Lao

ມັດທາຍ 21:23-23:39

23ເມື່ອ ພຣະ­ອົງ ສະ­ເດັດ ເຂົ້າ­ໄປ ໃນ ບໍ­ລິ­ເວນ ພຣະ­ວິ­ຫານ ໃນ ເວ­ລາ ທີ່ ຊົງ ສັ່ງ­ສອນ ຢູ່ ນັ້ນ ພວກ ປະ­ໂລ­ຫິດ ຕົນ ໃຫຍ່ ແລະ ພວກ ເຖົ້າ ແກ່ ແຫ່ງ ພົນ­ລະ­ເມືອງ ໄດ້ ມາ ທູນ ຖາມ ພຣະ­ອົງ ວ່າ “ເຈົ້າ ມີ ສິດ ອັນ­ໃດ ຈຶ່ງ ໄດ້ ເຮັດ­ການ ເຫລົ່າ­ນີ້ ໃຜ ໃຫ້ ສິດ ນີ້ ແກ່ ເຈົ້າ.”24ພຣະ­ເຢ­ຊູ ຊົງ ຕອບ ເຂົາ ວ່າ, “ຝ່າຍ ເຮົາ ຈະ ຖາມ ພວກ ທ່ານ ຈັກ ຂໍ້ ໜຶ່ງ ເໝືອນ ກັນ ຖ້າ ທ່ານ ຕອບ ໄດ້ ຝ່າຍ ເຮົາ ຈະ ບອກ ພວກ ທ່ານ ວ່າ ເຮົາ ເຮັດ­ການ ນີ້ ດ້ວຍ ສິດ ອັນ­ໃດ.25ຄື ບັບ­ຕິ­ສະ­ມາ ຂອງ ໂຢ­ຮັນ ນັ້ນ ມາ ຈາກ ໃສ ມາ ຈາກ ສະ­ຫວັນ ຫລື ຈາກ ມະ­ນຸດ” ເຂົາ ໄດ້ ປຶກ­ສາ ກັນ ວ່າ, “ຖ້າ ເຮົາ ຈະ ຕອບ ວ່າ ‘ມາ ຈາກ ສະ­ຫວັນ’ ມັນ ຄົງ ຈະ ຖາມ ເຮົາ ວ່າ ‘ດ້ວຍ ເຫດ­ໃດ ພວກ ທ່ານ ຈິ່ງ ບໍ່ ເຊື່ອ ໂຢ­ຮັນ.’26ແຕ່ ຖ້າ ເຮົາ ຈະ ວ່າ ‘ມາ ຈາກ ມະ­ນຸດ’ ກໍ ຢ້ານ ປະ­ຊາ­ຊົນ ເພາະ ປະ­ຊາ­ຊົນ ທັງ­ປວງ ຖື ວ່າ ໂຢ­ຮັນ ເປັນ ຜູ້­ປະ­ກາດ­ພຣະ­ທຳ.”27ເຂົາ ຈິ່ງ ທູນ ຕອບ ພຣະ­ເຢ­ຊູ ວ່າ, “ພວກ­ເຮົາ ບໍ່ ຮູ້” ພຣະ­ອົງ ຈິ່ງ ຊົງ ບອກ ເຂົາ ວ່າ, “ຝ່າຍ ເຮົາ ຈະ ບໍ່ ບອກ ພວກ ທ່ານ ເໝືອນ ກັນ ວ່າ ເຮົາ ເຮັດ­ການ ນີ້ ດ້ວຍ ສິດ ອັນ­ໃດ.”

ຄຳ ອຸ­ປະ­ມາ ເລື່ອງ ລູກ­ຊາຍ ສອງ ຄົນ

28“ແຕ່ ທ່ານ ທັງ­ຫລາຍ ຄຶດ ເຫັນ ຢ່າງ­ໃດ ຜູ້ ໜຶ່ງ ມີ ລູກ­ຊາຍ ສອງ ຄົນ ພໍ່ ໄປ ຫາ ລູກ­ກົກ ບອກ­ວ່າ ‘ລູກ ເອີຍ, ຈົ່ງ ໄປ ເຮັດ­ວຽກ ໃນ ສວນ­ອະ­ງຸ່ນ ມື້­ນີ້ ເນີ.’29ລູກ ຜູ້­ນັ້ນ ຕອບ ວ່າ ‘ບໍ່ ໄປ’ ພາຍ ລຸນ ມາ ໄດ້ ປ່ຽນ ໃຈ ແລ້ວ ກໍ ໄປ.30ພໍ່ ຈິ່ງ ໄປ ຫາ ລູກ ຜູ້ ທີ່ ສອງ ເວົ້າ ຢ່າງ ດຽວ ກັນ ລູກ ຜູ້ ນີ້ ຕອບ ວ່າ ‘ຂ້າ­ນ້ອຍ ຈະ ໄປ’ ແຕ່ ບໍ່ ໄປ.31ໃນ ລູກ­ຊາຍ ສອງ ຄົນ ນີ້­ແມ່ນ ຜູ້­ໃດ ເຮັດ ຕາມ­ໃຈ ຂອງ ພໍ່” ເຂົາ ທູນ ຕອບ ວ່າ, “ແມ່ນ ລູກ­ກົກ ນັ້ນ” ພຣະ­ເຢ­ຊູ ຊົງ ກ່າວ ກັບ ເຂົາ ວ່າ, “ເຮົາ ບອກ ພວກ ທ່ານ ຕາມ ຄວາມ­ຈິງ ວ່າ ພວກ­ເກັບ­ພາ­ສີ ແລະ ຍິງ ແມ່­ຈ້າງ ກໍ ກຳ­ລັງ ເຂົ້າ ໃນ ລາ­ຊະ ແຜ່ນ­ດິນ ຂອງ ພຣະ­ເຈົ້າ ກ່ອນ ພວກ ທ່ານ.32ເພາະ­ວ່າ ໂຢ­ຮັນ ໄດ້ ມາ ຫາ ພວກ ທ່ານ ສອນ ທາງ ສິນ ທຳ ແຕ່ ພວກ ທ່ານ ບໍ່­ໄດ້ ເຊື່ອ ສ່ວນ ພວກ­ເກັບ­ພາ­ສີ ແລະ ຍິງ ແມ່­ຈ້າງ ໄດ້ ເຊື່ອ ເພິ່ນ ຝ່າຍ ພວກ ທ່ານ, ເຖິງ­ແມ່ນ ໄດ້ ເຫັນ ດັ່ງ ນັ້ນ­ແລ້ວ ພາຍ­ຫລັງ ກໍ ບໍ່­ໄດ້ ຫລົບ ໃຈ ເຊື່ອ ເພິ່ນ.”

ຄຳ ອຸ­ປະ­ມາ ເລື່ອງ ສວນ­ອະ­ງຸ່ນ ແລະ ຄົນ ເຊົ່າ

33“ຈົ່ງ ຟັງ ຄຳ ອຸ­ປະ­ມາ ເລື່ອງ ໜຶ່ງ ອີກ ຄື ມີ ພໍ່ ເຮືອນ ຜູ້ ໜຶ່ງ ໄດ້ ເຮັດ ສວນ­ອະ­ງຸ່ນ ແລ້ວ ອ້ອມ ຮົ້ວ ໄວ້ ເພິ່ນ ໄດ້ ສະ­ກັດ ອ່າງ ຢຽບ ໝາກ ອະ­ງຸ່ນ ເອົາ ນ້ຳ ແລະ ສ້າງ ຫໍ ເຝົ້າ ໃຫ້ ຊາວ ສວນ ເຊົ່າ ແລ້ວ ຕົນ ກໍ ອອກ ໄປ ຕ່າງ­ປະ­ເທດ.34ຄັນ ເຖິງ ລະ­ດູ ໝາກ ອະ­ງຸ່ນ ເພິ່ນ ຈິ່ງ ໃຊ້ ຂ້ອຍ ໃຊ້ ແຫ່ງ ຕົນ ມາ ຫາ ພວກ ເຊົ່າ ສວນ ນັ້ນ ເພື່ອ­ຈະ ຮັບ ຜົນ ຂອງ­ຕົນ.35ແຕ່ ຝ່າຍ ຄົນ­ເຊົ່າ­ສວນ ນັ້ນ ໄດ້ ຈັບ ຂ້ອຍ ໃຊ້ ຂອງ ເພິ່ນ ຂ້ຽນ ຕີ ຜູ້ ໜຶ່ງ, ຂ້າ ເສຍ ຜູ້ ໜຶ່ງ, ແລະ ເອົາ ຫີນ ຄວ່າງ ໃສ່ ຜູ້ ໜຶ່ງ.36ເຈົ້າ ຂອງ ສວນ ໄດ້ ໃຊ້ ຂ້ອຍ ໃຊ້ ອີກ ຫລາຍ­ກວ່າ ເທື່ອ ກ່ອນ ແຕ່ ຊາວ ສວນ ໄດ້ ເຮັດ ແກ່ ເຂົາ ຢ່າງ ດຽວ ກັນ.37ພາຍ­ຫລັງ ນັ້ນ ເຈົ້າ ຂອງ ສວນ ໄດ້ ໃຊ້ ລູກ­ຊາຍ ຂອງ­ຕົນ ມາ ໂດຍ ຄຶດ ວ່າ ‘ເຂົາ ຄົງ ຈະ ນັບ­ຖື ລູກ ຂອງ ກູ,’38ແຕ່ ເມື່ອ ພວກ ເຊົ່າ ສວນ ເຫັນ ລູກ­ຊາຍ ຂອງ ເພິ່ນ ມາ ກໍ ເວົ້າ ກັນ ວ່າ ‘ຜູ້ ນີ້­ແຫລະ, ເປັນ ເຈົ້າ ມໍ­ລະ­ດົກ ພວກ­ເຮົາ ຈົ່ງ ຂ້າ ມັນ ເສຍ ແລ້ວ ຍຶດ ເອົາ ມໍ­ລະ­ດົກ ຂອງ ມັນ.’39ເຂົາ ຈິ່ງ ພາ­ກັນ ຈັບ ເອົາ ລູກ ນັ້ນ ຖິ້ມ ອອກ ນອກ ສວນ ແລ້ວ ຂ້າ ເສຍ.40ເຫດ­ສັນ­ນັ້ນ ເມື່ອ ເຈົ້າ ຂອງ ສວນ ມາ ທ່ານ ຈະ ເຮັດ ຢ່າງ­ໃດ ແກ່ ຄົນ­ເຊົ່າ­ສວນ ເຫລົ່າ­ນັ້ນ.”41ເຂົາ ທູນ ຕອບ ພຣະ­ອົງ ວ່າ, “ທ່ານ ຈະ ລົງ­ໂທດ ຢ່າງ ຮ້າຍ­ແຮງ ໃສ່ ຄົນ­ຊົ່ວ ເຫລົ່າ­ນັ້ນ ດ້ວຍ ຂ້າ ເຂົາ ເສຍ ແລ້ວ ຈະ ເອົາ ສວນ­ອະ­ງຸ່ນ ນັ້ນ ໃຫ້ ຜູ້ ອື່ນ ເຊົ່າ ຊຶ່ງ ຈະ ນຳ ຜົນ ມາ ສົ່ງ ໃຫ້ ເພິ່ນ ຕາມ ລະ­ດູ ຕໍ່­ໄປ.”

ຫີນ ເສົາ ເອກ

42ພຣະ­ເຢ­ຊູ ຊົງ ກ່າວ ກັບ ເຂົາ ວ່າ, “ພວກ ທ່ານ ຍັງ ບໍ່­ໄດ້ ອ່ານ ໃນ ພຣະ­ຄຳ­ພີ ຫລື ທີ່ ວ່າ,

ຫີນ ທີ່ ນາຍ ຊ່າງ ໄດ້ ຖອກ ຖິ້ມ ເສຍ

ຫີນ ນັ້ນ ແຫລະ, ໄດ້ ກາຍ ເປັນ ຫີນ ເສົາ ເອກ ແລ້ວ

ການ ນີ້ ເປັນ ມາ ຈາກ ອົງ ພຣະ­ຜູ້­ເປັນ­ເຈົ້າ

ເປັນ ການ ປະ­ຫລາດ ແກ່ ຕາ ຂອງ ເຮົາ.”

43ເຫດ­ສັນ­ນັ້ນ ເຮົາ ບອກ ພວກ ທ່ານ ວ່າ ລາ­ຊະ ແຜ່ນ­ດິນ ຂອງ ພຣະ­ເຈົ້າ ຈະ ຊົງ ຍົກ ເອົາ ໄປ ຈາກ ພວກ ທ່ານ ແລ້ວ ຊົງ ປະ­ທານ ແກ່ ຊົນ­ຊາດ ໜຶ່ງ ທີ່ ຈະ­ໃຫ້ ຜົນ ຈະ­ເລີນ ສົມ ກັບ ແຜ່ນ­ດິນ ນັ້ນ.44(ຜູ້­ໃດ ລົ້ມ ທັບ ຫີນ ນີ້ ຜູ້­ນັ້ນ ຈະ ຕ້ອງ ແຕກ ຫັກ ໄປ ແຕ່ ຫີນ ນັ້ນ ຈະ ຕົກ ທັບ ຜູ້­ໃດ ຜູ້­ນັ້ນ ຈະ ແຫລກ ມຸ່ນ ໄປ.)”45ເມື່ອ ພວກ ປະ­ໂລ­ຫິດ ຕົນ ໃຫຍ່ ກັບ ພວກ ຟາ­ຣີ­ຊາຍ ໄດ້­ຍິນ ຄຳ ອຸ­ປະ­ມາ ຂອງ ພຣະ­ອົງ ແລ້ວ ເຂົາ ກໍ ຮູ້­ວ່າ ພຣະ­ອົງ ຊົງ ກ່າວ­ເຖິງ ເຂົາ.46ແມ່ນ ວ່າ ເຂົາ ພະ­ຍາ­ຍາມ ຈະ ຈັບ ພຣະ­ອົງ ແຕ່ ກໍ ຢ້ານ ປະ­ຊາ­ຊົນ ເພາະ ປະ­ຊາ­ຊົນ ຖື ວ່າ ພຣະ­ອົງ ເປັນ ຜູ້­ປະ­ກາດ­ພຣະ­ທຳ.

