1ປະຊາຊົນ ພາກັນ ຈົ່ມ ທຸກ ຈົ່ມ ຮ້າຍ ກ່ຽວກັບ ເລື່ອງ ໂຊກ ຮ້າຍ ຂອງ ພວກ ເຂົາ ຕໍ່ ພຣະຜູ້ເປັນເຈົ້າ ເມື່ອ ຊົງ ໄດ້ຍິນ ດັ່ງນັ້ນ ພຣະອົງ ກໍ ຊົງ ພຣະພິໂລດ ໜັກ ຈຶ່ງ ເຮັດໃຫ້ ເກີດ ມີ ໄຟ ໄໝ້ ຄ້າຍ ພັກ ຂອງ ພວກ ເຂົາ ໄຟ ໄດ້ ໄໝ້ ແລະ ໄດ້ ທຳລາຍ ຄ້າຍ ພັກ ໄປ ເບື້ອງ ໜຶ່ງ.2ແລະ ປະຊາຊົນ ຈຶ່ງ ຮ້ອງ ຂໍ ຄວາມ ຊ່ອຍ ເຫລືອ ຈາກ ໂມເຊ ດັ່ງນັ້ນ ໂມເຊ ຈຶ່ງ ອ້ອນວອນ ຕໍ່ ພຣະຜູ້ເປັນເຈົ້າ ແລ້ວ ໄຟ ຈຶ່ງ ໄດ້ ມອດ ລົງ.3ຍ້ອນ ວ່າ ໄຟ ໄດ້ ໄໝ້ ຄ້າຍ ພັກ ຂອງ ພວກ ເຂົາ ບ່ອນນີ້ ຈຶ່ງ ຖືກ ເອີ້ນວ່າ ຕາເບຣາ.
ໂມເຊ ເລືອກ ຜູ້ນຳ ເຈັດ ສິບ ຄົນ
4ພວກ ຕ່າງດ້າວ ທີ່ ເດີນທາງ ຮ່ວມ ກັບ ພວກ ອິສຣາເອນ ກໍ ອຶດຢາກ ເປັນ ການ ໃຫຍ່ ແມ່ນແຕ່ ພວກ ອິສຣາເອນ ກໍ ຍັງ ຮ້ອງທຸກ ວ່າ, “ຂໍ ຊີ້ນ ກິນ ແດ່.”5ຄາວ ຢູ່ ປະເທດ ເອຢິບ ພຸ້ນ ພວກ ຂ້ານ້ອຍ ໄດ້ ກິນ ປາ ໂດຍ ບໍ່ ເສຍເງິນ ຄຳ ແລະ ພວກ ຂ້ານ້ອຍ ຍັງ ໄດ້ ກິນ ໝາກແຕງ ໝາກໂມ ຜັກຫອມ ຜັກບົ່ວ ຜັກທຽມ.6ແຕ່ ດຽວນີ້ ພວກ ຂ້ານ້ອຍ ບໍ່ ມີ ເຫື່ອແຮງ ເລີຍ ເພາະ ໃນ ແຕ່ລະ ມື້ ນອກຈາກ ມານາ ແລ້ວ ບໍ່ ມີ ສິ່ງ ອື່ນ ກິນ ອີກ ເລີຍ.”7–8(ມານາ ເປັນ ຄື ເມດ ເຂົ້າ ສີເຫລືອງ ອ່ອນ ປະຊາຊົນ ພາກັນ ໄປ ເກັບ ມາ ໂມ້ ເຮັດ ແປ້ງ ແລ້ວ ຕົ້ມ ໃຫ້ ສຸກ ເພື່ອ ເຮັດ ເຂົ້າໜົມ ແຜ່ນ ລົດຊາດ ຂອງ ມັນ ຄື ກັບເຂົ້າ ຈີ່ ທີ່ ອົບ ໃສ່ ນ້ຳມັນ ໝາກກອກ.9ມານາ ໄດ້ ຕົກລົງ ມາ ໃນ ບ່ອນ ຕັ້ງ ຄ້າຍ ຊຶ່ງ ເປັນ ເວລາ ດຽວ ກັນກັບ ຕອນ ທີ່ ນ້ຳໝອກ ຕົກລົງ ໃນ ຍາມ ກາງຄືນ.)
