Lao

ໂຢຮັນ 13-16

1ກ່ອນ ເຖິງ ເວ­ລາ ເທດ­ສະ­ການ ປັດ­ສະ­ຄາ ພຣະ­ເຢ­ຊູ ຊົງ ຊາບ ວ່າ ຍາມ ຂອງ­ຕົນ ທີ່ ຈະ ສະ­ເດັດ ຈາກ ໂລກ ນີ້ ເມືອ ຫາ ພຣະ­ບິ­ດາ ເຖິງ ແລ້ວ ພຣະ­ອົງ ໄດ້ ຊົງ ຮັກ ພວກ ຂອງ ພຣະ­ອົງ ທີ່­ຢູ່ ໃນ ໂລກ ນີ້ ພຣະ­ອົງ ຊົງ ຮັກ ຈົນ ເຖິງ ທີ່­ສຸດ.2ຂະ­ນະ ເມື່ອ ຮັບ ປະ­ທານ ອາ­ຫານ ຢູ່ ນັ້ນ (ມານ ໄດ້ ເຂົ້າ ດົນ­ໃຈ ຢູ­ດາ ອິ­ສະ­ກາ­ຣີ­ອົດ ລູກ ຂອງ ຊີ­ໂມນ ໃຫ້ ທໍ­ລະ­ຍົດ ຕໍ່ ພຣະ­ອົງ),3ພຣະ­ເຢ­ຊູ ຊົງ ຊາບ ວ່າ ພຣະ­ບິ­ດາ ໄດ້ ຊົງ ປະ­ທານ ສິ່ງ ທັງ­ປວງ ໃຫ້ ຢູ່­ໃນ ພຣະ­ຫັດ ຂອງ ພຣະ­ອົງ ແລະ ຊົງ ຊາບ ວ່າ ພຣະ­ອົງ ສະ­ເດັດ ມາ ຈາກ ພຣະ­ເຈົ້າ ແລະ ຈະ ສະ­ເດັດ ເມືອ ຫາ ພຣະ­ເຈົ້າ.4ພຣະ­ອົງ ຊົງ ລຸກ­ຂຶ້ນ ຈາກ ການ ຮັບ ປະ­ທານ ອາ­ຫານ, ຊົງ ຖອດ ເຄື່ອງ ທົງ ຊັ້ນ ນອກ ອອກ ວາງ ໄວ້, ແລະ ຊົງ ເອົາ ຜ້າ­ເຊັດ ຕົວ ມາ ຮັດ ແອວ ຂອງ ພຣະ­ອົງ.5ພຣະ­ອົງ ຊົງ ຖອກ ນ້ຳ ໃສ່ ອ່າງ ແລ້ວ ຊົງ ຕັ້ງ­ຕົ້ນ ລ້າງ ຕີນ ຂອງ ພວກ ສາ­ວົກ ແລະ ເຊັດ ດ້ວຍ ຜ້າ ຮັດ ແອວ ນັ້ນ.

6ພຣະ­ອົງ ໄດ້ ສະ­ເດັດ ມາ ເຖິງ ຊີ­ໂມນ ເປ­ໂຕ ແລະ ລາວ ໄດ້ ທູນ ພຣະ­ອົງ ວ່າ, “ນາຍ ເຈົ້າ ເອີຍ, ທ່ານ ຈະ ລ້າງ ຕີນ ຂອງ ຂ້າ­ນ້ອຍ ຫລື.”7ພຣະ­ເຢ­ຊູ ຊົງ ຕອບ ລາວ ວ່າ, “ສິ່ງ ທີ່ ເຮົາ ເຮັດ ໃນ ເວ­ລາ ນີ້ ທ່ານ ຍັງ ບໍ່ ຮູ້ ເລື່ອງ ແຕ່ ພາຍ­ຫລັງ ທ່ານ ຈະ ເຂົ້າ­ໃຈ.”8ເປ­ໂຕ ຈຶ່ງ ທູນ ວ່າ, “ທ່ານ ຈະ ລ້າງ ຕີນ ຂອງ ຂ້າ­ນ້ອຍ ບໍ່­ໄດ້ ຈັກ­ເທື່ອ” ພຣະ­ເຢ­ຊູ ຊົງ ຕອບ ວ່າ, “ຖ້າ ເຮົາ ບໍ່ ລ້າງ ທ່ານ ທ່ານ ຈະ ມີ ສ່ວນ ໃນ ເຮົາ ບໍ່­ໄດ້.”9ຊີ­ໂມນ ເປ­ໂຕ ທູນ ວ່າ, “ນາຍ ເຈົ້າ ເອີຍ, ບໍ່ ແມ່ນ­ແຕ່ ຕີນ ເທົ່າ ນັ້ນ ແຕ່ ຂໍ ລ້າງ ມື ແລະ ຫົວ ຂອງ ຂ້າ­ນ້ອຍ ເໝືອນ ກັນ.”10ພຣະ­ເຢ­ຊູ ຊົງ ກ່າວ ຕໍ່ ເປ­ໂຕ ວ່າ, “ຜູ້ ທີ່ ອາບ­ນ້ຳ ແລ້ວ ບໍ່ ຈຳ­ເປັນ ລ້າງ ຕົວ ອີກ ລ້າງ ແຕ່ ຕີນ ເທົ່າ ນັ້ນ ເພາະ ສະ­ອາດ ໝົດ ທັງ ຕົວ ແລ້ວ ພວກ ທ່ານ ກໍ ສະ­ອາດ ແລ້ວ­ແຕ່ ບໍ່­ແມ່ນ ທຸກ ຄົນ.”11ເພາະ ພຣະ­ອົງ ຊົງ­ຮູ້ ແລ້ວ ວ່າ ໃຜ ຈະ ທໍ­ລະ­ຍົດ ຕໍ່ ພຣະ­ອົງ ເພາະ ເຫດ ນັ້ນ ພຣະ­ອົງ ຈຶ່ງ ຊົງ ກ່າວ ວ່າ, “ທ່ານ ທັງ­ຫລາຍ ບໍ່ ສະ­ອາດ ທຸກ ຄົນ.”

12ເຫດ ສັນ ນີ້ ເມື່ອ ພຣະ­ອົງ ຊົງ ລ້າງ ຕີນ ຂອງ ເຂົາ ແລ້ວ ພຣະ­ອົງ ກໍ ຊົງ ໃສ່­ເຄື່ອງ ທົງ ຊັ້ນ ນອກ ຂອງ­ຕົນ ອີກ ແລ້ວ ປະ­ທັບ ລົງ ຈຶ່ງ ຊົງ ຖາມ ເຂົາ ວ່າ, “ທ່ານ ທັງ­ຫລາຍ ເຂົ້າ­ໃຈ ໃນ ສິ່ງ ທີ່ ເຮົາ ໄດ້ ເຮັດ ຕໍ່ ພວກ ທ່ານ ແລ້ວ ຫລື.13ທ່ານ ທັງ­ຫລາຍ ເອີ້ນ ເຮົາ ວ່າ ອາ­ຈານ ແລະ ນາຍ ເຈົ້າ ພວກ ທ່ານ ເອີ້ນ ຖືກ­ຕ້ອງ ແລ້ວ ເພາະ ເຮົາ ເປັນ ຢ່າງ ນັ້ນ.14ເຫດ­ສັນ­ນັ້ນ ເຮົາ ຜູ້ ເປັນ ນາຍ ແລະ ອາ­ຈານ ຂອງ ພວກ ທ່ານ ໄດ້ ລ້າງ ຕີນ ຂອງ ທ່ານ ພວກ ທ່ານ ກໍ ຄວນ ລ້າງ ຕີນ ຂອງ ກັນ ແລະ ກັນ ເໝືອນ ກັນ.15ດ້ວຍ ວ່າ ເຮົາ ໄດ້ ວາງ ແບບ­ຢ່າງ ໃຫ້ ພວກ ທ່ານ ແລ້ວ ເພື່ອ ທ່ານ ຈະ ໄດ້ ເຮັດ ເໝືອນ ດັ່ງ ເຮົາ ໄດ້ ເຮັດ ຕໍ່ ພວກ ທ່ານ ແລ້ວ.16ເຮົາ ບອກ ທ່ານ ທັງ­ຫລາຍ ຕາມ ຄວາມ­ຈິງ ວ່າ ຂ້າ ໃຊ້ ບໍ່­ຫ່ອນ ໃຫຍ່ ກວ່າ ນາຍ ຂອງ­ຕົນ ຜູ້ ທີ່ ຖືກ ໃຊ້ ໄປ ບໍ່­ຫ່ອນ ໃຫຍ່ ກວ່າ ຜູ້ ໃຊ້ ຕົນ ໄປ­ນັ້ນ.17ຖ້າ ທ່ານ ທັງ­ຫລາຍ ຮູ້ ສິ່ງ ເຫລົ່າ­ນີ້ ແລະ ເຮັດ ຕາມ ທ່ານ ກໍ ເປັນ ສຸກ.