ມັດທາຍ21;146

1ພຣະ­ເຢ­ຊູ ຊົງ ກ່າວ ກັບ ເຂົາ ເປັນ ຄຳ ອຸ­ປະ­ມາ ອີກ ວ່າ,2“ລາ­ຊະ­ອາ­ນາ­ຈັກ­ສະ­ຫວັນ ປຽບ ເໝືອນ ກະ­ສັດ ອົງ ໜຶ່ງ ໄດ້ ຊົງ ຈັດ­ການ ລ້ຽງ ເນື່ອງ ໃນ ພິ­ທີ ອະ­ພິ­ເສກ ມະ­ເຫ­ສີ ໃຫ້ ລາ­ຊະ­ບຸດ ຂອງ­ຕົນ.3ພຣະ­ອົງ ຊົງ ໃຊ້ ພວກ ຂ້າ ໃຊ້ ໄປ ເອີ້ນ ຜູ້ ທີ່ ຮັບ ເຊີນ ໃນ ງານ ນີ້ ແຕ່ ເຂົາ ບໍ່­ຢາກ ມາ.4ພຣະ­ອົງ ຈິ່ງ ຊົງ ໃຊ້ ຂ້າ ໃຊ້ ໄປ ຕື່ມ ອີກ ສັ່ງ ເຂົາ ວ່າ ‘ຈົ່ງ ບອກ ພວກ ຮັບ ເຊີນ ນັ້ນ ວ່າ, “ເບິ່ງ ແມ, ເຮົາ ໄດ້ ຈັດ ງານ ລ້ຽງ ໄວ້ ແລ້ວ ງົວ ແລະ ສັດ ອ້ວນ ພີ ກໍ­ໄດ້ ຂ້າ ໄວ້ ແລ້ວ ສິ່ງ ສາ­ລະ­ພັດ ກໍ ຕຽມ ໄວ້ ພ້ອມ ແລ້ວ ຈົ່ງ ມາ ໃນ ງານ ອະ­ພິ­ເສກ ນັ້ນ ເທີນ”5ແຕ່ ເຂົາ ກໍ ເພີກ­ເສີຍ ແລະ ໜີ ເສຍ ຜູ້ ໜຶ່ງ ໄປ ໄຮ່ ໄປ ນາ ແລະ ຜູ້ ໜຶ່ງ ໄປ ຄ້າ­ຂາຍ.6ສ່ວນ ພວກ ອື່ນ ນັ້ນ ກໍ ຈັບ ພວກ ຂ້າ ໃຊ້ ເຮັດ­ການ ຫຍາບ­ຊ້າ ແລ້ວ ຂ້າ ເຂົາ ເສຍ.7ກະ­ສັດ ອົງ ນັ້ນ ກໍ ຊົງ ພະ ພີ ໂລດ ຈິ່ງ ຊົງ ຮັບ ສັ່ງ ໃຫ້ ກອງ­ທະ­ຫານ ໄປ ປະ­ຫານ ຂີ ວິດ ຄາ­ຕະ­ກອນ ເຫລົ່າ­ນັ້ນ ແລະ ໃຫ້ ເຜົາ ບ້ານ­ເຮືອນ ຂອງ ເຂົາ ເສຍ.8ແລ້ວ ພຣະ­ອົງ ຈິ່ງ ຊົງ ຮັບ ສັ່ງ ຂ້າ ໃຊ້ ວ່າ, ‘ງານ ສົມ­ລົດ ກໍ ພ້ອມ ຢູ່ ແລ້ວ ແຕ່ ຜູ້ ຖືກ ເຊີນ ນັ້ນ ບໍ່ ສົມ ກັບ ງານ.9ເຫດ ສັນ ນີ້ ຈົ່ງ ອອກ ໄປ ທີ່ ທາງ ຄົບ ເມື່ອ ພົບ ຄົນ ໃດ ກໍ ໃຫ້ ເຊີນ ມາ ໃນ ງານ ນີ້.’10ພວກ ຂ້າ ໃຊ້ ນັ້ນ ຈິ່ງ ອອກ ໄປ ຕາມ ຖະ­ໜົນ ຫົນ­ທາງ ພາ ຄົນ ທັງ­ປວງ ທັງ ດີ ແລະ ຊົ່ວ ທີ່ ເຂົາ ໄດ້ ພົບ ໃຫ້ ເຂົ້າ ມາ ໃນ ງານ ນີ້ ຈົນ ຫ້ອງ ພິ­ທີ ສົມ­ລົດ ເຕັມ ດ້ວຍ ແຂກ.11“ແຕ່ ເມື່ອ ກະ­ສັດ ອົງ ນັ້ນ ສະ­ເດັດ ເຂົ້າ ມາ ທອດ ພຣະ­ເນດ ແຂກ ກໍ ຊົງ ເຫັນ ຜູ້ ໜຶ່ງ ຢູ່ ທີ່ ນັ້ນ ບໍ່­ໄດ້ ນຸ່ງ ເຄື່ອງ ສຳ­ລັບ ງານ.12ພຣະ­ອົງ ຊົງ ຖາມ ຜູ້­ນັ້ນ ວ່າ ‘ສະ­ຫາຍ ເອີຍ, ເຫດ­ໃດ ທ່ານ ຈິ່ງ ອາດ ເຂົ້າ ມາ ທີ່ ນີ້ ໂດຍ ບໍ່ ນຸ່ງ ເຄື່ອງ ສຳ­ລັບ ງານ ສົມ­ລົດ’ ສ່ວນ ຄົນ ນັ້ນ ກໍ ມິດ ຢູ່ ປາກ ບໍ່­ອອກ.13ກະ­ສັດ ຈິ່ງ ຊົງ ສັ່ງ ແກ່ ພວກ ຂ້າ ໃຊ້ ວ່າ ‘ຈົ່ງ ມັດ ຕີນ ມັດ ມື ຄົນ ນີ້ ເອົາ ໄປ ຖິ້ມ ເສຍ ບ່ອນ ມືດ ພາຍ­ນອກ’ ທີ່ ນັ້ນ ມີ ການ ຮ້ອງ ໃຫ້ ແລະ ຂົບ ແຂ້ວ ຢູ່.14ດ້ວຍ ວ່າ ຜູ້ ຮັບ ເຊີນ ກໍ ມີ ຫລາຍ ແຕ່ ຜູ້ ທີ່ ຊົງ­ເລືອກ ໄວ້ ກໍ ມີ ໜ້ອຍ.”