10ໃນ ຂະນະ ທີ່ ພວກ ເຂົາ ຢືນ ອ້ອມ ຢູ່ ທາງ ປະຕູ ຕູບ ຜ້າ ເຕັນ ຂອງ ເພິ່ນ ນັ້ນ ເພິ່ນ ກໍ ໄດ້ຍິນ ສຽງ ຈົ່ມ ທຸກ ຂອງ ປະຊາຊົນ ຝ່າຍ ພຣະຜູ້ເປັນເຈົ້າ ກໍ ຊົງ ພຣະພິໂລດ ພວກ ເຂົາ ສ່ວນ ໂມເຊ ກໍ ມີ ຄວາມທຸກ ໃຈ ຢ່າງ ໜັກ.11ເພິ່ນ ຈຶ່ງ ທູນ ຕໍ່ ພຣະຜູ້ເປັນເຈົ້າ ວ່າ, “ເປັນ ຫຍັງ ພຣະອົງ ຈຶ່ງ ເຮັດ ຮ້າຍແຮງ ຕໍ່ ຂ້ານ້ອຍ ແທ້? ເຫດໃດ ພຣະອົງ ຈຶ່ງ ບໍ່ ຊົງ ພໍພຣະໄທ ກັບ ຂ້ານ້ອຍ? ດ້ວຍ ເຫດໃດ ພຣະອົງ ຈຶ່ງ ຊົງ ໃຫ້ ຂ້ານ້ອຍ ຮັບຜິດຊອບ ຄົນ ເຫລົ່ານີ້?12ຂ້ານ້ອຍ ບໍ່ໄດ້ ສ້າງ ຊີວິດ ພວກ ເຂົາ ຫລື ນຳ ພວກ ເຂົາ ລົງມາ ເກີດ ເປັນ ຫຍັງ ພຣະອົງ ຈຶ່ງ ຂໍ ໃຫ້ ຂ້ານ້ອຍ ປະຕິບັດ ຕົນ ຄື ກັບ ຜູ້ ລ້ຽງ ແລະ ໃຫ້ ອູ້ມ ພວກ ເຂົາ ໄວ້ ໃນ ອ້ອມ ແຂນ ຄື ກັບ ວ່າ ພວກ ເຂົາ ຍັງ ເປັນ ເດັກນ້ອຍ ເພື່ອ ໃຫ້ ພາ ໄປ ເຖິງ ແຜ່ນດິນ ທີ່ ພຣະອົງ ຊົງ ສັນຍາ ໄວ້ ກັບ ພວກ ບັນພະບູລຸດ ຂອງ ພວກ ເຂົາ.13ຂ້ານ້ອຍ ຈະ ໄປ ເອົາ ຊີ້ນ ມາ ຈາກ ໃສ ຈຶ່ງ ຈະ ພຽງພໍ ກັບ ຄວາມ ຕ້ອງການ ຂອງ ຄົນ ເຫລົ່ານີ້ ເພາະ ພວກ ເຂົາ ກຳລັງ ຂໍ ກິນ ຊີ້ນ ຢູ່.14ຂ້ານ້ອຍ ບໍ່ ສາມາດ ຮັບຜິດຊອບ ພວກ ເຂົາ ເຫລົ່ານີ້ ໄດ້ ມັນ ເປັນ ການ ເຫລືອ ບ່າ ກວ່າ ແຮງ ສຳລັບ ຂ້ານ້ອຍ ແລ້ວ.15ຖ້າ ພຣະອົງ ເຮັດ ຕໍ່ ຂ້ານ້ອຍ ຢ່າງ ນີ້ ຂໍ ໂຜດ ປະຫານ ຊີວິດ ຂອງ ຂ້ານ້ອຍ ສາ ເພື່ອ ວ່າ ຂ້ານ້ອຍ ຈະ ບໍ່ໄດ້ ທົນ ທຸກ ຕໍ່ ພຣະພິໂລດ ຂອງ ພຣະອົງ ອີກ ຕໍ່ໄປ.”
