Lao

ກິດຈະການ 2

ພຣະ­ວິນ­ຍານ­ບໍ­ລິ­ສຸດ ສະ­ເດັດ ມາ ສະ­ຖິດ

1ເມື່ອ ຄົນ ຮອບ ວັນ ເທດ­ສະ­ການ ເພັນ­ເຕ­ຄໍ­ສະ­ເຕ ເຂົາ ທັງ ໝົດ ໄດ້ ພ້ອມ ກັນ ຢູ່­ໃນ ບ່ອນ ດຽວ.2ໃນ ທັນ­ໃດ ນັ້ນ ເກີດ ມີ ສຽງ ມາ ຈາກ ຟ້າ ເໝືອນ ສຽງ ລົມ­ພະ­ຍຸ ກ້າ ກ້ອງ ສະ­ໜັ່ນ ທົ່ວ ເຮືອນ ທີ່ ເຂົາ ນັ່ງ ຢູ່ ນັ້ນ.3ມີ ລີ້ນ ເປັນ ຮູບ ເໝືອນ ແປວ­ໄຟ ໄດ້ ປະ­ກົດ ໃຫ້ ເຂົາ ເຫັນ ແລະ ລີ້ນ ນັ້ນ ແຕກ ກະ­ຈາຍ ອອກ ໄປ ຢູ່ ເທິງ ເຂົາ ທຸກ ຄົນ ຜູ້ ລະ ລີ້ນ.4ເຂົາ ເຫລົ່າ­ນັ້ນ ກໍ ເຕັມ ໄປ ດ້ວຍ ພຣະ­ວິນ­ຍານ­ບໍ­ລິ­ສຸດ ແລະ ຕັ້ງ­ຕົ້ນ ປາກ ພາ­ສາ ຕ່າງໆ ຕາມ ທີ່ ພຣະ­ວິນ­ຍານ ຊົງ ໂຜດ­ໃຫ້ ເຂົາ ເວົ້າ ນັ້ນ.