ບັນ­ຫາ ເລື່ອງ ການ ເສຍ ສ່ວຍ

15ເມື່ອ­ນັ້ນ ພວກ ຟາ­ຣີ­ຊາຍ ໄປ ປຶກ­ສາ ກັນ ເພື່ອ­ຈະ ຈັບ ຜິດ ໃນ ຖ້ອຍ­ຄຳ ຂອງ ພຣະ­ອົງ ໃຫ້ ໄດ້.16ເຂົາ ຈິ່ງ ໃຊ້ ພວກ ສິດ ຂອງ­ຕົນ ກັບ ພວກ ເຮ­ໂຣດ ໄປ ທູນ ພຣະ­ອົງ ວ່າ, “ອາ­ຈານ­ເອີຍ, ພວກ ຂ້າ­ພະ­ເຈົ້າ ຊາບ ຢູ່ ວ່າ ທ່ານ ເປັນ ຜູ້ ສັດ­ຊື່ ໄດ້ ສັ່ງ­ສອນ ໃນ ທາງ ຂອງ ພຣະ­ເຈົ້າ ຢ່າງ ສັດ­ຊື່ ໂດຍ ບໍ່­ໄດ້ ເອົາ­ໃຈ ຜູ້­ໃດ ເພາະ ທ່ານ ບໍ່ ເຫັນ­ແກ່­ໜ້າ ຜູ້­ໃດ.17ເຫດ­ສັນ­ນັ້ນ ຂໍ ໂຜດ­ໃຫ້ ພວກ ຂ້າ­ພະ­ເຈົ້າ ຊາບ ແດ່ ວ່າ ທ່ານ ຄຶດ ເຫັນ ຢ່າງ­ໃດ ການ ທີ່ ເສຍ ສ່ວຍ ໃຫ້ ແກ່ ກາຍ­ຊາ ນັ້ນ ສົມ­ຄວນ ຫລື ບໍ່.”

18ຝ່າຍ ພຣະ­ເຢ­ຊູ ຊົງ ຊາບ ເຈດ­ຕະ­ນາ ຮ້າຍ ຂອງ ເຂົາ ຈິ່ງ ຊົງ ກ່າວ ວ່າ, “ໂອ ຄົນ ໜ້າ­ຊື່­ໃຈ­ຄົດ ເອີຍ, ຈະ ມາ ທົດ­ລອງ ເຮົາ ເຮັດ­ຫຍັງ.19ຈົ່ງ ເອົາ ເງິນ ທີ່ ຈະ ເສຍ ສ່ວຍ ນັ້ນ ມາ ໃຫ້ ເຮົາ ເບິ່ງ” ເຂົາ ຈິ່ງ ເອົາ ເງິນ ໜຶ່ງ ເດ ນາ­ລີ ອົນ ມາ ໃຫ້ ພຣະ­ອົງ.20ພຣະ­ເຢ­ຊູ ຈິ່ງ ຊົງ ຖາມ ເຂົາ ວ່າ, “ຮູບ ແລະ ຄຳ­ຈາ­ລຶກ ນີ້ ເປັນ ຂອງ ໃຜ.”21ເຂົາ ທູນ ວ່າ, “ເປັນ ຂອງ ກາຍ­ຊາ” ແລ້ວ ພຣະ­ອົງ ຊົງ ກ່າວ ກັບ ເຂົາ ວ່າ, “ເຫດ­ສັນ­ນັ້ນ ສິ່ງ ທີ່ ເປັນ ຂອງ ກາຍ­ຊາ ຈົ່ງ ຄືນ ຖວາຍ ແກ່ ກາຍ­ຊາ ແລະ ສິ່ງ ທີ່ ເປັນ ຂອງ ພຣະ­ເຈົ້າ ຈົ່ງ ຄືນ ຖວາຍ ແກ່ ພຣະ­ເຈົ້າ.”22ເມື່ອ ເຂົາ ໄດ້­ຍິນ ດັ່ງ­ນີ້ ກໍ ມີ ຄວາມ ປະ­ຫລາດ ໃຈ ຈິ່ງ ພາ­ກັນ ໜີ ຈາກ ພຣະ­ອົງ ໄປ.

ບັນ­ຫາ ເລື່ອງ ການ ຄືນ ມາ ຈາກ ຕາຍ

23ໃນ ວັນ ດຽວ ກັນ ນັ້ນ ມີ ພວກ ຊາ­ດູ­ກາຍ ມາ ຫາ ພຣະ­ອົງ ພວກ ນີ້ ເຄີຍ ເວົ້າ ວ່າ ບໍ່ ມີ ການ ຄືນ ມາ ຈາກ ຕາຍ.24ເຂົາ ທູນ ຖາມ ພຣະ­ອົງ ວ່າ, “ອາ­ຈານ­ເອີຍ, ໂມ­ເຊ ໄດ້ ສັງ ໄວ້ ວ່າ ‘ຖ້າ ຜູ້­ໃດ ຕາຍ ໃນ ເມືອ ຍັງ ບໍ່ ມີ ລູກ ກໍ ໃຫ້ ນ້ອງ­ຊາຍ ຂອງ ຜູ້­ນັ້ນ ເອົາ ເອື້ອຍ ໄພ້ ໄວ້ ເປັນ ພັນ­ລະ­ຍາ ເພື່ອ ສືບ ເຊື້ອ­ສາຍ ອ້າຍ ຂອງ­ຕົນ.’25ໃນ ພວກ­ເຮົາ ມີ ເຈັດ ຊາຍ ອ້າຍ ນ້ອງ ນຳ­ກັນ ອ້າຍ ກົກ ເອົາ ເມຍ ແລ້ວ ໄດ້ ຕາຍ ໄປ ເມື່ອ ຍັງ ບໍ່ ມີ ລູກ ກໍ­ປະ ເມຍ ໄວ້ ໃຫ້ ແກ່ ນ້ອງ­ຊາຍ.26ສ່ວນ ນ້ອງ ຜູ້ ຖ້ວນ ສອງ ແລະ ຖ້ວນ ສາມ ກໍ ຢ່າງ ດຽວ ກັນ ຈົນ ເຖິງ ຜູ້ ຖ້ວນ ເຈັດ.27ພາຍ­ຫລັງ ເຂົາ ທັງ ເຈັດ ຍິງ ນັ້ນ ກໍ ຕາຍ.28ສັນ­ນັ້ນ ໃນ ວັນ ຄືນ ມາ ຈາກ ຕາຍ ຍິງ ນັ້ນ ຈະ ເປັນ ເມຍ ຂອງ ຜູ້­ໃດ ໃນ ເຈັດ ຄົນ ນັ້ນ ດ້ວຍ ວ່າ ນາງ ໄດ້ ເປັນ ເມຍ ຂອງ ຊາຍ ທັງ ເຈັດ ຄົນ ແລ້ວ.”29ພຣະ­ເຢ­ຊູ ຊົງ ຕອບ ເຂົາ ວ່າ, “ພວກ ທ່ານ ຫລົງ­ຜິດ ແລ້ວ ເພາະ ບໍ່ ຮູ້­ຈັກ ພຣະ­ຄຳ­ພີ ຫລື ລິດ­ເດດ ຂອງ ພຣະ­ເຈົ້າ.30ເພາະ ເມື່ອ ມະ­ນຸດ ເປັນ ຄືນ ມາ ນັ້ນ ຈະ ບໍ່ ມີ ການ ແຕ່ງ­ງານ ຫລື ຍົກ ໃຫ້­ເປັນ ຜົວ­ເມຍ ກັນ ອີກ ແຕ່ ເຂົາ ຈະ ເປັນ ເໝືອນ ເທ­ວະ­ດາ ໃນ ສະ­ຫວັນ.31ແຕ່ ເລື່ອງ ຄົນ ຕາຍ ເປັນ ຄືນ ມາ ນັ້ນ ທ່ານ ທັງ­ຫລາຍ ຍັງ ບໍ່­ໄດ້ ອ່ານ ຫລື ຊຶ່ງ ພຣະ­ເຈົ້າ ໄດ້ ຊົງ ກ່າວ ໄວ້ ກັບ ພວກ ທ່ານ ວ່າ,32‘ຝ່າຍ ເຮົາ ເປັນ ພຣະ­ເຈົ້າ ຂອງ ອັບ­ຣາ­ຮາມ, ພຣະ­ເຈົ້າ ຂອງ ຂອງ ອີ­ຊາກ, ແລະ ພຣະ­ເຈົ້າ ຂອງ ຢາ­ໂຄບ’ ພຣະ­ອົງ ບໍ່­ໄດ້ ຊົງ ເປັນ ພຣະ­ເຈົ້າ ຂອງ ຄົນ ຕາຍ ແຕ່ ຊົງ ເປັນ ພຣະ­ເຈົ້າ ຂອງ ຄົນ ເປັນ.”33ເມື່ອ ຄົນ ທັງ­ປວງ ໄດ້­ຍິນ ດັ່ງ­ນີ້ ກໍ­ປະ ລາດ ໃຈ ດ້ວຍ ຄຳ ສັ່ງ­ສອນ ຂອງ ພຣະ­ອົງ.