18ເຮົາ ບໍ່ ເວົ້າ­ເຖິງ ພວກ ທ່ານ ທຸກ ຄົນ ຝ່າຍ ເຮົາ ກໍ ຮູ້­ຈັກ ຜູ້ ທີ່ ເຮົາ ໄດ້­ເລືອກ ໄວ້ ແລ້ວ ແຕ່ ຕ້ອງ ເປັນ ຈິງ ຕາມ ຂໍ້ ພຣະ­ຄຳ­ພີ ທີ່ ວ່າ ‘ຜູ້ ທີ່ ຮັບ ປະ­ທານ ອາ­ຫານ ຂອງ ເຮົາ ກໍ ຍົກ ສົ້ນ­ຕີນ ໃສ່ ເຮົາ.’19ແຕ່ ເວ­ລາ ບັດ­ນີ້ ເຮົາ ບອກ ທ່ານ ທັງ­ຫລາຍ ກ່ອນ ການ ນັ້ນ ເກີດ ຂຶ້ນ ເພື່ອ ວ່າ ເມື່ອ ມັນ ເກີດ ຂຶ້ນ ແລ້ວ ພວກ ທ່ານ ຈະ ໄດ້ ເຊື່ອ ວ່າ ເຮົາ ນີ້­ແຫລະ, ແມ່ນ ຜູ້­ນັ້ນ.20ເຮົາ ບອກ ທ່ານ ທັງ­ຫລາຍ ຕາມ ຄວາມ­ຈິງ ວ່າ ຜູ້­ໃດ ຮັບ ຕ້ອນ ຜູ້ ທີ່ ເຮົາ ໃຊ້ ໄປ ກໍ ຮັບ ຕ້ອນ ເຮົາ ເໝືອນ ກັນ ແລະ ຜູ້ ທີ່ ຮັບ ຕ້ອນ ເຮົາ ກໍ ຮັບ ຕ້ອນ ພຣະ­ອົງ ຜູ້ ຊົງ ໃຊ້ ເຮົາ ມາ.”

ຊົງ ທຳ­ນວາຍ ວ່າ ຢູ­ດາ ຈະ ມອບ ພຣະ­ອົງ ໄວ້

21ເມື່ອ ພຣະ­ເຢ­ຊູ ຊົງ ກ່າວ ດັ່ງ ນັ້ນ­ແລ້ວ ພຣະ­ອົງ ກໍ ຊົງ ວຸ້ນ­ວາຍ ໃນ ພຣະ­ໄທ ແລະ ຊົງ ກ່າວ ເປັນ ພະ­ຍານ ວ່າ, “ເຮົາ ບອກ ພວກ ທ່ານ ຕາມ ຄວາມ­ຈິງ ວ່າ ຄົນ ໜຶ່ງ ໃນ ພວກ ທ່ານ ຈະ ທໍ­ລະ­ຍົດ ຕໍ່ ເຮົາ.”22ພວກ ສາ­ວົກ ກໍ ເບິ່ງ ໜ້າ ກັນ ແລະ ສົງ­ໄສ ວ່າ ຄົນ­ທີ່ ພຣະ­ອົງ ກ່າວ­ເຖິງ ນັ້ນ ຄື ຜູ້­ໃດ.23ມີ ສາ­ວົກ ຄົນ ໜຶ່ງ ທີ່ ພຣະ­ເຢ­ຊູ ຊົງ ຮັກ ໄດ້ ເນີ້ງ ກາຍ ລົງ ອີງ ພຣະ­ຊວງ ຂອງ ພຣະ­ອົງ.24ຊີ­ໂມນ ເປ­ໂຕ ຈຶ່ງ ຍິກ ໜ້າ ໃສ່ ສາ­ວົກ ຜູ້­ນັ້ນ ກ່າວ ວ່າ, “ຈົ່ງ ຖາມ­ວ່າ ຄົນ­ທີ່ ເພິ່ນ ເວົ້າ ນັ້ນ ແມ່ນ ຜູ້­ໃດ.”25ຂະ­ນະ ທີ່ ຍັງ ອີງ ພຣະ­ຊວງ ຂອງ ພຣະ­ອົງ ສາ­ວົກ ຜູ້­ນັ້ນ ກໍ ທູນ ຖາມ­ວ່າ, “ນາຍ ເຈົ້າ ເອີຍ, ແມ່ນ ຜູ້­ໃດ.”26ພຣະ­ເຢ­ຊູ ຊົງ ຕອບ ວ່າ, “ເຮົາ ຈະ ເອົາ ອາ­ຫານ ຄຳ ນີ້ ຈ້ຳ ແລ້ວ ຍື່ນ ໃຫ້ ຜູ້­ໃດ ກໍ ແມ່ນ ຜູ້­ນັ້ນ ແຫລະ” ເມື່ອ ຊົງ ຈ້ຳ ອາ­ຫານ ຄຳ ນັ້ນ­ແລ້ວ ພຣະ­ອົງ ຊົງ ຍື່ນ ໃຫ້ ແກ່ ຢູ­ດາ ລູກ ຊີ­ໂມນ ອິ­ສະ­ກາ­ຣີ­ອົດ.27ຫລັງ ຈາກ ຢູ­ດາ ໄດ້ ກິນ ອາ­ຫານ ຄຳ ນັ້ນ­ແລ້ວ ຊາ­ຕານ ຈຶ່ງ ເຂົ້າ ຢູ່­ໃນ ໃຈ ລາວ ພຣະ­ເຢ­ຊູ ຈຶ່ງ ຊົງ ບອກ ຢູ­ດາ ວ່າ, “ອັນ ທີ່ ທ່ານ ຈະ ເຮັດ ນັ້ນ ກໍ ຈົ່ງ ເຮັດ ໄວໆ ແມ.”28ໃນ ບັນ­ດາ ຜູ້ ທີ່ ນັ່ງ ຮ່ວມ ໂຕະ ຢູ່ ນັ້ນ ບໍ່ ມີ ຜູ້­ໃດ ໄດ້ ເຂົ້າ­ໃຈ ວ່າ ດ້ວຍ ເຫດ­ໃດ ພຣະ­ອົງ ຈຶ່ງ ຊົງ ກ່າວ ແກ່ ລາວ ຢ່າງ ນັ້ນ.29ດັ່ງ­ນັ້ນ ລາງ ຄົນ ກໍ ຄຶດ ວ່າ ເປັນ ເພາະ ຢູ­ດາ ຖື ຖົງ ເງິນ ພຣະ­ເຢ­ຊູ ຈຶ່ງ ຊົງ ກ່າວ ກັບ ລາວ ວ່າ, “ຈົ່ງ ຊື້ ສິ່ງ ຂອງ ທີ່ ພວກ­ເຮົາ ຕ້ອງ­ການ ສຳ­ລັບ ງານ ເທດ­ສະ­ການ ນີ້” ຫລື ເພື່ອ­ຈະ ໃຫ້ ລາວ ທານ ແກ່ ຄົນ ຍາກ­ຈົນ.30ພາຍ­ຫລັງ ທີ່ ຢູ­ດາ ໄດ້ ຮັບ ອາ­ຫານ ຄຳ ນັ້ນ­ແລ້ວ ລາວ ກໍ ອອກ ໄປ ທັນ­ທີ ໃນ ຂະ­ນະ ນັ້ນ ເປັນ ເວ­ລາ ກາງ­ຄືນ.

ພຣະ­ບັນ­ຍັດ ຂໍ້ ໃໝ່

31ເມື່ອ ຢູ­ດາ ອອກ ໄປ ແລ້ວ ພຣະ­ເຢ­ຊູ ຊົງ ກ່າວ ວ່າ, “ບັດ­ນີ້ ບຸດ ມະ­ນຸດ ໄດ້ ຮັບ ກຽດ­ຕິ­ຍົດ ແລ້ວ ແລະ ພຣະ­ເຈົ້າ ກໍ ຊົງ ຮັບ ກຽດ­ຕິ­ຍົດ ເພາະ ບຸດ ມະ­ນຸດ.32ຖ້າ ພຣະ­ເຈົ້າ ຊົງ ຮັບ ກຽດ­ຕິ­ຍົດ ເພາະ ບຸດ ມະ­ນຸດ ພຣະ­ເຈົ້າ ຈະ ຊົງ ປະ­ທານ ໃຫ້ ບຸດ ມະ­ນຸດ ມີ ກຽດ­ຕິ­ຍົດ ຮ່ວມ ກັບ ພຣະ­ອົງ ແລະ ຈະ ຊົງ ໃຫ້ ມີ ກຽດ­ຕິ­ຍົດ ໃນ ບັດ­ນີ້.33ລູກ­ນ້ອຍ ທັງ­ຫລາຍ ເອີຍ, ເຮົາ ຍັງ ຈະ ຢູ່ ກັບ ພວກ ເຈົ້າ ອີກ ໜ້ອຍ ໜຶ່ງ ພວກ ເຈົ້າ ຈະ ຊອກ­ຫາ ເຮົາ ແລະ, ເໝືອນ ກັບ ເຮົາ ໄດ້ ບອກ ກັບ ພວກ­ຢິວ ແລ້ວ ວ່າ ‘ບ່ອນ ເຮົາ ຈະ ໄປ­ນັ້ນ ພວກ ເຈົ້າ ໄປ ບໍ່­ໄດ້’, ບັດ­ນີ້ ເຮົາ ກໍ ບອກ ພວກ ເຈົ້າ ເໝືອນ ກັນ.

