Lao

ສາດ​ສະ​ດາ​ຊາວ​ເຮັບເຣີ​ໄດ້​ໃຊ້​ຕົ້ນ​ໝາກ​ເດື່ອ​ເພື່ອ​ເປັນ​ຮູບ​ການ​ຕັດ​ສິນ​ຂອງ​ອິດ​ສະ​ຣາ​ເອນ

ຕົ້ນ ອະ­ງຸ່ນ ກໍ ຫ່ຽວ ຕາຍ

ຕົ້ນ ເດື່ອ ກໍ ຮ່ວງ ໂຮຍ

ຕົ້ນ ພິ­ລາ ຕົ້ນ ຕານ ຕົ້ນ ໝາກ­ໂປມ

ແລະ ຕົ້ນ­ໄມ້ ທັງ­ປວງ ໄດ້ ຫ່ຽວ­ແຫ້ງ ຕາຍ ໄປ

ຄວາມ ມ່ວນ­ຊື່ນ ຂອງ ຄົນ ທັງ­ຫລາຍ ກໍ ສູນ­ຫາຍ­ໄປ ດ້ວຍ.

ໂຢເອນ1;12

 9ພຣະ­ຜູ້­ເປັນ­ເຈົ້າ ຊົງ ກ່າວ ວ່າ, “ເຮົາ ໄດ້ ໃຫ້ ພະ­ຍາດ ນາໆ ຊະ­ນິດ ຂອງ ຕົ້ນ­ໄມ້ ຄື ເພ້ຍ ດຳ ແລະ ເພ້ຍ ແດງ ມາ ທຳ­ລາຍ ຜົນ­ລະ­ປູກ ຂອງ ພວກ ເຈົ້າ ຝູງ ຕັກ­ແຕນ ໄດ້ ກິນ ຜັກ ແລະ ຕົ້ນ ອະ­ງຸ່ນ ຂອງ ພວກ ເຈົ້າ ພ້ອມ ທັງ ຕົ້ນ ໝາກ­ເດື່ອ ເທດ ຕົ້ນ ໝາກ­ກອກ ແຕ່ ເຖິງ ປານ ນັ້ນ ພວກ ເຈົ້າ ກໍ ຍັງ ບໍ່ ກັບ ຄືນ ມາ ຫາ ເຮົາ.

ອາໂມດ 4:9

19ຍັງ ມີ ແນວ ປູກ ຕົກ ຄ້າງ ຢູ່­ໃນ ເລົ້າ ຫລື ບໍ່? ຮອດ ທັງ ເຄືອ ອະ­ງຸ່ນ, ຕົ້ນ ໝາກ­ເດື່ອ ເທດ ແລະ ຕົ້ນ ພິ­ລາ ພ້ອມ­ກັບ ຕົ້ນ ໝາກ­ກອກ­ເທດ ຍັງ ບໍ່­ເກີດ ໝາກ ອີກ ບໍ? ຕັ້ງ­ແຕ່ ວັນ ນີ້ ເປັນ­ຕົ້ນ ໄປ ເຮົາ ຈະ ອວຍ­ພອນ ແກ່ ເຈົ້າ”

ຮັກກາຍ 2:19

4ບໍ­ລິ­ວານ ທັງ ໝົດ ຂອງ ຟ້າ­ສະ­ຫວັນ ຈະ ລະ­ລາຍ ໄປ

ແລະ ທ້ອງ­ຟ້າ ກໍ ຈະ ມ້ວນ ຄື ໜັງ­ສື ມ້ວນ

ບໍ­ລິ­ວານ ທັງ ໝົດ ຂອງ ມັນ ຈະ ຫລົ່ນ ຄື ໃບ ໄມ້ ຫລົ່ນ ຈາກ ເຄືອ ອະ­ງຸ່ນ

ເໝືອນ ຢ່າງ ໝາກ­ເດື່ອ ຫລົ່ນ ຈາກ ຕົ້ນ ໝາກ­ເດື່ອ

ເອຊາຢາ 34:4

 13ພຣະ­ຜູ້­ເປັນ­ເຈົ້າ ກ່າວ ວ່າ ເຮົາ ຈະ ຜານ ພວກ ເຂົາ ເຄືອ ອະ­ງຸ່ນ ຈະ ບໍ່ ມີ ຜົນ ຫລື ຕົ້ນ ໝາກ­ເດື່ອ ເທດ ບໍ່ ມີ ຜົນ ໃບ ກໍ ຈະ ຫ່ຽວ­ແຫ້ງ ໄປ ແລະ ສິ່ງ­ໃດ ທີ່ ເຮົາ ໃຫ້ ພວກ ເຂົາ ກໍ ຈະ ສູນ­ຫາຍ­ໄປ ຈາກ ພວກ ເຂົາ”

ເຢເຣມີຢາ 8:13