5ຂະ­ນະ ນັ້ນ ມີ ຊາວ­ຢິວ ທີ່ ຢຳ ເກງ ພຣະ­ເຈົ້າ ມາ ຈາກ ທຸກ ປະ­ເທດ ທົ່ວ ໃຕ້ ຟ້າ ເຂົ້າ ມາ ພັກ ເຊົາ ຢູ່­ໃນ ກຸງ ເຢ­ຣູ­ຊາ­ເລັມ.6ເມື່ອ ສຽງ ນັ້ນ ໄດ້ ເກີດ ຂຶ້ນ ຝູງ ຄົນ ຫລວງ­ຫລາຍ ໄດ້ ມາ ໂຮມ­ກັນ ແລ້ວ ສະ­ຫງົນ­ສົນ­ເທ ເພາະ ຕ່າງ ຄົນ ກໍ ຕ່າງ ໄດ້­ຍິນ ພວກ ເຫລົ່າ­ນັ້ນ ເວົ້າ ພາ­ສາ ຂອງ ໃຜ­ລາວ.7ຄົນ ທັງ­ປວງ ຈິ່ງ ປະ­ຫລາດ ແລະ ງຶດ ອັດ­ສະ­ຈັນ ໃຈ ເວົ້າ ກັນ ວ່າ, “ເບິ່ງ ແມ, ຄົນ ທັງ­ຫລາຍ ທີ່ ເວົ້າ ກັນ ຢູ່ ນັ້ນ ແມ່ນ ຊາວ ຄາ­ລີ­ເລ ທັງ ໝົດ ບໍ່­ແມ່ນ ຫລື.8ເປັນ ແນວ­ໃດ ພວກ­ເຮົາ ທຸກ ຄົນ ຈິ່ງ ໄດ້­ຍິນ ເຂົາ ເວົ້າ ພາ­ສາ ບ້ານ­ເກີດ ເມືອງ ນອນ ຂອງ ພວກ ເຂົາ.9ຄື ຊາວ ປາ­ເທຍ, ຊາວ ເມ­ເດຍ, ຊາວ ເອ­ລາມ, ແລະ ຄົນ­ທີ່ ຢູ່­ໃນ ປະ­ເທດ ເມ­ໂຊ­ໂປ­ຕາ­ເມຍ, ແຂວງ ຢູ­ດາຍ, ແລະ ປະ­ເທດ ກາ­ປາ­ໂດ­ເກຍ, ໃນ ແຂວງ ປົນ­ໂຕ ແລະ ອາ­ເຊຍ.10ໃນ ແຂວງ ຟີ­ເຄຍ, ແຂວງ ປຳ­ຟີ­ເລຍ, ແລະ ປະ­ເທດ ເອ­ຢິບ, ໃນ ບາງ ສ່ວນ ຂອງ ປະ­ເທດ ລີ­ເບຍ ທີ່ ຕິດ­ຕໍ່ ກັບ ປະ­ເທດ ກີ­ເຣ­ເນ, ກັບ ພວກ ທີ່ ຈາກ ກຸງ­ໂຣມ ມາ ເປັນ ແຂກ ຢ້ຽມ­ຢາມ, ທັງ ຊາດ ຢິວ ແລະ ຄົນ­ທີ່ ນັບ­ຖື ລັດ­ທິ ຢິວ.11ຊາວ ເກາະ ກະ­ເຣ­ເຕ ແລະ ຊາວ ປະ­ເທດ ອາຫ­ລັບ ພວກ­ເຮົາ ໄດ້­ຍິນ ເຂົາ ກ່າວ­ເຖິງ ມະ­ຫາ ລາ­ຊະ ກິດ ຂອງ ພຣະ­ເຈົ້າ ໃນ ພາ­ສາ ຂອງ ເຮົາ ເອງ.12ເຂົາ ທັງ­ຫລາຍ ຈິ່ງ ອັດ­ສະ­ຈັນ ໃຈ ແລະ ສະ­ຫງົນ­ສົນ­ເທ ເວົ້າ ກັນ ວ່າ, “ການ ນີ້ ອາດ­ຈະ ເປັນ ຢ່າງ­ໃດ ໜໍ.”13ແຕ່ ລາງ ຄົນ ເວົ້າ ເຍາະ­ເຍີ້ຍ ວ່າ, “ຄົນ ເຫລົ່າ­ນັ້ນ ເຕັມ ໄປ ດ້ວຍ ເຫລົ້າ­ອະ­ງຸ່ນ ໃໝ່.”

ຄຳ ປາ ໄສ ຂອງ ເປ­ໂຕ ໃນ ວັນ­ເພັນ­ເຕ­ຄໍ­ສະ­ເຕ

14ແລ້ວ ເປ­ໂຕ ຈິ່ງ ຢືນ ຂຶ້ນ ກັບ ອັກ­ຄະ­ສາ­ວົກ ສິບ­ເອັດ ຄົນ ນັ້ນ ແລະ ໄດ້ ກ່າວ ຄຳ ປາ ໄສ ດ້ວຍ ສຽງ ດັງ ໃຫ້ ເຂົາ ຟັງ ວ່າ, “ທ່ານ ຊາວ­ຢິວ ແລະ ບັນ­ດາ ຄົນ­ທີ່ ຢູ່­ໃນ ກຸງ ເຢ­ຣູ­ຊາ­ເລັມ ເອີຍ, ຈົ່ງ ຊາບ ເລື່ອງ ນີ້ ແລະ ຈົ່ງ ຕັ້ງ ຫູ ຟັງ ຖ້ອຍ­ຄຳ ຂອງ ຂ້າ­ພະ­ເຈົ້າ.15ດ້ວຍ ວ່າ ຄົນ ເຫລົ່າ­ນີ້ ບໍ່­ໄດ້ ເມົາ ເຫລົ້າ ເໝືອນ ດັ່ງ ພວກ ທ່ານ ຄຶດ ນັ້ນ ເພາະ ຍັງ ເປັນ ເວ­ລາ ສາມ ໂມງ ເຊົ້າ ຢູ່. 16ແຕ່ ການ ນີ້­ແຫລະ, ແມ່ນ ຕາມ ທີ່ ໄດ້ ຊົງ ກ່າວ ດ້ວຍ ໂຢ­ເອນ ຜູ້­ປະ­ກາດ­ພຣະ­ທຳ ວ່າ,