34ເຮົາ ໃຫ້ ບັນ­ຍັດ ໃໝ່ ໄວ້ ແກ່ ເຈົ້າ ທັງ­ຫລາຍ ຄື ໃຫ້ ພວກ ເຈົ້າ ຮັກ ກັນ ແລະ ກັນ ເຮົາ ຮັກ ເຈົ້າ ທັງ­ຫລາຍ ມາ ແລ້ວ ຢ່າງ­ໃດ ພວກ ເຈົ້າ ຈົ່ງ ຮັກ ກັນ ແລະ ກັນ ດ້ວຍ ຢ່າງ ນັ້ນ.35ຖ້າ ເຈົ້າ ທັງ­ຫລາຍ ມີ ຄວາມ ຮັກ ເຊິ່ງ ກັນ ແລະ ກັນ ດັ່ງ ນີ້­ແຫລະ, ຄົນ ທັງ­ປວງ ກໍ ຈະ ໄດ້ ຮູ້­ວ່າ ເຈົ້າ ທັງ­ຫລາຍ ເປັນ ສາ­ວົກ ຂອງ ເຮົາ.”

ຊົງ ທຳ­ນວາຍ ວ່າ ເປ­ໂຕ ຈະ ປະ­ຕິ­ເສດ ພຣະ­ອົງ

36ຝ່າຍ ຊີ­ໂມນ ເປ­ໂຕ ໄດ້ ທູນ ພຣະ­ອົງ ວ່າ, “ນາຍ ເຈົ້າ ເອີຍ, ທ່ານ ຈະ ໄປ ໃສ” ພຣະ­ເຢ­ຊູ ຊົງ ຕອບ ວ່າ, “ບ່ອນ ທີ່ ເຮົາ ຈະ ໄປ­ນັ້ນ ທ່ານ ຈະ ຕາມ ເຮົາ ໄປ ດຽວ­ນີ້ ບໍ່­ໄດ້ ແຕ່ ພາຍ­ຫລັງ ທ່ານ ຈະ ຕາມ ໄປ.”37ເປ­ໂຕ ທູນ ພຣະ­ອົງ ວ່າ, “ນາຍ ເຈົ້າ ເອີຍ, ເປັນ ຫຍັງ ຂ້າ­ນ້ອຍ ຈຶ່ງ ຕາມ ທ່ານ ໄປ ດຽວ­ນີ້ ບໍ່­ໄດ້ ຂ້າ­ນ້ອຍ ຈະ ສະ­ຫລະ ຊີ­ວິດ ເພື່ອ ທ່ານ.”38ພຣະ­ເຢ­ຊູ ຊົງ ຕອບ ວ່າ, “ທ່ານ ຈະ ສະ­ຫລະ ຊີ­ວິດ ຂອງ ທ່ານ ເພື່ອ ເຮົາ ຫລື ເຮົາ ບອກ ທ່ານ ຕາມ ຄວາມ­ຈິງ ວ່າ ກ່ອນ ໄກ່ ຈະ ຂັນ ທ່ານ ຈະ ປະ­ຕິ­ເສດ ເຮົາ ເຖິງ ສາມ ເທື່ອ.”

ໂຢຮັນ13;138

1“ຢ່າ ໃຫ້ ໃຈ ຂອງ ທ່ານ ທັງ­ຫລາຍ ວຸ້ນ­ວາຍ ໄປ ຈົ່ງ ໄວ້ ວາງ­ໃຈ ໃນ ພຣະ­ເຈົ້າ ແລະ ໄວ້ ວາງ­ໃຈ ໃນ ເຮົາ ເໝືອນ ກັນ. 2ໃນ ຜາ­ສາດ ພຣະ­ບິ­ດາ ຂອງ ເຮົາ ມີ ທີ່­ຢູ່ ຫລາຍ ບ່ອນ ຖ້າ ບໍ່ ມີ ເຮົາ ຄົງ ໄດ້ ບອກ ພວກ ທ່ານ ແລ້ວ ເພາະ ເຮົາ ໄປ ຈັດ­ແຈງ ບ່ອນ ໄວ້ ສຳ­ລັບ ທ່ານ ທັງ­ຫລາຍ.3ເມື່ອ ເຮົາ ໄປ ຈັດ­ແຈງ ບ່ອນ ໄວ້ ສຳ­ລັບ ພວກ ທ່ານ ແລ້ວ ເຮົາ ຈະ ກັບ ມາ ອີກ ຮັບ ທ່ານ ໄປ ຢູ່ ກັບ ເຮົາ ເພື່ອ ວ່າ ເຮົາ ຢູ່ ທີ່ ໃດ ພວກ ທ່ານ ຈະ ຢູ່ ທີ່ ນັ້ນ ເໝືອນ ກັນ.4ແລະ ທ່ານ ຮູ້­ຈັກ ທາງ ທີ່ ເຮົາ ຈະ ໄປ­ນັ້ນ.”

5ໂທ­ມາ ທູນ ພຣະ­ອົງ ວ່າ, “ນາຍ ເຈົ້າ ເອີຍ, ພວກ ຂ້າ­ນ້ອຍ ບໍ່ ຮູ້­ວ່າ ທ່ານ ຈະ ໄປ ໃສ ພວກ ຂ້າ­ນ້ອຍ ຈະ ຮູ້­ຈັກ ທາງ ນັ້ນ ດ້ວຍ ຢ່າງ­ໃດ.”6ພຣະ­ເຢ­ຊູ ຊົງ ຕອບ ລາວ ວ່າ, “ເຮົາ ນີ້­ແຫລະ, ເປັນ ທາງ ນັ້ນ, ເປັນ­ຄວາມ ຈິງ, ແລະ ເປັນ ຊີ­ວິດ ບໍ່ ມີ ຜູ້­ໃດ ມາ ເຖິງ ພຣະ­ບິ­ດາ ໄດ້ ນອກ­ຈາກ ຈະ ມາ ທາງ ເຮົາ.7ຖ້າ ທ່ານ ທັງ­ຫລາຍ ຮູ້­ຈັກ ເຮົາ ແລ້ວ ທ່ານ ກໍ ຄົງ ຮູ້­ຈັກ ພຣະ­ບິ­ດາ ຂອງ ເຮົາ ເໝືອນ ກັນ ຕັ້ງ­ແຕ່ ນີ້ ໄປ ທ່ານ ທັງ­ຫລາຍ ກໍ ຮູ້­ຈັກ ພຣະ­ອົງ ແລະ ໄດ້ ເຫັນ ພຣະ­ອົງ.”

8ຟີ­ລິບ ທູນ ພຣະ­ອົງ ວ່າ, “ນາຍ ເຈົ້າ ເອີຍ, ຂໍ ສະ­ແດງ ພຣະ­ບິ­ດາ ໃຫ້ ຂ້າ­ນ້ອຍ ທັງ­ຫລາຍ ໄດ້ ເຫັນ ພວກ ຂ້າ­ນ້ອຍ ກໍ ຈະ ພໍ­ໃຈ ແລ້ວ.”9ພຣະ­ເຢ­ຊູ ຊົງ ຕອບ ວ່າ, “ຟີ­ລິບ ເອີຍ, ເຮົາ ໄດ້ ຢູ່ ກັບ ພວກ ທ່ານ ເຫິງ ມາ ເຖິງ ພຽງ ນີ້ ແລະ ພວກ ທ່ານ ຍັງ ບໍ່ ຮູ້­ຈັກ ເຮົາ ອີກ ຫລື ຜູ້ ທີ່ ໄດ້ ເຫັນ ເຮົາ ກໍ­ໄດ້ ເຫັນ ພຣະ­ບິ­ດາ ເປັນ ສັນ­ໃດ ທ່ານ ຈຶ່ງ ກ່າວ ວ່າ, ‘ຂໍ ສະ­ແດງ ພຣະ­ບິ­ດາ ໃຫ້ ພວກ ຂ້າ­ນ້ອຍ ເຫັນ.’10ທ່ານ ບໍ່ ເຊື່ອ ຫລື ວ່າ ເຮົາ ນີ້ ຢູ່­ໃນ ພຣະ­ບິ­ດາ ແລະ ພຣະ­ບິ­ດາ ຊົງ ຢູ່­ໃນ ເຮົາ ຖ້ອຍ­ຄຳ ທີ່ ເຮົາ ກ່າວ ແກ່ ທ່ານ ທັງ­ຫລາຍ ນັ້ນ ເຮົາ ບໍ່­ໄດ້ ກ່າວ ໂດຍ ລຳ­ພັງ ເຮົາ ເອງ ແຕ່ ພຣະ­ບິ­ດາ ຜູ້ ຊົງ ສະ­ຖິດ ຢູ່­ໃນ ເຮົາ ໄດ້ ຊົງ­ກະ­ທຳ ພຣະ­ລາ­ຊະ­ກິດ ຂອງ ພຣະ­ອົງ.11ຈົ່ງ ເຊື່ອ ເຮົາ ວ່າ ເຮົາ ຢູ່­ໃນ ພຣະ­ບິ­ດາ ແລະ ພຣະ­ບິ­ດາ ຊົງ ຢູ່­ໃນ ເຮົາ ຖ້າ ບໍ່­ດັ່ງ­ນັ້ນ ກໍ ຈົ່ງ ເຊື່ອ ເພາະ ກິດ­ຈະ­ການ ເຫລົ່າ­ນັ້ນ.12“ເຮົາ ບອກ ທ່ານ ທັງ­ຫລາຍ ຕາມ ຄວາມ­ຈິງ ວ່າ ຜູ້ ທີ່ ເຊື່ອ ໃນ ເຮົາ ກໍ ຈະ ເຮັດ ກິດ­ຈະ­ການ ທີ່ ເຮົາ ເຮັດ ຢູ່ ນັ້ນ ເໝືອນ ກັນ ແລະ ຜູ້­ນັ້ນ ຈະ ເຮັດ­ການ ໃຫຍ່ ກວ່າ ນັ້ນ ອີກ ເພາະ­ວ່າ ຝ່າຍ ເຮົາ ໄປ ເຖິງ ພຣະ­ບິ­ດາ.13ສິ່ງ­ໃດ ທີ່ ທ່ານ ທັງ­ຫລາຍ ຈະ ຂໍ ໃນ ນາມ ຂອງ ເຮົາ ເຮົາ ກໍ ຈະ ເຮັດ ສິ່ງ ນັ້ນ ເພື່ອ ວ່າ ພຣະ­ບິ­ດາ ຈະ ຊົງ ຮັບ ກຽດ­ຕິ­ຍົດ ດ້ວຍ ພຣະ­ບຸດ.14ຖ້າ ທ່ານ ທັງ­ຫລາຍ ຂໍ ສິ່ງ­ໃດ ກັບ ເຮົາ ໃນ ນາມ ຂອງ ເຮົາ ຝ່າຍ ເຮົາ ກໍ ຈະ ເຮັດ ສິ່ງ ນັ້ນ.