ພຣະ­ບັນ­ຍັດ ຂໍ້ ໃຫຍ່

34ຝ່າຍ ພວກ ຟາ­ຣີ­ຊາຍ ເມື່ອ ໄດ້­ຍິນ ວ່າ ພຣະ­ອົງ ຊົງ ເຮັດ­ໃຫ້ ພວກ ຊາ­ດູ­ກາຍ ມິດ ຢູ່ ເຂົາ ຈິ່ງ ປະ­ຊຸມ ກັນ.35ໃນ ຈຳ ພວກ ເຂົາ ມີ ທຳ ບັນ­ດິດ ຜູ້ ໜຶ່ງ ທົດ­ລອງ ຖາມ ພຣະ­ອົງ ວ່າ,36“ອາ­ຈານ­ເອີຍ, ໃນ ພຣະ­ບັນ­ຍັດ ຂໍ້ ໃດ ເປັນ ຂໍ້ ໃຫຍ່.”37ພຣະ­ເຢ­ຊູ ຕອບ ວ່າ, “ຈົ່ງ ຮັກ ອົງ ພຣະ­ຜູ້­ເປັນ­ເຈົ້າ ຂອງ ເຈົ້າ ດ້ວຍ ສຸດ ໃຈ, ດ້ວຍ ສຸດ ຈິດ, ແລະ ດ້ວຍ ສຸດ ຄວາມ ຄຶດ ຂອງ ເຈົ້າ.’38ນັ້ນ ແຫລະ, ເປັນ ພຣະ­ບັນ­ຍັດ ຂໍ້ ໃຫຍ່ ແລະ ຂໍ້ ຕົ້ນ.39ຂໍ້ ທີ ສອງ ກໍ ເໝືອນ ກັນ ຄື ‘ຈົ່ງ ຮັກ ເພື່ອນ­ບ້ານ ເໝືອນ ຮັກ ຕົນ­ເອງ.’40ພຣະ­ບັນ­ຍັດ ແລະ ຖ້ອຍ­ຄຳ ຂອງ ຜູ້­ປະ­ກາດ­ພຣະ­ທຳ ທັງ ໝົດ ກໍ ຂຶ້ນ ຢູ່ ກັບ ພຣະ­ບັນ­ຍັດ ຂອງ ຂໍ້ ນີ້.”

ບັນ­ຫາ ເລື່ອງ ບຸດ ດາ­ວິດ

41ເມື່ອ ພວກ ຟາ­ຣີ­ຊາຍ ຍັງ ປະ­ຊຸມ ກັນ ຢູ່ ພຣະ­ເຢ­ຊູ ຊົງ ຖາມ ເຂົາ,42ວ່າ, “ພວກ ທ່ານ ຄຶດ ເຫັນ ຢ່າງ­ໃດ ດ້ວຍ ເລື່ອງ ພຣະ­ຄຣິດ ເພິ່ນ ເປັນ ເຊື່ອ ສາຍ ຂອງ ຜູ້­ໃດ” ເຂົາ ທູນ ຕອບ ວ່າ, “ເປັນ ເຊື່ອ ສາຍ ຂອງ ດາ­ວິດ.”43ພຣະ­ອົງ ຈິ່ງ ຊົງ ຖາມ ເຂົາ ວ່າ, “ຖ້າ ຢ່າງ ນັ້ນ ເຫດ ສັນ­ໃດ ດາ­ວິດ ໂດຍ ເດດ ພຣະ­ວິນ­ຍານ ຈິ່ງ ໄດ້ ເອີ້ນ ພຣະ­ອົງ ວ່າ ‘ອົງ ພຣະ­ຜູ້­ເປັນ­ເຈົ້າ’ ດ້ວຍ ໄດ້ ກ່າວ ວ່າ,

44‘ພຣະ­ຜູ້­ເປັນ­ເຈົ້າ ໄດ້ ຊົງ ບອກ ຕໍ່ ອົງ ພຣະ­ຜູ້­ເປັນ­ເຈົ້າ ຂອງ ຂ້າ ພຣະ­ອົງ ວ່າ,

“ຈົ່ງ ນັ່ງ ເບື້ອງ ຂວາ ມື ຂອງ ເຮົາ

ຈົນ ກວ່າ ເຮົາ ຈະ ປາບ ສັດ­ຕູ ຂອງ ທ່ານ ໃຫ້ ຢູ່ ໃຕ້ ຕີນ ຂອງ ທ່ານ”

45ເຫດ ສັນ ນີ້ ຖ້າ ດາ­ວິດ ເອີ້ນ ພຣະ­ຄຣິດ ວ່າ ‘ພຣະ­ຜູ້­ເປັນ­ເຈົ້າ’ ແລ້ວ ພຣະ­ຄຣິດ ຈະ ເປັນ ເຊື້ອ­ສາຍ ຂອງ ດາ­ວິດ ໄດ້ ຢ່າງ­ໃດ.”

46ບໍ່ ມີ ຜູ້­ໃດ ອາດ­ຈະ ຕອບ ພຣະ­ອົງ ໄດ້ ຈັກ ຄຳ ຕັ້ງ­ແຕ່ ວັນ ນັ້ນ ມາ ບໍ່ ມີ ຜູ້­ໃດ ກ້າ ຖາມ ພຣະ­ອົງ ອີກ.

