1ຄັນ ຕໍ່ມາ ພຣະເຈົ້າ ຊົງ ລອງ ໃຈ ອັບຣາຮາມ ພຣະອົງ ຊົງ ກ່າວ ແກ່ ເພິ່ນ ວ່າ, “ອັບຣາຮາມ ເອີຍ” ເພິ່ນ ຈຶ່ງ ທູນ ຕອບ ວ່າ, “ໂດຍຂ້ານ້ອຍ.”2ແລ້ວ ພຣະອົງ ຊົງ ກ່າວ ວ່າ, “ຈົ່ງ ເອົາ ອີຊາກ ລູກຊາຍ ສຸດ ທີ່ ຮັກ ຄົນ ດຽວ ຂອງ ເຈົ້າ ໄປ ຍັງ ແຄວ້ນ ໂມຣີຢາ ໃນ ທີ່ ນັ້ນ ຈົ່ງ ເຜົາ ລາວ ຖວາຍ ເປັນ ເຄື່ອງບູຊາ ແກ່ ເຮົາ ຢູ່ ເທິງ ພູ ແຫ່ງ ໜຶ່ງ ທີ່ ເຮົາ ຈະ ບອກ ແກ່ ເຈົ້າ.”
3ອັບຣາຮາມ ຈຶ່ງ ລຸກຂຶ້ນ ແຕ່ ເຊົ້າ ມືດ ເອົາ ອານ ໃສ່ ເທິງ ຫລັງ ລໍ ແລ້ວ ເອົາ ອີຊາກ ກັບ ຄົນໃຊ້ ສອງ ຄົນ ໄປ ນຳ ຕົນ ພ້ອມ ນີ້ ເພິ່ນ ໄດ້ ຕຽມ ເອົາ ຟືນ ເພື່ອ ເຜົາ ເຄື່ອງບູຊາ ແລ້ວ ພາກັນ ອອກ ເດີນທາງ ມຸ້ງ ໜ້າ ໄປ ສູ່ ບ່ອນ ທີ່ ພຣະເຈົ້າ ຊົງ ບອກ ໄວ້.
4ເມື່ອ ເດີນທາງ ມາ ໄດ້ ສາມ ມື້ ອັບຣາຮາມ ກໍ ແລ ເຫັນ ບ່ອນ ທີ່ ພຣະເຈົ້າ ຊົງ ບອກ ນັ້ນ ແຕ່ ໄກ.5ຄັນ ແລ້ວ ເພິ່ນ ຈຶ່ງ ເວົ້າ ກັບ ຄົນໃຊ້ ວ່າ, “ພວກ ເຈົ້າ ກັບ ລໍ ຈົ່ງ ຖ້າ ຂ້ອຍ ຢູ່ ນີ້ ຂ້ອຍ ກັບ ລູກ ຈະ ພາກັນ ຂຶ້ນ ໄປ ນະມັດສະການ ພຣະເຈົ້າ ຢູ່ ເທິງ ພູ ພຸ້ນ ແລ້ວ ຈະ ກັບ ມາ ຫາ.”
6ອັບຣາຮາມ ເອົາ ຟືນ ໃຫ້ ອີຊາກ ແບກ ໄປ ສ່ວນ ເພິ່ນ ເອງ ກໍ ຖືເອົາ ໄຟ ແລະ ມີດ ແລ້ວ ທັງ ສອງ ພໍ່ ລູກ ກໍພາກັນ ມຸ້ງ ໜ້າ ໄປ ທີ່ ນັ້ນ.7ເມື່ອ ກຳລັງ ເດີນທາງ ໄປນັ້ນ ອີຊາກ ຈຶ່ງ ເວົ້າ ຕໍ່ ອັບຣາຮາມ ວ່າ, “ພໍ່ເອີຍ” ພໍ່ ຈຶ່ງ ຕອບ ວ່າ, “ແມ່ນ ຫຍັງ ລູກ” ອີຊາກ ຈຶ່ງ ຖາມ ຕໍ່ໄປ ວ່າ, “ຟືນ ແລະ ໄຟ ກໍ ມີ ແລ້ວແຕ່ ລູກ ແກະ ທີ່ ຈະ ເຜົາ ຖວາຍ ບູຊາ ນັ້ນ ຢູ່ ໃສ?”.8ອັບຣາຮາມ ຕອບ ວ່າ, “ລູກ ເອີຍ ພຣະເຈົ້າ ຈະ ຊົງ ຈັດ ຫາ ໃຫ້ ເອງ” ສອງ ພໍ່ ລູກ ກໍພາກັນ ເດີນທາງ ຕໍ່ໄປ.