ຊົງ ສັນ­ຍາ ຈະ­ປະ­ທານ ພຣະ­ວິນ­ຍານ­ບໍ­ລິ­ສຸດ

15“ຖ້າ ທ່ານ ທັງ­ຫລາຍ ຮັກ ເຮົາ ທ່ານ ກໍ ຈະ ຖື­ຮັກ­ສາ ຂໍ້ ບັນ­ຍັດ ຂອງ ເຮົາ.16ຝ່າຍ ເຮົາ ຈະ ທູນ ຂໍ ພຣະ­ບິ­ດາ ແລະ ພຣະ­ອົງ ຈະ ຊົງ ປະ­ທານ ຜູ້ ຊ່ອຍ ອີກ ຜູ້ ໜຶ່ງ ໃຫ້ ແກ່ ພວກ ທ່ານ ເພື່ອ­ຈະ ຢູ່ ກັບ ພວກ ທ່ານ ຕະ­ຫລອດ­ໄປ­ເປັນ­ນິດ,17ຄື ພຣະ­ວິນ­ຍານ ແຫ່ງ ຄວາມ­ຈິງ ຊຶ່ງ ໂລກ ບໍ່ ອາດ­ຈະ ຮັບ ໄດ້ ເພາະ ໂລກ ບໍ່ ເຫັນ ແລະ ບໍ່ ຮູ້­ຈັກ ພຣະ­ອົງ ແຕ່ ທ່ານ ທັງ­ຫລາຍ ຮູ້­ຈັກ ພຣະ­ອົງ ເພາະ ພຣະ­ອົງ ຊົງ ສະ­ຖິດ ຢູ່ ກັບ ພວກ ທ່ານ ແລະ ຈະ ປະ­ທັບ ຢູ່­ໃນ ພວກ ທ່ານ.

18“ເຮົາ ຈະ ບໍ່ ປະ ຖິ້ມ ທ່ານ ທັງ­ຫລາຍ ໄວ້ ໃນ ເປັນ ກຳ­ພ້າ ເຮົາ ຈະ ມາ ຫາ ພວກ ທ່ານ.19ອີກ ໜ້ອຍ ໜຶ່ງ ໂລກ ຈະ ບໍ່ ເຫັນ ເຮົາ ແຕ່ ພວກ ທ່ານ ຈະ ເຫັນ ເຮົາ ເພາະ ເຮົາ ເປັນ ຢູ່ ທ່ານ ທັງ­ຫລາຍ ກໍ ຈະ ເປັນ ຢູ່ ເໝືອນ ກັນ.20ໃນ ວັນ ນັ້ນ ທ່ານ ຈະ ຮູ້­ວ່າ ເຮົາ ຢູ່­ໃນ ພຣະ­ບິ­ດາ ຂອງ ເຮົາ ແລະ ພວກ ທ່ານ ຢູ່­ໃນ ເຮົາ ແລະ ເຮົາ ຢູ່­ໃນ ພວກ ທ່ານ.21ຜູ້ ທີ່ ມີ ຂໍ້ ບັນ­ຍັດ ຂອງ ເຮົາ ແລະ ຖື ຂໍ້ ບັນ­ຍັດ ນັ້ນ ຜູ້­ນັ້ນ ແຫລະ, ເປັນ ຜູ້ ທີ່ ຮັກ ເຮົາ ແລ້ວ ຜູ້ ທີ່ ຮັກ ເຮົາ ພຣະ­ບິ­ດາ ຂອງ ເຮົາ ຈະ ຊົງ ຮັກ ຜູ້­ນັ້ນ ແລະ ຝ່າຍ ເຮົາ ຈະ ຮັກ ຜູ້­ນັ້ນ ພ້ອມ ທັງ ຈະ ສະ­ແດງ ຕົວ ເຮົາ ໃຫ້ ແກ່ ຜູ້­ນັ້ນ.”

22ຢູ­ດາ (ບໍ່­ແມ່ນ ອິ­ສະ­ກາ­ຣີ­ອົດ) ທູນ ພຣະ­ອົງ ວ່າ, “ນາຍ ເຈົ້າ ເອີຍ, ເປັນ ດ້ວຍ ເຫດ­ໃດ ທ່ານ ຈຶ່ງ ສະ­ແດງ ຕົວ ໃຫ້ ປະ­ກົດ ແກ່ ພວກ ຂ້າ­ນ້ອຍ ແຕ່ ບໍ່­ໃຫ້ ປະ­ກົດ ແກ່ ໂລກ.”23ພຣະ­ເຢ­ຊູ ຊົງ ຕອບ ວ່າ, “ຖ້າ ຜູ້­ໃດ ຮັກ ເຮົາ ຜູ້­ນັ້ນ ຈະ ຖື­ຮັກ­ສາ ພຣະ­ທຳ ຂອງ ເຮົາ ແລະ ພຣະ­ບິ­ດາ ຂອງ ເຮົາ ຈະ ຊົງ ຮັກ ຜູ້­ນັ້ນ ແລ້ວ ເຮົາ ທັງ ສອງ ຈະ ມາ ຫາ ຜູ້­ນັ້ນ ແລະ ຈະ ຕັ້ງ ຢູ່ ກັບ ຜູ້­ນັ້ນ.24ຜູ້ ທີ່ ບໍ່ ຮັກ ເຮົາ ກໍ ບໍ່ ຖື­ຮັກ­ສາ ຖ້ອຍ­ຄຳ ທັງ­ຫລາຍ ຂອງ ເຮົາ ພຣະ­ທຳ ທີ່ ທ່ານ ທັງ­ຫລາຍ ໄດ້­ຍິນ ນັ້ນ ບໍ່­ແມ່ນ ຂອງ ເຮົາ ແຕ່ ແມ່ນ ຂອງ ພຣະ­ບິ­ດາ ຜູ້ ຊົງ ໃຊ້ ເຮົາ ມາ.

25“ຂໍ້­ຄວາມ ເຫລົ່າ­ນີ້ ເຮົາ ໄດ້ ກ່າວ ຕໍ່ ທ່ານ ທັງ­ຫລາຍ ເມື່ອ ເຮົາ ຍັງ ຢູ່ ກັບ ພວກ ທ່ານ.26ແຕ່ ພຣະ­ຜູ້­ຊ່ອຍ ຄື ພຣະ­ວິນ­ຍານ­ບໍ­ລິ­ສຸດ ທີ່ ພຣະ­ບິ­ດາ ຈະ ຊົງ ໃຊ້ ມາ ໃນ ນາມ ຂອງ ເຮົາ ອົງ ນັ້ນ ແຫລະ, ຈະ ຊົງ ສອນ ທ່ານ ທັງ­ຫລາຍ ທຸກໆ ສິ່ງ ແລະ ຈະ ເຕືອນ ພວກ ທ່ານ ໃຫ້ ລະ­ນຶກ ເຖິງ ທຸກ ສິ່ງ ທີ່ ເຮົາ ນີ້ ໄດ້ ກ່າວ ແກ່ ພວກ ທ່ານ ແລ້ວ ນັ້ນ.

27ເຮົາ ມອບ ຄວາມ­ສະ­ຫງົບ­ສຸກ ໄວ້ ກັບ ທ່ານ ທັງ­ຫລາຍ ຄວາມ­ສະ­ຫງົບ­ສຸກ ຂອງ ເຮົາ ເຮົາ ປະ­ທານ ໃຫ້ ແກ່ ທ່ານ ທັງ­ຫລາຍ ຝ່າຍ ເຮົາ ໃຫ້ ແກ່ ພວກ ທ່ານ ບໍ່ ເໝືອນ ໂລກ ໃຫ້ ນັ້ນ ຢ່າ ໃຫ້ ໃຈ ຂອງ ພວກ ທ່ານ ວຸ້ນ­ວາຍ ໄປ ແລະ ຢ່າ­ຊູ່­ຢ້ານ.28ທ່ານ ທັງ­ຫລາຍ ໄດ້­ຍິນ ເຮົາ ກ່າວ ແກ່ ພວກ ທ່ານ ແລ້ວ ວ່າ ‘ເຮົາ ຈະ ຈາກ ໄປ ແລະ ຈະ ກັບ ມາ ຫາ ພວກ ທ່ານ’ ຖ້າ ພວກ ທ່ານ ຮັກ ເຮົາ ພວກ ທ່ານ ກໍ ຈະ ຊົມ­ຊື່ນ­ຍິນ­ດີ ທີ່ ເຮົາ ໄປ ຫາ ພຣະ­ບິ­ດາ ເພາະ ພຣະ­ບິ­ດາ ຊົງ ເປັນ ໃຫຍ່ ກວ່າ ເຮົາ.29ບັດ­ນີ້ ເຮົາ ໄດ້ ບອກ ທ່ານ ທັງ­ຫລາຍ ກ່ອນ ເຫດ­ການ ນັ້ນ ຈະ ເກີດ ຂຶ້ນ ເພື່ອ ວ່າ ເມື່ອ ເຫດ­ການ ນັ້ນ ເກີດ ຂຶ້ນ ແລ້ວ ພວກ ທ່ານ ຈະ ໄດ້ ເຊື່ອ.30ຕັ້ງ­ແຕ່ ນີ້ ໄປ ເຮົາ ຈະ ບໍ່ ສົນ­ທະ­ນາ ຫລາຍ ຄຳ ກັບ ພວກ ທ່ານ ເພາະ­ວ່າ ຜູ້­ປົກ­ຄອງ ໂລກ ຈະ ມາ ແລະ ຜູ້­ນັ້ນ ບໍ່ ມີ ສິດ ອັນ­ໃດ ກ່ຽວ­ກັບ ເຮົາ.31ແຕ່ ເຮົາ ໄດ້ ເຮັດ ຕາມ ທີ່ ພຣະ­ບິ­ດາ ໄດ້ ຊົງ ບັນ­ຊາ ເພື່ອ ໂລກ ຈະ ໄດ້ ຮູ້­ວ່າ ເຮົາ ຮັກ ພຣະ­ບິ­ດາ ຈົ່ງ ລຸກ­ຂຶ້ນ, ເຮົາ ທັງ­ຫລາຍ ພາ­ກັນ ຈາກ ທີ່ ນັ້ນ ໄປ ເທາະ.”

ໂຢຮັນ14;131

1“ເຮົາ ເປັນ ເຄືອ ອະ­ງຸ່ນ ອັນ ແທ້ ຈິງ ພຣະ­ບິ­ດາ ຂອງ ເຮົາ ຊົງ ເປັນ ຜູ້ ບົວ­ລະ­ບັດ.2ກິ່ງ ທຸກ ກິ່ງ ໃນ ເຮົາ ທີ່ ບໍ່­ເກີດ ຜົນ ພຣະ­ອົງ ຊົງ ລິ ເສຍ ແລະ ກິ່ງ ທຸກ ກິ່ງ ທີ່ ເກີດ ຜົນ ພຣະ­ອົງ ຊົງ ຕອນ ເພື່ອ ໃຫ້ ເກີດ ຜົນ ຫລາຍ ຂຶ້ນ.3ບັດ­ນີ້ ທ່ານ ທັງ­ຫລາຍ ກໍ ຕອນ ແລ້ວ ດ້ວຍ ພຣະ­ທຳ ທີ່ ເຮົາ ໄດ້ ກ່າວ ຕໍ່ ພວກ ທ່ານ.4ຈົ່ງ ເຂົ້າ ສະ­ໜິດ ຢູ່­ໃນ ເຮົາ ແລະ ເຮົາ ເຂົ້າ ສະ­ໜິດ ຢູ່­ໃນ ພວກ ທ່ານ ກິ່ງ ຈະ ເກີດ ຜົນ ເອງ ບໍ່­ໄດ້ ນອກ­ຈາກ ຈະ ຕິດ ຢູ່ ກັບ ເຄືອ ສັນ­ໃດ ທ່ານ ທັງ­ຫລາຍ ກໍ ຈະ ເກີດ ຜົນ ບໍ່­ໄດ້ ນອກ­ຈາກ ຈະ ເຂົ້າ ສະ­ໜິດ ຢູ່­ໃນ ເຮົາ ສັນ­ນັ້ນ.

5ເຮົາ ເປັນ ເຄືອ ອະ­ງຸ່ນ ທ່ານ ທັງ­ຫລາຍ ເປັນ ກິ່ງ ຜູ້ ທີ່ ເຂົ້າ ສະ­ໜິດ ຢູ່­ໃນ ເຮົາ ແລະ ເຮົາ ເຂົ້າ ສະ­ໜິດ ຢູ່­ໃນ ຜູ້­ນັ້ນ ແມ່ນ ຜູ້­ນັ້ນ ແຫລະ, ຈະ ເກີດ ຜົນ ຫລາຍ ເພາະ ຖ້າ ແຍກ ຈາກ ເຮົາ ແລ້ວ ພວກ ທ່ານ ບໍ່ ອາດ ເຮັດ ສິ່ງ­ໃດ ໄດ້.6ຖ້າ ຜູ້­ໃດ ບໍ່ ເຂົ້າ ສະ­ໜິດ ຢູ່­ໃນ ເຮົາ ຜູ້­ນັ້ນ ກໍ ຕ້ອງ ຖືກ ຕັດ ຖິ້ມ ເສຍ ເໝືອນ ກິ່ງ ແລ້ວ ກໍ ຫ່ຽວ­ແຫ້ງ ໄປ ແລະ ຖືກ ເກັບ ເອົາ ໄປ ເຜົາ ໄຟ ເສຍ.7ຖ້າ ທ່ານ ທັງ­ຫລາຍ ເຂົ້າ ສະ­ໜິດ ຢູ່­ໃນ ເຮົາ ແລະ ຖ້ອຍ­ຄຳ ຂອງ ເຮົາ ຝັງ ຢູ່­ໃນ ທ່ານ ແລ້ວ ພວກ ທ່ານ ຈະ ປາດ­ຖະ­ໜາ ສິ່ງ­ໃດ ຈົ່ງ ຂໍ ແລ້ວ ສິ່ງ ນັ້ນ ຈະ ເກີດ ມີ ແກ່ ພວກ ທ່ານ.8ໃນ ການ ນີ້­ແຫລະ, ພຣະ­ບິ­ດາ ຂອງ ເຮົາ ໄດ້ ຊົງ ຮັບ ກຽດ­ຕິ­ຍົດ ຄື ເມື່ອ ພວກ ທ່ານ ເກີດ ຜົນ ຫລາຍ ພວກ ທ່ານ ຈຶ່ງ ເກີດ ເປັນ ສາ­ວົກ ຂອງ ເຮົາ.

9ພຣະ­ບິ­ດາ ໄດ້ ຊົງ ຮັກ ເຮົາ ຢ່າງ­ໃດ ຝ່າຍ ເຮົາ ໄດ້ ຮັກ ພວກ ທ່ານ ຢ່າງ ນັ້ນ ເໝືອນ ກັນ ຈົ່ງ ຕັ້ງ ຢູ່­ໃນ ຄວາມ ຮັກ ຂອງ ເຮົາ.10ຖ້າ ພວກ ທ່ານ ຖື­ຮັກ­ສາ ຂໍ້ ບັນ­ຍັດ ຂອງ ເຮົາ ທ່ານ ກໍ ຈະ ຕັ້ງ ຢູ່­ໃນ ຄວາມ ຮັກ ຂອງ ເຮົາ ເໝືອນ ດັ່ງ ເຮົາ ໄດ້ ຖື­ຮັກ­ສາ ບັນ­ຍັດ ພຣະ­ບິ­ດາ ຂອງ ເຮົາ ເຮົາ ຈຶ່ງ ຕັ້ງ ຢູ່­ໃນ ຄວາມ ຮັກ ຂອງ ພຣະ­ອົງ.11ຂໍ້­ຄວາມ ເຫລົ່າ­ນີ້ ເຮົາ ໄດ້ ບອກ ທ່ານ ທັງ­ຫລາຍ ແລ້ວ ເພື່ອ ຄວາມ ຍິນ­ດີ ຂອງ ເຮົາ ຈະ ຢູ່­ໃນ ທ່ານ ແລະ ຄວາມ ຍິນ­ດີ ຂອງ ທ່ານ ຈະ ຄົບ ບໍ­ລິ­ບູນ.12“ນີ້­ແຫລະ, ເປັນ ຂໍ້ ບັນ­ຍັດ ຂອງ ເຮົາ ຄື ໃຫ້ ທ່ານ ທັງ­ຫລາຍ ຮັກ ກັນ ແລະ ກັນ ເໝືອນ ດັ່ງ ເຮົາ ໄດ້ ຮັກ ພວກ ທ່ານ.13ບໍ່ ມີ ຜູ້­ໃດ ມີ ຄວາມ ຮັກ ໃຫຍ່ ກວ່າ ນີ້ ຄື ການ ທີ່ ຜູ້ ໜຶ່ງ ຈະ ໄດ້ ສະ­ຫລະ ຊີ­ວິດ ຕາງ ມິດ­ສະ­ຫາຍ ຂອງ­ຕົນ.14ຖ້າ ທ່ານ ທັງ­ຫລາຍ ເຮັດ ຂໍ້ ທີ່ ເຮົາ ໄດ້ ບັນ­ຍັດ ໄວ້ ພວກ ທ່ານ ກໍ ເປັນ ມິດ­ສະ­ຫາຍ ຂອງ ເຮົາ.15ຕໍ່­ໄປ ເຮົາ ບໍ່ ເອີ້ນ ທ່ານ ທັງ ຫລາຍ­ວ່າ ຂ້ອຍ ໃຊ້ ເພາະ ຂ້ອຍ ໃຊ້ ບໍ່ ຮູ້­ວ່າ ນາຍ ຂອງ­ຕົນ ກຳ­ລັງ ເຮັດ ອັນ­ໃດ ແຕ່ ເຮົາ ເອີ້ນ ພວກ ທ່ານ ວ່າ ມິດ­ສະ­ຫາຍ ເພາະ­ວ່າ ທຸກ ສິ່ງ ທີ່ ເຮົາ ໄດ້­ຍິນ ຈາກ ພຣະ­ບິ­ດາ ຂອງ ເຮົາ ເຮົາ ກໍ­ໄດ້ ສະ­ແດງ ໃຫ້ ແກ່ ພວກ ທ່ານ ຊາບ ແລ້ວ.16ບໍ່­ແມ່ນ ທ່ານ ທັງ­ຫລາຍ ໄດ້­ເລືອກ ເອົາ ເຮົາ ແຕ່ ຝ່າຍ ເຮົາ ໄດ້­ເລືອກ ເອົາ ພວກ ທ່ານ ແລະ ໄດ້ ແຕ່ງ­ຕັ້ງ ທ່ານ ທັງ­ຫລາຍ ເພື່ອ ໃຫ້ ໄປ ເກີດ ຜົນ ແລະ ເພື່ອ ຜົນ ຂອງ ພວກ ທ່ານ ຈະ ຕັ້ງ ຢູ່ ຖາ­ວອນ ເພື່ອ ວ່າ, ເມື່ອ ທ່ານ ທັງ­ຫລາຍ ຈະ ທູນ ຂໍ ສິ່ງ­ໃດ ຈາກ ພຣະ­ບິ­ດາ ໃນ ນາມ ຂອງ ເຮົາ ພຣະ­ອົງ ກໍ ຈະ ຊົງ ປະ­ທານ ສິ່ງ ນັ້ນ ແກ່ ພວກ ທ່ານ.17ຂໍ້­ຄວາມ ເຫລົ່າ­ນີ້ ເຮົາ ກໍ ບັນ­ຍັດ ໄວ້ ແກ່ ທ່ານ ທັງ­ຫລາຍ ເພື່ອ ພວກ ທ່ານ ຈະ ຮັກ ກັນ ແລະ ກັນ.