16ພຣະຜູ້ເປັນເຈົ້າ ຊົງ ກ່າວ ຕໍ່ ໂມເຊ ວ່າ, “ຈົ່ງ ຮີບ ໂຮມ ເອົາ ພວກຜູ້ນຳ ເຈັດ ສິບ ຄົນ ຊຶ່ງ ເປັນ ຜູ້ ທີ່ ເຂົ້າໃຈ ໃນ ການ ນຳ ປະຊາຊົນ ຈົ່ງ ພາ ພວກ ເຫລົ່ານີ້ ມາ ຫາ ເຮົາ ທີ່ ຫໍເຕັນ ສັກສິດ ແຫ່ງ ແລ້ວ ບອກ ໃຫ້ ພວກ ເຂົາ ຢືນຢູ່ ໃກ້ ເຈົ້າ.17ເຮົາ ຈະ ລົງມາ ເວົ້າ ກັບ ເຈົ້າ ຢູ່ ບ່ອນນັ້ນ ແລະ ເຮົາ ຈະໃຫ້ ອຳນາດ ຄື ພຣະວິນຍານ ບາງ ສ່ວນ ແກ່ ພວກ ເຂົາ ແລ້ວ ພວກ ເຂົາ ກໍ ຈະ ສາມາດ ຮັບ ພາລະ ຊ່ອຍ ເຫລືອ ພວກ ປະຊາຊົນ ເຫລົ່ານີ້ ສ່ວນ ເຈົ້າ ກໍ ຈະ ບໍ່ ໄດ້ ຮັບ ພາລະ ນີ້ ແຕ່ ຄົນ ດຽວ.
18ຈົ່ງ ບອກ ປະຊາຊົນ ໃຫ້ ຊຳລະ ຕົນ ໃຫ້ບໍລິສຸດ ໃນ ມື້ອື່ນ ແລ້ວ ພວກ ເຂົາ ກໍ ຈະ ມີ ຊີ້ນ ກິນ ເພາະ ພວກ ເຂົາ ຮ້ອງ ຂໍ ຕໍ່ ພຣະຜູ້ເປັນເຈົ້າ ວ່າ ໃຜ ຈະ ເອົາ ຊີ້ນ ໃຫ້ ພວກ ເຂົາ ກິນ ຖ້າ ພວກ ເຂົາ ຢູ່ ປະເທດ ເອຢິບ ກໍ ຈະ ດີ ກວ່າ ນີ້ ແລະ ໃນ ເວລາ ນີ້ ພຣະຜູ້ເປັນເຈົ້າ ກໍ ຈະໃຫ້ ພວກ ເຈົ້າ ມີ ຊີ້ນ ກິນ.19ພວກ ເຈົ້າ ຈະ ມີ ຊີ້ນ ກິນ ບໍ່ແມ່ນ ວ່າ ພຽງ ແຕ່ ມື້ໜຶ່ງ ຫລື ສອງ ມື້ ຫ້າ ມື້ ຫລື ຊາວ ມື້ ເທົ່າ ນັ້ນ.20ແຕ່ ຈະ ມີ ກິນ ຕະຫລອດ ເດືອນ ຈົນ ມັນ ລົ້ນ ອອກ ມາ ຈາກ ຮູດັງ ຂອງ ພວກ ເຈົ້າ ສິ່ງ ເຫລົ່ານີ້ ຈະ ເກີດ ຂຶ້ນ ເພາະວ່າ ພວກ ເຈົ້າ ໄດ້ ປະ ຖິ້ມ ພຣະຜູ້ເປັນເຈົ້າ ຜູ້ ຊົງ ສະຖິດ ຢູ່ ກັບ ພວກ ເຈົ້າ ແລະ ພວກ ເຈົ້າ ໄດ້ ຮ້ອງທຸກ ຕໍ່ ພຣະອົງ ວ່າ ພວກເຮົາ ເສຍໃຈ ທີ່ ໄດ້ ອອກ ໜີ ຈາກ ປະເທດ ເອຢິບ.”