9ເມື່ອ ເຂົາ ໄປ ຮອດ ບ່ອນ ທີ່ ພຣະຜູ້ເປັນເຈົ້າ ໄດ້ ຊົງ ບອກ ໄວ້ ແລ້ວ ອັບຣາຮາມ ຈຶ່ງ ສ້າງ ແທ່ນ ບູຊາ ຂຶ້ນ ຈັດ ເອົາ ຟືນ ວາງ ໄວ້ ເທິງ ແທ່ນ ນັ້ນ ແລ້ວ ມັດ ລູກຊາຍ ຂອງຕົນ ວາງ ໄວ້ ເທິງ ກອງ ຟືນ ທີ່ ແທ່ນ ບູຊາ.10ແລ້ວ ເພິ່ນ ຈຶ່ງ ຈັບ ມີດ ຕຽມ ຈະ ຂ້າ ລູກຊາຍ.11ແຕ່ ທັນໃດ ນັ້ນ ທູດ ຂອງ ພຣະຜູ້ເປັນເຈົ້າ ເອີ້ນ ມາ ແຕ່ ສະຫວັນ ຊັ້ນ ຟ້າ ວ່າ, “ອັບຣາຮາມ ເອີຍ” ເພິ່ນ ຈຶ່ງ ທູນ ຕອບ ວ່າ, “ໂດຍຂ້ານ້ອຍ.”12ທູດ ຂອງ ພຣະເຈົ້າ ຈຶ່ງ ກ່າວ ຕໍ່ໄປ ວ່າ, “ຢ່າ ທຳຮ້າຍ ຫລື ເຮັດຫຍັງ ແກ່ ເດັກ ຊາຍ ຜູ້ ນີ້ ບັດນີ້ ເຮົາ ຮູ້ ແລ້ວ ວ່າ ເຈົ້າ ເຊື່ອ ຟັງ ແລະ ຢຳ ເກງ ພຣະເຈົ້າ ຢູ່ ສະເໝີ ດ້ວຍ ວ່າ ເຈົ້າ ບໍ່ໄດ້ ຫວງ ລູກຊາຍ ໂທນ ຂອງ ເຈົ້າ ໄວ້ ແຕ່ ໄດ້ ຍອມ ຖວາຍ ລາວ ໃຫ້ ແກ່ ເຮົາ.”
13ອັບຣາຮາມ ແນມ ໄປ ຮອບໆ ຕົວ ເຫັນ ແກະ ເຖິກ ໂຕ ໜຶ່ງ ຊຶ່ງ ເຂົາ ຂອງ ມັນ ຄາ ຢູ່ ພຸ່ມໄມ້ ເພິ່ນ ຈຶ່ງ ໄປ ອູ້ມ ເອົາ ມັນ ມາ ຂ້າ ຖວາຍ ແກ່ ພຣະຜູ້ເປັນເຈົ້າ ແທນ ລູກຊາຍ.14ອັບຣາຮາມ ໃສ່ ຊື່ ບ່ອນນັ້ນ ວ່າ, “ພຣະຜູ້ເປັນເຈົ້າ ຊົງ ຈັດ ໃຫ້” ແລະ ຈົນ ເຖິງ ທຸກ ວັນ ນີ້ ຊາວເມືອງ ກໍ ຍັງ ເວົ້າ ຕໍ່ໆ ກັນ ມາ ວ່າ, “ເທິງ ພູເຂົາ ຂອງ ພຣະຜູ້ເປັນເຈົ້າ ຊົງ ຈັດ ໃຫ້.”
15ທູດ ຂອງ ພຣະຜູ້ເປັນເຈົ້າ ເອີ້ນ ອັບຣາຮາມ ມາ ແຕ່ ສະຫວັນ ຊັ້ນ ຟ້າ ເທື່ອ ທີ ສອງ ວ່າ,16“ເຮົາ ຂໍ ສາບານ ດ້ວຍ ອຳນາດ ແລະ ຊື່ສຽງ ຂອງ ເຮົາ ວ່າ ເຮົາ ຈະ ອວຍພອນ ໃຫ້ ເຈົ້າ ຢ່າງ ມະຫາສານ ກໍ ເພາະວ່າ ເຈົ້າ ໄດ້ ເຮັດ ຕາມ ທີ່ ເຮົາ ບອກ ແລະ ບໍ່ໄດ້ ຫວງ ລູກຊາຍ ໂທນ ຂອງ ເຈົ້າ ໄວ້.17ເຮົາ ຂໍ ສັນຍາ ວ່າ ຈະປະທານ ເຊື້ອສາຍ ໃຫ້ ເຈົ້າ ຢ່າງ ຫລວງຫລາຍ ເໝືອນ ດວງ ດາວ ໃນ ທ້ອງຟ້າ ຫລື ເໝືອນ ເມັດ ດິນຊາຍ ໃນ ແຄມ ທະເລ ເຊື້ອສາຍ ຂອງ ເຈົ້າ ຈະ ຜາບ ແພ້ ສັດຕູ ທັງຫລາຍ.18ຊົນຊາດ ທັງປວງ ທົ່ວໂລກ ຈະ ຮ້ອງ ຂໍ ໃຫ້ ເຮົາ ອວຍພອນ ເຂົາ ເໝືອນ ດັ່ງ ທີ່ ເຮົາ ໄດ້ ອວຍພອນ ໃຫ້ ເຊື້ອສາຍ ຂອງ ເຈົ້າ ເຮົາ ຈະ ເຮັດ ສິ່ງ ນີ້ ກໍ ຍ້ອນ ເຈົ້າ ໄດ້ ຟັງ ຄຳສັ່ງ ຂອງ ເຮົາ.”
19ອັບຣາຮາມ ໄດ້ ຫລົບຄືນ ມາ ຫາ ຄົນໃຊ້ ທັງ ສອງ ແລ້ວ ພາກັນ ຄືນ ເມືອ ສູ່ ເມືອງ ເບເອ-ເຊບາ ບ່ອນ ທີ່ ຕົນ ອາໄສ ຢູ່.
ຕົ້ນເດີມ 22:1-19