ຄວາມ ກຽດ­ຊັງ ຂອງ ໂລກ

18“ຖ້າ ໂລກ ຫາກ ກຽດ­ຊັງ ທ່ານ ທັງ­ຫລາຍ ກໍ ຈົ່ງ ຮູ້­ວ່າ ມັນ ໄດ້ ກຽດ­ຊັງ ເຮົາ ກ່ອນ ແລ້ວ.19ຖ້າ ທ່ານ ທັງ­ຫລາຍ ເປັນ ຂອງ ຝ່າຍ ໂລກ ໂລກ ກໍ ຈະ ຮັກ­ແພງ ສິ່ງ ທີ່ ເປັນ ຂອງ ມັນ ແຕ່ ເພາະ ທ່ານ ທັງ­ຫລາຍ ບໍ່ ເປັນ ຂອງ ຝ່າຍ ໂລກ ແລະ ຝ່າຍ ເຮົາ ໄດ້­ເລືອກ ເອົາ ພວກ ທ່ານ ອອກ­ຈາກ ໂລກ ສັນ­ນັ້ນ ໂລກ ຈຶ່ງ ກຽດ­ຊັງ ພວກ ທ່ານ.20ຈົ່ງ ລະ­ນຶກ ເຖິງ ຄຳ ທີ່ ເຮົາ ໄດ້ ກ່າວ ແກ່ ທ່ານ ທັງ ຫລາຍ­ວ່າ ຂ້ອຍ ໃຊ້ ບໍ່­ຫ່ອນ ໃຫຍ່ ກວ່າ ນາຍ ຂອງ­ຕົນ ຖ້າ ເຂົາ ຂົ່ມ­ເຫງ ເຮົາ ເຂົາ ກໍ ຈະ ຂົ່ມ­ເຫງ ທ່ານ ທັງ­ຫລາຍ ເໝືອນ ກັນ ຖ້າ ເຂົາ ຖື­ຮັກ­ສາ ຂໍ້­ຄວາມ ຂອງ ເຮົາ ເຂົາ ກໍ ຈະ ຖື­ຮັກ­ສາ ຂໍ້­ຄວາມ ຂອງ ພວກ ທ່ານ ເໝືອນ ກັນ.21ແຕ່ ສິ່ງ ທັງ­ປວງ ນີ້ ເຂົາ ກໍ ຈະ ເຮັດ ຕໍ່ ທ່ານ ທັງ­ຫລາຍ ເພາະ ເຫັນ­ແກ່ ນາມ ຂອງ ເຮົາ ເພາະ­ວ່າ ເຂົາ ບໍ່ ຮູ້­ຈັກ ພຣະ­ອົງ ຜູ້ ຊົງ ໃຊ້ ເຮົາ ມາ.22ຖ້າ ເຮົາ ບໍ່­ໄດ້ ມາ ກ່າວ ແກ່ ເຂົາ ເຂົາ ກໍ ບໍ່ ມີ ຜິດ­ບາບ ແຕ່ ບັດ­ນີ້ ເຂົາ ບໍ່ ມີ ຂໍ້ ແກ້ ຕົວ ໃນ ເລື່ອງ ຜິດ­ບາບ ຂອງ­ຕົນ.23ຜູ້ ທີ່ ກຽດ­ຊັງ ເຮົາ ກໍ ກຽດ­ຊັງ ພຣະ­ບິ­ດາ ຂອງ ເຮົາ ເໝືອນ ກັນ.24ຖ້າ ເຮົາ ບໍ່­ໄດ້ ເຮັດ ກິດ­ຈະ­ການ ຖ້າມ­ກາງ ເຂົາ ອັນ ບໍ່ ມີ ຜູ້ ອື່ນ ໄດ້ ເຮັດ ນັ້ນ ເຂົາ ກໍ ຄົງ ບໍ່ ມີ ຜິດ­ບາບ ແຕ່ ບັດ­ນີ້ ເຂົາ ໄດ້ ເຫັນ ແລະ ໄດ້ ກຽດ­ຊັງ ທັງ ເຮົາ ແລະ ພຣະ­ບິ­ດາ ຂອງ ເຮົາ ເໝືອນ ກັນ.25ທັງ ນີ້ ກໍ ເພື່ອ­ຈະ ໄດ້ ເປັນ ຈິງ ຕາມ ທີ່ ຂຽນ­ໄວ້ ໃນ ພຣະ­ບັນ­ຍັດ ຂອງ ເຂົາ ທີ່ ວ່າ ‘ເຂົາ ໄດ້ ກຽດ­ຊັງ ເຮົາ ໂດຍ ບໍ່ ມີ ເຫດ’.26ແຕ່ ເມື່ອ ອົງ ພຣະ­ຜູ້­ຊ່ອຍ ຜູ້ ທີ່ ເຮົາ ນີ້ ຈະ ໃຊ້ ມາ ຈາກ ພຣະ­ບິ­ດາ ຫາ ທ່ານ ທັງ­ຫລາຍ ຄື ພຣະ­ວິນ­ຍານ ແຫ່ງ ຄວາມ­ຈິງ ຊຶ່ງ ອອກ­ຈາກ ພຣະ­ບິ­ດາ ໄດ້ ສະ­ເດັດ ມາ ແລ້ວ ພຣະ­ອົງ ນັ້ນ ແຫລະ, ຈະ ຊົງ ເປັນ ພະ­ຍານ ໃຫ້ ແກ່ ເຮົາ.27ສ່ວນ ທ່ານ ທັງ­ຫລາຍ ກໍ ເປັນ ພະ­ຍານ ເໝືອນ ກັນ ເພາະ­ວ່າ ພວກ ທ່ານ ຢູ່ ກັບ ເຮົາ ຕັ້ງ­ແຕ່ ຕົ້ນ ມາ ແລ້ວ.