17‘ພຣະ­ເຈົ້າ ຊົງ ກ່າວ ວ່າ,

ໃນ ຄາວ ສຸດ­ທ້າຍ ເຮົາ ຈະ ຖອກ ວິນ­ຍານ ຂອງ ເຮົາ

ປະ­ທານ ລົງ ໃສ່ ມະ­ນຸດ ທັງ­ປວງ

ລູກ­ຊາຍ ແລະ ລູກ ຍິງ ຂອງ ພວກ ທ່ານ ຈະ ທຳ­ນວາຍ

ຊາຍ ໜຸ່ມ ຂອງ ພວກ ທ່ານ ຈະ ເຫັນ ນິ­ມິດ

ແລະ ຊາຍ ເຖົ້າ ຂອງ ພວກ ທ່ານ ຈະ ຝັນ ເຫັນ.

18ຝ່າຍ ເຮົາ ໃນ ຄາວ ນັ້ນ ເຮົາ ຈະ ຖອກ ວິນ­ຍານ ຂອງ ເຮົາ

ປະ­ທານ ລົງ ໃສ່ ຂ້າ ໃຊ້ ຊາຍ ຍິງ ຂອງ ເຮົາ

ແລະ ເຂົາ ຈະ ທຳ­ນວາຍ.

19ເຮົາ ຈະ ສະ­ແດງ ການ­ອັດ­ສະ­ຈັນ ໃນ ອາ­ກາດ ເບື້ອງ ເທິງ

ແລະ ໝາຍ ສຳ­ຄັນ ທີ່ ແຜ່ນ­ດິນ­ໂລກ ເບື້ອງ ລຸ່ມ

ຄື ເລືອດ ແລະ ໄຟ ກັບ ອາຍ ຄວັນ.

20ກ່ອນ ວັນ ອັນ ໃຫຍ່ ແລະ ຮຸ່ງ­ເຮືອງ ຂອງ ພຣະ­ອົງ­ເຈົ້າ ຈະ ມາ ເຖິງ

ດວງ ອາ­ທິດ ຈະ ເກີດ ມືດ­ມົວ

ດວງ­ຈັນ ຈະ ກາຍ ເປັນ ເລືອດ.

21ແລ້ວ ກໍ ຈະ ເປັນ ດັ່ງ­ນີ້

ຄື ບຸກ­ຄົນ ໃດ ທີ່ ຮ້ອງ ອອກ ພຣະ­ນາມ ຂອງ ອົງ ພຣະ­ຜູ້­ເປັນ­ເຈົ້າ ກໍ ຈະ ລອດ­ພົ້ນ’.’