21ໂມເຊ ທູນ ຕໍ່ ພຣະຜູ້ເປັນເຈົ້າ ວ່າ, “ຜູ້ ຊາຍສະກັນ ທີ່ ຂ້ານ້ອຍ ກຳລັງ ນຳ ໜ້າ ໄປ ມີ ເຖິງ ຫົກ ແສນ ຄົນ ແຕ່ ພຣະອົງ ຊົງ ບອກວ່າ ຈະປະທານ ຊີ້ນ ໃຫ້ ພວກ ເຂົາ ກິນ ຢ່າງ ພຽງພໍ ສຳລັບ ໜຶ່ງ ເດືອນ.22ຈະ ຕ້ອງ ຂ້າ ງົວ ແລະ ແກະ ຈັກ ຕົວ ຈະ ພໍ ກິນ? ຫລື ປາ ທັງ ໝົດ ໃນ ນ້ຳ ທະເລ ອີກ ຈັກ ເທົ່າໃດ ຈຶ່ງ ຈະ ພໍ ໃຫ້ ປະຊາຊົນ ກິນ ອີ່ມ?23ພຣະຜູ້ເປັນເຈົ້າ ຊົງ ຕອບ ວ່າ, “ເຈົ້າ ຄິດວ່າ ອຳນາດ ຂອງ ເຮົາ ມີ ຂອບເຂດ ຈຳກັດ ຊັ້ນ ບໍ? ໃນ ບໍ່ຊ້າ ນີ້ ເຈົ້າ ຈະ ໄດ້ ເຫັນ ວ່າ ຄຳ ທີ່ ເຮົາ ໄດ້ ເວົ້າ ໄປນັ້ນ ຈະ ເກີດ ຂຶ້ນ ແທ້ ຫລື ບໍ່?”
24ຄັນ ແລ້ວ ໂມເຊ ຈຶ່ງ ໄດ້ ອອກ ໄປ ບອກ ປະຊາຊົນ ຕາມ ທີ່ ພຣະຜູ້ເປັນເຈົ້າ ຊົງ ກ່າວ ໄວ້ ເພິ່ນ ໄດ້ ທ້ອນໂຮມ ພວກຜູ້ນຳ ເຈັດ ສິບ ຄົນ ແລະ ໄດ້ ຈັດ ໃຫ້ ທຸກ ຄົນ ໄປ ຢືນ ອ້ອມ ຫໍເຕັນ ສັກສິດ.25ແລ້ວ ພຣະຜູ້ເປັນເຈົ້າ ຊົງ ສະເດັດ ລົງມາ ເປັນ ກ້ອນ ເມກ ແລະ ກ່າວ ກັບ ໂມເຊ ໃນ ຂະນະ ດຽວ ກັນ ນັ້ນ ພຣະອົງ ກໍ ຊົງ ປະທານ ພຣະວິນຍານບໍລິສຸດ ທີ່ ໂມເຊ ມີ ແລ້ວ ນັ້ນ ໃຫ້ ພວກຜູ້ນຳ ເຈັດ ສິບ ຄົນ ເມື່ອ ພຣະວິນຍານ ໄດ້ ລົງມາ ເທິງ ພວກ ເຂົາ ນັ້ນ ຕ່າງ ກໍ ຮ້ອງ ອອກ ເປັນ ສຽງດັ່ງ ຜູ້ປະກາດພຣະທຳ ແຕ່ ຫລັງຈາກນັ້ນ ພວກ ເຂົາ ບໍ່ໄດ້ ກະທຳ ຢ່າງ ນັ້ນ ອີກ.
26ໃນ ຈຳນວນ ພວກຜູ້ນຳ ເຈັດ ສິບ ຄົນ ມີ ສອງ ຄົນ ຄື ເອັນດັດ ແລະ ເມດັດ ທີ່ ບໍ່ໄດ້ ອອກຈາກ ຕູບ ຜ້າ ເຕັນ ນຳ ໝູ່ ແຕ່ ພຣະວິນຍານ ໄດ້ ຊົງ ສວມ ທັບ ພວກ ເຂົາ ທັງ ສອງ ຄົນ ພວກ ເຂົາ ຈຶ່ງ ຮ້ອງ ຂຶ້ນ ຢ່າງ ດັງ ຄື ກັບ ຄົນ ເສຍສະຕິ.27ເມື່ອ ເຫັນ ດັ່ງນັ້ນ ຊາຍ ໜຸ່ມ ຜູ້ ໜຶ່ງ ກໍ ແລ່ນ ໄປ ບອກ ໂມເຊ ກ່ຽວກັບ ເລື່ອງ ທີ່ ເກີດ ຂຶ້ນ ກັບ ເອັນດັດ ແລະ ເມດັດ.28ແລ້ວ ໂຢຊວຍ ລູກຊາຍ ຂອງ ນູນ ທີ່ ເປັນ ຜູ້ ຊ່ອຍ ຂອງ ໂມເຊ ຕັ້ງແຕ່ ຍັງ ໜຸ່ມ ນ້ອຍ ໄດ້ ເວົ້າ ຕໍ່ ໂມເຊ ວ່າ, “ທ່ານ ເອີຍ ໄປ ບອກ ໃຫ້ ພວກ ເຂົາ ຢຸດ ແມ.”29ໂມເຊ ຕອບ ວ່າ, “ເຈົ້າ ມາ ສົນໃຈ ຫຍັງ ກັບ ວຽກ ຂອງ ຂ້ອຍ? ຂ້ອຍ ຢາກ ໃຫ້ ພຣະຜູ້ເປັນເຈົ້າ ປະທານ ພຣະວິນຍານ ໃຫ້ ໄພ່ ພົນ ຂອງ ພຣະອົງ ເພື່ອ ໃຫ້ ພວກ ເຂົາ ເປັນ ຜູ້ປະກາດພຣະທຳ.”30ແລ້ວ ໂມເຊ ພ້ອມ ທັງ ພວກຜູ້ນຳ ເຈັດ ສິບ ຄົນ ກໍພາກັນ ກັບ ຄືນ ເມືອ ຄ້າຍ ພັກ.
