ຫລື ບ່ອນ ແຫ້ງ­ແລ້ງ’20ພຣະ­ຜູ້­ເປັນ­ເຈົ້າ ຈະ ບໍ່­ໄດ້ ຊົງ ໃຫ້ ອະ­ໄພ ແກ່ ຄົນ ນັ້ນ ແຕ່ ພຣະ­ພິ­ໂລດ ຂອງ ພຣະ­ຜູ້­ເປັນ­ເຈົ້າ ແລະ ຄວາມ ຫວງ­ແຫນ ຂອງ ພຣະ­ອົງ ຈະ ພຸ່ງ­ຂຶ້ນ ຕໍ່ ຊາຍ ຄົນ ນັ້ນ ແລະ ຄຳ ສາບ­ແຊ່ງ ທັງ ໝົດ ຊຶ່ງ ຂຽນ­ໄວ້ ໃນ ໜັງ­ສື ມ້ວນ ນີ້ ຈະ ຕົກ ຢູ່ ເທິງ ລາວ ແລະ ພຣະ­ຜູ້­ເປັນ­ເຈົ້າ ຈະ ຊົງ ລຶບ ຊື່ ຂອງ ລາວ ອອກ­ຈາກ ທ້ອງ­ຟ້າ21ແລ້ວ ພຣະ­ຜູ້­ເປັນ­ເຈົ້າ ຈະ ຊົງ ແຍກ ລາວ ອອກ­ຈາກ ຕະ­ກູນ ຄົນ ອິ­ສຣາ­ເອນ ທັງ­ປວງ ໃຫ້ ປະ­ສົບ ຄວາມ ລຳ­ບາກ ຕາມ ຄຳ ສາບ­ແຊ່ງ ທັງ ໝົດ ຂອງ ພັນ­ທະ­ສັນ­ຍາ ຊຶ່ງ ຈາ­ລຶກ ໄວ້ ໃນ ໜັງ­ສື ພຣະ­ບັນ­ຍັດ ນີ້22ແລະ ຄົນ­ຊົ່ວ ລຸ້ນ ຕໍ່­ມາ ຄື ລູກ­ຫລານ ຊຶ່ງ ເກີດ ມາ ພາຍ­ຫລັງ ທ່ານ ແລະ ຊົນ ຕ່າງ­ດ້າວ ຊຶ່ງ ມາ ຈາກ ແຜ່ນ­ດິນ ທີ່­ຢູ່ ຫ່າງ ໄກ ຈະ ກ່າວ ເມື່ອ ພວກ ເຂົາ ເຫັນ ໄພ­ພິ­ບັດ ຕ່າງໆ ຂອງ ແຜ່ນ­ດິນ ນັ້ນ ແລະ ໂຣກ­ໄພ ຊຶ່ງ ພຣະ­ຜູ້­ເປັນ­ເຈົ້າ ຊົງ ບັນ­ດານ ໃຫ້­ເປັນ23ຄື ແຜ່ນ­ດິນ ທັງ ໝົດ ເປັນ ກຳ­ມະ­ຖັນ ແລະ ເປັນ ເກືອ ແລະ ຖືກ ເຜົາ ໄຟ ບໍ່ ມີ ໃຜ ປູກ ຫລື ຫວ່ານ ແລະ ບໍ່ ມີ ອັນ­ໃດ ງອກ ຂຶ້ນ ເປັນ ບ່ອນ ທີ່ ຫຍ້າ ບໍ່ ງອກ ເປັນ ການ ຖືກ ທຳ­ລາຍ ແບບ ໂຊ­ໂດມ ແລະ ໂກ­ໂມ­ຣາ ເມືອງ ອັດ­ມາ ເມືອງ ເຊ­ໂບ­ຢິມ ຊຶ່ງ ພຣະ­ຜູ້­ເປັນ­ເຈົ້າ ຊົງ ທຳ­ລາຍ ດ້ວຍ ຄວາມ ໂກດ ຮ້າຍ ແລະ ພຣະ­ພິ­ໂລດ24ປະ­ຊາ­ຊາດ ທັງ­ຫລາຍ ຈະ ກ່າວ ວ່າ ‘ເປັນ ຫຍັງ ພຣະ­ຜູ້­ເປັນ­ເຈົ້າ ຊົງ ເຮັດ ເຊັ່ນ ນີ້ ແກ່ ແຜ່ນ­ດິນ ນີ້ ພຣະ­ພິ­ໂລດ ຫລວງ­ຫລາຍ ເຊັ່ນ ນີ້ ໝາຍ­ຄວາມ­ວ່າ ຢ່າງ­ໃດ’25ແລ້ວ ຄົນ ຈະ ເວົ້າ ກັນ ວ່າ ‘ເພາະ­ວ່າ ພວກ ເຂົາ ປະ ຖິ້ມ ພັນ­ທະ­ສັນ­ຍາ ຂອງ ພຣະ­ຜູ້­ເປັນ­ເຈົ້າ ພຣະ­ເຈົ້າ ຂອງ ບັນ­ພະ­ບູ­ລຸດ ຂອງ ພວກ ເຂົາ ຊຶ່ງ ພຣະ­ອົງ ຊົງ ເຮັດ ໄວ້ ກັບ ພວກ ເຂົາ ເມື່ອ ພຣະ­ອົງ ຊົງ ພາ ພວກ ເຂົາ ອອກ­ຈາກ ແຜ່ນ­ດິນ ເອ­ຢິບ26ໄປ ບົວ­ລະ­ບັດ ນະ­ມັດ­ສະ­ການ ພະ ອື່ນ ເປັນ ພະ ຊຶ່ງ ພວກ ເຂົາ ບໍ່ ເຄີຍ ຮູ້­ຈັກ ແລະ ຊຶ່ງ ພຣະ­ອົງ ບໍ່­ໄດ້ ປະ­ທານ ແກ່ ພວກ ເຂົາ27ສະ­ນັ້ນ ພຣະ­ພິ­ໂລດ ຂອງ ພຣະ­ຜູ້­ເປັນ­ເຈົ້າ ຈຶ່ງ ລຸກ­ຂຶ້ນ ຕໍ່ ແຜ່ນ­ດິນ ນີ້ ນຳ ເອົາ ບັນ­ດາ ຄຳ ສາບ­ແຊ່ງ ຊຶ່ງ ຈາ­ລຶກ ໄວ້ ໃນ ໜັງ­ສື ນີ້ ມາ ເຖິງ28ແລະ ພຣະ­ຜູ້­ເປັນ­ເຈົ້າ ຈຶ່ງ ຊົງ ຖອນ ຮາກ ພວກ ເຂົາ ເສຍ ຈາກ ແຜ່ນ­ດິນ ດ້ວຍ ຄວາມ ຮ້າຍ ພຣະ­ພິ­ໂລດ ອັນ ຫລວງ­ຫລາຍ ແລະ ຖິ້ມ ພວກ ເຂົາ ໄປ ໃນ ອີກ ແຜ່ນ­ດິນ ໜຶ່ງ ດັ່ງ ທີ່ ເປັນ ຢູ່ ທຸກ ມື້­ນີ້’29ສິ່ງ ເລິກ­ລັບ ທັງ­ປວງ ເປັນ ຂອງ ພຣະ­ຜູ້­ເປັນ­ເຈົ້າ ພຣະ­ເຈົ້າ ຂອງ ເຮົາ ທັງ­ຫລາຍ ແຕ່ ສິ່ງ ຊົງ ສະ­ແດງ ນັ້ນ ເປັນ ຂອງ ເຮົາ ທັງ­ຫລາຍ ແລະ ຂອງ ລູກ­ຫລານ ຂອງ ເຮົາ ຕະ­ຫລອດ­ໄປ­ເປັນ­ນິດ ເພື່ອ ເຮົາ ຈະ ເຮັດ ຕາມ ຖ້ອຍ­ຄຳ ທັງ ໝົດ ໃນ ພຣະ­ບັນ­ຍັດ ນີ້”