ມັດທາຍ22;146

1ເມື່ອ­ນັ້ນ ພຣະ­ເຢ­ຊູ ຊົງ ກ່າວ ກັບ ປະ­ຊາ­ຊົນ ແລະ ພວກ ສາ­ວົກ ຂອງ ພຣະ­ອົງ ວ່າ,2“ພວກ­ນັກ­ທຳ ແລະ ພວກ ຟາ­ຣີ­ຊາຍ ເຄີຍ ນັ່ງ ບ່ອນ ນັ່ງ ຂອງ ໂມ­ເຊ.3ເຫດ­ສັນ­ນັ້ນ ທຸກ ສິ່ງ ທີ່ ເຂົາ ບອກ ພວກ ທ່ານ ຈົ່ງ ເຮັດ ຕາມ ແຕ່ ຢ່າ ໄດ້ ເຮັດ ຕາມ ກິດ­ຈະ­ການ ຂອງ ເຂົາ ເພາະ ເຂົາ ບອກ ໄວ້ ແຕ່ ບໍ່­ໄດ້ ເຮັດ ຕາມ.4ເຂົາ ມັດ ຂອງ ໜັກ ມາ ວາງ ໃສ່ ບ່າ ມະ­ນຸດ ສ່ວນ ເຂົາ ເອງ ແມ່ນ­ແຕ່ ນິ້ວ ມື ດຽວ ກໍ ບໍ ຍອມ ຈັບ ຍົກ ໄປ.5ການ­ເຮັດ ຂອງ ເຂົາ ກໍ ເພື່ອ ໃຫ້ ມະ­ນຸດ ເຫັນ ແອບ­ບັນ­ຈຸ­ຂໍ້­ພຣະ­ທຳ ປະ­ຈຳ ຕົວ ເຂົາ ກໍ ເຮັດ­ໃຫ້ ໃຫຍ່ ແລະ ຍອຍ ເສື້ອ ຂອງ ເຂົາໆ ກໍ ໃຫ້ ຍາວ ອອກ ໄປ.6ເຂົາ ຊອບ ບ່ອນ ນັ່ງ ອັນ ມີ ກຽດ ໃນ ງານ ລ້ຽງ ຕ່າງໆ ແລະ ໃນ ໂຮງ­ທຳ ມະ ເທດ ສະ­ໜາ.7ເຂົາ ມັກ ໃຫ້ ຄົນ ຄຳ­ນັບ ໃນ ທີ່ ປະ­ຊຸມ ຊົນ ແລະ ມັກ ໃຫ້ ມະ­ນຸດ ເອີ້ນ ເຂົາ ວ່າ ‘ອາ­ຈານ’8ແຕ່ ຝ່າຍ ພວກ ທ່ານ ຢ່າ ໃຫ້ ໃຜ ເອີ້ນ­ວ່າ ‘ອາ­ຈານ ເຈົ້າ­ຂ້າ’ ເພາະ­ວ່າ ພວກ ທ່ານ ມີ ແຕ່ ພຣະ­ອາ­ຈານ ຜູ້ ດຽວ ແລະ ພວກ ທ່ານ ເປັນ ພີ່­ນ້ອງ ກັນ ທັງ ໝົດ.9ແລະ ຢ່າ ເອີ້ນ ຜູ້­ໃດ ໃນ ໂລ ກວ່າ ‘ບິ­ດາ’ ເພາະ ພວກ ທ່ານ ມີ ພຣະ­ບິ­ດາ ແຕ່ ພຽງ ຜູ້ ດຽວ ຄື ຜູ້ ທີ່ ຊົງ ສະ­ຖິດ ຢູ່­ໃນ ສະ­ຫວັນ.10ຢ່າ ໃຫ້ ຜູ້­ໃດ ເອີ້ນ ພວກ ທ່ານ ວ່າ ‘ນາຍ’ ເພາະ­ວ່າ ນາຍ ຂອງ ພວກ ທ່ານ ມີ ແຕ່ ຜູ້ ດຽວ ຄື ພຣະ­ຄຣິດ.11ຜູ້­ໃດ ທີ່ ເປັນ ໃຫຍ່ ທີ່­ສຸດ ໃນ ພວກ ທ່ານ ຜູ້­ນັ້ນ ຕ້ອງ ຮັບ­ໃຊ້ ໝູ່.12ຜູ້­ໃດ ຍົກ ຕົວ ຂຶ້ນ ຜູ້­ນັ້ນ ຈະ ຖືກ ຖ້ອຍ ລົງ ຜູ້­ໃດ ຖ່ອມ­ຕົວ ລົງ ຜູ້­ນັ້ນ ຈະ ຖືກ ຍົກ ຂຶ້ນ.

13“ວິ­ບັດ ແກ່ ພວກ­ນັກ­ທຳ ແລະ ພວກ ຟາ­ຣີ­ຊາຍ ຄົນ ໜ້າ­ຊື່­ໃຈ­ຄົດ ເອີຍ ເພາະ ພວກ ເຈົ້າ ອັດ ປະ­ຕູ ລາ­ຊະ ແຜນ ດິນ ສະ­ຫວັນ ຕັນ ທາງ ມະ­ນຸດ ດ້ວຍ ວ່າ ພວກ ເຈົ້າ ເອງ ກໍ ບໍ່ ເຂົ້າ­ໄປ ແລະ ເມື່ອ ຄົນ ອື່ນ ຈະ ເຂົ້າ­ໄປ ພວກ ເຈົ້າ ກໍ ບໍ່­ໃຫ້ ເຂົ້າ­ໄປ.14[ວິ­ບັດ ແກ່ ເຈົ້າ ພວກ­ນັກ­ທຳ ແລະ ພວກ ຟາ­ຣີ­ຊາຍ ຄົນ ໜ້າ­ຊື່­ໃຈ­ຄົດ ເອີຍ ດ້ວຍ ວ່າ ພວກ ເຈົ້າ ກືນ ກິນ ຄອບ­ຄົວ ຂອງ ແມ່­ໝ້າຍ ແລະ ແກ້ງ ໄຫວ້ ວອນ ໃຫ້ ຍືດ­ຍາວ ເພາະ ເຫດ ນັ້ນ ພວກ ເຈົ້າ ຈະ ໄດ້ ຮັບ­ໂທດ ຫລາຍ ຂຶ້ນ.]

15ວິ­ບັດ ແກ່ ເຈົ້າ ພວກ­ນັກ­ທຳ ແລະ ພວກ ຟາ­ຣີ­ຊາຍ ຄົນ ໜ້າ­ຊື່­ໃຈ­ຄົດ ເອີຍ ດ້ວຍ ວ່າ ພວກ ເຈົ້າ ທຽວ ໄປ ທາງ­ນ້ຳ ແລະ ທາງ­ບົກ ທົ່ວ ໄປ ເພື່ອ­ຈະ ໃຫ້ ແມ່ນ­ແຕ່ ຄົນ ດຽວ ເຂົ້າ ສາດ­ສະ­ໜາ ແຕ່ ເມື່ອ ໄດ້ ເຂົ້າ ແລ້ວ ພວກ ເຈົ້າ ກໍ ເຮັດ­ໃຫ້ ຄົນ ນັ້ນ ສົມ ກັບ ນະ­ຮົກ ຫລາຍ­ກວ່າ ເຈົ້າ ເອງ ເຖິງ ສອງ ທໍ່.

