1“ເມື່ອນັ້ນ ລາຊະອານາຈັກສະຫວັນ ຈະ ປຽບ ເໝືອນ ສາວ ປອດ ສິບ ຄົນ ທີ່ ຖື ໂຄມ ຂອງຕົນ ອອກ ໄປ ຮັບ ເຈົ້າບ່າວ.2ເປັນ ຄົນ ໂງ່ ຫ້າ ຄົນ ແລະ ຄົນ ສະຫລາດ ຫ້າ ຄົນ.3ຝ່າຍ ຄົນ ໂງ່ ນັ້ນ ເອົາ ໂຄມ ຂອງຕົນ ໄປ ແຕ່ ບໍ່ໄດ້ ເອົາ ນ້ຳມັນ ໄປ ນຳ.4ແຕ່ ຄົນ ສະຫລາດ ນັ້ນ ໄດ້ ເອົາ ນ້ຳມັນ ໃສ່ ກວດ ກັບ ທັງ ໂຄມ ຂອງຕົນ ໄປ ດ້ວຍ.5ເມື່ອ ເຈົ້າບ່າວ ຍັງ ຊ້າ ຢູ່ ເຂົາ ກໍພາກັນ ເຫງົານອນ ແລະ ຫລັບ ໄປ.6ຄັນ ເວລາ ທ່ຽງ ຄືນ ກໍ ມີ ສຽງຮ້ອງ ມາ ວ່າ ‘ເບິ່ງ ແມ, ເຈົ້າບ່າວ ມາ ແລ້ວ ຈົ່ງ ອອກ ມາ ຮັບ ເພິ່ນ ສາ’.7ພວກ ສາວ ປອດ ທຸກ ຄົນ ກໍ ຕື່ນ ຂຶ້ນ ຈັດແຈງ ໂຄມ ຂອງຕົນ.8ພວກ ໂງ່ ນັ້ນ ຈິ່ງ ເວົ້າ ກັບ ພວກ ສະຫລາດ ວ່າ ‘ຈົ່ງ ປັນ ນ້ຳມັນ ຂອງ ເຈົ້າ ໃຫ້ ພວກເຮົາ ແດ່ ເພາະວ່າ ໂຄມ ຂອງ ເຮົາ ກຳລັງ ຈະ ມອດ.9ຝ່າຍ ພວກ ສະຫລາດ ຈິ່ງ ຕອບ ວ່າ ‘ໜ້າ ຢ້ານວ່າ ນ້ຳມັນ ຈະ ບໍ່ ພໍ ສຳລັບ ເຮົາ ແລະ ເຈົ້າ ຈົ່ງ ໄປ ຫາ ຜູ້ ຂາຍ ແລ້ວ ຊື້ ເອົາ ສຳລັບ ຕົນ ກໍ ດີ ກວ່າ.’10ເມື່ອ ເຂົາ ກຳລັງ ໄປນັ້ນ ເຈົ້າບ່າວ ກໍ ມາ ເຖິງ ແລະ ຜູ້ ທີ່ ພ້ອມ ຢູ່ ແລ້ວ ກໍ ເຂົ້າໄປ ນຳ ເຈົ້າບ່າວ ໃນ ການ ລ້ຽງ ເນື່ອງ ໃນ ງານ ສົມລົດ ແລ້ວ ປະຕູ ກໍ ອັດ ເສຍ.11ຫລັງຈາກນັ້ນ ຍິງສາວ ປອດ ພວກ ອື່ນ ນັ້ນ ມາ ຮ້ອງ ວ່າ ‘ນາຍ ເອີຍ, ນາຍ ເອີຍ ຂໍ ໄຂ ປະຕູ ໃຫ້ ໝູ່ ຂ້ານ້ອຍ ແດ່.’12ແຕ່ ເພິ່ນ ໄດ້ ຕອບ ວ່າ ‘ເຮົາ ບອກ ທ່ານ ທັງຫລາຍ ຕາມ ຄວາມຈິງ ວ່າ ເຮົາ ບໍ່ ຮູ້ຈັກ ພວກ ທ່ານ.’13ເຫດສັນນັ້ນ ຈົ່ງ ເຝົ້າ ລະວັງ ຢູ່ ເພາະ ທ່ານ ທັງຫລາຍ ບໍ່ ຮູ້ຈັກ ວັນ ຫລື ໂມງ ນັ້ນ,”