22“ຊາວ ອິ­ສຣາ­ເອນ ທັງ­ຫລາຍ ເອີຍ, ຈົ່ງ ຟັງ ຖ້ອຍ­ຄຳ ເຫລົ່າ­ນີ້ ຄື ເຢ­ຊູ ໄທ ນາ­ຊາ­ເຣັດ ເປັນ ຜູ້ ທີ່ ພຣະ­ເຈົ້າ ຊົງ ຊີ້­ແຈງ ໃຫ້ ພວກ ທ່ານ ຮູ້ ດ້ວຍ ການ ອິດ­ທິ­ລິດ, ການ­ອັດ­ສະ­ຈັນ ແລະ ໝາຍ ສຳ­ຄັນ ຕ່າງໆ ຊຶ່ງ ພຣະ­ເຈົ້າ ໄດ້ ຊົງ­ກະ­ທຳ ໃນ ຖ້າມ­ກາງ ພວກ ທ່ານ ດ້ວຍ ທ່ານ ຜູ້­ນັ້ນ ດັ່ງ ທີ່ ພວກ ທ່ານ ຮູ້ ຢູ່ ແລ້ວ.23ທ່ານ ຜູ້ ນີ້ ໄດ້ ຖືກ ມອບ ໄວ້ ຕາມ ທີ່ ພຣະ­ເຈົ້າ ໄດ້ ຊົງ ກຳ­ນົດ ຄາດ­ໝາຍ ແລະ ຊົງ­ຮູ້ ໄວ້ ລ່ວງ ໜ້າ ກ່ອນ­ນັ້ນ ພວກ ທ່ານ ໄດ້ ໃຫ້ ຄົນ ນອກ ສາດ­ສະ­ໜາ ຄຶງ ເພິ່ນ ໄວ້ ທີ່ ໄມ້­ກາງ­ແຂນ ແລະ ປະ­ຫານ ຊີ­ວິດ ເສຍ.24ແຕ່ ພຣະ­ເຈົ້າ ໄດ້ ຊົງ ບັນ­ດານ ໃຫ້­ເປັນ ຄືນ ມາ ດ້ວຍ ຊົງ ປັດ ເພິ່ນ ໃຫ້ ອອກ­ຈາກ ຄວາມ­ເຈັບ ປວດ ແຫ່ງ ຄວາມ ຕາຍ ເພາະ ຄວາມ ຕາຍ ຈະ ກັກ ຈ່ອງ ເພິ່ນ ໄວ້ ບໍ່­ໄດ້.25ເພາະ ກະ­ສັດ ດາ­ວິດ ໄດ້ ຊົງ ກ່າວ­ເຖິງ ເພິ່ນ ວ່າ,

‘ຂ້າ­ພະ­ເຈົ້າ ໄດ້ ແນມ­ເບິ່ງ ອົງ ພຣະ­ຜູ້­ເປັນ­ເຈົ້າ ຢູ່ ສະ­ເໝີ

ເພາະ­ວ່າ ພຣະ­ອົງ ປະ­ທັບ ຢູ່ ກ້ຳ ຂວາ ຂອງ ພຣະ­ເຈົ້າ

ເພື່ອ ຂ້າ­ພະ­ເຈົ້າ ຈະ ບໍ່ ສະ­ທ້ານ ຫວັ່ນ­ໄຫວ.

26ເພາະ ເຫດ ນີ້ ຈິດ­ໃຈ ຂອງ ຂ້າ­ພະ­ເຈົ້າ ຈິ່ງ ປິ­ຕິ­ຍິນ­ດີ

ແລະ ລີ້ນ ຂອງ ຂ້າ­ພະ­ເຈົ້າ ຈິ່ງ ຮ້ອງ ຊົມ­ຊື່ນ­ຍິນ­ດີ

ອີກ ປະ­ການ ໜຶ່ງ, ເນື້ອ ຕົວ ຂອງ ຂ້າ­ພະ­ເຈົ້າ ຈະ ພັກ­ຜ່ອນ ໃນ ຄວາມ ໄວ້­ໃຈ.

27ເພາະ ພຣະ­ອົງ­ເຈົ້າ ຈະ ບໍ່ ຊົງ ປະ ຖິ້ມ

ຈິດ­ວິນ­ຍານ ຂອງ ຂ້າ ພຣະ­ອົງ ໄວ້ ໃນ ແດນ­ມໍ­ລະ­ນາ

ທັງ ຈະ ບໍ່­ໃຫ້ ຜູ້ ບໍ­ລິ­ສຸດ ຂອງ ພຣະ­ອົງ ເປື່ອຍ­ເນົ່າ ໄປ.

28ພຣະ­ອົງ ໄດ້ ຊົງ ໂຜດ­ໃຫ້ ຂ້າ ພຣະ­ອົງ ຮູ້ ທາງ ແຫ່ງ ຊີ­ວິດ

ພຣະ­ອົງ ຈະ ຊົງ ໂຜດ­ໃຫ້ ຂ້າ ພຣະ­ອົງ

ເຕັມ ບໍ­ລິ­ບູນ ດ້ວຍ ຄວາມ ຍິນ­ດີ

ເພາະ ຢູ່ ຕໍ່ ພຣະ­ພັກ ພຣະ­ອົງ.’