16“ວິ­ບັດ ແກ່ ເຈົ້າ, ນາຍ ທາງ ຕາ­ບອດ ທີ່ ສອນ ວ່າ ‘ຖ້າ ຜູ້­ໃດ ຈະ ສາ­ບານ ອ້າງ ໃສ່ ພຣະ­ວິ­ຫານ ຄຳ­ສາ­ບານ ນັ້ນ ກໍ ບໍ່ ມີ ຂໍ ຜູກ­ມັດ ແຕ່ ຖ້າ ຜູ້­ໃດ ສາ­ບານ ອ້າງ ໃສ່ ທອງ­ຄຳ ຂອງ ພຣະ­ວິ­ຫານ ຜູ້­ນັ້ນ ຈະ ຕ້ອງ ເຮັດ ຕາມ ຄຳ ທີ່ ຕົນ ໄດ້ ສາ­ບານ.’17ໂອ ຄົນ ໂງ່ ຕາ­ບອດ ເອີຍ, ສິ່ງ­ໃດ ຈະ ສຳ­ຄັນ ກວ່າ ກັນ ທອງ­ຄຳ ຫລື ພຣະ­ວິ­ຫານ ທີ່ ເຮັດ­ໃຫ້ ທອງ­ຄຳ ນັ້ນ ສັກ­ສິດ.18ແລະ ສອນ ວ່າ ‘ຖ້າ ຜູ້­ໃດ ຈະ ສາ­ບານ ອ້າງ ໃສ່ ແທນ ບູ­ຊາ ຄຳ­ສາ­ບານ ນັ້ນ ກໍ ບໍ່ ມີ ຂໍ້ ຜູກ­ມັດ ແຕ່ ຖ້າ ຜູ້­ໃດ ຈະ ສາ­ບານ ໃສ່­ເຄື່ອງ ຖວາຍ ເທິງ ແທນ ບູ­ຊາ ຜູ້­ນັ້ນ ຈະ ຕ້ອງ ເຮັດ ຕາມ ຄຳ ທີ່ ຕົນ ໄດ້ ສາ­ບານ.’19ພວກ ຄົນ ຕາ­ບອດ ເອີຍ, ສິ່ງ­ໃດ ຈະ ສຳ­ຄັນ ກວ່າ ກັນ ເຄື່ອງ ຖວາຍ ຫລື ແທນ ບູ­ຊາ ທີ່ ເຮັດ­ໃຫ້ ເຄື່ອງ ຖວາຍ ນັ້ນ ສັກ­ສິດ.20ເຫດ ສັນ ນີ້ ຜູ້­ໃດ ຈະ ສາ­ບານ ອ້າງ ໃສ່ ແທນ ບູ­ຊາ ກໍ ສາ­ບານ ອ້າງ ໃສ່­ເຄື່ອງ ຖວາຍ ທັງ­ປວງ ທີ່­ຢູ່ ເທິງ ແທນ ນັ້ນ ເໝືອນ ກັນ.21ຖ້າ ຜູ້ ໃຈ ຈະ ສາ­ບານ ອ້າງ ໃສ່ ພຣະ­ວິ­ຫານ ກໍ ອ້າງ ໃສ່ ພຣະ­ອົງ ຜູ້ ຊົງ ສະ­ຖິດ ຢູ່­ໃນ ພຣະ­ວິ­ຫານ ນັ້ນ ເໝືອນ ກັນ.22ແລະ ຜູ້­ໃດ ຈະ ສາ­ບານ ອ້າງ ໃສ່ ສະ­ຫວັນ ກໍ ອ້າງ ໃສ່ ພຣະ­ທີ່­ນັ່ງ ແລະ ອ້າງ ໃສ່ ພຣະ­ອົງ ຜູ້ ປະ­ທັບ ເທິງ ພຣະ­ທີ່­ນັ່ງ ນັ້ນ ເໝືອນ ກັນ.

23“ວິ­ບັດ ແກ່ ເຈົ້າ ພວກ­ນັກ­ທຳ ແລະ ພວກ ຟາ­ຣີ­ຊາຍ ຄົນ ໜ້າ­ຊື່­ໃຈ­ຄົດ ເອີຍ ດ້ວຍ ວ່າ ພວກ ເຈົ້າ ແບ່ງ ຜັກ ກ້ານ ກ່ຳ, ຜັກ­ຊີ, ແລະ ຄູ­ມິນ ເປັນ ສິບ ສ່ວນ ເອົາ ສ່ວນ­ໜຶ່ງ ເປັນ ຂອງ ຖວາຍ ແຕ່ ສ່ວນ ຂໍ້ ສຳ­ຄັນ ຂອງ ພຣະ­ບັນ­ຍັດ ຄື ຄວາມ ຍຸ­ຕິ ທຳ, ຄວາມ ເມດ­ຕາ, ຄວາມ ສັດ­ຊື່ ນັ້ນ ໄດ້ ປະ ເສຍ ແມ່ນ ສິ່ງ ເຫລົ່າ­ນີ້ ແຫລະ, ທີ່ ພວກ ເຈົ້າ ຄວນ ໄດ້ ປະ­ຕິ­ບັດ ຢູ່ ໂດຍ ບໍ່ ຕ້ອງ ປະ ຖິ້ມ ສິ່ງ ອື່ນ ນັ້ນ.24ໂອ ພວກ ນາຍ ທາງ ຕາ­ບອດ ເອີຍ, ເຈົ້າ ຕອງ ແມງ­ມີ່ ອອກ ເສຍ ແຕ່ ກືນ ໂອດ ໂອ ທັງ ໂຕ.

25“ວິ­ບັດ ແກ່ ເຈົ້າ ພວກ­ນັກ­ທຳ ແລະ ພວກ ຟາ­ຣີ­ຊາຍ ຄົນ ໜ້າ­ຊື່­ໃຈ­ຄົດ ເອີຍ, ເຫດ ວ່າ ພວກ ເຈົ້າ ເຄີຍ ລ້າງ ຖ້ວຍ­ຊາມ ໃຫ້ ສະ­ອາດ ແຕ່ ຂ້າງ ນອກ ແຕ່ ຂ້າງ ໃນ ຖ້ວຍ­ຊາມ ນັ້ນ ເຕັມ ໄປ ດ້ວຍ ການ ລູ່ ຊິງ ເອົາ ແລະ ການ ເຫັນ­ແກ່­ຕົວ.26ໂອ ຟາ­ຣີ­ຊາຍ ຕາ­ບອດ ເອີຍ, ຈົ່ງ ຊຳ­ລະ ຖ້ວຍ­ຊາມ ຂ້າງ ໃນ ເສຍ­ກ່ອນ ເພື່ອ ຂ້າງ ນອກ ຈະ ສະ­ອາດ ເໝືອນ ກັນ.

27“ວິ­ບັດ ແກ່ ເຈົ້າ ພວກ­ນັກ­ທຳ ແລະ ພວກ ຟາ­ຣີ­ຊາຍ ຄົດ ໜ້າ­ຊື່­ໃຈ­ຄົດ ເອີຍ ດ້ວຍ ວ່າ ພວກ ເຈົ້າ ເປັນ ເໝືອນ ອຸບ­ໂມງ ຝັງ ສົບ ທາ ດ້ວຍ ປູນ­ຂາວ ຂ້າງ ນອກ ເບິ່ງ ງົດ­ງາມ ແຕ່ ຂ້າງ ໃນ ເຕັມ ໄປ ດ້ວຍ ກະ­ດູກ ຄົນ ຕາຍ ແລະ ສາ­ລະ­ພັດ ຂີ້­ດຽດ.28ພວກ ເຈົ້າ ກໍ ເປັນ ຢ່າງ ນັ້ນ ແຫລະ ພາຍ­ນອກ ປະ­ກົດ ຕໍ່ ມະ­ນຸດ ວ່າ ເປັນ ຄົນ ສິນ ທຳ ແຕ່ ພາຍ­ໃນ ເຕັມ ໄປ ດ້ວຍ ການ ໜ້າ­ຊື່­ໃຈ­ຄົດ ແລະ ການ ອະ­ທຳ.