ຄຳ ອຸປະມາ ເລື່ອງ ເງິນ ຕາລັນຕົນ
14“ແລະ ຍັງ ປຽບ ເໝືອນ ຊາຍ ຜູ້ ໜຶ່ງ ກຳລັງ ຈະ ອອກ ເດີນທາງ ໄປ ຈິ່ງ ເອີ້ນ ພວກຂ້ອຍ ໃຊ້ ຂອງຕົນ ມາ ຝາກ ຊັບສົມບັດ ໄວ້ ກັບ ເຂົາ.15ຄົນ ໜຶ່ງ ເພິ່ນ ໃຫ້ ເງິນ ຫ້າ ຕາລັນຕົນ, ຄົນ ໜຶ່ງ ສອງ ຕາລັນຕົນ, ແລະ ອີກ ຄົນ ໜຶ່ງ ໃຫ້ ຕາລັນຕົນ ດຽວ ຕາມ ຄວາມ ສາມາດ ຂອງ ແຕ່ລະຄົນ ແລ້ວ ກໍ ອອກ ເດີນທາງ ໄປ.16ຜູ້ ທີ່ ໄດ້ ຮັບ ຫ້າ ຕາລັນຕົນ ກໍ ເອົາ ເງິນ ນັ້ນ ໄປ ຄ້າຂາຍ ທັນທີ ໄດ້ ກຳໄລ ເທົ່າ ຕົວ.17ຄົນທີ່ ຮັບ ສອງ ຕາລັນຕົນ ກໍໄດ້ ກຳໄລ ເທົ່າ ຕົວ ເໝືອນ ກັນ.18ແຕ່ ຜູ້ ໄດ້ ຮັບ ຕາລັນຕົນ ດຽວ ກໍໄດ້ ໄປ ຂຸດ ຂຸມ ແລ້ວ ເຊື່ອງ ເງິນ ນາຍ ໄວ້.19ຢູ່ ດົນນານ ຕໍ່ມາ ນາຍ ຂອງ ຂ້ອຍ ໃຊ້ ເຫລົ່ານັ້ນ ກໍ ກັບ ມາ ຄິດ ບັນຊີ ກັບ ເຂົາ.20ຜູ້ ທີ່ ໄດ້ ຮັບ ເງິນ ຫ້າ ຕາ ລັນ ຕົ້ນ ກໍ ເອົາ ເງິນ ກຳໄລ ຫ້າ ຕາລັນຕົນ ມາ ແຈ້ງວ່າ ‘ນາຍ ເອີຍ, ນາຍ ໄດ້ ຝາກ ເງິນ ຫ້າ ຕາລັນຕົນ ໄວ້ ນຳ ຂ້ານ້ອຍ ນີ້ແຫລະ, ຂ້ານ້ອຍ ໄດ້ ກຳໄລ ຕື່ມ ອີກ ຫ້າ ຕາລັນຕົນ.’21ຝ່າຍ ນາຍ ກໍ ຕອບ ວ່າ ‘ດີ ແລ້ວ, ຂ້ອຍ ໃຊ້ ຜູ້ດີ ແລະ ສັດຊື່ ເອີຍ ເຈົ້າ ເປັນ ຜູ້ ສັດຊື່ ໃນ ຂອງ ເລັກນ້ອຍ ເຮົາ ຈະ ຕັ້ງ ໃຫ້ ເຈົ້າ ເປັນ ຜູ້ ເບິ່ງແຍງ ຂອງ ຫລາຍ ຢ່າງ ຈົ່ງ ເຂົ້າ ຮ່ວມ ຄວາມ ຍິນດີ ກັບ ນາຍ ເຈົ້າ ເທີນ’.22ຜູ້ ທີ່ ໄດ້ ຮັບ ສອງ ຕາລັນຕົນ ນັ້ນ ໄດ້ ເຂົ້າ ມາ ເໝືອນ ກັນ ແຈ້ງວ່າ ‘ນາຍ ເອີຍ, ນາຍ ໄດ້ ຝາກ ເງິນ ສອງ ຕາລັນຕົນ ໄວ້ ນຳ ຂ້ານ້ອຍ ນີ້ແຫລະ, ຂ້ານ້ອຍ ໄດ້ ກຳໄລ ອີກ ສອງ ຕາລັນຕົນ.’23ຝ່າຍ ນາຍ ກໍ ຕອບ ວ່າ ‘ດີ ແລ້ວ, ຂ້ອຍ ໃຊ້ ຜູ້ດີ ແລະ ສັດຊື່ ເອີຍ ເຈົ້າ ເປັນ ສັດຊື່ ໃນ ຂອງ ເລັກນ້ອຍ ເຮົາ ຈະ ຕັ້ງ ໃຫ້ ເຈົ້າ ເປັນ ຜູ້ ເບິ່ງແຍງ ຂອງ ຫລາຍ ຢ່າງ ຈົ່ງ ເຂົ້າ ຮ່ວມ ຄວາມ ຍິນດີ ກັບ ນາຍ ເຈົ້າ ເທີນ.’24ສ່ວນ ຜູ້ ທີ່ ໄດ້ ຮັບ ຕາລັນຕົນ ດຽວ ນັ້ນ ກໍໄດ້ ເຂົ້າ ມາ ເໝືອນ ກັນ ແຈ້ງວ່າ ‘ນາຍ ເອີຍ, ຂ້ານ້ອຍ ຮູ້ຈັກ ທ່ານ ແລ້ວ ວ່າ ທ່ານ ເປັນ ຄົນ ໃຈ ແຂງ, ເຄີຍ ກ່ຽວ ຜົນ ບ່ອນ ຕົນ ບໍ່ໄດ້ ຫວ່ານ, ແລະ ຮີບ ໂຮມ ເອົາ ບ່ອນ ຕົນ ບໍ ໄດ້ ຝັດ.25ຂ້ານ້ອຍ ຢ້ານ ຈິ່ງ ໄດ້ ເອົາ ເງິນ ຕາລັນຕົນ ຂອງ ທ່ານ ໄປ ເຊື່ອງໄວ້ ໃຕ້ ພື້ນດິນ ນີ້ແຫລະ, ສິ່ງ ທີ່ ເປັນ ຂອງ ທ່ານ ກໍໄດ້ ແລ້ວ.’26ນາຍ ຈິ່ງ ຕອບ ວ່າ ‘ອ້າຍ ຂ້ອຍ ໃຊ້ ຊົ່ວ ແລະ ຂີ້ຄ້ານ ເອີຍ ໂຕ ຮູ້ ຫລື ວ່າ ເຮົາ ເຄີຍ ເກັບ ຜົນ ບ່ອນ ເຮົາ ບໍ່ໄດ້ ຫວ່ານ ແລະ ຮີບ ໂຮມ ເອົາ ບ່ອນ ເຮົາ ບໍ່ໄດ້ ຝັດ.27ຖ້າ ຢ່າງ ນັ້ນ, ໂຕ ຄວນ ຈະ ເອົາ ເງິນ ຂອງ ເຮົາ ໄປ ຝາກ ໄວ້ ກັບ ນາຍ ທະນາຄານ ແລະ ເມື່ອ ເຮົາ ກັບ ມາ ກໍ ຈະ ໄດ້ ຮັບ ສິ່ງ ທີ່ ເປັນ ຂອງ ເຮົາ ກັບ ທັງ ດອກເບ້ຍ.28ສັນນັ້ນ ຈົ່ງ ຍົກ ເງິນ ຕາລັນຕົນ ດຽວ ນັ້ນ ໄປ ຈາກ ມັນ ເສຍ ເອົາ ໃຫ້ ແກ່ ຜູ້ ມີ ສິບ ຕາລັນຕົນ.29ເພາະ ທຸກ ຄົນທີ່ ມີ ຢູ່ ແລ້ວ ຈະ ຊົງ ເພີ່ມ ເຕີມ ໃຫ້ ຜູ້ນັ້ນ ອີກ ຈົນ ມີ ບໍລິບູນ ແຕ່ ຜູ້ ທີ່ ບໍ່ ມີ ແມ່ນ ວ່າ ສິ່ງ ທີ່ ຕົນ ມີ ຢູ່ ນັ້ນ ກໍ ຈະ ຊົງ ຍົກ ໄປ ຈາກ ຕົນ ເສຍ.30ເອົາ ອ້າຍ ຂ້າ ໃຊ້ ຜູ້ ບໍ່ ມີ ປະໂຫຍດ ໄປ ຖິ້ມ ເສຍ ບ່ອນ ມືດ ພາຍນອກ ບ່ອນນັ້ນ ຈະ ມີ ການ ຮ້ອງໄຫ້ ແລະ ຂົບ ແຂ້ວ ຢູ່.”
ການ ຊົງ ພິພາກສາ ບັນດາ ປະຊາຊາດ
31“ເມື່ອ ບຸດ ມະນຸດ ຊົງ ພຣະລັດສະໝີ ມີ ສະເດັດ ມາ ພ້ອມ ດ້ວຍ ຝູງ ເທວະດາ ເມື່ອນັ້ນ ພຣະອົງ ຈະ ຊົງ ປະທັບ ເທິງ ພຣະທີ່ນັ່ງ ອັນ ຮຸ່ງເຮືອງ ຂອງ ພຣະອົງ.32ບັນດາ ປະຊາຊາດ ຕ່າງໆ ຈະ ຖືກ ຊົງ ໂຮມກັນ ຕໍ່ ພຣະພັກ ຂອງ ພຣະອົງ ແລະ ພຣະອົງ ຈະ ຊົງ ແຍກ ເຂົາ ອອກຈາກ ກັນ ເໝືອນ ຜູ້ ລ້ຽງສັດ ແຍກ ຝູງ ແກະ ອອກຈາກ ຝູງ ແບ້.33ຝູງ ແກະ ນັ້ນ ຈະ ຊົງ ຈັດ ໃຫ້ ຢູ່ ເບື້ອງ ຂວາ ພຣະຫັດ ຂອງ ພຣະອົງ ແຕ່ ຝູງ ແບ້ ນັ້ນ ຈະ ຊົງ ຈັດ ໃຫ້ ຢູ່ ເບື້ອງ ຊ້າຍ.34ເມື່ອນັ້ນ ພຣະມະຫາກະສັດ ຈະ ຊົງ ກ່າວ ແກ່ ບັນດາ ຜູ້ ທີ່ຢູ່ ເທິງ ພຣະຫັດ ຂວາ ຂອງ ພຣະອົງ ວ່າ ‘ພວກ ທ່ານ ທີ່ ໄດ້ ຮັບ ພຣະພອນ ຈາກ ພຣະບິດາ ຂອງ ເຮົາ ເອີຍ ຈົ່ງ ມາ ຮັບ ເອົາ ລາຊະອານາຈັກ ຊຶ່ງ ໄດ້ ຊົງ ຈັດ ຕຽມ ໄວ້ ສຳລັບ ທ່ານ ຕັ້ງແຕ່ ຕົ້ນ ເດີມ ໂລກ.35ເພາະວ່າ ເມື່ອ ເຮົາ ຢາກ ເຂົ້າ ພວກ ທ່ານ ກໍ ໃຫ້ ເຮົາ ກິນ ເຮົາ ຫິວ ນ້ຳ ພວກ ທ່ານ ກໍ ໃຫ້ ເຮົາ ດື່ມ ເຮົາ ເປັນ ແຂກ ບ້ານ ພວກ ທ່ານ ກໍໄດ້ ຕ້ອນຮັບ ເຮົາ ໄວ້.36ເຮົາ ເປືອຍ ຕົວ ພວກ ທ່ານ ກໍໄດ້ ເອົາ ເຄື່ອງ ມາ ໃຫ້ ເຮົາ ນຸ່ງຫົ່ມ ເຮົາ ເຈັບປ່ວຍ ພວກ ທ່ານ ກໍ ມາ ຢ້ຽມຢາມ ເຮົາ ເຮົາ ຢູ່ໃນ ຄຸກ ພວກ ທ່ານ ກໍ ມາ ໄດ້ ຫາ.’37ເມື່ອນັ້ນ ບັນດາ ພວກ ສິນ ທຳ ຈະ ທູນ ວ່າ ‘ພຣະອົງເຈົ້າ ເອີຍ, ພວກ ຂ້າພະອົງ ໄດ້ ເຫັນ ພຣະອົງ ຊົງ ຢາກ ເຂົ້າ ຫລື ຫິວ ນ້ຳ ແລ້ວ ໄດ້ ຈັດ ມາ ຖວາຍ ພຣະອົງ ເມື່ອໃດ.38ພວກ ຂ້າພະອົງ ໄດ້ ເຫັນ ພຣະອົງ ຊົງ ເປັນ ແຂກ ບ້ານ ແລະ ໄດ້ ຕ້ອນຮັບ ໄວ້ ຫລື ຊົງ ເປືອຍ ພຣະກາຍ ແລ້ວ ໄດ້ ເອົາ ເຄື່ອງ ມາ ໃຫ້ ທົງ ເມື່ອໃດ.’39ພວກ ຂ້າພະອົງ ໄດ້ ເຫັນ ພຣະອົງ ຊົງ ປະຊວນ ຢູ່ ຫລື ຢູ່ໃນ ຄຸກ ແລະ ໄດ້ ມາ ເຝົ້າ ພຣະອົງ ເມື່ອໃດ.’40ຝ່າຍ ພຣະມະຫາກະສັດ ຈະ ຊົງ ຕອບ ວ່າ ‘ເຮົາ ບອກ ທ່ານ ຕາມ ຄວາມຈິງ ວ່າ ທີ່ ພວກ ທ່ານ ໄດ້ ເຮັດການ ເຫລົ່ານີ້ ແກ່ ພວກ ຕ່ຳຕ້ອຍ ທີ່ສຸດ ຄົນ ໜຶ່ງ ໃນ ພວກ ພີ່ນ້ອງ ຂອງ ເຮົາ ນີ້ ກໍໄດ້ ເຮັດໃຫ້ ເຮົາ ເໝືອນ ກັນ.’