ພຣະຜູ້ເປັນເຈົ້າ ຊົງ ສັ່ງ ນົກ ຂຸ້ມ ລົງມາ
31ໃນ ທັນໃດ ນັ້ນ ພຣະຜູ້ເປັນເຈົ້າ ຊົງ ບັນດານ ໃຫ້ ມີ ລົມພັດ ມາ ແລະ ມີ ຝູງ ນົກ ຂຸ້ມ ບິນ ມາ ຈາກ ທະເລ ມັນ ບິນ ຫ່າງ ຈາກ ພື້ນດິນ ພຽງ ສອງ ສອກ ເທົ່າ ນັ້ນ ນົກ ເຫລົ່ານີ້ ໄດ້ ມາ ຈັບ ຢູ່ ຕາມ ຄ້າຍ ແລະ ທົ່ວ ທຸກ ບ່ອນ ອ້ອມແອ້ມ ຄ້າຍ ເປັນ ໄລຍະ ຫລາຍ ຫລັກ.32ດັ່ງນັ້ນ ພວກ ປະຊາຊົນ ຈຶ່ງ ພາກັນ ຈັບ ເອົາ ນົກ ຂຸ້ມ ນັ້ນ ຕະຫລອດ ມື້ ຕະຫລອດ ຄືນ ທຸກ ຄົນ ຈັບ ໄດ້ ຢ່າງ ຕ່ຳ ບໍ່ ໜ້ອຍ ກວ່າ ຫ້າ ຍາງ ພວກ ເຂົາ ໄດ້ ພາກັນ ຄົວ ນົກ ແລ້ວ ເອົາ ຕາກ ໄວ້ ເຕັມ ທົ່ວ ຄ້າຍ.33ກ່ອນ ຊີ້ນ ຈະ ໝົດ ໄປ ແລະ ໃນ ຂະນະ ທີ່ ຍັງ ມີ ຊີ້ນ ກິນ ຢ່າງ ອຸດົມສົມບູນ ຢູ່ ນັ້ນ ພຣະຜູ້ເປັນເຈົ້າ ຊົງ ພຣະພິໂລດ ແລະ ຊົງ ເຮັດໃຫ້ ພວກ ເຂົາ ເກີດ ເປັນ ກາລະໂລກ.
34ບ່ອນນີ້ ຈຶ່ງ ໄດ້ ໃສ່ ຊື່ວ່າ ຂຸມ ຝັງ ສົບ ຂອງ ຜູ້ ຂໍ ກິນ ເພາະວ່າ ພວກ ເຂົາ ໄດ້ ຝັງ ສົບ ພວກ ທີ່ ຂໍ ກິນ ຊີ້ນ ໄວ້ ຢູ່ ບ່ອນນັ້ນ.35ຫລັງຈາກນັ້ນ ພວກ ປະຊາຊົນ ກໍ ຍ້າຍ ໄປ ຢູ່ ຮາເຊໂຣດ ແລະ ພາກັນ ຕັ້ງ ຄ້າຍ ພັກ ເຊົາ ຢູ່ ທີ່ ນັ້ນ.
ຈົດເຊັນບັນຊີ11;135