29“ພີ່­ນ້ອງ ທັງ­ຫລາຍ ເອີຍ, ຂ້າ­ພະ­ເຈົ້າ ມີ ສິດ ທີ່ ຈະ ກ່າວ ຢ່າງ ເຊື່ອ­ໝັ້ນ ໃຫ້ ທ່ານ ທັງ­ຫລາຍ ຟັງ ເຖິງ ເລື່ອງ ກະ­ສັດ ດາ­ວິດ ບັນ­ພະ­ບຸ­ລຸດ ຂອງ ເຮົາ ນັ້ນ ວ່າ ທ່ານ ສິ້ນ ຊີ­ວິດ ແລະ ຖືກ ບັນ­ຈຸ ໄວ້ ແລ້ວ ແລະ ອຸບ­ໂມງ ຂອງ ເພິ່ນ ຍັງ ຢູ່ ຖ້າມ­ກາງ ພວກ­ເຮົາ ຈົນ ເຖິງ ທຸກ ວັນ ນີ້.30ທ່ານ ເປັນ ຜູ້ ທຳ­ນວາຍ ແລະ ຊາບ ວ່າ ພຣະ­ເຈົ້າ ໄດ້ ຊົງ ສັນ­ຍາ ແກ່ ເພິ່ນ ດ້ວຍ ຄຳ­ສາ­ບານ ວ່າ ຈະ­ປະ­ທານ ຜູ້ ໜຶ່ງ ໃນ ວົງ ກະ ກຸນ ຂອງ ເພິ່ນ ໃຫ້ ປະ­ທັບ ເທິງ ພຣະ­ທີ່­ນັ່ງ ຂອງ ເພິ່ນ.31ກະ­ສັດ ດາ­ວິດ ກໍ ຊົງ ລ່ວງ ຮູ້ ເຫດ­ການ ນີ້ ໄວ້ ກ່ອນ ຈິ່ງ ຊົງ ກ່າວ­ເຖິງ ການ ຄືນ ພຣະ­ຊົນ ຂອງ ອົງ ພຣະ­ຄຣິດ ວ່າ, ‘ພຣະ­ເຈົ້າ ບໍ່­ໄດ້ ຊົງ ປະ ຖິ້ມ ທ່ານ ໄວ້ ໃນ ແດນ­ມໍ­ລະ­ນາ ທັງ ເນື້ອ ຕົວ ຂອງ ທ່ານ ກໍ ຈະ ບໍ່ ເປື່ອຍ­ເນົ່າ ໄປ’32ພຣະ­ເຢ­ຊູ ນີ້­ແຫລະ, ທີ່ ພຣະ­ເຈົ້າ ໄດ້ ຊົງ ບັນ­ດານ ໃຫ້ ຄືນ ພຣະ­ຊົນ ແລ້ວ ຝ່າຍ ຂ້າ­ພະ­ເຈົ້າ ທັງ­ຫລາຍ ເປັນ ພະ­ຍານ ເຖິງ ເລື່ອງ ນີ້.33ເມື່ອ ຊົງ ຖືກ ຍົກ ຂຶ້ນ ຢູ່ ທີ່ ພຣະ­ຫັດ ກ້ຳ ຂວາ ຂອງ ພຣະ­ເຈົ້າ ແລະ ໄດ້ ຊົງ ຮັບ ພຣະ­ວິນ­ຍານ­ບໍ­ລິ­ສຸດ ຈາກ ພຣະ­ບິ­ດາ ຕາມ ພຣະ­ສັນ­ຍາ ພຣະ­ອົງ ໄດ້ ຊົງ ຖອກ ພຣະ­ວິນ­ຍານ ນັ້ນ ລົງ­ມາ ດັ່ງ ພວກ ທ່ານ ໄດ້ ເຫັນ ແລະ ໄດ້­ຍິນ ແລ້ວ ນັ້ນ.34ເຫດ ວ່າ ກະ­ສັດ ດາ­ວິດ ບໍ່ ຂຶ້ນ ໄປ ຍັງ ສະ­ຫວັນ ແລະ ທ່ານ ເອງ ໄດ້ ຊົງ ກ່າວ ວ່າ,