41ເມື່ອນັ້ນ ພຣະອົງ ຈະ ຊົງ ກ່າວ ກັບ ບັນດາ ຜູ້ ທີ່ຢູ່ ເບື້ອງ ພຣະຫັດ ຊ້າຍ ຂອງ ພຣະອົງ ວ່າ ‘ສູ ທັງຫລາຍ ຜູ້ ຖືກ ປ້ອຍ ເວນ, ຈົ່ງ ຖອຍ ໜີ ຈາກ ເຮົາ ເຂົ້າໄປ ໃນ ໄຟ ທີ່ ໄໝ້ ຢູ່ ເປັນນິດ ຊຶ່ງ ຊົງ ຈັດ ຕຽມ ໄວ້ ສຳລັບ ພະຍາມານ ກັບ ບໍລິວານ ຂອງ ມັນ.42ເພາະວ່າ ເຮົາ ຢາກ ເຂົ້າ ສູ ບໍ່ໄດ້ ໃຫ້ ເຮົາ ກິນ ເຮົາ ຫິວ ນ້ຳ ສູ ບໍ່ໃຫ້ ເຮົາ ດື່ມ.43ເຮົາ ເປັນ ແຂກ ບ້ານ ມາ ສູ ບໍ່ໄດ້ ພາ ເຮົາ ເຂົ້າໄປ ເຮົາ ເປືອຍ ຕົວ ແຕ່ ສູ ບໍ່ໄດ້ ເອົາ ເຄື່ອງ ມາ ໃຫ້ ນຸ່ງ ເຮົາ ເຈັບປ່ວຍ ແລະ ຢູ່ໃນ ຄຸກ ແຕ່ ສູ ບໍ່ໄດ້ ມາ ຢ້ຽມຢາມ ເຮົາ.’44ເຂົາ ຈະ ທູນ ຕອບ ວ່າ ‘ພຣະອົງເຈົ້າ ເອີຍ, ພວກ ຂ້າພະອົງ ໄດ້ ເຫັນ ພຣະອົງ ຊົງ ຢາກ ເຂົ້າ ຫລື ຊົງ ຫິວ ນ້ຳ ຊົງ ເປັນ ແຂກ ບ້ານ ມາ, ຊົງ ເປືອຍ ພຣະກາຍ, ຊົງ ປະຊວນ ຫລື ຊົງ ຢູ່ໃນ ຄຸກ ແລະ ພວກ ຂ້າພະອົງ ບໍ່ໄດ້ ປະຕິບັດ ພຣະອົງ ຍາມ ໃດ.’45ເມື່ອນັ້ນ ພຣະອົງ ຈະ ຊົງ ຕອບ ແກ່ ເຂົາ ວ່າ ‘ເຮົາ ບອກ ສູ ທັງຫລາຍ ຕາມ ຄວາມຈິງ ວ່າ ທີ່ ສູ ບໍ່ໄດ້ ເຮັດການ ເຫລົ່ານັ້ນ ແກ່ ຜູ້ ຕ່ຳຕ້ອຍ ທີ່ສຸດ ໃນ ພວກ ນີ້ ພວກ ສູ ກໍ ບໍ່ໄດ້ ເຮັດ ແກ່ ເຮົາ ເໝືອນ ກັນ.’46ແລ້ວ ພວກ ເຫລົ່ານີ້ ຈະ ອອກ ໄປ ສູ່ ໂທດ ອັນຕະຫລອດໄປເປັນນິດ ແຕ່ ພວກ ສິນ ທຳ ກໍ ເຂົ້າ ສູ່ ຊິວິດ ອັນ ຕະຫລອດ ໄປ ເປັນນິດ
ມັດທາຍ25;146