ໂຢຮັນ15;127

1“ຂໍ້­ຄວາມ ເຫລົ່າ­ນີ້ ເຮົາ ໄດ້ ບອກ ທ່ານ ທັງ­ຫລາຍ ແລ້ວ ເພື່ອ ບໍ່­ໃຫ້ ພວກ ທ່ານ ເກີດ ຄວາມ ສະ­ດຸດ­ໃຈ.2ເຂົາ ຈະ ໄລ່ ທ່ານ ທັງ­ຫລາຍ ອອກ­ຈາກ ໂຮງ­ທຳ ມະ ເທດ ສະ­ໜາ ຈະ ມີ ເວ­ລາ ໜຶ່ງ ເມື່ອ ບຸກ ຄົນ­ທີ່ ຂ້າ ພວກ ທ່ານ ເສຍ ຈະ ຄຶດ ວ່າ ຕົນ ເຮັດ­ການ ນັ້ນ ເພື່ອ ບູ­ຊາ ຕໍ່ ພຣະ­ເຈົ້າ.3ເຂົາ ຈະ ເຮັດ ດັ່ງ­ນັ້ນ ເພາະ ເຂົາ ບໍ່­ໄດ້ ຮູ້­ຈັກ ພຣະ­ບິ­ດາ ແລະ ບໍ່­ໄດ້ ຮູ້­ຈັກ ເຮົາ.4ແຕ່ ທີ່ ເຮົາ ໄດ້ ບອກ ສິ່ງ ເຫລົ່າ­ນີ້ ໃຫ້ ທ່ານ ທັງ­ຫລາຍ ກໍ ເພື່ອ ວ່າ, ເມື່ອ ເວ­ລາ ຂອງ ເຂົາ ມາ ເຖິງ ແລ້ວ ພວກ ທ່ານ ຈະ ໄດ້ ລະ­ນຶກ ວ່າ ຝ່າຍ ເຮົາ ໄດ້ ບອກ ພວກ ທ່ານ ໄວ້ ແລ້ວ.

ງານ ຂອງ ພຣະ­ວິນ­ຍານ­ບໍ­ລິ­ສຸດ

“ເຮົາ ບໍ່­ໄດ້ ບອກ ສິ່ງ ເຫລົ່າ­ນີ້ ແກ່ ທ່ານ ທັງ­ຫລາຍ ຕັ້ງ­ແຕ່ ຕົ້ນ ມາ ເພາະ­ວ່າ ເຮົາ ຍັງ ຢູ່ ກັບ ພວກ ທ່ານ.5ແຕ່ ບັດ­ນີ້ ເຮົາ ຈວນ ຈະ ໄປ ຫາ ພຣະ­ອົງ ຜູ້ ຊົງ ໃຊ້ ເຮົາ ມາ ແລະ ບໍ່ ມີ ຜູ້­ໃດ ໃນ ພວກ ທ່ານ ຖາມ ເຮົາ ວ່າ, ‘ທ່ານ ຈະ ໄປ ໃສ’.6ແຕ່ ເພາະ ເຮົາ ໄດ້ ບອກ ສິ່ງ ເຫລົ່າ­ນີ້ ຕໍ່ ພວກ ທ່ານ ໃຈ ຂອງ ພວກ ທ່ານ ຈຶ່ງ ເຕັມ ໄປ ດ້ວຍ ຄວາມ­ທຸກ.7ຢ່າງ­ໃດ ກໍ ຕາມ, ເຮົາ ກໍ ບອກ ຄວາມ­ຈິງ ຕໍ່ ທ່ານ ທັງ ຫລາຍ­ວ່າ ການ ທີ່ ເຮົາ ຈາກ ໄປ­ນັ້ນ ເປັນ ປະ­ໂຫຍດ ແກ່ ພວກ ທ່ານ ເພາະ ຖ້າ ເຮົາ ບໍ່ ໄປ ອົງ ພຣະ­ຜູ້­ຊ່ອຍ ນັ້ນ ຈະ ບໍ່­ໄດ້ ສະ­ເດັດ ມາ ຫາ ພວກ ທ່ານ ແຕ່ ຖ້າ ເຮົາ ໄປ ແລ້ວ ເຮົາ ກໍ ຈະ ໃຊ້ ພຣະ­ອົງ ນັ້ນ ມາ ຫາ ພວກ ທ່ານ.8ເມື່ອ ພຣະ­ອົງ ສະ­ເດັດ ມາ ແລ້ວ ພຣະ­ອົງ ນັ້ນ ແຫລະ, ຈະ ຊົງ ບັນ­ດົນ ໃຫ້ ໂລກ ຮູ້ ແຈ້ງ ໃນ ເລື່ອງ ຄວາມ ຜິດ­ບາບ, ຄວາມ ຊອບ­ທຳ, ແລະ ການ ພິ­ພາກ­ສາ.9ໃນ ເລື່ອງ ຄວາມ ຜິດ­ບາບ ນັ້ນ ຄື ເພາະ ເຂົາ ບໍ່ ວາງ­ໃຈ ເຊື່ອ ໃນ ເຮົາ.10ໃນ ເລື່ອງ ຄວາມ ຊອບ­ທຳ ນັ້ນ ຄື ເພາະ ເຮົາ ໄປ ຫາ ພຣະ­ບິ­ດາ ແລະ ພວກ ທ່ານ ຈະ ບໍ່ ເຫັນ ເຮົາ ອີກ.11ສ່ວນ ເລື່ອງ ການ ພິ­ພາກ­ສາ ນັ້ນ ຄື ເພາະ ຜູ້­ປົກ­ຄອງ ໂລກ ນີ້ ໄດ້ ຖືກ ພິ­ພາກ­ສາ ແລ້ວ.

12“ເຮົາ ຍັງ ມີ ອີກ ຫລາຍ ສິ່ງ ທີ່ ຈະ ບອກ ແກ່ ທ່ານ ທັງ­ຫລາຍ ແຕ່ ດຽວ­ນີ້ ພວກ ທ່ານ ບໍ່ ອາດ­ຈະ ທົນ ໄດ້.13ແຕ່ ເມື່ອ ພຣະ­ອົງ ນັ້ນ ຄື ພຣະ­ວິນ­ຍານ ແຫ່ງ ຄວາມ­ຈິງ ຈະ ສະ­ເດັດ ມາ ແລ້ວ ພຣະ­ອົງ ຈະ ນຳ ທ່ານ ທັງ­ຫລາຍ ໄປ ສູ່ ຄວາມ­ຈິງ ທັງ ໝົດ ເພາະ ພຣະ­ອົງ ຈະ ບໍ່ ກ່າວ ແຕ່ ລຳ­ພັງ ຂອງ ພຣະ­ອົງ ເອງ ແຕ່ ພຣະ­ອົງ ຊົງ ໄດ້­ຍິນ ສິ່ງ­ໃດ ກໍ ຈະ ຊົງ ກ່າວ ສິ່ງ ນັ້ນ ແລະ ຈະ ຊົງ ປະ­ກາດ ໃຫ້ ທ່ານ ທັງ­ຫລາຍ ຮູ້ ເຖິງ ສິ່ງ ເຫລົ່າ­ນີ້ ທີ່ ຈະ ເກີດ ຂຶ້ນ.14ພຣະ­ອົງ ຈະ ຊົງ ໃຫ້ ເຮົາ ໄດ້ ຮັບ ກຽດ ເພາະ­ວ່າ ພຣະ­ອົງ ຈະ ຊົງ ເອົາ ສິ່ງ ທີ່ ເປັນ ຂອງ ເຮົາ ມາ ປະ­ກາດ ແກ່ ທ່ານ ທັງ­ຫລາຍ.15ທຸກໆ ສິ່ງ ທີ່ ພຣະ­ບິ­ດາ ຊົງ ມີ ຢູ່ ນັ້ນ ກໍ ເປັນ ຂອງ ເຮົາ ເຫດ­ສັນ­ນັ້ນ ເຮົາ ຈຶ່ງ ກ່າວ ວ່າ ພຣະ­ວິນ­ຍານ ຊົງ ເອົາ ສິ່ງ ຊຶ່ງ ເປັນ ຂອງ ເຮົາ ນັ້ນ ມາ ປະ­ກາດ ແກ່ ທ່ານ ທັງ­ຫລາຍ.

ຄວາມ­ທຸກ ໂສກ ຈະ ກາຍ ເປັນ­ຄວາມ ຊົມ­ຊື່ນ­ຍິນ­ດີ

16“ຍັງ ໜ້ອຍ ໜຶ່ງ ທ່ານ ທັງ­ຫລາຍ ຈະ ບໍ່ ເຫັນ ເຮົາ ຕໍ່­ໄປ ແລະ ຍັງ ອີກ ໜ້ອຍ ໜຶ່ງ ພວກ ທ່ານ ກໍ ຈະ ເຫັນ ເຮົາ.”

17ສາ­ວົກ ຂອງ ພຣະ­ອົງ ລາງ ຄົນ ຈຶ່ງ ຖາມ ກັນ ວ່າ, “ທີ່ ທ່ານ ໄດ້ ກ່າວ ຕໍ່ ພວກ­ເຮົາ ວ່າ ‘ຍັງ ໜ້ອຍ ໜຶ່ງ ທ່ານ ທັງ­ຫລາຍ ຈະ ບໍ່ ເຫັນ ເຮົາ ແລະ ຍັງ ອີກ ໜ້ອຍ ໜຶ່ງ ພວກ ທ່ານ ກໍ ຈະ ເຫັນ ເຮົາ ແລະ ‘ເພາະ ເຮົາ ໄປ ຫາ ພຣະ­ບິ­ດາ’ ນີ້ ໝາຍ ຄວາມ ຢ່າງ­ໃດ.”18ເຂົາ ຈຶ່ງ ເວົ້າ ກັນ ວ່າ, “ຍັງ ໜ້ອຍ ໜຶ່ງ ນັ້ນ ໝາຍ­ຄວາມ­ວ່າ ຢ່າງ­ໃດ ພວກ­ເຮົາ ບໍ່ ເຂົ້າ­ໃຈ ວ່າ ທ່ານ ກຳ­ລັງ ເວົ້າ ຫຍັງ.”