‘ພຣະ­ເຈົ້າ ຊົງ ກ່າວ ແກ່ ອົງ ພຣະ­ຜູ້­ເປັນ­ເຈົ້າ ຂອງ ຂ້າ­ພະ­ເຈົ້າ ວ່າ

ຈົ່ງ ນັ່ງ ທີ່ ຂວາ ມື ຂອງ ເຮົາ,

35ຈົນ ກວ່າ ເຮົາ ຈະ ປາບ ສັດ­ຕູ ຂອງ ທ່ານ ໃຫ້ ຢູ່ ໃຕ້ ຕີນ ຂອງ ທ່ານ.’

36ເຫດ­ສັນ­ນັ້ນ ໃຫ້ ຍາດ ວົງ ອິ­ສຣາ­ເອນ ຮູ້­ຄັກ­ແນ່ ວ່າ ພຣະ­ເຈົ້າ ໄດ້ ຊົງ ຍົກ ພຣະ­ເຢ­ຊູ ນີ້ ຊຶ່ງ ທ່ານ ທັງ­ຫລາຍ ໄດ້ ຕອກ ຕິດ ໄວ້ ທີ່ ໄມ້­ກາງ­ແຂນ ນັ້ນ ຊົງ ແຕ່ງ­ຕັ້ງ ໃຫ້­ເປັນ ທັງ ອົງ ພຣະ­ຜູ້­ເປັນ­ເຈົ້າ ແລະ ເປັນ ພຣະ­ຄຣິດ.”

37ເມື່ອ ຄົນ ທັງ­ຫລາຍ ໄດ້­ຍິນ ດັ່ງ ນັ້ນ­ແລ້ວ ກໍ ຮູ້­ສຶກ ເຈັບ ຊ້ຳ ກິນ­ແໜງ ໃຈ ຈິ່ງ ກ່າວ ແກ່ ເປ­ໂຕ ແລະ ອັກ­ຄະ­ສາ­ວົກ ອື່ນໆ ວ່າ, “ພີ່­ນ້ອງ ເອີຍ, ພວກ­ເຮົາ ຈະ ເຮັດ ຢ່າງ­ໃດ.”38ຝ່າຍ ເປ­ໂຕ ຈິ່ງ ກ່າວ ແກ່ ເຂົາ ວ່າ, “ຈົ່ງ ຖິ້ມ ໃຈ ເກົ່າ ເອົາ­ໃຈ ໃໝ່ ແລະ ຮັບ ບັບ­ຕິ­ສະ­ມາ ໃນ ພຣະ­ນາມ ຂອງ ພຣະ­ເຢ­ຊູຄ­ຣິດ ທຸກ ຄົນ ເພື່ອ ການ ຊົງ ຍົກ ບາບ ໂທດ ຂອງ ພວກ ທ່ານ ແລ້ວ ພວກ ທ່ານ ຈະ ໄດ້ ຮັບ ຂອງ ພຣະ­ລາ­ຊະ­ທານ ຄື ພຣະ­ວິນ­ຍານ­ບໍ­ລິ­ສຸດ.39ດ້ວຍ ວ່າ ພຣະ­ສັນ­ຍາ ນັ້ນ ກໍ ມີ ໄວ້ ແກ່ ທ່ານ ທັງ­ຫລາຍ, ກັບ ລູກ­ຫລານ ຂອງ ພວກ ທ່ານ, ແລະ ແກ່ ຄົນ ທັງ­ປວງ ທີ່­ຢູ່ ຫ່າງ ໄກ ຄື ແກ່ ທຸກ ຄົນ­ທີ່ ອົງ ພຣະ­ຜູ້­ເປັນ­ເຈົ້າ ພຣະ­ເຈົ້າ ຂອງ ພວກ­ເຮົາ ຊົງ ເອີ້ນ ມາ ເຝົ້າ ພຣະ­ອົງ ນັ້ນ.”40ແລະ ເປ­ໂຕ ໄດ້ ກ່າວ ສັ່ງ ເຂົາ ຫລາຍ ປະ­ການ ອີກ ແລະ ເຕືອນ ສະ­ຕິ ເຂົາ ວ່າ, “ຈົ່ງ ເອົາ ຕົວ ລອດ­ພົ້ນ ຈາກ ເຊື້ອ­ຊາດ ອັນ ຄົດ ລ້ຽວ ນີ້ ເສຍ.”41ຝ່າຍ ຄົນ ທັງ­ຫລາຍ ທີ່ ໄດ້ ເຊື່ອ ຮັບ ຟັງ ຖ້ອຍ­ຄຳ ຂອງ ເປ­ໂຕ ກໍ ໄດ້ ຮັບ ບັບ­ຕິ­ສະ­ມາ ໃນ ວັນ ນັ້ນ ມີ ຄົນ ຕື່ມ ເຂົ້າ ເປັນ ລູກ­ສິດ ປະ­ມານ ສາມ ພັນ ຄົນ.