ພຣະບັນຍັດສອງ29;129

1ບັດ­ນີ້ ຂ້າ­ພະ­ເຈົ້າ ຂໍ ໃຫ້ ທ່ານ ເລືອກ ເອົາ ລະ­ຫວ່າງ ພຣະ­ພອນ ກັບ ຄຳ ສາບ­ແຊ່ງ ເມື່ອ ເຫດ­ການ ເຫລົ່າ­ນີ້ ເກີດ ຂຶ້ນ ກັບ ທ່ານ ແລ້ວ ແລະ ເມື່ອ ຢູ່­ໃນ ທ່າມ­ກາງ ຊົນ­ຊາດ ທີ່ ພຣະ­ຜູ້­ເປັນ­ເຈົ້າ ຊົງ ຂັບ­ໄລ່ ທ່ານ ໄປ­ນັ້ນ ທ່ານ ຈະ ລະ­ນຶກ ໄດ້ ເຖິງ ສິ່ງ ທີ່ ຂ້າ­ພະ­ເຈົ້າ ເວົ້າ.2ແລ້ວ ທ່ານ ກັບ ເຊື້ອ­ສາຍ ຂອງ ທ່ານ ຈະ ກັບ ຄືນ ມາ ຫາ ພຣະ­ຜູ້­ເປັນ­ເຈົ້າ ແລະ ຈະ ເຮັດ ຕາມ ຂໍ້ ຄຳ­ສັ່ງ ຂອງ ພຣະ­ອົງ ຊຶ່ງ ຂ້າ­ພະ­ເຈົ້າ ໄດ້ ບອກ ໃນ ມື້­ນີ້ ຢ່າງ ສຸດ ອົກ ສຸດ ໃຈ.3ເມື່ອ­ນັ້ນ ພຣະ­ຜູ້­ເປັນ­ເຈົ້າ ຈະ ຊົງ ເມດ­ຕາ ທ່ານ ຈະ ນຳ ທ່ານ ກັບ ຄືນ ມາ ຈາກ ຊົນ­ຊາດ ທີ່ ຊົງ ຂັບ­ໄລ່ ໄປ ທັງ ຈະ ເຮັດ­ໃຫ້ ທ່ານ ກັບ ມາ ທ້ອນ­ໂຮມ ກັນ ຄື­ເກົ່າ ອີກ.4–5ເຖິງ­ແມ່ນ­ວ່າ ທ່ານ ຈະ ຕົກ ໄປ ຢູ່ ໄກ ຄົນ­ລະ ຟາກ ຟ້າ ພຣະ­ຜູ້­ເປັນ­ເຈົ້າ ກໍ ຈະ ຊົງ ຮວບ­ຮວມ ເອົາ ພວກ ທ່ານ ກັບ ມາ ຄອບ­ຄອງ ແຜ່ນ­ດິນ ທີ່ ບັນ­ພະ­ບູ­ລຸດ ເຄີຍ ຢູ່ ມາ ກ່ອນ ພ້ອມ ທັງ ຈະ ຊົງ ເຮັດ­ໃຫ້ ແຜ່ນ­ດິນ ນັ້ນ ອຸ­ດົມ­ສົມ­ບູນ ແລະ ມີ ຄົນ ຈຳ­ນວນ­ຫລາຍ ກວ່າ ທີ່ ເຄີຍ ມີ ມາ ແລ້ວ ໃນ ສະ­ໄໝ ບັນ­ພະ­ບູ­ລຸດ ຂອງ ທ່ານ.6ຈະ ຊົງ ເຮັດ­ໃຫ້ ທ່ານ ກັບ ເຊື້ອ­ສາຍ ມີ­ໃຈ ເຊື່ອ ຟັງ ເພື່ອ­ຈະ ໄດ້ ຮັກ ພຣະ­ອົງ ຢ່າງ ສຸດ­ຈິດ­ສຸດ­ໃຈ ແລະ ມີ­ຊີ­ວິດ ຢູ່­ໃນ ແຜ່ນ­ດິນ ນັ້ນ ສືບ­ຕໍ່ ໄປ.7–9ຈະ ຊົງ ສາບ­ແຊ່ງ ພວກ ສັດ­ຕູ ຜູ້ ກຽດ­ຊັງ ແລະ ຂົ່ມ­ເຫັງ ທ່ານ ແລ້ວ ທ່ານ ຈະ ເຊື່ອ ຟັງ ແລະ ເຮັດ ຕາມ ຂໍ້ ຄຳ­ສັ່ງ ທີ່ ພຣະ­ອົງ ຊົງ ບອກ ຂ້າ­ພະ­ເຈົ້າ ມື້­ນີ້ ອີກ ພຣະ­ຜູ້­ເປັນ­ເຈົ້າ ຈະ ຊົງ ໃຫ້­ການ ງານ ຂອງ ທ່ານ ຈະ­ເລີນ ຮຸ່ງ­ເຮືອງ ໃຫ້ ມີ ລູກ­ຫລານ ແລະ ງົວ ຄວາຍ ຫລາຍ ພ້ອມ ທັງ ມີ ເຂົ້າ­ປາ­ນາ­ນ້ຳ ອຸ­ດົມ­ສົມ­ບູນ ຈະ ຊົງ ພໍ­ພຣະ­ໄທ ເຮັດ­ໃຫ້ ອຸ­ດົມ­ສົມ­ບູນ ແລະ ຮັ່ງ­ມີ ຄື ກັບ ທີ່ ພຣະ­ອົງ ຊົງ ເຮັດ­ໃຫ້ ພວກ ບັນ­ພະ­ບູ­ລຸດ.10ແຕ່ ທ່ານ ຈະ ຕ້ອງ ເຊື່ອ ຟັງ ແລະ ເຮັດ ຕາມ ກົດ­ບັນ­ຍັດ ແລະ ພຣະ­ທຳ ຊຶ່ງ ໄດ້ ບົ່ງ ໄວ້ ໃນ ໜັງ­ສື ຄຳ ສອນ ນີ້ ພ້ອມ­ກັບ ໃຫ້ ເຊື່ອ ຟັງ ພຣະ­ອົງ ຢ່າງ ສຸດ­ຈິດ­ສຸດ­ໃຈ.

11ພຣະ­ບັນ­ຍັດ ທີ່ ຂ້າ­ພະ­ເຈົ້າ ຈະ ບອກ ທ່ານ ໃນ ມື້­ນີ້ ບໍ່­ແມ່ນ ວ່າ ເປັນ ຂອງ ຍາກ ຫລື ເຫລືອ ວິ­ໄສ ທີ່ ທ່ານ ຈະ ເຂົ້າ­ໃຈ ໄດ້.12–13ມັນ ບໍ່­ໄດ້ ຢູ່ ເທິງ ຟ້າ ຫລື ຟາກ ທະ­ເລ ສະ­ນັ້ນ ທ່ານ ບໍ່ ຕ້ອງ ຖາມ ດອກ ວ່າ ໃຜ ຈະ ຂຶ້ນ ເທິງ ຟ້າ ຫລື ຂ້າມ ທະ­ເລ ໄປ ເອົາ ມາ ໄດ້ ເພື່ອ ເຮົາ ຈະ ໄດ້ ຟັງ ແລະ ປະ­ພຶດ ຕາມ.14ບໍ່­ແມ່ນ ຢ່າງ ນັ້ນ ມັນ ຢູ່ ກັບ ທ່ານ ນີ້ ເອງ ຊຶ່ງ ທ່ານ ສາ­ມາດ ເຂົ້າ­ໃຈ ແລະ ຍົກ ມາ ເປັນ ຂໍ້ ອ້າງ ອີງ ໄດ້ ສະ­ນັ້ນ ຈົ່ງ ປະ­ພຶດ ຕາມ ເທີ້ນ.