29ວິ­ບັດ ແກ່ ເຈົ້າ ພວກ­ນັກ­ທຳ ແລະ ພວກ ຟາ­ຣີ­ຊາຍ ຄົນ ໜ້າ­ຊື່­ໃຈ­ຄົດ ເອີຍ ດ້ວຍ ວ່າ ພວກ ເຈົ້າ ສ້າງ ອຸບ­ໂມງ ຂອງ ພວກ ປະ­ກາດ ພຣະ­ທຳ ແລະ ຕົກ­ແຕ່ງ ທາດ ຂອງ ພວກ ຄົນ ສິນ ທຳ ໃຫ້ ງົດ­ງາມ.30ໂດຍ ກ່າວ ວ່າ ‘ຖ້າ ພວກ­ເຮົາ ໄດ້ ຢູ່­ໃນ ສະ ໃໝ ບັນ­ພະ­ບຸ­ລຸດ ຂອງ ເຮົາ ນັ້ນ ກໍ ຈະ ບໍ່ ມີ ສ່ວນ ກັບ ເຂົາ ໃນ ການ ຂ້າ ພວກ ຜູ້­ປະ­ກາດ­ພຣະ­ທຳ ນັ້ນ.31ດັ່ງ­ນັ້ນ ພວກ ເຈົ້າ ຈິ່ງ ເປັນ ພະ­ຍານ ຕໍ່­ສູ້ ຕົນ­ເອງ ວ່າ ເປັນ ລູກ ຂອງ ຜູ້ ທີ່ ໄດ້ ຂ້າ ພວກ ຜູ້­ປະ­ກາດ­ພຣະ­ທຳ ເຫລົ່າ­ນັ້ນ.32ຝ່າຍ ເຈົ້າ ທັງ­ຫລາຍ, ຈົ່ງ ເຮັດ ຕາມ ທີ່ ບັນ­ພະ­ບຸ­ລຸດ ໄດ້ ເຮັດ ນັ້ນ ໃຫ້ ຄົບ­ຖ້ວນ ສາ.33ໂອ ພວກ ງູ ແນວ ງູ­ຮ້າຍ ເອີຍ, ພວກ ເຈົ້າ ຈະ ໜີ ພົ້ນ ໂທດ ນະ­ຮົກ ໄດ້ ຢ່າງ­ໃດ.

34ເຫດ­ສັນ­ນັ້ນ ແຫລະ, ເຮົາ ໃຊ້ ຜູ້­ປະ­ກາດ­ພຣະ­ທຳ, ນັກ­ປາດ, ແລະ ນັກ­ທຳ ຕ່າງໆ ມາ ຫາ ພວກ ເຈົ້າ ເຈົ້າ ກໍ ຈະ ຂ້າ ບາງ ຄົນ ເສຍ ແດ່, ແລະ ຂົ່ມ­ເຫງ ໄລ່ ເຂົາ ອອກ­ຈາກ ເມືອງ ນີ້ ໄປ ເມືອງ ນັ້ນ ແດ່.35ດັ່ງ­ນັ້ນ ເລືອດ ອັນ ບໍ່ ມີ ຜິດ ທັງ ໝົດ ທີ່ ຕົກ ໃສ່ ແຜ່ນ­ດິນ ຕັ້ງ­ແຕ່ ເລືອດ ຂອງ ອາ­ເບັນ ຜູ້ ບໍ່ ມີ ຜິດ ຈົນ ເຖິງ ເລືອດ ຂອງ ເຊ­ຂາ­ຣີ­ຢາ ລູກ­ຊາຍ ຂອງ ເບ­ເຣ­ກີ­ຢາ ທີ່ ພວກ ເຈົ້າ ໄດ້ ຂ້າ ໃນ ລະ­ຫວ່າງ ພຣະ­ວິ­ຫານ ກັບ ແທນ ບູ­ຊາ ໂທດ ເລືອດ ນັ້ນ ແຫລະ, ຄົງ ຈະ ຕົກ ໃສ່ ພວກ ເຈົ້າ.36ເຮົາ ບອກ ພວກ ເຈົ້າ ຕາມ ຄວາມ­ຈິງ ວ່າ ເຫດ ເຫລົ່າ­ນີ້ ຈະ ຕົກ ໃສ່ ຄົນ ສະ ໃໝ ນີ້.”

ຊົງ ເສຍ ພຣະ­ໄທ ຍ້ອນ ກຸງ ເຢ­ຣູ­ຊາ­ເລັມ

37“ໂອ ເຢ­ຣູ­ຊາ­ເລັມ ເຢ­ຣູ­ຊາ­ເລັມ ເອີຍ, ເຈົ້າ ທີ່ ໄດ້ ຂ້າ ບັນ­ດາ ຜູ້­ປະ­ກາດ­ພຣະ­ທຳ ແລະ ເອົາ ຫີນ ຄວ່າງ ໃສ່ ພວກ ທີ່ ຮັບ­ໃຊ້ ມາ ຫາ ເຈົ້າ ເຮົາ ປາດ­ຖະ­ໜາ ຈັກ­ເທື່ອ ແລ້ວ ໜໍ ວ່າ ຈະ ຮວບ­ຮວມ ເອົາ ລູກ ຂອງ ເຈົ້າ ໄວ້ ເໝືອນ ດັ່ງ ແມ່ ໄກ່ ຮວບ­ຮວມ ລູກ ໄວ້ ໃຕ້ ປີກ ຂອງ ມັນ ແຕ່ ພວກ ເຈົ້າ ບໍ່ ຍິນ ຍອມ.38ເບິ່ງ ແມ, ເຮືອນ ຂອງ ເຈົ້າ ກໍ ຈະ ຖືກ ປະ­ຮ້າງ ໄວ້ ໃຫ້ ຢູ່ ວ່າງ ເປົ່າ ແກ່ ເຈົ້າ.39ເພາະ­ວ່າ ເຮົາ ບອກ ພວກ ເຈົ້າ ວ່າ ຕັ້ງ­ແຕ່ ນີ້ ຕໍ່­ໄປ ພວກ ເຈົ້າ ຈະ ບໍ່ ເຫັນ ເຮົາ ອີກ ຈົນ ກວ່າ ພວກ ເຈົ້າ ຈະ ອອກ­ປາກ ກ່າວ ວ່າ ‘ຂໍ ໃຫ້ ທ່ານ ຜູ້ ສະ­ເດັດ ມາ ໃນ ພຣະ­ນາມ ຂອງ ອົງ ພຣະ­ຜູ້­ເປັນ­ເຈົ້າ ຈົ່ງ ຊົງ ພຣະ­ຈະ­ເລີນ.”

ມັດທາຍ23;139