42ແລະ ເຂົາ ໄດ້ ຕັ້ງ ໝັ້ນ­ຄົງ ຢູ່­ໃນ ຄຳ ສອນ ຂອງ ພວກ ອັກ­ຄະ­ສາ­ວົກ, ໃນ ການ ຮ່ວມ ໃຈ ກັນ, ໃນ ການ ຫັກ ເຂົ້າ­ຈີ່ ແລະ ໃນ ການ ໄຫວ້ ວອນ.

ຊີ­ວິດ ການ ເປັນ ຢູ່ ຂອງ ພວກ ສິດ

43ທຸກ ຄົນ ເກີດ ມີ ຄວາມ ຢ້ານ ຢຳ ນັບ­ຖື ສ່ວນ ພວກ ອັກ­ຄະ­ສາ­ວົກ ກໍ­ໄດ້ ເຮັດ ການ­ອັດ­ສະ­ຈັນ ແລະ ໝາຍ ສຳ­ຄັນ ຫລາຍ ປະ­ການ.44ບັນ­ດາ ຜູ້ ທີ່ ເຊື່ອ ຖື ນັ້ນ ກໍ­ໄດ້ ຢູ່ ຮ່ວມ­ກັນ ແລະ ຊັບ ສິ່ງ ຂອງ ຂອງ ເຂົາ ເຫລົ່າ­ນັ້ນ ເຂົາ ກໍ ຖື ເປັນ ຂອງ ສ່ວນ ຮ່ວມ.45ແລະ ເຂົາ ໄດ້ ຂາຍ ທີ່ ດິນ ແລະ ຊັບ ສິ່ງ ຂອງ ມາ ແຈກ ຢາຍ ໃຫ້ ຄົນ ທັງ­ປວງ ຕາມ ທີ່ ທຸກ ຄົນ ຕ້ອງ­ການ.46ເຂົາ ໄດ້ ໝັ່ນ ຮ່ວມ ປະ­ຊຸມ ໃນ ບໍ­ລິ­ເວນ ພຣະ­ວິ­ຫານ ທຸກ ວັນ ແລະ ຫັກ ເຂົ້າ­ຈີ່ ຕາມ ເຮືອນ ຂອງ ເຂົາ ຮ່ວມ ຮັບ ປະ­ທານ ອາ­ຫານ ດ້ວຍ ຄວາມ ຊົມ­ຊື່ນ­ຍິນ­ດີ ແລະ ໃຈ ສັດ­ຊື່.47ທັງ ໄດ້ ສັນ­ລະ­ເສີນ ພຣະ­ເຈົ້າ ແລະ ພົນ­ລະ­ເມືອງ ທັງ ໝົດ ກໍ ຊອບ ໃຈ ນຳ ຝ່າຍ ອົງ ພຣະ­ຜູ້­ເປັນ­ເຈົ້າ ໄດ້ ຊົງ ໂຜດ­ໃຫ້ ຄົນ ທັງ­ຫລາຍ ຊຶ່ງ ກຳ­ລັງ ຈະ ລອດ­ພົ້ນ ນັ້ນ ມາ ເຂົ້າ ກັບ ພວກ ສິດ ທຸກໆ ວັນ.

ກິດຈະການ2;1-47