19ພຣະ­ເຢ­ຊູ ຊົງ ຊາບ ວ່າ ເຂົາ ຢາກ ທູນ ຖາມ ພຣະ­ອົງ ພຣະ­ອົງ ຈຶ່ງ ຊົງ ກ່າວ ກັບ ເຂົາ ວ່າ, “ທ່ານ ທັງ­ຫລາຍ ຖາມ ກັນ ໃນ ເລື່ອງ ທີ່ ເຮົາ ກ່າວ ນັ້ນ ຫລື ວ່າ ‘ຍັງ ໜ້ອຍ ໜຶ່ງ ທ່ານ ທັງ­ຫລາຍ ຈະ ບໍ່ ເຫັນ ເຮົາ’ ແລະ ‘ອີກ ໜ້ອຍ ໜຶ່ງ ພວກ ທ່ານ ກໍ ຈະ ເຫັນ ເຮົາ’.20ເຮົາ ບອກ ທ່ານ ທັງ­ຫລາຍ ຕາມ ຄວາມ­ຈິງ ວ່າ ທ່ານ ທັງ­ຫລາຍ ຈະ ຮ້ອງ­ໄຫ້ ຮ່ຳ­ໄຮ ແຕ່ ໂລກ ນີ້ ຈະ ຊົມ­ຊື່ນ­ຍິນ­ດີ ສ່ວນ ພວກ ທ່ານ ຈະ ມີ ຄວາມ­ທຸກ ໂສກ ແຕ່ ຄວາມ­ທຸກ ໂສກ ຂອງ ພວກ ທ່ານ ນັ້ນ ຈະ ກັບ­ກາຍ ເປັນ­ຄວາມ ຍິນ­ດີ.21ເມື່ອ ຜູ້­ຍິງ ຈະ ເກີດ ລູກ ນາງ ກໍ ມີ ຄວາມ­ທຸກ ເພາະ ເຖິງ ກຳ­ນົດ ແລ້ວ ແຕ່ ເມື່ອ ເກີດ ລູກ ແລ້ວ ນາງ ກໍ ບໍ່ ຄຶດ ເຖິງ ຄວາມ­ເຈັບ ປວດ ນັ້ນ ອີກ ເພາະ ມີ ຄວາມ ຊົມ­ຊື່ນ­ຍິນ­ດີ ທີ່ ຄົນ ຜູ້ ໜຶ່ງ ເກີດ ມາ ໃນ ໂລກ.22ດັ່ງ­ນັ້ນ ໃນ ບັດ­ນີ້ ທ່ານ ທັງ­ຫລາຍ ກໍ ມີ ຄວາມ­ທຸກ ໂສກ ແຕ່ ເຮົາ ຈະ ເຫັນ ພວກ ທ່ານ ອີກ ແລະ ໃຈ ຂອງ ພວກ ທ່ານ ຈະ ຊົມ­ຊື່ນ­ຍິນ­ດີ ແລະ ບໍ່ ມີ ຜູ້­ໃດ ຈະ ເອົາ ຄວາມ ຍິນ­ດີ ນັ້ນ ອອກ ໄປ ຈາກ ພວກ ທ່ານ ໄດ້.23ໃນ ວັນ ນັ້ນ ທ່ານ ທັງ­ຫລາຍ ຈະ ບໍ່ ຖາມ ເຮົາ ເຖິງ ສິ່ງ­ໃດ ເຮົາ ບອກ ພວກ ທ່ານ ຕາມ ຄວາມ­ຈິງ ວ່າ ຖ້າ ພວກ ທ່ານ ຈະ ຂໍ ສິ່ງ­ໃດ ຈາກ ພຣະ­ບິ­ດາ ໃນ ນາມ ຂອງ ເຮົາ ພຣະ­ອົງ ຈະ ຊົງ ໂຜດ­ປະ­ທານ ສິ່ງ ນັ້ນ ໃຫ້ ແກ່ ທ່ານ.24ມາ ເຖິງ ບັດ­ນີ້ ທ່ານ ທັງ­ຫລາຍ ບໍ່­ໄດ້ ຂໍ ສິ່ງ­ໃດ ໃນ ນາມ ຂອງ ເຮົາ ຈົ່ງ ຂໍ ແລ້ວ ພວກ ທ່ານ ຈະ ໄດ້ ຮັບ ເພື່ອ ຄວາມ ຍິນ­ດີ ຂອງ ພວກ ທ່ານ ຈະ ເຕັມ ບໍ­ລິ­ບູນ.

ເຮົາ ໄດ້ ຊະ­ນະ ໂລກ ແລ້ວ

25“ສິ່ງ ເຫລົ່າ­ນີ້ ເຮົາ ໄດ້ ກ່າວ ຕໍ່ ທ່ານ ທັງ­ຫລາຍ ເປັນ ຄຳ­ປຽບ­ທຽບ ເມື່ອ ເຖິງ ເວ­ລາ ໜຶ່ງ ເຮົາ ຈະ ບໍ່ ກ່າວ ເປັນ ຄຳ­ປຽບ­ທຽບ ຕໍ່ ພວກ ທ່ານ ອີກ ແຕ່ ຈະ ບອກ ໃຫ້ ພວກ ທ່ານ ຮູ້ ເລື່ອງ ພຣະ­ບິ­ດາ ໂດຍ ແຈ່ມ­ແຈ້ງ.26ໃນ ວັນ ນັ້ນ ທ່ານ ທັງ­ຫລາຍ ຈະ ທູນ ຂໍ ໃນ ນາມ ຂອງ ເຮົາ ແລະ ເຮົາ ຈະ ບໍ່ ບອກ ພວກ ທ່ານ ວ່າ ເຮົາ ຈະ ອ້ອນ­ວອນ ພຣະ­ບິ­ດາ ເພື່ອ ພວກ ທ່ານ.27ດ້ວຍ ວ່າ ພຣະ­ບິ­ດາ ເອງ ກໍ ຊົງ ຮັກ­ແພງ ທ່ານ ທັງ­ຫລາຍ ເພາະ­ວ່າ ພວກ ທ່ານ ໄດ້ ຮັກ­ແພງ ເຮົາ ແລະ ໄດ້ ເຊື່ອ ວ່າ ເຮົາ ອອກ ມາ ຈາກ ພຣະ­ເຈົ້າ.28ເຮົາ ໄດ້ ອອກ ມາ ຈາກ ພຣະ­ບິ­ດາ ແລະ ໄດ້ ມາ ໃນ ໂລກ ແລ້ວ ເຮົາ ຈະ ຈາກ ໂລກ ໄປ ຫາ ພຣະ­ບິ­ດາ ອີກ.”

29ພວກ ສາ­ວົກ ຂອງ ພຣະ­ອົງ ໄດ້ ທູນ ວ່າ, “ນີ້­ແຫລະ, ບັດ­ນີ້ ທ່ານ ກ່າວ ໂດຍ ແຈ່ມ­ແຈ້ງ ບໍ່­ໄດ້ ກ່າວ ເປັນ ຄຳ­ປຽບ­ທຽບ.30ບັດ­ນີ້ ພວກ ຂ້າ­ນ້ອຍ ຮູ້ ແລ້ວ ວ່າ ທ່ານ ຮູ້­ຈັກ ສັບ­ພະ ທຸກ ສິ່ງ ແລະ ບໍ່ ຈຳ­ເປັນ ທີ່ ຜູ້­ໃດ ຈະ ຖາມ ທ່ານ ອີກ ດ້ວຍ ເຫດ ນີ້ ພວກ ຂ້າ­ນ້ອຍ ຈຶ່ງ ເຊື່ອ ວ່າ ທ່ານ ມາ ຈາກ ພຣະ­ເຈົ້າ.”

31ພຣະ­ເຢ­ຊູ ຊົງ ຕອບ ເຂົາ ວ່າ, “ດຽວ­ນີ້ ທ່ານ ທັງ­ຫລາຍ ເຊື່ອ ແລ້ວ ຫລື.32ເບິ່ງ ແມ, ເວ­ລາ ຈະ ມາ ແລະ ເວ­ລາ ນັ້ນ ກໍ ເຖິງ ແລ້ວ ທີ່ ທ່ານ ທັງ­ຫລາຍ ຈະ ຕ້ອງ ແຕກ ຊະ ກັນ ໄປ ບ້ານ ໃຜ ເຮືອນ ມັນ ແລະ ຈະ ປະ ເຮົາ ໄວ້ ຜູ້ ດຽວ ແຕ່ ຫາກ­ວ່າ ເຮົາ ບໍ່­ໄດ້ ຢູ່ ຜູ້ ດຽວ ເພາະ ພຣະ­ບິ­ດາ ຊົງ ສະ­ຖິດ ຢູ່ ກັບ ເຮົາ.33ເຮົາ ໄດ້ ບອກ ເລື່ອງ ນີ້ ແກ່ ທ່ານ ທັງ­ຫລາຍ ເພື່ອ ພວກ ທ່ານ ຈະ ມີ ຄວາມ­ສະ­ຫງົບ­ສຸກ ໃນ ເຮົາ ໃນ ໂລກ ນີ້ ພວກ ທ່ານ ຈະ ມີ ຄວາມ­ທຸກ ລຳ­ບາກ ແຕ່ ຈົ່ງ ຊື່ນ­ໃຈ ເທາະ ຝ່າຍ ເຮົາ ໄດ້ ຊະ­ນະ ໂລກ ແລ້ວ.”

ໂຢຮັນ16;133