15ມື້­ນີ້ ຂ້າ­ພະ­ເຈົ້າ ໄດ້ ເອົາ ຄວາມ ຮັ່ງ­ມີ ແລະ ຊີ­ວິດ ຫລື ການ ທຳ­ລາຍ ແລະ ຄວາມ ຕາຍ ມາ ໃຫ້ ທ່ານ ເລືອກ.16ຖ້າ­ວ່າ ທ່ານ ເຮັດ ຕາມ ພຣະ­ບັນ­ຍັດ ຂອງ ພຣະ­ຜູ້­ເປັນ­ເຈົ້າ ທີ່ ຂ້າ­ພະ­ເຈົ້າ ໃຫ້ ໃນ ມື້­ນີ້ ຄື ວ່າ ຮັກ ແລະ ເຊື່ອ ຟັງ ພຣະ­ອົງ ພ້ອມ ທັງ ປະ­ຕິ­ບັດ ຕາມ ກົດ­ບັນ­ຍັດ ແລະ ຮີດ­ຄອງ ປະ­ເພ­ນີ ທັງ ໝົດ ທ່ານ ກໍ ຈະ ຈະ­ເລີນ ຮຸ່ງ­ເຮືອງ ແລະ ກາຍ ເປັນ ຊົນ­ຊາດ ໃຫຍ່ ພຣະ­ຜູ້­ເປັນ­ເຈົ້າ ຈະ ຊົງ ອວຍ­ພອນ ທ່ານ ໃນ ແຜ່ນ­ດິນ ທີ່ ຈະ ເຂົ້າ ຍຶດ ຄອງ.17ແຕ່ ຖ້າ ມີ­ໃຈ ດື້ ບໍ່­ຍອມ ຮັບ ຟັງ ແລະ ຖືກ ພວກ ເຂົາ ລໍ້­ລວງ ໃຫ້ ຂາບ­ໄຫວ້ ພະ ອື່ນ.18ຂ້າ­ພະ­ເຈົ້າ ຂໍ ເຕືອນ ໃນ ທີ່ ນີ້ ແລະ ດຽວ­ນີ້ ວ່າ ພວກ ທ່ານ ຈະ ຖືກ ທຳ­ລາຍ ຈະ ມີ­ຊີ­ວິດ ບໍ່ ຍືນ­ຍາວ ຢູ່­ໃນ ແຜ່ນ­ດິນ ທີ່ ກຳ­ລັງ ຈະ ຂ້າມ ແມ່­ນ້ຳ ຢໍ­ແດນ ໄປ ຍຶດ ຄອງ ນັ້ນ.19ບັດ­ນີ້ ຂ້າ­ພະ­ເຈົ້າ ຂໍ ໃຫ້ ທ່ານ ເລືອກ ເອົາ ລະ­ຫວ່າງ ຊີ­ວິດ ກັບ ຄວາມ ຕາຍ ລະ­ຫວ່າງ ພຣະ­ພອນ ກັບ ຄຳ ສາບ­ແຊ່ງ ຂອງ ພຣະ­ເຈົ້າ ຂໍ ໃນ ສະ­ຫວັນ ແລະ ໂລກ ຈົ່ງ ເປັນ ພະ­ຍານ ຕໍ່ ການ ເລືອກ ນີ້.20ສະ­ນັ້ນ ຂໍ ໃຫ້ ທ່ານ ເລືອກ ເອົາ ຊີ­ວິດ ເທີ້ນ ຈົ່ງ ຮັກ ພຣະ­ຜູ້­ເປັນ­ເຈົ້າ ເຊື່ອ ຟັງ ແລະ ຕິດ ພັນ ຢູ່ ກັບ ພຣະ­ອົງ ເພື່ອ ວ່າ ທ່ານ ກັບ ເຊື້ອ­ສາຍ ຂອງ ທ່ານ ຈະ ມີ ອາ­ຍຸ ໝັ້ນ­ຍືນ ຢູ່­ໃນ ແຜ່ນ­ດິນ ທີ່ ພຣະ­ອົງ ຊົງ ສັນ­ຍາ ວ່າ ຈະ ຍົກ ໃຫ້ ບັນ­ພະ­ບູ­ລຸດ ຂອງ ທ່ານ ຄື ອັບ­ຣາ­ຮາມ ອີ­ຊາກ ແລະ ຢາ­ໂຄບ ນັ້ນ.

ພຣະບັນຍັດສອງ30;120